ມາຟັງນໍາກັນ 11/24/19

0:00 / 0:00

ກອງ​ປະ​ຊຸມ​ສ​ພາ​ແຫ່ງ​ຊາ​ຕ​ລາວ ສ​ມັຍ​ສາ​ມັນ​ເທື່ອ​ທີ 8 ຂອງ​ສ​ພາ​ແຫ່ງ​ຊາຕ​ຊຸດ​ທີ 8 ກໍ​ດຳ​ເນີນ​ມາ​ໄດ້​ກາງ​ທາງ​ແລ້ວ​. ໃນ​ສັ​ປ​ດານີ້, ສ​ພາ​ແຫ່ງ​ຊາ​ຕ​ໄດ້​ຮັບ​ຟັງ​ການ​ຣາຍ​ງານ ຜົ​ລ​ການກວດ​ກາຂອງ​ອົງ​ການກວດ​ກາ​ຣັ​ຖບານ ແລະ ຜົ​ລ​ການກວດສອບ​ກາ​ນນຳ​ໃຊ້​ງົບ​ປະ​ມານ​ແຫ່ງ​ຊາ​ຕ ຈາກ​ອົງການກວດ​ສອບ​ແຫ່ງ​ຣັ​ຖ. ຕໍ່​ການ​ຣາຍ​ງານ​ດັ່ງ​ກ່າວ ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ຕ່າງໆ ​ກໍ​ໄດ້ສະ​ທ້ອນ​ບາງ​ບັນ​ຫາ​ໃຫ້​ປະ​ທານກອງ​ປະ​ຊຸມ​ໄດ້​ຮັບ​ຮູ້ ເພື່ອ​ຝາກ​ໄປ​ເຖິງ​ຣັ​ຖ​ບານ​ ໃນ​ກາ​ນ​ຊອກວິ​ທີ​ແກ້​ໄຂ, ເປັນ​ຕົ້​ນກໍ​ແມ່ນ ​ບັນ​ຫາ​ການ​ສໍ້​ຣາ​ສ​ບັງຫຼວງ ທີ່​ນັບ​ມື້​ນັບ​ຮຸນ​ແຮງ ແລະ ສ​ສ​ຊ ກໍ​ໄດ້​ຮັບ​ຟັງວ່າ ມີ​ການ​ສໍ້​ຣາ​ສ​ບັງຫຼວງ​ໃນ​ກົງ​ຈັກ​ຣັ​ຖ​ບານ ແລະ ສາ​ມາດກວດ​ເຫັນ​ໄດ້​ທຸກ​ສ​ມັຍ​ຂອງກອງ​ປະ​ຊຸມ​ສພາ, ແຕ່​ບັນ​ດັ່ງ​ກ່າວ ພັດ​ບໍ່​ສາ​ມາດ​ຖືກ​ແກ້​ໄຂ​ໃຫ້​ຕົກ​ໄປ​ໄດ້.

ທ່ານ ສາຍ​ທອງ​ ແກ້ວດວງ​ດີ, ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ທີ່ 1, ນະ​ຄອນຫຼວງວຽງ​ຈັນ.

