ຖແລງການຮ່ວມ: ບັນຫາ ສິດທິມະນຸດ ໃນລາວ

ມະນີຈັນ
2018-08-14
ອີແມວລ໌
ຄໍາເຫັນ
Share
ພິມ
ຍານາງ ວະນິດາ ເທພສຸວັນ ປະທານຂະບວນການ ລາວ ເພື່ອ ສິດທິມະນຸສ ທີ່ມີສໍານັກງານປະຈໍາ ຢູ່ ກຸງປາຣີ ປະເທດຝຣັ່ງ.
ຍານາງ ວະນິດາ ເທພສຸວັນ ປະທານຂະບວນການ ລາວ ເພື່ອ ສິດທິມະນຸສ ທີ່ມີສໍານັກງານປະຈໍາ ຢູ່ ກຸງປາຣີ ປະເທດຝຣັ່ງ.
RFA/Vanida

ສະຫະພັນສາກົລ ເພື່ອສິດທິມະນຸດ ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ອອກຖແລງການຮ່ວມ ເມື່ອໄວໆມານີ້ວ່າ ຜົລການກວດກາ ສລຸບຕີຣາຄາ ຂອງຄນະກັມການ ສິດທິມະນຸດ ສະຫະປະຊາຊາດ ເວົ້າເຖິງ ການປາບປາມປະຊາຊົນ ຢ່າງຮ້າຍແຮງ ຂອງຣັຖບານລາວ ທີ່ລົ້ມແຫລວ ໃນການນັບຖື ສິດທິພົລເຮືອນ ແລະສິດທິທາງການເມືອງ ພາຍຫລັງໄດ້ມີການທົບທວນ ຄັ້ງປວັດສາດ ກ່ຽວກັບບັນຫາດັ່ງກ່າວ ໃນ ສປປລາວ.

ຍານາງ Vanida Thephsouvanh ປະທານຂະບວນການລາວ ເພື່ອສິດທິມະນຸດກ່າວຕໍ່ RFA ເຖິງຈຸດປະສົງ ຂອງການອອກຖແລງການ ຮ່ວມ ຕໍ່ RFA ວ່າ:

"ມັນເປັນໜ້າທີ່ຂອງ FIDH ແລະຄລຊມ ຢູ່ແລ້ວ ຈະຕ້ອງນໍາເອົາຜົລສລຸບ ຂອງອົງການສະຫະປະຊາຊາດ ກ່ຽວເຖິງສະຖານະພາບ ດ້ານ ສິດທິພົລເຮືອນ ແລະສິດທິ ການເມືອງໃນສປປລາວ ມາເປີດເຜີຍໃຫ້ຜູ້ທີ່ສົນໃຈ ໄດ້ຮູ້ນໍາ. ເຮົາຮູ້ດີວ່າຫລາຍ ຕໍ່ຫລາຍຄົນໃນເມືອງລາວ ໃນເຣື່ອງນີ້ ເພາະມັນກ່ຽວຂ້ອງ ກັບຊີວິດ ປະຈໍາວັນ ແລະອະນາຄົດ ຂອງທຸກຄົນ."

ໃນມື້ວັນທີ 26 ກໍຣະກະດາ 2018, ຄນະກັມການສິດທິມະນຸດສະຫະປະຊາຊາດ ໄດ້ໃຫ້ຂໍ້ສັງເກດກ່ຽວກັບການ ສລຸບຜົນການທົບທວນ ເບິ່ງສະພາບສິດທິພົລເຮືອນ ແລະສິດທິທາງການເມືອງໃນ ສປປລາວ ແລະວິຕົກກັງວົນນໍາການລ່ວງຣະເມີດ ສິດທິມະນຸດຫຼາຍກໍຣະນີ ແລະໄດ້ສເນີແນະໃຫ້ຣັຖບານລາວ ທີ່ເປັນພາຄີສົນທິສັນຍາສາກົນ ວ່າດ້ວຍສິດທິດທິ ດັ່ງກ່າວມາຕັ້ງແຕ່ປີ 2009 ຊຶ່ງທາງສະຫາພັນສາກົນ ເພື່ອສິດທິມະນຸດ ແລະຂະບວນການລາວເພື່ອສີດທິມະນຸດ ຊື່ນຊົມຂໍ້ສເນີຂອງ ຄນະກັມການສິດທິມະນຸດສະຫະປະຊາຊາດ ແລະຮຽກຮ້ອງ ໃຫ້ທາງການລາວ ເອົາບາດກ້າວຢ່າງຈິງຈັງ ໄປສູ່ການປະຕິບັດ ໃນພາກຕົວຈິງ ເພື່ອເປັນການນັບຖືສົນທິສັນຍາ ສາກົນສະບັບດັ່ງກ່າວ.

