ມາຟັງນໍາກັນ 12/01/19
2019.12.02
ມະຫະກັມກິລາຊີເກມສ໌ ຄັ້ງທີ 30 ທີ່ປະເທດຟິລິບປິນສ໌ ໃນປີນີ້, ມີກຳນົດເປີດສາກຢ່າງເປັນທາງການໃນວັນທີ 30 ເດືອນພຶສຈິກາ ຫາ ວັນທີ 11 ເດືອນທັນວາ, ເຊິ່ງທັບນັກກິລາລາວ ກໍໄດ້ສົ່ງນັກກິລາເຂົ້າຮ່ວມໃນ 24 ປະເພດກິລາ ແລະ ມີນັກກິລາເຂົ້າຮ່ວມເຖິງ 300 ປາຍຊີວິຕ. ໃນຂນະດຽວກັນ, ວົງການກິລາລາວ ຍັງມີຫຼາຍດ້ານທີ່ລົ້ມລຸກ-ຄຸກຄານ ຫຼືຂຍາຍໂຕຢ່າງຊ້າໆ. ຫຼ້າສຸດ, ໃນກອງປະຊຸມສພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 8 ຂອງສພາແຫ່ງຊາຕຊຸດທີ 8 ກໍໄດ້ມີການສເນີກົດໝາຍ ວ່າດ້ວຍ ກິລາກາຍກັມ ສບັບປັບປຸງ ດ້ວຍຄວາມຫວັງວ່າ ຈະພັທນາກິລາລາວ ໃຫ້ກ້າວໜ້າສູ່ຄວາມເປັນເລີດ ແລະ ແກ້ໄຂບັນຫາທີ່ເຄີຍເປັນບັນຫາໃຫຍ່ມາກ່ອນໜ້ານີ້.
ທ່ານ ຊົມພູ ພົງສາ, ຜູ້ຊ່ອຍຣັຖມົນຕຣີ ກະຊວງສຶກສາທິການ ແລະ ກິລາ ເພິ່ນກໍໄດ້ຍອມຮັບກາງປະຊຸມສພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 8 ທີ່ພວມດຳເນີນໄປຢູ່ນີ້ວ່າ ການລົ້ມກິລາເຕະບານ ຫຼືເຕະບານຕົ້ມ ແມ່ນມີແທ້ ແລະ ກໍພວມມີການປັບປຸງກົດໝາຍ ເພື່ອປ້ອງກັນບັນດັ່ງກ່າວໃນອະນາຄົດ. ກົດໝາຍທີ່ວ່ານີ້ ກໍແມ່ນກົດໝາຍ ວ່າດ້ວຍ ກິລາກາຍກັມ ສບັບປັບປຸງ. ໂດຍແມ່ນຍານາງ ແສງເດືອນ ຫຼ້າຈັນທະບູນ, ຣັຖມົນຕຣີກະຊວງສຶກສາທິການ ແລະ ກິລາ ເປັນຜູ້ສເນີໃຫ້ ສສຊ ມີຄວາມເຫັນ, ປັບປຸງ ແລະ ພິຈາຣະນາຮັບຮອງເອົາ.
“ຢູ່ໃນນີ້ ຕໍ່ກັບລົ້ມກິລານີ້ ພວກເຮົາໄດ້ເຫັນຢ່າງຈະແຈ້ງແລ້ວ ຈຶ່ງຂໍເອົາຂໍ້ມາດຕຣານີ້ ເຂົ້າມາເພີ້ມໃສ່ສະເພາະວ່າ ຖ້າວ່າຍັງມີການລົ້ມກິລາຢູ່ນີ້ ເຮົາຈະບໍ່ສາມາດພັທນາ ຈະມີເງິນຫຼາຍປານໃດກໍຢ່າ. ການແຊກຊຶມໃນການລົ້ມກິລານີ້ ມັນບໍ່ແມ່ນໂຕນັກກິລາຢາກລົ້ມ. ຂໍອະທິບາຍ, ຜູ້ຊື້ຈ້າງຈອບອອຍຢູ່ຕ່າງປະເທດພຸ້ນ ຫາກບໍ່ແມ່ນແຕ່ຢູ່ພາຍໃນ ເຂົາສົ່ງສັນຍານກັນ ໂດຍສາຍໂທຣະສັບ ໂດຍທີ່ເຮົາບໍ່ຮູ້ ແລະ ການກວດກາໃນຄັ້ງສຸດທ້າຍນີ້ ແມ່ນຍ້ອນ FIFA ຣະບຸມາໃຫ້ເຮົາເຫັນ, ເຮົາຍັງບໍ່ສາມາດເຫັນໄດ້. ຈຶ່ງຂໍໃສ່ວ່າ ການລົ້ມກິລາ, ສ່ວນວ່າປະເພດກິລາ ບໍ່ວ່າຈະແມ່ນເຕະບານ ເຮົາກະວ່າເຕະບານ ແລະ ຂໍໃຫ້ຣະບຸເອົາໃສ່. ບາດນີ້ໃຫ້ມັນສອດຄ່ອງຫຍັງ? ໃຫ້ມັນສອດຄ່ອງກັບກົດໝາຍທາງອາຍາ ແລະ ປະມວນກົດໝາຍທາງອາຍາ. ສ່ວນເປັນລັກສະນະແພ່ງຫັ້ນ ຂໍໃຫ້ເປັນແຕ່ລະກໍຣະນີ.”
