ຄນະນຳພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຽຣະມັນ ໄດ້ພົບພໍ້ ກັບເຈົ້າໜ້າທີ່ ຮັບຜິດຊອບບັນຫາ ລາວ ກະຊວງການຕ່າງປະເທດ ເຢັຽຣະມັນ ໃນມື້ວັນທີ 20 ກັນຍາ 2019 ເພື່ອ ສເນີໃຫ້ຣັຖບານ ເຢັຍຣະມັນ ກົດດັ ນທາງການລາວ ທີ່ຣະເມີດ ສິດທິມະນຸດ ເປັນຕົ້ນ ບັນຫາ ທີ່ເກີດຂຶ້ນໃນຕົ້ນເດືອນ ກັນຍາ ນີ້ ຄືທາງການລາວ ຈັບ ນາງ ໝວຍ ຫຼື ນາງ ຮວາຍເຮືອງ ໄຊຍະບູລີ ອາຊີບ ຄ້າຂາຍ ຢູ່ ບ້ານສະເຫລົ້າ ເມືອງໂພນທອງ ແຂວງຈໍາປາສັກ ທີ່ຖືກທາງການລາວ ຈັບ ໃນມື້ວັນທີ 12 ກັນຍາ ໃນຂໍ້ຫາໂຄສະນາ ຕ້ານ ສປປລາວ.
ຊຶ່ງຫລາຍຄົນເວົ້າວ່າ ນາງ ຖືກຈັບພຽງແຕ່ວ່າ ນາງເວົ້າ ຜ່ານ ເຟສບຸກ ກ່ຽວກັບເຣື່ອງການຊ່ອຍເຫລືອ ປະຊາຊົນ ທີ່ປະສົບ ໄພນໍ້າຖ້ວມ ຢູ່ແຂວງຈໍາປາສັກ ຊັກຊ້າ, ໃນຂນະທີ່ ທາງການ ສປປລາວ ເວົ້າຢູ່ໃນ ໜັງສືພິມວຽງຈັນທາຍ ຂອງຕົນ ວັນທີ 24 ກັນຍາ ນີ້ວ່າ ປະຊາທິປະໄຕ ມີ ຂອບເຂດ, ບໍ່ແມ່ນຢາກເວົ້າຫຍັງ ແລ້ວເວົ້າ ຢາກວ່າຫຍັງແລ້ວວ່າ, ສັງຄົມໜຶ່ງໆມີຣະບຽບ, ມີກົດໝາຍ, ຕາມຄຳເວົ້າ ຂອງ ທ່ານ ສະຫວັນຄອນ ລາຊມຸນຕີ ຮອງ ຣັຖມົນຕຣີ ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ.
ແຕ່ຫລາຍຄົນເວົ້າວ່າ ຣະບຽບ ແລະ ກົດໝາຍ ທີ່ມີຢູ່ ສປປລາວ ໃນປັດຈຸບັນນີ້ແມ່ນ ຖືກສ້າງຂຶ້ນມາ ເພື່ອ ຮັບໃຊ້ ຜົນປະໂຫຍດ ຂອງ ຜູ້ນຳພັກ-ຣັຖ ເປັນຕົ້ນຕໍ ແລະ ການທີ່ທາງການ ຕີຣາຄາ ຂ່າວຄວາມຈິງ ທີີ່ປະຊາຊົນ ອອກໄປ ວ່າເປັນຂ່າວ ທີ່ບິດເບືອນຄວາມຈິງ, ໂຈມຕີ ແລະ ວິຈານຕ່າງໆ ຈາກຜູ້ບໍ່ຫວັງດີ ນັ້ນ ກໍເພື່ອເອົາຜິດ ແລະ ລົງໂທດ ຜູ້ອອກຂ່າວ ຍ້ອນວ່າເປັນຂ່າວ ທີ່ທາງການປົກປິດບໍ່ໃຫ້ ສາທາຣະນະຊົນ ຮູ້ ອັນເປັນການ ຣະເມີດສິດທິມະນຸດ ຢ່າງຈົ່ງແຈ້ງ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ດຣ.ບຸນທອນ ຈັນທະລາວົງ ວີເຊີ ປະທານພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ໃຫ້ສຳພາດ ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ກັນຍາ ນີ້ ຊຶ່ງເບື້ອງຕົ້ນ ດຣ. ບຸນທອນ ທີ່ກຳລັງ ເຄື່ອນໄຫວ ຢູ່ກອງປະຊຸມ ສະຫະປະຊາຊາດ ໃນຂນະນີ້ ກ່າວວ່າ:
ແລະ ເມື່ອກ່ອນນັ້ນ ຄົນງານລາວ 3 ຄົນທີ່ກັບ ຈາກ ປະເທດໄທ ຄື ນາງ ຫລອດ ຄໍາ ທໍາມະວົງ, ທ້າວ ສຸການ ໃຈທັດ ແລະ ທ້າວ ສົມພອນ ພິມມະສອນ ກໍໄດ້ຖືກ ທາງການ ສປປລາວ ຈັບ, ລົງໂທດ ຈໍາຄຸກ ເຖິງ 20 ປີ ກໍມີ ໃນຂໍ້ຫາ ໂຄສະນາ ຕ້ານ ພັກ-ຣັຖ ຜ່ານສື່ສັງຄົມອອນລາຍ ແລະ ທ່ານ ບຸນທັນ ທໍາມະວົງ ເຊື້ອສາຍລາວ ສັນຊາດໂປແລນ ກໍຖືກທາງການລາວ ຈັບ ແລະຕັດສິນ ຈໍາຄຸກ ໃນກໍານົດ 4 ປີ ກັບ 9 ເດືອນ ໃນຂໍ້ຫາຄ້າຍໆກັນນັ້ນ ແຕ່ກໍຍັງໂຊກດີ ທີ່ໄດ້ຖືກປ່ອຍໂຕ ພາຍຫລັງຕິດຄຸກມາໄດ້ 4 ປີ ເມື່ອວັນທີ 19 ມິຖຸນາ ຜ່ານມານີ້.