"​​ ໂກງ ​ ກິນ ​ ບ່ອນ ​ ໃດ ? ໜ່ວຍ ​ ງານ ​ ຂອງ ​ ຣັ ​ ຖ ​ ຈຳ ​ ນວນ ​ ນຶ່ງ ເອົາ ​ ເງິນ ​ ໄປ ​ ຝາກ ​ ທນາ ​ ຄານ ​ ຣັ ​ ຖ ​ ຂອງ ​ ຕົນ ​ ເອງ ແລະ ໃນ ​ ນັ້ນ ເອົາ ​ ໄປ ​ ປັນ ​ ກັນ ​ ເຂົ້າ ​ ຖົງ ​ ໂຕ ​ ເອງ , ເຫຼືອ ​ ໜ້ອຍ ​ ນຶ່ງ ສົ່ງ ​ ເຂົ້າ ​ ຣັ ​ ຖ . ຄັນ ​ ເປັນ ​ ແນວນີ້ , ເສ ​ ຖ ​ ກິ ​ ຈ ​ ຂອງ ​ ປະ ​ ເທດ ​ ຂ ​ ຍາຍ ​ ໂຕ ​ ຂຶ້ນ ປະ ​ ຊາ ​ ຊົນ ​ ຜູ້ ​ ປະ ​ ກອບ ​ ການ ເສັຽ ​ ອາ ​ ກອນ ​ ພາ ​ ສີ ​ ໃຫ້ ​ ຣັ ​ ຖ ​ ຢ່າງ ​ ເອົາ ​ ໃຈ ​ ໃສ່ , ຣາຍ ​ ຮັບ ​ ເຂົ້າງົບ ​ ປະ ​ ມານ ​ ສູນ ​ ກາງ ​ ຣັ ​ ຖ ​ ບານ ​ ໜ້ອຍ ​ ນຶ່ງ . ກະ ​ ສະ ​ ແດງວ່າ ​ ຣັ ​ ຖ ​ ບານ ​ ເຮົາ ​ ນີ້ ​ ເຣີ່ມ ​ ທຸກ ​ ລົງ , ພະ ​ ນັກ ​ ງານ ​ ຣັ ​ ຖ ​ ຢູ່ ​ ໃນ ​ ກົງ ​ ຈັກ ​ ຣັ ​ ຖ ​ ເຄິ່ງ ​ ກາງ ຮັ່ງ ​ ຂຶ້ນ . ອັນ ​ ນີ້ ​ ມັນ ​ ຜິດຫຼັກ ​ ການ ກົດ ​ ໝາຍ ​ ຊິ ​ ຂຽນ ​ ແນວ ​ ໃດ ​ ກ ​ ະ ​ ຂຽນ ມັນ ​ ຂາດ ​ ຈັນ ​ ຍາ ​ ບັນ - ຈັນ ​ ຍາ ​ ທັມ ແລະ ຄວາມ ​ ຮັບ ​ ຜິດ ​ ຊອບ ​ ຂອງ ​ ໜ່ວຍ ​ ງານ ​ ຂອງ ​ ຣັ ​ ຖ ​ ເອງ . ເຈົ້າ ​ ເປັນ ​ ຫ ​ ຍັງ ​ ເອົາ ​ ເງິນ ​​ ຂອງ ​ ຣັ ​ ຖ ທີ່ ​ ປະ ​ ຊາ ​ ກອນ ທີ່ ​ ເຂົາ ​ ເຈົ້າ ​ ເສັຽອາ ​ ກອນ ​ ໃຫ້ ​ ເຈົ້າ ​ ແລ້ວ , ແລ້ວເຈົ້າ ​ ເອົາ ​ ໄປ ​ ຝາກ ​ ທ ​ ນາ ​ ຄານ ​ ຣັ ​ ຖ ​ ຂອງ ​ ເຈົ້າ ? ກວດ ​ ພໍ້ ​ ແລ້ວ ​ ຕ້ອງ ​ ເຮັດ ​ ແນວ ​ ໃດ ? ມັນ ​ ຜິດ ​ ກົດ ​ ໝາຍ ​ ໄດ໋ ​ ນີ້ ​ ນ່າ , ໃນ ​ ຂໍ້ ​ ທີ ​ ສອງ ທີ່ ​ ພວກ ​ ເຮົາ ​ ເຫັນ ​ ນີ້ . ອັນນີ້ ​ ແຫຼະ ທີ່ ​ ປະ ​ ເທດ ​ ຊາ ​ ຕ ​ ຊິຫຼົ້ມ ​ ຈົມ ຍ້ອນ ​ ວ່າ ​ ພະ ​ ນັກ ​ ງານ ​ ຢູ່ ​ ໃນ ​ ກົງ ​ ຈັກ ​ ຂັ້ນ ​ ກາງນີ້ ຮວມ ​ ຫົວ ​ ກັນ ​ ເຮັດ ​ ບັນ ​ ຫາ ​ ດັ່ງ ​ ກ່າວນີ້ ເຮັດ ​ ໃຫ້ ​ ເງິນບໍ່ ​ ເຂົ້າ ​ ສູ່ຣັ ​ ຖ ."

