ລາວໄທຮ່ວມມື ແກ້ໄຂບັນຫາ

0:00 / 0:00

ເຖິງວ່າ ຈະມີການ ຮ່ວມມື ກັນດີຂື້ນ ຣະຫວ່າງ ລາວແລະໄທ ແຕ່ຍັງມີ ບັນຫາ ຈະຕ້ອງແກ້ໄຂ ຫລາຍຢ່າງ ເປັນຕົ້ນ ບັນຫາ ຊາຍແດນ ຢາເສພຕິດ ແລະ ບັນຫາ ຄົນງານລາວ ໄປເຮັດວຽກ ຢູ່ໄທ ແບບຜິດ ກົດໝາຍ.

ຣັຖມົນຕຣີ ການຕ່າງ ປະເທດ ລາວແລະໄທ ປະຊຸມກັນ ຢູ່ຫົວຫິນ ປະເທດໄທ ເມື່ອຕົ້ນ ສັປດານີ້ ແລະ ໄດ້ປຶກສາ ຫາລືກັນ ກ່ຽວກັບ ການຮ່ວມມື ໃນຫລາຍໆ ບັນຫາ ເປັນຕົ້ນ ບັນຫາ ຊາຍແດນ ຢາເສພຕິດ ພະລັງງານ ການ ຄົມມະນາຄົມ ແລະ ແຮງງານ. ຜູ້ຕາງໜ້າ ຣັຖບານ ທັງສອງ ປະເທດ ໄດ້ ຕົກລົງກັນ ວ່າ ຈະຂຍາຍ ການຮ່ວມມື ຣະຫວ່າງກັນ ໃຫ້ ກວ້າງຂວາງ ອອກ ເຊັ່ນ: ລາວ ໄດ້ຂໍຮ້ອງ ໃຫ້ໄທ ສ້າງທາງ ຣົດໄຟ ຄວາມໄວສູງ ຈາກ ບາງກອກ ໄປຫາ ເມືອງໜອງຄາຍ ເພື່ອຕໍ່ໃສ່ ທາງຣົດໄຟ ຄວາມໄວສູງ ທີ່ ລາວ ຈະສ້າງ ຈາກ ນະຄອນຫລວງ ວຽງຈັນ ຂື້ນໄປ ຫາ ເຂດຊາຍແດນ ຈີນ; ສອງປະເທດ ຈະຊຸກຍູ້ ໃຫ້ຟ້າວສ້າງ ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 4 ໃຫ້ ສຳເຣັດໄວຂື້ນ ແລະ ໃຫ້ເລິ້ມສ້າງ ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 5 ໃນໄວໆນີ້.

ຫລັງປະຊຸມກັນ ສິ້ນສຸດລົງ ແລ້ວ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ການຕ່າງ ປະເທດ ສປປລາວ ໄດ້ກ່າວ ຕໍ່ກອງປະຊຸມ ນັກຂ່າວ ກ່ຽວກັບ ຜົນຂອງ ກອງປະຊຸມ ເທື່ອນີ້ ຕື່ມວ່າ:

“ກ່ຽວກັບ ການຮ່ວມມື ດ້ານການເມືອງ ແລະ ຄວາມໝັ້ນຄົງ ນັ້ນ ສອງຝ່າຍໄດ້ ເຫັນດີ ໃຫ້ໜ່ວຍງານ ທີ່ກ່ຽວຂ້ອງ ເລັ່ງລັດ ປຶກສາ ຫາລື ກ່ຽວກັບ ການສືບຕໍ່ ຂໍ້ຕົກລົງ ວ່າດ້ວຍ ການຮ່ວມມື ດ້ານຄວາມ ໝັ້ນຄົງ ໃນບໍຣິເວນ ຊາຍແດນ ລາວ-ໄທ ພ້ອມກັນນັ້ນ ກອງປະຊຸມ ຍັງສະແດງ ຄວາມຍິນດີ ຕໍ່ ການຮ່ວມມື ຂອງ ສອງກອງທັບ ຣະຫວ່າງ ລາວແລະໄທ ທີ່ ໄດ້ຮ່ວມມືກັນ ຢ່າງໃກ້ຊິດ ຊຶ່ງເຮັດໃຫ້ ບໍຣິເວນ ຊາຍແດນ ລາວ-ໄທ ໂດຍທົ່ວໄປແລ້ວ ມີຄວາມສງົບ ຮຽບຮ້ອຍ ໂດຍພື້ນຖານ.”