ຍານາງ Vanida Thephsouvanh ໄດ້ກ່າວໂດຍເນັ້ນເຖິງຄໍາເວົ້າ ຂອງສະຫະປະຊາຊາດ ໃນການສລຸບຕີຣາຄານັ້ນ ຕອນນຶ່ງວ່າ:

"ສະຫະປະຊາຊາດເນັ້ນວ່າ ສປປລາວ ປາບປາມຢ່າງຮ້າຍກາດ ສິດທິພົລເຮືອນແລະສິດທິການເມືອງ ຂອງປະຊາຊົນລາວ. ສະຫະປະຊາຊາດ ຂໍໃຫ້ສປປລາວ ແກ້ໄຂກົດໝາຍລາວໃຫ້ສອດຄ່ອງ ກັບກົດໝາຍສາກົລ ພ້ອມທັງນັບຖື ປະຕິບັດຕາມ ເງື່ອນໄຂຂອງ ICCPR ກ່ຽວກັບ ເປັນຕົ້ນການຫາຍສາບສູນ ແບບຖືກບັງຄັບ ເສຣີພາບດ້ານການປາກເວົ້າ ແລະການຊຸມນຸມ ແບບສັນຕິວິທີ. ຣັຖບານລາວ ຈະປະຕິບັດຕາມຄໍາແນະນໍາ ຂອງສະຫະປະຊາຊາດ ຫລືບໍ່ນັ້ນກໍບໍ່ມີໃຜ ສາມາດຮູ້ໄດ້."

ແຕ່ສິ່ງທີ່ຮູ້ກັນແນ່ນອນ ຄືຣັຖບານ ສປປລາວ ຈະຕ້ອງໄດ້ເຮັດຣາຍງານ ເຣື່ອງຄວາມຄືບໜ້າ ໃນການປະຕິບັດຕົວຈິງ ຂອງຕົນກ່ຽວກັບ 3 ບັນຫາ ສໍາຄັນຍິ່ງ ສົ່ງເຖິງຄນະກັມການສິດທິມະນຸດ ສະຫະປະຊາຊາດ ພາຍໃນອີກ 2 ປີ ຂ້າງໜ້າ ຄືໃນມື້ວັນທີ 27 ກໍຣະກະດາ 2020. ໃນນັ້ນກໍມີບັນຫາເຣື່ອງການບັງຄັບ ຄົນໃຫ້ຫາຍສາບສູນ, ເຣື່ອງສິດທິຂອງມວນຊົນ ໃນການມີສ່ວນຮ່ວມ ໃນກິຈກັມຂອງຣັຖ ແລະສິດທິ ໃນການອອກສຽງ ເລືອກຕັ້ງ, ແລະເຣື່ອງສິດທິຂອງຊົນສ່ວນນ້ອຍ.

ການສລຸບຂໍ້ສັງເກດ ຂອງຄນະກັມການສິດທິມະນຸດ ສະຫະປະຊາຊາດ CCPRs ໄດ້ສະທ້ອນເຖິງບັນຫາ ທີ່ທາງສະຫະພັນສາກົລ ເພື່ອ ສິດທິມະນຸດ FIDH ແລະຂະບວນການລາວເພື່ອສິດທິມະນຸດ LMHR ໄດ້ສົ່ງໃຫ້ເປັນຂໍ້ມູນ ກ່ອນຈະມີການເຈຣະຈາ ກັບຣັຖບານ ສປປລາວ ທີ່ໄດ້ມີຂຶ້ນທີ່ນະຄອນ Geneva ປະເທດ Switzerland ໃນມື້ວັນທີ 11 ແລະ 12 ກໍຣະກະດາ 2018 ຊຶ່ງສະຫະພັນສາກົລ ເພື່ອສິດທິມະນຸດ ແລະຂະບວນການລາວເພື່ອ ສິດທິມະນຸດ ໄດ້ເຂົ້າຮ່ວມຟັງ.