ຍາ​ນາງ ແສງ​ຄຳ ຊົ່ງ​ຊະ​ນະ, ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ທີ່ 9, ແຂວງ​ຊຽງ​ຂວາງ.

"​​ ເຮົາ ​ ໃຫ້ ​ ລົງ ​ ທຶນ ​ ກ່ອນນີ້ ​ ນ່າ ສ ​ ມັຍ ​ ປີ 2010-2018 ນີ້ ໝາຍ ​ ຄວາມ ​ ວ່າ ໃຫ້ ​ ທຸ ​ ຣະ ​ ກິ ​ ຈ ​ ລົງ ​ ທຶນ ​ ກ່ອນ ບາດນີ້ ​ ລົງ ​ ທຶນ ​ ໄປຫຼາຍ ​ ແລ້ວ ເຮົາ ​ ລະ ​ ບໍ່ ​ ຊຳ ​ ຣະ , ຊຳ ​ ຣະ ​ ແຕ່ ​ ປີ ​ ລະ 100 ລ້ານ ​ ບໍ , 200 ລ້ານ , 300 ລ້ານ ແບບນີ້ ​ ນ່າ . ເຮັດ ​ ໃຫ້ທຸ ​ ຣະ ​ ກິ ​ ຈ ​ ກໍ ​ ເຈັ້ງ ລະ ​ ກໍ ​ ຕາຍ ​ ໄປ ​ ເອງຫັ້ນ ​ ແຫຼະ ​ ເນາະສ່ວນຫຼາຍ ລະ ​ ເຂົາ ​ ກະ ​ ຫາ ​ ວິ ​ ທີກັບ ​ ມາ ​ ຢືມ ​ ເງິນ . ຢືມ ​ ເງິນ , ໂດຍ ​ ສະ ​ ເພາະ ​ ກະ ​ ມີ ​ ເງິນ ​ ໃຕ້ ​ ໂຕະ ​ ນີ້ ​ ແຫຼະ ​ ເນາ ​ ະ ລະ ​ ກະ ​ ພ້ອມ ​ ກັນ ​ ກິນ ​ ໄປ , ຊັ້ນ ​ ນ່າ . ແລ້ວ ​ ບາ ​ ດນີ້ ພວກ ​ ເຮົາ ​ ເຄີຍ ​ ເວົ້າ ​ ວ່າ ວິ ​ ຊາ ​ ການ ​ ພວກ ​ ເຮົາ ​ ນີ້ ຢູ່ ​ ໃສ ເຮັດ ​ ອັນ ​ ໃດ ລະ ​ ກິນ ​ ນຳ ​ ອັນ ​ ນັ້ນ . ກິນນັ້ນ ​ ກໍ ​ ຄື ກິນ ​ ໄມ້ , ກິນ ​ ເງິນວິ ​ ຊາ ​ ການ , ກິນ ​ ຣົດ , ກິນ ​ ເຮືອນ , ກິນ ​ ດິນ ຊັ້ນ ​ ແຫຼະ ​ ເນາະ ບັນ ​ ດາ ​ ທ່ານ ."

ທ່ານ​ ສົມ​ໃຈ ເພັດ​ສີ​ນວນ, ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ທີ່ 12, ແຂວງ​ຄຳ​ມ່ວນ.