ເປັນທີ່ສັງເກດ ວ່າ ລາວແລະໄທ ໄດ້ຮ່ວມມື ແລະ ຈະຮ່ວມມືກັນ ຫລາຍຂື້ນ ໃນອະນາຄົດ ອັນໃກ້ໆ ແລະໄກ; ແຕ່ ສອງປະເທດ ກໍຍັງມີ ບັນຫາ ຫລາຍຢ່າງ ທີ່ບໍ່ສາມາດ ແກ້ໄຂ ເປັນຕົ້ນ ບັນຫາ ຊາຍແດນ ຢາເສບຕິດ ແລະ ບັນຫາ ຄົນລາວ ໄປເຮັດວຽກ ຢູ່ໄທ ຢ່າງຜິດ ກົດໝາຍ.

ບັດນີ້ ເຮົາມາສຶກສາ ເບິ່ງແຕ່ລະ ບັນຫາ ຄື 1. ບັນຫາ ຊາຍແດນ: ສອງ ປະເທດ ລາວແລະໄທ ເລິ້ມປັກຫລັກ ໝາຍແບ່ງ ເຂດຊາຍແດນ ຣະຫວ່າງກັນ ມາເປັນເວລາ ຫລາຍປີແລ້ວ ແຕ່ຈົນເຖິງ ປັດຈຸບັນ ກໍຍັງ ບໍ່ສຳເຣັດ ເທື່ອ. ຂໍ້ຂັດແຍ້ງ ທີ່ ແກ້ໄຂຍາກ ກໍແມ່ນຂໍ້ ຂັດແຍ້ງ ໃນເຂດ ສາມບ້ານ ໃນແຂວງ ໄຊຍະບຸຣີ ທີ່ເຄີຍ ປະທະກັນ ສອງຄັ້ງ; ຕາມເຂດ ຊາຍແດນ ທາງນ້ຳ ແຮງມີ ຂໍ້ຂັດແຍ້ງ ກັນຫລາຍ ບໍ່ສາມາດ ຕົກລົງ ກັນໄດ້ ໃນຫລາຍຈຸດ ຫລາຍເຂດ. ເຖິງວ່າຈະມີ ສັນຍາ ສຍາມ-ຝຣັ່ງເສດ ກໍຕາມ ສອງປະເທດ ລາວ-ໄທ ກໍຍັງບໍ່ ສາມາດ ຕົກລົງ ກັນໄດ້ ວ່າ ເຂດຊາຍແດນ ຕາມລຳ ແມ່ນ້ຳຂອງ ທີ່ແທ້ຈິງ ນັ້ນຢູ່ໃສ ເພາະ ແລວນ້ຳເລິກ ແລະ ສະພາບແວດລ້ອມ ອື່ນໆ ກໍປ່ຽນແປງ ໄປຫລາຍແລ້ວ.

ບັນຫາທີ່ 2: ບັນຫາ ຢາເສບຕິດ; ບັນຫານີ້ ກໍເປັນ ບັນຫາໃຫຍ່ ຍາກຈະ ແກ້ໄຂໄດ້, ສອງປະເທດ ລາວແລະໄທ ປະຊຸມ ປຶກສາ ຫາລືກັນ ເລື້ອຍໆ ເພື່ອປາບປາມ ການຄ້າ ຢາເສບຕິດ; ແຕ່ ຢາເສບຕິດ ໂດຍສະເພາະ ຢາບ້າ ກໍຍັງຫລັ່ງໄຫລ ເຂົ້າລາວ ແລ້ວຜ່ານ ອອກໄປໄທ ຫຼາຍຂື້ນຢູ່. ຜ່ານມາ ທາງການໄທ ເອົາຈິງ ເອົາຈັງ ໃນການ ປາບປາມ ການຄ້າ ຢາເສບຕິດ ກັບປະເທດ ເພື່ອນບ້ານ; ແຕ່ ທາງຝ່າຍລາວ ກໍມີ ນະໂຍບາຍ ແລະ ເຈຕນາ ປາບປາມ ຢາເສບຕິດຢູ່ ແຕ່ຂາດເຂີນ ທັງກຳລັງຄົນ ແລະ ກຳລັງຊັພ. ອີກຢ່າງນຶ່ງ ຢູ່ລາວ ມີການ ສໍ້ຣາສ ບັງຫລວງ ພວກຄ້າ ຢາເສບຕິດ ໃຫ້ເງິນ ສິນບົນ ແລະ ສົມຮູ້ຮ່ວມຄິດ ກັບ ເຈົ້າໜ້າທີ່ ຣັຖບານ; ເຈົ້າໜ້າທີ່ ບໍ່ສາມາດ ຈັບພວກຄ້າ ຢາເສບຕິດ ໄດ້ເລື້ອຍ ເທົ່າທີ່ຄວນ ຫລື ຖ້າຈັບໄດ້ ກໍຈັບໄດ້ ແຕ່ພວກຄ້າ ຢາບ້າ ຣາຍນ້ອຍ ເທົ່ານັ້ນ. ພວກຄ້າ ຢາເສບຕິດ ທີ່ຖືກຈັບ ສ່ວນຫລາຍ ຖືກຈັບ ຢູ່ໄທ ສ່ວນຫລາຍ ເປັນຄົນລາວ. ນອກຈາກ ຢາບ້າ ແລ້ວ ກັນຊາ ກໍເປັນ ຢາເສບຕິດ ຊນິດນຶ່ງ ທີ່ປາບປາມ ຍາກ. ຢູ່ລາວ ມີການປູກ ກັນຊາ ແລ້ວລັກ ຂ້າມໄປ ຝັ່ງໄທ; ພວກຄ້າ ກັນຊາ ຖືກຈັບ ແລະ ກັນຊາ ຈາກລາວ ຖືກຍຶດ ເລື້ອຍໆ ຢູ່ໄທ.

