ສໍາພາດ ທ.ວັນລັງ ຄໍາສຸກ

ຈໍາປາທອງ
2017.08.10
f-vanlang ເອເຊັຽເສຣີ ສໍາພາດ ທ່ານ ວັນລັງ ຄໍາສຸກ ຮອງປະທານອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ
RFA

ຄນະຜູ້ແທນພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ມີສູນກາງ ຕັ້ງຢູ່ປະເທສ ເຢັຽຣະມັນ ເຂົ້າຮ່ວມ ກອງປະຊຸມ ທີ່ກະຊວງການຕ່າງ ປະເທສ ແລະ ທີ່ສະຖາບັນ ສັນຕິພາບ ຂອງ ສະຫະຣັຖ ແລະພົບພໍ້ກັບ ເຈົ້າໜ້າທີ່ ກໍາມາທິການ ການຕ່າງປະເທສ ຂອງ ສະພາຕໍ່າ ແລະສະພາສູງ ຂອງ ສະຫະຣັຖ ອະເມຣິກາ ແລະ ເຂົ້າຮ່ວມເສວະນາ ຢູ່ ມະຫາວິທຍາລັຍ District of Columbia ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ ແຕ່ມື້ວັນທີ 24 ຫາ ວັນທີ 28 ກໍຣະກະດາ 2017.

ກ່ຽວກັບວ່າ ທາງຄນະຜູ້ແທນ ໄດ້ເຄື່ອນໄຫວວຽກງານ ຫຍັງແດ່ນັ້ນ ຂ້າພະເຈົ້າ ຈໍາປາທອງ ໄດ້ມີໂອກາດສໍາພາດ ທ່ານ ວັນລັງ ຄໍາສຸກ ຮອງປະທານ ພັນທະມິດ ເພື່ອປະຊາທິປະຕັຍໃນລາວ, ປະທານ ພັນທະມິດ ປະຈໍາ ສະຫະຣັຖ ອະເມຣິກາ ໃນນາມຫົວໜ້າ ຄນະຜູ້ແທນ ຊຶ່ງເບື້ອງຕົ້ນ ທ່ານໄດ້ກ່າວເຖິງ ສະຖາບັນຕ່າງໆ  ຂອງ ສະຫະຣັຖ ທັງພາກຣັຖ ແລະ ພາກເອກກະຊົນ ທີ່ໄດ້ເຄື່ອນໄຫວວ່າ:

ການສໍາພາດ ທ່ານ ວັນລັງ ຄໍາສຸກ ຮອງປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ, ປະທານ ພັນທະມິດ ປະຈໍາ ສະຫະຣັຖ ອະເມຣິກາ ຫົວໜ້າ ຄນະຜູ້ແທນ ທີ່ໄປເຄື່ອນໄຫວ ວຽກງານການເມືອງ 5 ມື້ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ ມີຂຶ້ນໃນມື້ວັນທີ 3 ສິງຫາ 2017 ຊຶ່ງທ່ານເວົ້າວ່າມີຄວາມສໍາຄັນຫຼາຍ ໃນການປະກອບສ່ວນ ເຂົ້າໃນພາລະກິດຕໍ່ສູ້ລົບລ້າງ ຣະບອບຜະເດັດການ ເຄົ້າດຽວພັກດຽວ ເພື່ອ ປະຊາທິປະໄຕ ທີ່ມີຫລາຍເຄົ້າ ຫລາຍພັກການເມືອງ, ເພື່ອຄວາມຍຸຕິທັມ ໃນສັງຄົມ, ເພື່ອຄວາມ ສງົບສຸກ ຂອງບ້ານເມືອງ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວທັງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.