ເວົ້າເຖິງການຣະເມີດສິດທິມະນຸດ ຢູ່ ສປປລາວ ຖແລງການຮ່ວມນັ້ນ ຍັງໄດ້ເວົ້າເຖິງຂໍ້ສລຸບ ຄວາມວິຕົກກັງວົນ ຂອງຄນະກັມການ ສິດທິມະນຸດ ສະຫະປະຊາຊາດ ກ່ຽວກັບບັນຫາສິດທິມະນຸດ ແລະຂໍ້ສເນີແນະໃຫ້ຣັຖບານ ສປປລາວ ປະຕິບັດ.

ໃນນັ້ນກໍມີຮວມທັງເຣື່ອງການຂາດກົດໝາຍ ທີ່ຈະລົງໂທດ ຜູ້ເປັນຕົ້ນເຫດ ເຮັດໃຫ້ມີຄົນຫາຍສາບສູນ ແບບບັງຄັບ ພ້ອມທັງສະແດງ ຄວາມກັງວົນນຳເຣື່ອງທີ່ວ່າ ຜູ້ກໍ່ອາຊຍາກັມ ດັ່ງກ່າວ ຍັງບໍ່ຖືກລົງໂທດ. ນອກຈາກນັ້ນ ຄນະກັມການສິດທິມະນຸດ ສະຫະປະຊາຊາດ ຍັງຮູ້ສຶກເສັຽດາຍ ທີ່ຣັຖບານລາວ ໃຫ້ຂໍ້ມູນແບບສັບສົນ ບໍ່ພຽງພໍກ່ຽວກັບຄວາມຄືບໜ້າ ຂອງການສືບສວນສອບສວນ ກໍຣະນີ ທ່ານ ສົມບັດ ສົມພອນ ຜູ້ນໍາພາກປະຊາສັງຄົມ ຂອງລາວ ຖືກບັງຄັບໃຫ້ຫາຍສາບສູນ.

ໃນຣະຫວ່າງການເຈຣະຈາກັບຄນະກັມການສິດທິມະນຸດນັ້ນ ຣັຖບານລາວ ກໍກ່າວໂຈມຕີ ທ່ານ ສົມບັດ ສົມພອນ ແລະຄອບຄົວ ຂອງທ່ານແບບໂຈ່ງແຈ້ງ ແທນທີ່ຈະແກ້ໄຂບັນຫາ.

ພ້ອມກັນນັ້ນ ຄນະກັມການສິດທິມະນຸດ ສະຫະປະຊາຊາດ ຍັງເປັນຫ່ວງນຳ ເຣື່ອງຂໍ້ມູນກ່ຽວກັບ ການສືບສວນ ສອບສວນຫາຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ ຄົນອື່ນໆອີກວ່າມີຊະຕາກັມແນວໃດ ແລະກໍເປັນໜ້າເສັຽດາຍ ທີ່ຄນະຜູ້ແທນຣັຖບານ ສປປລາວ ໃຫ້ຄໍາຕອບ ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆດັ່ງກ່າວ.

ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້;

1, ຣັຖບານ ສປປລາວ ລົງໂທດຜູ້ທີ່ກໍ່ເຫດ ບັງຄັບຄົນໃຫ້ຫາຍສາບສູນ ໂດຍອີງຕາມມາຖານສາກົລ.

2. ເພີ່ມຄວາມພຍາຍາມ ສືບສວນສອບສວນ ກໍຣະນີ ທ່ານ ສົມບັດ ສົມພອນ ແລະກໍຣະນີອື່ນໆ ທີ່ຖືກບັງຄັບໃຫ້ຫາຍສາບສູນ ຢ່າງລະອຽດ ເປັນໜ້າເຊື່ອຖື ໂປ່ງໃສ ບໍ່ເຂົ້າຂ້າງອອກຂາ;

3. ຮັບປະກັນໃຫ້ຜູ້ເຄາະຮ້າຍ ແລະຄອບຄົວຂອງຂະເຈົ້າ ໄດ້ຮັບ ຣາຍງານຢ່າງສມໍ່າສເມີ ເຖິງຄວາມຄືບໜ້າ ແລະຜົລການສືບສວນ ສອບສວນ.

4. ໃຫ້ ສປປລາວ ເປັນຣັຖພາຄີສົນທິສັນຍາສາກົລ ວ່າດ້ວຍການປົກປ້ອງ ທຸກຄົນ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ.