ໂຕແທນນັກເຕະບານທີມຊາຕລາວ ທ່ານນຶ່ງ ໄດ້ໃຫ້ສັມພາດແກ່ສື່ມວນຊົນທ້ອງຖິ່ນວ່າ ໃນການແຂ່ງຂັນຄັ້ງນີ້ ຕ້ອງໄດ້ຕັ້ງໃຈແບບນັດຕໍ່ນັດ ຈະຕັ້ງຄວາມຫວັງຫຼາຍກໍບໍ່ໄດ້ ເພາະຢູ່ຮ່ວມສາຍກັບທີມທີ່ແຂງ ເປັນຕົ້ນກໍແມ່ນໄທຍ ແລະ ຫວຽດນາມ ພ້ອມທັງຂໍກຳລັງໃຈຈາກແຟນບານພາຍໃນຊາຕ ໃຫ້ເຊັຽຊ່ອຍກັນ.
“ສຳລັບ ຂພຈ ເອງແມ່ນ ຕັ້ງຄວາມຫວັງວ່າ ນັດຕໍ່ນັດ, ແຕ່ວ່າ ສູ້. ແຕ່ລະເທື່ອ ບໍ່ໃຫ້ວ່າສູ້ເທື່ອດຽວ ໃຫ້ຕັ້ງໃຈໃສ່ນັດນີ້ 100% ນັດໜ້າຕ້ອງ 100% ເພື່ອແບບວ່າ ບໍ່ໃຫ້ຜິດຄວາມຫວັງຂອງໂຕເອງ, ຫັ້ນນ່າ. ໃຫ້ສູ້ເທື່ອລະນັດ ໃຫ້ສົ່ງແຮງເຊັຽແຮງໃຈໃຫ້ພວກເຮົາເນາະ ເພາະວ່າພວກເຮົາກະເຮັດວຽກມາໜັກ, ຊ້ອມມາໜັກທຸກຢ່າງ ເພື່ອປະເທດ. ບໍ່ໄດ້ເຮັດເພື່ອສ່ວນໂຕດອກ, ໃຫ້ເຮັດເພື່ອທຸກຄົນທີ່ບໍ່ໄດ້ໄປຮ່ວມເນາະ ຂ້ອຍສູ້ເພື່ອພວກເຈົ້າ, ພວກເຈົ້າສົ່ງແຮງໃຈໃຫ້ຂ້ອຍ ພວກຂ້ອຍຊິສູ້ເພື່ອພວກເຈົ້າຕໍ່ໄປ.”
ຄຣູເຝິກນັກກິລາ ຢູໂດ່, ກໍໄດ້ໃຫ້ສັມພາດແກ່ສື່ມວນຊົນທ້ອງຖິ່ນວ່າ ໃນການສົ່ງນັກກິລາເຂົ້າແຂ່ງຂັນເທື່ອນີ້ ກໍມີຫວັງເຖິງຫຼຽນຄຳ ຈາກນັກກິລາເພດຊາຍ 2 ຄົນ ຄື ທ້າວ ສຸກພະໄຊ ແລະ ທ້າວ ຈິດຕະກອນ.
“ຖ້າຄາດຫວັງຫຼັກໆເນາະ ນັກກິລາຈະມີ 2 ຄົນ ທີ່ໂຕຄຣູເຝິກເອງໄດ້ຄາດຫວັງ ມີລຸ້ນ -66 ກິໂລ, ທ້າວ ສຸກພະໄຊ ກັບ ທ້າວ ຈິດຕະກອນ ລຸ້ນ -81 ກິໂລເນາະ. ແມ່ນ 2 ຄົນຜູ້ຊາຍນີ້ ຄຶດວ່າ ຫວັງວ່າ ເຂົາເຈົ້າອາຈໄປຮອດຫຼຽນຄຳໄດ້.”
ຕໍ່ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 30 ນີ້, ຊາວລາວຫຼາຍຄົນ ກໍຕິດຕາມຊ່ອຍເຊັຽນຳກັນໃນຫຼາຍປະເພດກິລາ. ໃນນັ້ນ, ຊາວລາວໃນນະຄອນຫຼວງວຽງຈັນທ່ານນຶ່ງ ກໍໄດ້ໃຫ້ສັມພາດແກ່ ຂພຈ ໃນມື້ວັນທີ 27 ພຶສຈິກາ ນີ້ວ່າ ກິລາທີ່ທ່ານເຊັຽ ແມ່ນກິລາ ເປ່ຕັ້ງ ແລະ ທ່ານກໍໃຫ້ທັສນະ ຕາມທີ່ທ່ານໄດ້ສັງເກດວ່າ ກິລາປະເພດນີ້ ໜ້າຈະມີລຸ້ນເຖິງຫຼຽນຄຳ.
“ກະໄດ້ເບິ່ງໄດ້ເຊັຽ ບາງຣາຍການເນາະ. ສ່ວນຫຼາຍກະແມ່ນກິລາເປ່ຕັ້ງເນາະ, ລະກະ ເທັກຄວັນໂດ້, ຢູ່ໂດ່ ປະມານນີ້ ລະກະ ກະຕໍ້ຫວາຍຫັ້ນ. ກິລາທີ່ມັກກ່ອນໝູ່ ສ່ວນຫຼາຍກະແມ່ນເປ່ຕັ້ງ ກັບກະຕໍ້ຫວາຍຫັ້ນ. ຄຶດວ່າມັນກໍໜ້າຈະມີລຸ້ນຢູ່ເນາະ ສັງເກດເບິ່ງວ່າ ນຶ່ງມາ ຟອມນ້ອງໆມານີ້ ກະຕິດນຶ່ງໃນສາມເນາະ ສຳລັບເປ່ຕັ້ງ ທີ່ ຂພຈ ຕິດຕາມມາ. ໜ້າຈະມີສິທລຸ້ນຫຼຽນຄຳ ບໍ່ຫຼຽນຄຳກະຫຼຽນເງິນເນາະ ທີ່ຈະເອົາກັບມາຝາກປະເທດຊາຕ ບ້ານເມືອງເນາະ.”