ມາຟັງນໍາກັນ 11/17/19

0:00 / 0:00

ໃນ​ໄລ​ຍະ​ຕົ້ນຂອງ​ກອງ​ປະ​ຊຸມ​ສ​ພາ​ແຫ່ງ​ຊາ​ຕ​ລາວ ສ​ມັຍ​ສາ​ມັນ​ເທື່ອ​ທີ 8 ຂອງ​ສ​ພາ​ແຫ່ງ​ຊາຕ​ຊຸດ​ທີ 8, ສ​ພາ​ແຫ່ງ​ຊາ​ຕ​ໄດ້​ຮັບ​ຟັງ​ການ​ຣາຍ​ງານ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັ​ທ​ນາ​ເສຖ​ກິ​ຈ-ສັງ​ຄົມ ​ແຫ່ງ​ຊາ​ຕ​ລາວ ໃນ​ປີ 2019 ຈາກ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ. ໃນ​ນັ້ນ, ບັນ​ຫາ​ພັຍ​ເງິນ​ເຟີ້ ແລະ ຄ່າ​ເງິນ​ກີບ​ອ່ອນ ໄດ້​ຖືກບັນ​ດາ ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ຕ່າງໆ ​ຍົກ​ຂຶ້ນ​ມາ​ອະ​ພິ​ປາຍ​ ເພາະ​ມັນ​ໄດ້​ສົ່ງ​ຜົ​ລ​ກະ​ທົບ​ໂດຍ​ຕ​ຣົງ ຕໍ່​ປະ​ຊາ​ຊົນ​ລາວ, ເປັນ​ຕົ້ນ​ກໍ​ແມ່ນ​ຣາ​ຄາ​ສິນ​ຄ້າຫຼາຍ​ຣາຍ​ການ ​ທີ່​ຖີບ​ໂຕ​ຂຶ້ນ​ສູງ ແລະ ຄ່າ​ເງິນ​ກີບ​ອ່ອນ ເຮັດ​ໃຫ້​ການ​ແລກ​ປ່ຽນ​ເງິນ​ຕ​ຣາ​ປັ່ນ​ປ່ວນ. ນອກ​ຈາກ​ການ​ອະ​ພິ​ປາຍ​ບັນ​ຫາ​ດັ່ງ​ກ່າວ​ແລ້ວ, ສ​ສ​ຊ ຫຼາຍ​ທ່ານກໍ​ໄດ້ສເນີ​ວິ​ທີ​ແກ້​ໄຂ ເພື່ອ​ໃຫ້​ຣັ​ຖ​ບານ​ພິ​ຈາ​ຣະ​ນາ ຊອກ​ຫາ​ທາງ​ແກ້​ໄຂ​ຕໍ່​ໄປ.

ທ່ານ ສຸກ​ສວັນ ວິ​ໄລ​ວົງ, ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ທີ 15 ແຂວງ​ຈຳ​ປາ​ສັກ ກໍ​ໄດ້​ຂຶ້ນ​ແລກ​ປ່ຽນ​ຄວາມ​ຄຶດ​ເຫັນ​ໃນ​ກອງ​ປະ​ຊຸມ ເພື່ອ​ສະ​ທ້ອນ​ໄປ​ເຖິງ​ຣັ​ຖ​ບານ​ ທີ່​ເຜີຍ​ແຜ່​ຜ່ານ​ສື່ມວນ​ຊົນ​ທ້ອງ​ຖິ່ນ​ວ່າ ຕາມ​ທີ່​ທ່ານ​ໄດ້ສັງ​ເກດ ແລະ ຕິດ​ຕາມ​ບັນ​ຫານີ້​ແຕ່​ຕົ້ນ​ປີ ແລ້ວ​ແມ່ນ​ວ່າ ປີນີ້ ອັດ​ຕ​ຣາ​ເງິນ​ເຟີ້​ຂອງ​ລາວ ເພີ້ມ​ຂຶ້ນ​ຮອດ 14% ແລ້ວ ແລະ ພວມ​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ຣາ​ຄາ​ສິນ​ຄ້າ​ເຖິງ​ທີ່​ສ່ວນ​ໃຫ​ຍ່​ມີ​ການ​ນຳ​ເຂົ້າ​ມາ​ຈາກ​ຕ່າງ​ປະ​ເທດ ເພີ້ມ​ຂຶ້ນ​ເຖິງ 14% ເຊັ່ນ​ກັນ.

