ຊາວຄຣິສຕຽນຖືກຈັບຢູ່ ເມືອງສິງ

0:00 / 0:00

ຕື່ມ​ຂໍ້​ມູນ​ຫລ້າ​ສຸດ: 18:58 ວັນ​ທີ 12 ເມ​ສາ 2019 (ຕາມ​ເວລາ ສະ​ຫະ​ຣັ​ຖ ອະ​ເມ​ຣິ​ກາ)

ຊາວຄຣິສຕຽນອະເມຣິກັນ ສາມຄົນຖືກຈັບຢູ່ເມືອງສິງ ແຂວງຫຼວງນ້ຳທາ ເມື່ອວັນຈັນວັນທີ 8 ເດືອນເມສາ 2019 ນີ້, ຕາມຄຳເວົ້າຂອງ ສະມາຊິກ ອົງການຄຣິສຕຽນ ແຫ່ງນຶ່ງໃນ ສະຫະຣັດ ອະເມຣິກາ.

ທ່ານ Eric Blievernicht ສະມາຊິກອົງການຄຣິສຕຽນ Vision Beyond Borders ໃຫ້ສຳພາດທາງໂທຣະສັບຕໍ່ນັກຂ່າວວິທຍຸເອເຊັຽ ເສຣີ ໃນວັນທີ 12 ເມສາ 2019 ນີ້ວ່າ:

ທ່ານເວົ້າວ່າ “ຊາວອະເມຣິກັນ ທັງສາມຄົນຖືກຈັບ ໃນເວລາພວກເຂົາແຈກຢາຍເອກກະສານ ຄຣິສຕຽນ Evangelistic ເຊັ່ນ MP3 ແລະ ພຣະຄຳພີ ແລະພວກເຂົາຖືກກັກ ຢູ່ໃນເຮືອນພັກ ນັບແຕ່ ວັນຈັນເປັນຕົ້ນມາ. ປະກົດວ່າ ການສອບສວນດຳເນີນໄປຢ່າງຊັກຊ້າ. ເຈົ້າໜ້າທີ່ນຳເອົາຊາວອະເມຣິກັນ ເຂົ້າມາໃນຫ້ອງ ແລະເຈົ້າໜ້າທີ່ກໍອອກໄປ ວ່າຈະໄປພຽງສິບນາທີ ແຕ່ຫາຍໄປເປັນເວລາ 4-5 ຊົ່ວໂມງ ຈຶ່ງກັບມາ. ພວກເຮົາເປັນຫ່ວງ ຖ້າພວກເຮົາບໍ່ສາມາດ ຊ່ວຍໃຫ້ເຂົາໄດ້ອອກພາຍໃນມື້ນຶ່ງສອງມື້ນີ້ ພວກເຂົາຈະຖືກກັກຂັງຈົນກາຍປີໃໝ່ ລາວ. ທາງສະຖານທູດ ສະຫະຣັດ ກໍຮູ້ ແລະກຳລັງຕິດຕໍ່ພົວພັນຢູ່.”

ນອກຈາກນີ້ ທ່ານ Blievernicht ຍັງໄດ້ອີແມວລ ຣາຍລະອຽດກ່ຽວກັບເຣື່ອງນີ້ເຖິງ ວິທຍຸເອເຊັຍຕື່ມວ່າ ເມື່ອວັນຈັນວັນທີ 8 ເມສາ ຊາວອະເມຣິກັນທັງສາມ ໄດ້ແຈກຢາຍເອກກະສານ ກ່ຽວກັບ ສາສນາຄຣິສຕຽນ evangelistic ຢູ່ຕາມບ້ານຕ່າງໆໃນເຂດ ເມືອງສິງ ແຂວງຫລວງນ້ຳທາ ແລະຊາວບ້ານຄົນນຶ່ງ ໄດ້ຣາຍງານຕຳຣວດ ຊຶ່ງຕໍ່ມາ ຕຳຣວດກໍຈັບ ແລະກັກຂັງຊາວອະເມຣິກັນ ທັງສາມຄົນນັ້ນ. ຜູ້ຖືກຈັບທັງສາມ ມີຊື່ວ່າ Wayne, Autumn ແລະ Joseph. ທາງການເຈົ້າໜ້າທີ່ປ້ອງກັນຄວາມສງົບ ແຂວງຫລວງນ້ຳທາ ກໍຮັບຮູ້ ເຣື່ອງນີ້ແລ້ວ:

“ເຈົ້າ, ທາງເຮົາຮັບຮູ້ແລ້ວ ຮູ້ແຕ່ວ່າກ່ຽວກັບສາມຄົນນັ້ນ ບໍ່ແມ່ນກັກຕົວເດີ ພຽງແຕ່ກັກພັສປອດເດີ ກັກໜັງສືຜ່ານແດນ ບໍ່ແມ່ນກັກຕົວ ເນາະ.”

ຜູ້ນຳໂບດຄຣິສຕຽນແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ທີ່ບໍ່ປະສົງບອກຊື່ແລະອອກສຽງ ໃຫ້ຄຳຄິດຄຳເຫັນກັບ ວິທຍຸເອເຊັຍເສຣີ ໃນວັນທີ 12 ເມສາ ນີ້ວ່າຫາກໍຮັບຮູ້ຂ່າວນີ້ ແລະກຳລັງເດີນທາງໄປ ແຂວງຫຼວງນ້ຳທາ ເພື່ອຫາທາງຊ່ອຍເຫລືອ ຊາວອະເມຣິກັນສາມຄົນນັ້ນ.

ສ່ວນເຈົ້າໜ້າທີ່ສະຖານທູດສະຫະຣັດອະເມຣິກາ ປະຈຳລາວ ກ່າວຕໍ່ນັກຂ່າວຂອງພວກເຮົາໃນມື້ດຽວກັນວ່າ ຍັງບໍ່ສາມາດໃຫ້ຄວາມເຫັນ ແນວໃດກ່ຽວກັບ ບັນຫານີ້ເທື່ອ, ນອກຈາກນີ້ ນັກຂ່າວເຮົາ ກໍໂທຣະສັບ ຫາກົມການຂ່າວ ກະຊວງການຕ່າງປະເທດລາວ ໄດ້ຍິນສຽງ ໂທຣະສັບດັງ ສາມ-ສີ່ ເທື່ອ ແຕ່ແລ້ວກໍຖືກຕັດໄປ ບໍ່ມີໃຜຮັບສາຍ.

ຂໍ້​ມູນ​ເພີ້ມ​ຕື່ມ ຫລ້າ​ສຸດ:

ຕໍ່​ມາ ໃນ​ຕອນ​ແລງ ຂອງ​ວັນ​ທີ 12 ເມ​ສາ, ຕາມ​ເວ​ລາ ໃນ​ສະ​ຫະ​ຣັ​ຖ ອະ​ເມ​ຣິ​ກາ, ເຈົ້າ​ໜ້າ​ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ ໄດ້​ຢືນ​ຢັນ ຕໍ່​ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ຜ່ານ​ທາງ ອີ​ເມວ​ລ໌ ວ່າ:

“ພວກ​ເຮົາ ສາ​ມາດ ຢືນ​ຢັນ ​ການ​ກັກ​ຂັງ ຊົ່ວ​ຄາວ ແລະ ຈົນ​ກ່​ວາ ມີການ​ປ່ອຍ​ໂຕ ຊາວ​ອະ​ເມ​ຣິ​ກັນ 3 ຄົນ ໃນ​ແຂວງ​ຫລວງ​ນ້ຳ​ທາ, ປະ​ເທດ​ລາວ. ພວກ​ເຮົາ ປະ​ຕິ​ບັດ​ໜ້າ​ທີ່ ຮັບ​ຜິດ​ຊອບ ຂອງ​ພວກ​ເຮົາ ຢ່າງ​ຈິງ​ຈັງ ເພື່ອ​ຊ່ອຍ​ເຫລືອ ຊາວ​ອະ​ເມ​ຣິ​ກັນ ໃນ​ຕ່າງ​ປະ​ເທດ ແລະ ໃຫ້​ການ​ບໍ​ຣິ​ການ ທີ່​ເໝາະ​ສົມທຸກ​ຢ່າງ.”