"​​ ບັນ ​ ດາ ​ ການ ​ ອອກ ​ ນິ ​ ຕິ ​ ກັມ ​ ແບບ ​ ຊະ ​ ຊາຍ ​ ຂອງ ​ ທ້ອງ ​ ຖິ່ນ , ໂດຍ ​ ສະ ​ ເພາະ ​ ກະ ​ ແມ່ນ ​ ຢູ່ ​ ຮາກ ​ ຖານ ຫຼື ​ ວ່າ ​ ບັນ ​ ດາ ​ ຂ ​ ແນງ ​ ການ ​ ຢູ່ ​ ຂັ້ນ ​ ເມືອງ ກະ ​ ແມ່ນ ​ ຮາກ ​ ຖານ ​ ຢູ່ ​ ຂັ້ນ ​ ບ້ານ ​ ກະ ​ ມີ . ລະກ່ຽວ ​ ກັບ ​ ນິຕິ ​ ກັມ ​ ດັ່ງ ​ ກ່າວນັ້ນ , ເຂົາ ​ ເຈົ້າ ​ ເອີ້ນ ​ ວ່າ ຄ່າ ​ ທຳ ​ ນຽມ , ເຊິ່ງວ່າ ກະ ​ ຊວງ ​ ກາ ​ ນ ​ ເງິນບໍ່ ​ ໄດ້ ​ ອະ ​ ນຸ ​ ຍາດ , ແຕ່ ​ ວ່າ ​ ເຂົາ ​ ເຈົ້າ ​ ໄປ ​ ອອກ . ແຕ່ ​ ລະ ​ ບ້ານ ກະ ​ ບໍ່ ​ ຄື ​ ກັນ ແຕ່ ​ ລະ ​ ເມືອງ ກະ ​ ບໍ່ ​ ຄື ​ ກັນ ອອກ ​ ໃຜ ​ ອອກ ​ ລາວ . ອອກ ​ ແລ້ວ ​ ກະ ​ ພາ ​ ກັນ ​ ເກັບ ເກັບ ​ ໄດ້ ​ ມາ ​ ກະ ​ ປັນ ​ ກັນ . ມັນ ​ ກະ ​ ເປັນ ​ ຊ່ອງ ​ ຫວ່າງ ​ ອັນ ​ ນຶ່ງ ເຮັດ ​ ໃຫ້ ອັນ ​ ນຶ່ງ ​ ມັນ ​ ກະ ​ ແມ່ນ ​ ຣາຍ ​ ຮັບ ມັນ ​ ບໍ່ ​ ໄດ້ ມັນ ​ ຮົ່ວ ​ ໄຫຼເນາະ ."

ຊາວ​ລາວ​ທ່ານ​ນຶ່ງ ກໍ​ໄດ້​ໃຫ້​ທັ​ສ​ນະ​ແກ່​ຜູ້​ສື່​ຂ່າວ​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ກໍ​ຄື​ທ່ານ​ ໄຊ​ຍາ ເມື່ອບໍ່​ດົນ​ມານີ້​ວ່າ ການ​ສໍ້​ຣາ​ສ​ບັງຫຼວງ​ໃນ​ລາວ ຍັງ​ບໍ່​ມີ​ລັກ​ສະ​ນະ​ຈິງ​ຈັງ​ເທົ່າ​ທີ່​ຄວນ ແລະ ບັນ​ຫານີ້ ກໍ​ເກີດ​ຈາກເຈົ້າ​ໜ້າ​ທີ່​ຣະ​ດັບ​ສູງ​ຂອງ​ພັກ-ຣັ​ຖ ເປັນ​ຜູ້​ພາ​ເຮັດ ແລະ ເມື່ອກວດ​ເຫັນ​ແລ້ວ ຈຶ່ງບໍ່​ສາ​ມາດ​ແກ້​ໄຂ​ໄດ້​ຈັກ​ເທື່ອ.