"​​ ການ ​ ຕິດ ​ ຕາມ ​ ຂອງ ຂ ​ ພ ​ ຈ ເຫັນ ​ ວ່າ ຢູ່ ​ ໃນ ​ ຕົ້ນ ​ ປີ 2019 ອັ ​ ດ ​ ຕ ​ ຣາ ​ ແລກ ​ ປ່ຽນ ​ ເງິນ ​ ກີບ ​ ຕໍ່ ​ ສະ ​ ກຸນເງິນຕ ​ ຣາ ​ ຕ່າງ ​ ປະ ​ ເທດ , ໂດຍ ​ ສະ ​ ເພາະ ​ ເງິນ ​ ບາ ​ ທນີ້ ຢູ່ ​ ທີ່ 263 ຕໍ່ ​ ບາ ​ ທ . ແຕ່ ​ ມາ ​ ຮອດ ​ ປະ ​ ຈຸ ​ ບັນ ​ ນີ້ , ແມ່ນ ​ ເຮົາ ​ ບັນ ​ ລຸ 300 ກີບ ​ ລະ ຕໍ່ ​ 1 ບາ ​ ທເນາະ . ສະ ​ ແດງ ​ ໃຫ້ ​ ເຫັນ ​ ວ່າ ຖ້າ ​ ເຮົາ ​ ສົມ ​ ທຽບ ອັດ ​ ຕ ​ ຣາ ​ ແລກ ​ ປ່ຽນ ​ ຕົ້ນ ​ ປີ ​ ແລະ ທ້າຍ ​ ປີນີ້ ເຫັນ ​ ວ່າ ເງິນ ​ ກີບ ​ ເຮົາ ​ ນີ້ ​ ອ່ອນ ​ ຄ່າ ​ ຢູ່ ​ ສອງ ​ ໂຕ ​ ເລ ​ ຂ ທ່ານ ​ ປະ ​ ທານ . ປະ ​ ມານ 14% ກະ ​ ສະ ​ ແດງ ​ ໃຫ້ ​ ເຫັນ ​ ວ່າ ລາ ​ ຄາ ​ ສິນ ​ ຄ້າ ​ ຈາກ ​ ການ ​ ນຳ ​ ເຂົ້າ ​ ນີ້ ​ ເພີ້ມ ​ ຂຶ້ນ 10 ປາຍ ​ ເປີ ​ ເຊັນ . ອັນ ​ ນີ້ ມັນ ​ ສົ່ງ ​ ຜົ ​ ລ ​ ກະ ​ ທົບ ​ ໂດຍ ​ ກົງ ​ ຕໍ່ ​ ການ ​ ພັ ​ ທ ​ ນາ ​ ເສ ​ ຖ ​ ກິ ​ ຈ - ສັງ ​ ຄົມ ຂອງ ​ ປະ ​ ເທດ ​ ເນາະ . ເຮັດ ​ ໃຫ້ ​ ລາ ​ ຄາສິນຄ້າ ​ ໃນ ​ ທ້ອງ ​ ຕ ​ ລາດ ເພີ້ມ ​ ຂຶ້ນ . ທັງ ​ ສິນ ​ ຄ້າ ​ ນຳ ​ ເຂົ້າ ແລະ ສິນ ​ ຄ້າ ​ ທີ່ ​ ຜ ​ ລິ ​ ຕ ​ ຢູ່ພາຍ ​ ໃນ ."