ບັນຫາ ຣະຫວ່າງ ລາວແລະໄທ ອີກຢ່າງນຶ່ງ, ທີ່ສອງປະເທດ ບໍ່ສາມາດ ແກ້ໄຂ ໄດ້ງ່າຍໆ ກໍແມ່ນ ບັນຫາ ຄົນລາວ ຂ້າມໄປ ເຮັດວຽກຢູ່ໄທ ຢ່າງຜິດ ກົດໝາຍ. ຣັຖບານ ຂອງສອງປະເທດ ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ ກັນ ແຕ່ປີ 2003 ເພື່ອເຮັດໃຫ້ ຄົນງານ ລາວ ທີ່ໄປເຮັດວຽກ ຢູ່ໄທ ຖືກຕ້ອງ ຕາມກົດໝາຍ; ແຕ່ນັບ ແຕ່ປີນັ້ນ ເປັນຕົ້ນ ຄົນລາວ ກໍຍັງຂ້າມໄປ ເຮັດວຽກ ຢູ່ໄທ ຢ່າງ ບໍ່ຖືກຕ້ອງ ຕາມກົດໝາຍ ຫລາຍຂື້ນ ເລື້ອຍໆ. ເມື່ອ ສອງເດືອນກ່ອນ ໜັງສືພິມ ທາງການລາວ ຣາຍງານວ່າ ໃນສະເພາະ ປີ 2012 ຄົນລາວ ຈາກແຂວງ ສວັນນະເຂດ ຂ້າມ ຂອງໄປເຮັດວຽກ ຢູ່ໄທເຖິງ 45,000 ຄົນ, ຈາກ ແຂວງ ຈຳປາສັກ 32,000 ຄົນ ແລະ ຈາກ ແຂວງ ສາຣະວັນ 15,000 ຄົນ ລວມທັງໝົດ ສະເພາະ ສາມແຂວງ ທີ່ວ່ານີ້ ກໍມີ ຄົນລາວໄປ ໄທ ເກືອບນຶ່ງແສນ ຄົນ ແລ້ວ; ຄົນງານເຫລົ່ານີ້ ສ່ວນຫລາຍ ເປັນຄົນງານ ຜິດກົດໝາຍ ທັງນັ້ນ. ແນ່ນອນວ່າ ຖ້າລວມທັງໝົດ ທົ່ວປະເທດ ອາດຈະຫລາຍ ກວ່ານັ້ນ ສອງສາມເທົ່າ. ສ່ວນ ເຣື່ອງຈຳນວນ ຄົນງານລາວ ຢູ່ໄທ ທັງໝົດນັ້ນ ອາດຈະຫລາຍ ເຖິງ 4 ແສນຄົນ. ປັດຈຸບັນ ຍ້ອນ ຣັຖບານໄທ ຂື້ນເງິນ ເດືອນຕໍ່າສຸດ ເປັນ 300 ບາດ ຕໍ່ມື້ ນາຍຈ້າງ ແລະ ໂຮງຈັກ ໂຮງງານ ຢູ່ໄທ ກໍຮັບເອົາ ຄົນງານ ຈາກລາວ ຢ່າງຖືກຕ້ອງ ຕາມກົດໝາຍ ນັ້ນໜ້ອຍລົງ ດັ່ງເຈົ້າໜ້າທີ່ ບໍຣິສັດ ຈັດຫາງານ ຢູ່ ນະຄອນຫລວງ ວຽງຈັນ ຜູ້ນຶ່ງເວົ້າວ່າ:

“ອ່າວຫລຸດລົງ ຈ້າວ; ຕາມ ແຈ້ງໄປ ປີນີ້ຫລຸດລົງ ເພາະວ່າ ຄ່າແຮງ ຢູ່ໄທຂື້ນ ນາຍຈ້າງ ເຂົາບໍ່ເອົາ ຄົນເຂົ້າ ມັນກໍຫລຸດລົງ.”

ແຕ່ໃນ ຂະນະດຽວກັນ ຄົນງານລາວ ກໍແຮງໄປ ໄທ ຢ່າງຜິດ ກົດໝາຍ ຫລາຍຂື້ນ ເພາະ ຈະໄດ້ ເງິນເດືອນ ສູງ; ນາຍຈ້າງ ກໍມັກຈ້າງ ຄົນງານ ຜິດກົດໝາຍ ເພາະຈະສາມາດ ຈ້າງຖືກກວ່າ. ໃນຣະຍະນີ້ ເຈົ້າໜ້າທີ່ ຕຳຣວດໄທ ຈັບຄົນງານລາວ ຜິດກົດໝາຍ ຫຼາຍ ເພາະເປັນຍາມ ໃກ້ຈະເຖິງ ບຸນປີໃໝ່ ລາວ ຄົນລາວ ເດີນທາງກັບຄືນ ປະເທດ. ໃນຣະຍະ ສີ່ ຫ້າ ມື້ທີ່ຜ່ານມາ ຄົນງານລາວ ຖືກຈັບຢູ່ ໄທເກືອບ ຮ້ອຍຄົນ ແລ້ວ.

ນອກຈາກບັນຫາ ທີ່ແກ້ໄຂ ບໍ່ຕົກ ທີ່ກ່າວມານັ້ນ ສອງປະເທດ ລາວແລະໄທ ກໍຍັງມີ ບັນຫາ ອື່ນໆ ທີ່ເປັນອຸປສັກ ຕໍ່ຄວາມສຳພັນ ແລະ ການຮ່ວມມື ຣະຫວ່າງກັນ. ບັນຫາໃຫຍ່ ກໍແມ່ນ ບັນຫາ ການເມືອງ ສອງປະເທດ ມີຣະບອບ ການປົກຄອງ ແຕກຕ່າງກັນ. ສປປລາວ ເປັນ ຄອມມຸຍນິສ ປົກຄອງ ດ້ວຍພັກດຽວ ສ່ວນໄທ ເປັນປະເທດ ເສຣີ ປະຊາທິປະໄຕ. ເຖິງວ່າ ຄະນະຜູ້ນຳ ຣັຖບານ ຂອງທັງສອງ ປະເທດ ຈະພົບປະ ຫາລື ແລະ ຮ່ວມມືກັນ ດີຕລອດມາ ແຕ່ຖ້າເບິ່ງ ເລິກໆແລ້ວ ຄວາມສຳພັນ ແລະ ການຮ່ວມມື ຣະຫວ່າງ ລາວແລະໄທ ກໍຍັງບໍ່ດີ ແລະ ເລິກເຊິ່ງ ປານໃດ ຍັງບໍ່ດີ ແລະ ບໍ່ເລິກເຊິ່ງເທົ່າ ກັບຣະຫວ່າງ ລາວ ແລະ ວຽດນາມ ຊຶ່ງເປັນ ຄວາມສຳພັນ ພິເສດ ຫລື ຣະຫວ່າງ ລາວແລະຈີນ.

ສລຸບແລ້ວ ເຖິງວ່າ ລາວແລະໄທ ຈະພົບປະ ຫາລື ແລະ ຂຍາຍ ການຮ່ວມມື ກັນ ຫລາຍຂື້ນ ແຕ່ກໍຍັງ ບໍ່ສາມາດ ແກ້ໄຂ ບັນຫາ ຣະຫວ່າງກັນ ໄດ້ຫລາຍຢ່າງ ເຊັ່ນບັນຫາ ຊາຍແດນ ການຄ້າຢາ ເສບຕິດແລະ ບັນຫາຄົນລາວ ໄປເຮັດວຽກ ຢູ່ໄທ ຢ່າງ ຜິດກົດໝາຍ.