ນາໆທັສນະ ຂອງຊາວລາວ ຕໍ່ການ ເຂົ້າມາລາວ ຂອງຄົນຈີນ​

ອຸ່ນແກ້ວ
2019.12.23
ຮ້ານຄ້າຂາຍຕ່າງໆ ໃນນະຄອນຫຼວງວຽງຈັນ ທີ່ເປັນຂອງຈີນ
RFA/SN

ບັນ​ຫາ ​ການ​ຄ້າ​ມະ​ນຸດ​ ທີ່​ຄົນ​ຈີນ ​ແອບ​ອ້າງ ​ເຂົ້າ​ມາແຕ່​ງງານ ​ກັບ​ແມ່​ຍິງ​ລາວ ແລະ ຕົວະ​ໄປ​ຂາຍ ​ຢູ່​ປະ​ເທດ​ຈີນ, ບັນ​ຫາ​ສານ​ເຄ​ມີ ​ຢູ່​ສວນ​ກ້ວຍ​ຈີນ ເຮັດ​ໃຫ້​ສົ່ງ ​ຜົລ​ກະ​ທົບ ​ຕໍ່​ຊຸມ​ຊົນ. ການກໍ່​ ອາຊ​ຍາ​ກັມ ຫຼາຍ​ຮູບ​ແບບ ບໍ່​ວ່າ​ຈະ​ເປັນ ​ການຂ້າ​ຊິງ​ຊັພ, ການ​ຈັບ​ຕົວ ​ຮຽກ​ຄ່າ​ໄຖ່, ແກ້ງ​ໂຈລະ​ກັມ​ເງິນ ​ທາງຣະ​ບົບ ​ຄອມ​ພິວ​ເຕີ້ ເຣີ່ມ​ຫຼາຍ​ຂຶ້ນ. ການ​ເຂົ້າ​ມາ ​ຂອງ​ຄົນ​ຈີນ ໄດ້​ສ້າງບັນ​ຫາ ​ໃຫ້​ແກ່​ ສັງ​ຄົມ​ລາວ. ໃຫ້ທ່ານ ໄປ​ຟັງ​ ຄວາມ​ຄິດ​ເຫັນ ​ຂອງ​ປະ​ຊາ​ຊົນເບິ່ງ.

ສຽງ1.

ຄົນ​ຈີນ​ເຂົ້າ​ມາ ​ຍາດ​ວຽກ​ເຮັດ ​ງານ​ທຳ ຂອງ​ປະ​ຊາ​ຊົນ​ລາວ, ປະ​ຊາ​ຊົນ​ ອີກທ່ານນຶ່ງ ກໍ​ໃຫ້​ສັມພາດ​ວ່າ:

ສຽງ2.

ເຈົ້າ​ໜ້າທີ່ ​ສະ​ຖານ​ທູ​ຕ​ຈີນ ​ປະ​ຈຳ​ ປະ​ເທດ​ລາວ ໄດ້​ກ່າວ​ ຕໍ່​ເອ​ເຊັຽ​ເສ​ຣີ ວ່າ: ການ​ທີ່​ຄົນ​ຈີນ ​ເຂົ້າ​ມາ​ຢູ່​ ປະ​ເທດ​ລາວ ກໍ​ຕ້ອງ​ປະ​ຕິ​ບັດ ​ຕາມ​ກົດ​ໝາຍ​ລາວ ແລະ ຖ້າ​ມີ​ເຣື້ອງ ​ຄົນ​ຈີນ ​ມາກໍ່​ບັນ​ຫາ ​ຢູ່​ປະ​ເທດລາວ ຕ້ອງ​ພົວ​ພັນ ​ກັບ​ເຈົ້າ​ໜ້າ​ທີ່ ​ກ່ຽວ​ຂ້ອງ ເພື່ອກວດ​ສອບ ຂໍ້​ເທັດ​ຈິງ.

ສຽງ3.

ເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ ຕິດ​ຕໍ່ຫາ​ ເຈົ້າ​ໜ້າ​ທີ່ ​ຕຳ​ຣວດ ນະ​ຄອນ​ຫຼວງວຽງ​ຈັນ ເພື່ອ​ຖາມ​ຄຳ​ເຫັນ ​ກ່ຽວ​ກັບ ບັນ​ຫາ​ຄົນ​ຈີນ, ແຕ່ເຈົ້າ​ໜ້າ​ທີ່ ບໍ່​ຮັບ​ໂທ​ຣະ​ສັບ.