ກ່ຽວ​ກັບ​ເຣື້ອງນີ້, ນັກ​ຊ່ຽວ​ຊານ​ດ້ານ​ເສ​ຖ​ກິ​ຈ​ມ​ະຫາ​ພາກໃນ​ລາວ ທ່ານ​ນຶ່ງ, ເຊິ່ງ​ເພິ່ນກໍ​ໄດ້​ໃຫ້​ທັ​ສ​ນະ​ໃນ​ທາງ​ທິ​ສ​ດີ ເມື່ອ​ວັນ​ທີ 13 ພຶ​ສ​ຈິ​ກາ ນີ້​ວ່າ ພັຍ​ເງິນ​ເຟີ້ ແລະ ເງິນ​ກີບ​ອ່ອນ​ຄ່າ ມີ​ຄວາມ​ສຳ​ຄັນ​ຕໍ່​ເສ​ຖ​ກິ​ຈ​ລາວ​ຫຼາຍ ເພາະລາວ​ເປັນ​ປະ​ເທດ​ທີ່​ມີ​ການ​ຄ້າ​ກັບຫຼາຍ​ປະ​ເທດ ແລະ ສ່ວນ​ໃຫ​ຍ່​ກໍ​ມີ​ການ​ນຳ​ສິນ​ຄ້າ​ເຂົ້າ​ມາ ຫຼາຍກວ່າ​ທີ່​ສົ່ງ​ສິນ​ຄ້າ​ອອກ​ໄປ​ຂາຍ. ດັ່ງ​ນັ້ນແລ້ວ, ເສ​ຖ​ກິ​ຈ​ລາວ ຈຶ່ງ​ອ່ອນ​ໄຫວ​ຕໍ່ອັດ​ຕ​ຣາ​ແລກ​ປ່ຽນ​ທີ່​ທີ່​ເໜັງ​ຕີງ​ຮຸນ​ແຮງ.

"​​ ອັດ ​ ຕ ​ ຣາ ​ ແລກ ​ ປ່ຽນ ຣະ ​ ຫວ່າງ ​ ເງິນ ​ ກີບ ກັບ ​ ເງິນ ​ ຕ ​ ຣາ ​ ຕ່າງ ​ ປະ ​ ເທດ ສຳ ​ ຄັນ ​ ກະ ​ ແມ່ນ ​ ເງິນ ​ ຕ ​ ຣາ ​ ທີ່ ​ ປະ ​ ເທດ ​ ທີ່ ​ ລາວ ​ ມີ ​ ການ ​ ຄ້າ ​ ນຳ ສ່ວນຫຼາຍ ​ ກະ ​ ຊິ ​ ແມ່ນ ເງິນ ​ ບາ ​ ທ ​ ກັບ ​ ເງິນດອນ ​ ເນາະ ທີ່ ​ ວ່າ ​ ໃຊ້ ​ ກັນຫຼາຍ ​ ຢູ່ ​ ລາວ . ມັນ ​ ກະ ​ ມີ ​ ຄວາມ ​ ສຳ ​ ຄັນຫຼາຍ ຕໍ່ ​ ຣະ ​ ບົບ ​ ເສ ​ ຖ ​ ກິ ​ ຈ ​ ທັງ ​ ໝົດ ເພາະ ​ ວ່າ ​ ລາວ ​ ເປັນ ​ ປະ ​ ເທ ​ ດ ​ ທີ່ ​ ວ່ ​ າ ມີ ​ ການ ​ ຄ້າ ​ ກັບ ​ ຕ່າງ ​ ປະ ​ ເທດຫຼາຍ . ລະ ​ ສິນ ​ ຄ້າຫຼາຍໆ ​ ຢ່າງ ​ ຢ່າງ ສຳ ​ ລັບ ​ ການ ​ ບໍ ​ ຣິ ​ ໂພ ​ ຄ ​ ໃນ ​ ເຮືອນ ຫຼື ​ ສຳລັບ ​ ການ ​ ດຳ ​ ເນີນ ​ ທຸ ​ ຣະ ​ ກິ ​ ຈ ການ ​ ລົງ ​ ທຶນ ​ ຕ່າງໆ ແມ່ນ ​ ນຳ ​ ເຂົ້າຫຼາຍ . ເພາະ ​ ສະ ​ ນັ້ນ , ອັດ ​ ຕ ​ ຣາ ​ ແລກ ​ ປ່ຽນ ມີ ​ ຄວາມ ​ ສຳ ​ ຄັນຫຼາຍ ສຳ ​ ລັບ ​ ເສ ​ ຖ ​ ກິ ​ ຈ ​ ໂດຍ ​ ລວມ ​ ເລີຍ . ໂຕ ​ ຢ່າງ , ຄັນ ​ ເງິນ ​ ກີ ​ ບ ​ ແຂງ ​ ໂຕ ມັນ ​ ກໍ ​ ຈະ ​ ເຮັດ ​ ໃຫ້ ​ ລາ ​ ຄາ ​ ສິນ ​ ຄ້າ ​ ຕ່າງ ​ ປະ ​ ເທດ ທີ່ ​ ຊື້ ​ ເຂົ້າ ​ ມາ ​ ລາວ ​ ຖືກ ​ ລົງ . ກົງ ​ ກັນ ​ ຂ້າມ , ຄັນ ​ ເງິນ ​ ກີບ ​ ອ່ອນ ​ ໂຕ ມັນ ​ ກໍ ​ ຈະ ​ ເຮັດ ​ ໃຫ້ ​ ສິນ ​ ຄ້າ ​ ຕ່າງ ​ ປະ ​ ເທດ ​ ທີ່ ​ ນຳ ​ ເຂົ້າລາວ ມີ ​ ລາ ​ ຄາ ​ ສູງ ​ ຂຶ້ນ . ນອກ ​ ເໜືອ ​ ຈາກນັ້ນ , ມັນ ​ ຈະ ​ ເຮັດ ​ ໃຫ້ ​ ມີ ​ ບັນ ​ ຫາ ​ ເງິນ ​ ເຟີ້ ​ ຢູ່ ​ ໃນ ​ ລາວ . ສິນ ​ ຄ້າ ​ ອຸ ​ ປະ ​ ໂພ ​ ຄ - ບໍ ​ ຣິ ​ ໂພ ​ ຄ ສ່ວນຫຼາຍ ​ ຢູ່ ​ ໃນ ​ ລາວ ແມ່ນ ​ ນຳ ​ ເຂົ້າ ."

ຂ​ນະ​ດຽວ​ກັນ, ທ່ານ ດ​ຣ. ລີ​ເບີ້ ລີ​ບົ່ວ​ປ້າວ, ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ທີ 11 ແຂວງບໍ​ຣິ​ຄຳ​ໄຊ ກໍ​ໄດ້​ໃຫ້​ສັມ​ພາດ​ແກ່​ສື່ມວນ​ຊົນ​ທ້ອງ​ຖິ່ນ​ວ່າ ການ​ແກ້​ໄຂ​ບັນ​ຫາ​ພັຍ​ເງິນ​ເຟີ້ ບໍ່​ຈຳ​ເປັນ​ຕ້ອງ​ມີ​ກົດ​ໝາຍສະ​ເພາະ ຍ້ອນ​ວ່າ​ມີ​ພາກ​ກົ​ລ​ໄກ​ຂອງ​ຣັ​ຖ​ບານ​ເປັນ​ຜູ້​ຄຸ້ມ​ຄອງ​ຢູ່​ແລ້ວ. ພຽງ​ແຕ່​ຕ້ອງ​ສົ່ງ​ເສີມ​ໃຫ້​ມີ​ການ​ຜ​ລິ​ຕ​ພາຍ​ໃນ​ໃຫ້ຫຼາຍ​ຂຶ້ນ ແລະ ຫຼຸດ​ຜ່ອນ​ການ​ນຳ​ສິນ​ຄ້າ​ເຂົ້າ​ມາ.