ນອກຈາກບັນຫາທີ່ວ່ານັ້ນແລ້ວ ໃນການໃຫ້ສັມພາດ RFA ໃນມື້ວັນທີ 8 ສິງ ຫານີ້ ຍານາງ Vanida Thephsouvanh ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ກໍໄດ້ກ່າວເຖິງພັຍພິບັດຄັ້ງໃຫຍ່ ຢູ່ພາກໃຕ້ຂອງລາວ ຄື; ເຂື່ອນເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງ ປາກຊ່ອງແຂວງຈໍາປາສັກ ແຕກເມື່ອວັນທີ 23 ກໍຣະກະດາ ເຮັດໃຫ້ນໍ້າປະຣິມານມະຫາສານ ໄຫຼຖັ່ງລົງມາແຮງເຮັດໃຫ້ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ສູນເສັຍທັງຊີວິດແລະຊັບສິນເປັນຈຳນວນ ຫຼວງຫຼາຍແບບທີ່ບໍ່ເຄີຍ ມີມາກ່ອນ ຈົນວ່າຊາວໜຸ່ມລາວ ອອກມາຕິຕຽນ ກ່າວປະນາມ ດັ່ງຍານາງກ່າວວ່າ:

"ເຮົາໄດ້ສັງເກດວ່າພັຍພິບັດ ຄັ້ງປວັດການ ອັນແສນໂສກເສົ້າ ແລະສະເທືອນໃຈ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ອາດເປັນ ສັ່ງຢົດນໍ້າຢົດສຸດທ້າຍ ທີ່ລົ້ນເຟືອດ ເຮັດໃຫ້ຊາວໜຸ່ມ ລາວຫລາຍຄົນໃນປະເທດ ເຫລືອອົດ ໄດ້ພາກັນອອກມາກ່າວຕິຕຽນ ເຈົ້າໜ້າທີ່ ບາງຜແນກ ອອກມາກ່າວປະນາມ ຄວາມບໍ່ຍຸຕິທັມ ອອກມາຕັ້ງຄໍາຖາມ ແລະມາສະແດງຄວາມຫ່ວງໃຍ ຕໍ່ເພື່ອນຮ່ວມຊາດ ທີ່ໄດ້ຮັບ ໂຊກຮ້າຍ-ເຄາະກັມ ຜ່ານສື່ສັງຄົມອອນລາຍ ແບບບໍ່ປົກປິດໜ້າຕາ.

ເວລານີ້ສາຍຕາ ປະຊາຄົມໂລກ ກໍາລັງຊອມເບິ່ງວ່າ ພຶຕິກັມທີ່ກ້າຫານ ຂອງພວກຊາວໜຸ່ມລາວນີ້ ຊຶ່ງສແວງຫາພຽງຄວາມຍຸຕິທັມ ເທົ່ານັ້ນ ຈະຖືກພັກຣັຖ ນາບຂູ່ບໍ່ ຈັບກຸມຄຸມຂັງບໍ່ ຫລືຈະມີອັນໃດ ເກີດຂຶ້ນແກ່ຂະເຈົ້າບໍ່ ຫລືວ່າຣັຖບານ ສປປ ລາວ ຈະສວຍໃຊ້ໂອກາດນີ້ ເພື່ອສົ່ງເສີມສິດ ເສຣີພາບ ໃນການອອກຄວາມຄິດຄວາມເຫັນ ຫລາຍຮູບແບບ ແລ້ວປະຕິຮູບຣະບອບ ການປົກຄອງສູ່ເສັ້ນທາງ ເສຣີພາບປະຊາທິປະຕັຍ ຕາມເງື່ອນໄຂຂອງ ມາຕຣາ 12 ຂອງສົນທິສັນຍາ ICCPR ຊຶ່ງສປປລາວ ໄດ້ຮັບຮູ້ ແຕ່ປີ 2009."

ແລະຄວາມຈິງທີ່ວ່າທາງການສປປລາວ ຈະໃຊ້ໂອກາດດັ່ງກ່າວ ສົ່ງເສີມສິດທິມະນຸດ ໃນການສະແດງຄວາມ ຄຶດຄວາມເຫັນ ຫລືບໍ່ແນວໃດນັ້ນ ກໍຕ້ອງໄດ້ລໍຖ້າເບິ່ງກັນຕໍ່ໄປ.

ເຕັມຫນ້າ