ບັນ​ຫາ​ສັງ​ຄົມ ​ທີ່​ເກີດ​ຂຶ້ນ ຍ້ອນ​ຊາວ​ຈີນ ເປັນ​ຕົ້ນ​ເຫຕ:

  • ວັນທີ 13/12/2019, ເຈົ້າໜ້າທີ່ ນະຄອນຫຼວງພຣະບາງ ໄດ້ຈັບຄົນຈີນ 3 ຄົນ ຂໍ້ຫາ ນຳເງິນ ໃບແສນກີບປອມ ຈຳນວນຫຼາຍ ມາໃຊ້ຈ່າຍ.
  • ວັນທີ 12 ທັນ​ວາ 2019, ເຈົ້າ​ໜ້າ​ທີ່ ​ຕຳ​ຣວດ ​ນະ​ຄອນ​ຫຼວງວຽງ​ຈັນ ໄດ້ຈັບ​ຕົວ​ ຊາວ​ຈີນ 3 ຄົນ ໃນ​ຂໍ້​ຫາ ​ລັກ​ພາ​ຕົວ ຊາວ​ຈີນ​ ຄົນ​ນຶ່ງ ​ເພື່ອຮຽກຄ່າ​ໄຖ່.
  • ໃນ​ວັນທີ15 ຕຸ​ລາ 2019, ທາງ​ການ​ລາວ ໄດ້​ສົ່ງ​ຊາວ​ຈີນ 130 ຄົນ ທີ່​ຖືກ​ຈັບ ​ຢູ່​ປະ​ເທດ​ລາວ​ ໃນ​ຂໍ້ຫາ ​ສໍ້ໂກງຊັພ ​ພົ​ລ​ເມືອງ ທາງ​ອິນ​ເຕີ​ເນັທ ກັບ​ປະ​ເທດ​ຈີນ.
  • ໃນ​ວັນ​ທີ 29 ຕຸ​ລາ 2019, ອຳ​ນາດ ​ການ​ປົກ​ຄອງ ​ແຂວງ​ຈຳ​ປາ​ສັກ ໄດ້​ຮັບ​ເອົາ ແມ່​ຍິງ 4 ຄົນ ທີ່​ຖືກ​ຕົວະໄປ ​ຄ້າ​ມະ​ນຸດ ​ຢູ່​ຈີນ ກັບ​ຄືນ​ມາ ​ແຂວງ​ຈຳ​ປາ​ສັກ.
  • ໃນ​ວັນ​ທີ 12 ສິງ​ຫາ 2018, ກຸ່ມ​ຄົນ​ຮ້າຍ​ ທີ່​ເປັນ​ຊາວ​ຈີນ ໄດ້​ຄາ​ຕ​ກັມ ທ່ານ Li Zhao Peng (ລີ່ ຈ້າວ-ເຜີງ) ນັກ​ທຸ​ຣະ​ກິຈ ຊາວຈີນ ຢູ່​ບ້ານ ຂອງ​ຜູ້​ກ່ຽວ ເຂດ​ເມືອງ​ສີ​ໂຄດ​ຕະ​ບອງ, ນະ​ຄອນ​ຫຼວງ ວຽງ​ຈັນ, ແລະ ຕໍ່​ມາ ເຈົ້າ​ໜ້າ​ທີ່ ​ຕຳ​ຣວດ​ລາວ ກໍ​ສາ​ມາດ ​ຈັບ​ຕົວ​ ຄາ​ຕ​ກອນ ຜູ້ກໍ່​ເຫຕ​ໄດ້.
  • ນອກ​ຈາກນີ້, ຍັງ​ມີ​ບັນ​ຫາ​ເຣື້ອງ ສານ​ເຄ​ມີ ຢູ່​ໃນ ​ສວນ​ກ້ວຍຈີນ ທີ່​ສົ່ງ​ ຜົລ​ກະ​ທົບ ​ຕໍ່​ຊຸມ​ຊົນ ແລະ ສິ່ງ​ແວດ​ລ້ອມ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.