"​​ ເງິນ ​ ເຟີ້ ​ ກະ ​ ບໍ່ ​ ຈຳ ​ ເປັນ ​ ທີ່ ​ ຈະ ​​ ຕ້ອງ ​ ແມ່ນ ​ ກົດ ​ ໝາຍ ມີ ​ ແຕ່ ​ ຢູ່ ​ ໃນ ​ ແຜນພັ ​ ທ ​ ນາ ​ ເສ ​ ຖ ​ ກິ ​ ຈ - ສັງ ​ ຄົມ ຂອງ ​ ຣັ ​ ຖ ​ ບານ ​ ຢູ່ ​ ແລ້ວ , ເຊິ່ງ ​ ມີຫຼາຍ ​ ຂ ​ ແນງ ​ ການ ​ ທີ່ ​ ກ່ຽວ ​ ຂ້ອງ . ເຣີ່ມ ​ ຈາກ ​ ທ ​ ນາ ​ ຄານ ​ ກາງ , ກະ ​ ຊວງ ​ ອຸດ ​ ສາ ​ ຫະ ​ ກັມ ແລະ ການ ​ ຄ້າ , ກະ ​ ຊວງ ​ ກະ ​ ສິ ​ ກັມ ທີ່ ​ ຜ ​ ລິ ​ ຕ ​ ສິນ ​ ຄ້າ . ດ້ານ ​ ນຶ່ງ , ຖ້າ ​ ວ່າ ​ ເຮົາ ​ ມີ ​ ການ ຜ ລິ ຕຫຼາຍ ຕອບ ​ ສນອງ ​ ພາຍ ​ ໃນ ​ ນີ້ ​ ນ່າ ກະ ​ ເຮັດ ​ ໃຫ້ ​ ຄວາມ ​ ຕ້ອງ ​ ການ ​ ເງິນ ​ ຕ ​ ຣາ ​ ຕ່າງ ​ ປະ ​ ເທດ ຫຼຸດ ​ ລົງ . ຖ້າ ​ ວ່າ ​ ເຮົາ ​ ຜ ​ ລິ ​ ຕຫຼາຍ ລາ ​ ຄາ ​ ສິນ ​ ຄ້າ ​ ກໍ ​ ຖືກ ​ ລົງ . ລາ ​ ຄາ ​ ສິນ ​ ຄ້າ ​ ຖືກ ກໍ ​ ຄື ​ ເງິນ ​ ມີ ​ ຄ່າ . ຫຼັກໆ ​ ແລ້ວ ​ ກໍ ​ ຕ້ອງ ​ ມີ ​ ການ ​ ຜ ​ ລິ ​ ຕ ​ ໃຫ້ຫຼາຍຂຶ້ນ ແລະ ຫຼຸດ ​ ຜ່ອນ ​ ການ ​ ນຳ ​ ເຂົ້າສິນ ​ ຄ້າ ."

ເຊັ່ນ​ດຽວ​ກັນ ທ່ານ ດ​ຣ. ອາ​ນຸ​ພາບ​ ຕຸ​ນາ​ລົມ, ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ທີ 01 ນະ​ຄອນຫຼວງວຽງ​ຈັນ ກໍ​ໄດ້​ກ່າວ​ໃນ​ວາ​ຣະ​ກອງ​ປະ​ຊຸມ ທີ່​ເຜີຍ​ແຜ່​ຜ່ານ​ສື່ມວນ​ຊົນ​ທ້ອງ​ຖິ່ນ​ວ່າ ການ​ແກ້​ໄຂ​ບັນ​ຫາ​ເງິນ​ກີບ​ອ່ອນ​ຄ່າ ຣັ​ຖ​ບານ​ຕ້ອງຣະ​ດົມ​ໃຫ້​ທຸກ​ພາກ​ສ່ວນ ມີ​ສ່ວນ​ຮ່ວມ​ໃນ​ການ​ໃຊ້​ເງິນ​ກີບ​ຢ່າງ​ເຂັ້ມ​ແຂງ ແລະ ຕ້ອງ​ເນັ້ນ​ການ​ຜ​ລິ​ຕ​ ເພື່ອ​ສົ່ງ​ສິນ​ຄ້າ​ໄປ​ຂາຍ​ຕ​ລາດນອກ​ປ​ະ​ເທດ.