" ກະ ​ ຄື ​ ຜ່ານ ​ ມາ ເທົ່າ ​ ທີ່ ​ ເຫັນ ​ ຄວາມ ​ ເປັນ ​ ຈິງ ​ ເນາະ , ເຣື້ອງ ​ ການ ​ ປາບ ​ ປາມ ​ ການ ​ ສໍ້ ​ ຣາ ​ ສ ​ ບັງຫຼວງນີ້ ບໍ່ ​ ໄດ້ ​ ເອົາ ​ ຈິງ ​ ເອົາ ​ ຈັງ ເພາະ ​ ວ່າ ເຂົາ ​ ຢ້ານ ​ ແບບ ​ ວ່າ ຄັນ ​ ຊິ ​ ເຮັດຫຼາຍ ພັດ ​ ຢ້ານ ​ ໂຕ ​ ເອງ ​ ສູນ ​ ເສັຽ ​ ອຳ ​ ນາດ ​ ເນາະ ຄັນ ​ ຊິ ​ ເຮັດ ​ ແທ້ ເພາະ ​ ວ່ ​ າ ​ ພະ ​ ນັກ ​ ງານ ​ ເຂົາ ​ ເຈົ້າ ​ ບໍ່ ​ ໄດ້ ​ ກິນ ການ ​ ນຳ ​ ພັກ - ຣັ ​ ຖ ​ ພັດ ​ ກິນ ​ ຫັ້ນ ​ ນ່າ . ແບບນັ້ນ ມັນ ​ ຈະ ​ ສົ່ງ ​ ຜົ ​ ລ ​ ສະ ​ ທ້ອນ ​ ໃຫ້ ​ ແກ່ ພະ ​ ນັກ ​ ງານ ​ ຣະ ​ ດັບ ​ ຂັ້ນ ​ ຕ່າງໆ ​ ເນາະ ທີ່ບໍ່ ​ ແມ່ນ ​ ການ ​ ນຳ ​ ຣະ ​ ດັບ ​ ສູງ ​ ຂອງ ​ ພັກ - ຣັ ​ ຖ ຫັ້ນ ​ ນ່າ , ແບບນັ້ນ . ​ ສະ ​ ນັ້ນ , ໂຕ ​ ເອງ ​ ທີ່ ​ ເປັນ ​ ຜູ້ ​ ນຳ ​ ຣະ ​ ດັບ ​ ສູງ ພາ ​ ເຂົາ ​ ເປັນ ​ ເນາະ ມັນ ​ ບໍ່ ​ ແມ່ນ ​ ວ່າ ​ ທາງ ​ ຂັ້ນ ​ ລຸ່ມ ​ ເປັນ ​ ໄດ໋ ​ ເນາະ . ຄັນ ​ ວ່າ ​ ຣະ ​ ດັບ ​ ສູງ ​​ ເປັນ ຂັ້ນ ​ ລຸ່ມ ​ ເຂົາ ​ ກະ ​ ເປັນ ​ ນຳ ​ ໄດ໋ເນາະ ເພາະ ​ ວ່າ ​ ໂຕ ​ ເອງ ​ ພາ ​ ເຂົາ ​ ເປັນ ແບບນັ້ນ . ມັນ ​ ກະ ​ ເລີຍ ​ ວ່າ ການ ​ ໃຊ້ ​ ອຳ ​ ນາດນ່າ ມັນ ​ ກະ ​ ເລີຍ ​ ຍາກ ເພາະ ​ ໂຕ ​ ເອງ ​ ເປັນ ​ ຄົນພາ ​ ເຮັດ ພາ ​ ເຂົາ ​ ເຈົ້າ ​ ເຮັດເນາະ . ເຂົາ ​ ເອີ້ນ ​ ນົກ ​ ເຄົ້າ ​ ທ້ວງ ​ ຕາ ​ ແມ່ເນາະ .​"

ດັ່ງ​ນັ້ນ, ສ​ສ​ຊ ຫຼາຍ​ທ່ານ ຈຶ່ງ​ສ​ເນີ​ວ່າ ແຕ່ນີ້​ໄປ ຂໍ​ໃຫ້​ຣັ​ຖ​ບານ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຢ່າງ​ເດັດ​ຂາດ ຕໍ່​ພະ​ນັກ​ງານ​ຣັ​ຖ​ເອງ ແລະ ເຈົ້າ​ໜ້າ​ທີ່​ຣະ​ດັບ​ສູງ​ຂັ້ນ​ຜູ້​ນຳ​ພັກ-ຣັ​ຖ ຜູ້​ທີ່​ກວດພົບ​ເຫັນ​ວ່າ​ ເຂົ້າ​ໄປ​ມີ​ສ່ວນ​ພົວ​ພັນ​ກັບ​ການ​ສໍ້​ຣາ​ສ​ບັງຫຼວງ ເພາະ​ທີ່​ຜ່ານ​ມາ ແມ່ນ​ມີ​ແຕ່​ຜ່ອ​ນ​ສັ້ນ​ຜ່ອນ​ຍາວ​ໃຫ້​ກັນ ຈົນ​ຜູ້​ທີ່​ກະ​ທຳ​ຜິດ ບໍ່​ເກງ​ກົວ​ຕໍ່​ກົດ​ໝາຍ​ບ້ານ​ເມືອງ ແລ້ວ​ກໍ​ກະ​ທຳ​ຜິດ ຈົນ​ກາຍ​ເປັນ​ອາ​ຈິນ.