"​​ ສ ​ ເນີ ​ ເພີ້ມ ​ ຕື່ມ . ອັນ ​ ທີ່ ​ ນຶ່ງ ​ ແມ່ນ ​ ມາ ​ ຕ ​ ການ ​ ໂຄ ​ ສະ ​ ນາ ​ ປຸກ ​ ຣະ ​ ດົມ ພາກ ​ ທຸ ​ ຣະ ​ ກິ ​ ຈ ແລະ ປະ ​ ຊາ ​ ຊົນ ໃຫ້ ​ ເຂົ້າ ​ ຮ່ວມ ​ ໃນ ​ ການ ​ ຄຸ້ມ ​ ຄອງ ຫຼື ​ ວ່າ ​ ເຂົ້າ ​ ຮ່ວມ ​ ໃນ ​ ການ ​ ດັດ ​ ສົມ ອັດ ​ ຕ ​ ຣາ ​ ເງິນ ​ ເຟີ້ນີ້ . ໝາຍ ​ ຄວາມ ​ ວ່າ ​ ຢູ່ນີ້ ຊິ ​ ເວົ້າ ​ ແນວ ​ ໃດ ? ປະ ​ ຊາ ​ ຊົນ - ສັງ ​ ຄົມ , ນັກ ​ ທຸ ​ ຣະ ​ ກິ ​ ຈນີ້ ກະ ​ ຕ້ອງ ​ ເຂົ້າ ​ ຮ່ວມ . ເຂົ້າ ​ ຮ່ວມ ​ ບ່ອນ ​ ວ່າ ຕ້ອງ ​ ເຮັດ ​ ທຸ ​ ຣະ ​ ກິ ​ ຈ ການ ​ ຜ ​ ລິ ​ ຕນີ້ ເນັ້ນ ​ ໃສ່ ສ ​ ມັ ​ ຕ ​ ພາບ ​ ເປັນ ​ ນຫຼັກ , ບໍ່ ​ ແມ່ນ ​ ເຮັດ ​ ໜ້ອຍ ​ ຢາກ ​ ໄດ້ ​ ກຳລັຍຫຼາຍ . ຄັນ ​ ວ່າ ​ ແນວນັ້ນ ແມ່ນບໍ່ ​ ແລ້ວ ​ ຈັກ ​ ເທື່ອ . ແຕ່ ​ ວ່າ ​ ຢາກ ​ ເຮັດ ​ ໄດ້ ​ ແນວນັ້ນ , ຢາກ ​ ໃຫ້ ​ ປະ ​ ຊາ ​ ຊົນ ​ ມີ ​ ແນວ ​ ຄຶດ ​ ແນວນັ້ນ , ພວກ ​ ເຮົາ ​ ບໍ່ ​ ຄວນ ​ ແນ ​ ໃສ່ ​ ແຕ່ ​ ຕ ​ ລາດ ​ ພາຍ ​ ໃນ . ຕ້ອງ ​ ແນ ​ ໃສ່ ​ ຕ ​ ລາດ ​ ຕ່າງ ​ ປະ ​ ເທດ ​ ທໍ່ ​ ນັ້ນ , ມັນ ​ ຈຶ່ງ ​ ຊິ ​ ພົ້ນ ​ ອອກ ​ ຈາກ ​ ແນວ ​ ຄຶດນັ້ນ ."