ຍາ​ນາງ ບົວ​ຄຳ ທິບ​ພະ​ວົງ, ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ທີ່ 1, ນະ​ຄອນຫຼວງວຽງ​ຈັນ ຈຶ່ງ​ສ​ເນີ​ໃນ​ກອງ​ປະ​ຊຸມ​ສ​ພາ​ເທື່ອນີ້​ວ່າ ການ​ຈະ​ປາບ​ປາມ​ການ​ສໍ້​ຣາ​ສ​ບັງຫຼວງ​ໃນ​ປະ​ເທດ​ລາວ ຕ້ອງ​ເດັດ​ຂາດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ ແລະ ເຂັ້ມ​ງວດ​ທີ່​ສຸດ.

"​ ຜ່ານ ​ ມານີ້ ເຮົາ ​ ບໍ່ ​ ທັນ ​ ໄດ້ ​ ເຖິງ ​ ຖອງ ​ ປານ ​ ໃດ . ເວົ້າ ​ ຂໍ ​ ໂທ ​ ສ ​ ບັນ ​ ດາ ​ ທ່ານ , ຍັງ ​ ມີ ​ ຈຳ ​ ນວນ ​ ເນາະ ອັນ ​ ນີ້ ​ ກະຖື ​ ວ່າ ​ ຍັງ ​ ບໍ່ ​ ທັນ ​ ໄດ້ ​ ສົມ ​ ກັບ ​ ການ ​ ກະ ​ ທຳ ​ ຜິດ ​ ໄດ໋ ບໍ່ ​ ທັນ ​ ໄດ້ ​ ລົງ ​ ວິ ​ ນັຍ ​ ເຖິງ ​ ຖອງ ​ ນ່າ . ເອົາ ​ ກົດ ​ ໝາຍ ​ ມາ ​ ທຽບ ກະ ​ ບໍ່ ​ ທັນ ​ ໄດ້ ເຮັດ ​ ໄດ້ ວ່າ ​ ຊັ້ນ ​ ສາ ​ ໄປ໋ . ຊິ ​ ແມ່ນ ​ ຍ້ອນ ​ ແນວນັ້ນ ​ ບໍ ເຂົາ ​ ຈຶ່ງບໍ່ ​ ເຂັດຫຼາບ ເຂົາ ​ ຈັ່ງ ​ ບໍ່ ​ ຢ້ານ ​ ເນາະ , ອັນຜູ້ກະ ​ ທຳ ​ ຜິດ ​ ຫັ້ນ ​ ນ່າ . ຄັນ ​ ວ່າ ​ ຜູ້ ​ ນຶ່ງ ​ ກະ ​ ທຳ ​ ຜິດ ຈຳ ​ ນວນ ​ ກະ ​ ທຳ ​ ຜິດ ມັນ ​ ກະ ​ ສະ ​ ທ້ອນ ​ ເຖິງ ​ ໝົດ ​ ປະ ​ ເທດ ​ ຊາ ​ ຕ ​ ເຮົາ ​ ນີ້ . ຮອດ ​ ຈຸດນີ້ , ຂ້າ ​ ພະ ​ ເຈົ້າ ​ ກະ ​ ມີ ​ ແຕ່ ​ ຢາກ ​ ຮຽກ ​ ຮ້ອງວ່າ ເດັດ ​ ຂາດ ເຄົາ ​ ຣົ ​ ບປະ ​ ຕິ ​ ບັດ ​ ກົດ ​ ໝາຍນີ້ ໃຫ້ ​ ມັນ ​ ເຂັ້ມ ​ ງວດ ທໍ່ ​ ນັ້ນ ​ ແຫຼະ ."