ກຳພູຊາ ຊ້ອມຣົບ ກັບຈີນ

ສິດນີ
2020.03.15
f-china-Cambodia ກອງທັບຈີນ ເຂົ້າຮ່ວມກອງທັບ ກຳພູຊາ ຊ້ອມຣົບ "ເສິກມັງກອນ-ກໍາພູຊາ" ໃນວັນທີ 13 ມີນາ 2019
ຮູບພາບຈາກ : ຜູ້ບັນຊາການກອງທັບບົກ ເຟສບຸກ

ກຳພູຊາແລະຈີນ ຍັງບໍ່ມີແຜນການຈະເລື່ອນເວລາ ໃນການຊ້ອມຣົບປະຈຳປີຄັ້ງທີ 4 ຣະຫວ່າງສອງປະເທດທີ່ເອີ້ນວ່າ GOLDEN DRAGON MILITARY EXERCISE ຫລືການຊ້ອມຣົບ ເສິກມັງກອນ ໃນທ້າຍເດືອນນີ້ ແຕ່ຢ່າງໃດ, ເຖິງແມ່ນວ່າຈະມີຄວາມສ່ຽງຕໍ່ ການນາບຂູ່ ຂອງໂຣຄ ໄວຣັສ ໂຄໂຣນາ ຣະບາດກໍຕາມ, ອິງຕາມຄຳເວົ້າຂອງ ທ່ານ ເຕບານ ຣັຖມົນຕຣີປ້ອງກັນປະເທດກຳພຊາ ໃນມື້ວັນຈັນ.

"ທ່ານວ່າ ການຊ້ອມຣົບດັ່ງກ່າວເປັນສີ່ງຈຳເປັນ ແລະສຳຄັນ ຊື່ງໃນການການຊ້ອມຣົບໃນປີນີ້ ຈະແນ່ໃສ່ ການປາບປາມກຸ່ມກໍ່ການຮ້າຍ ແລະການປະຕິບັດງານດ້ານມະນຸສທັມ ຫລາຍກວ່າ ປີທີ່ຜ່ານມາ ແລະການຊ້ອມຣົບເທື່ອນີ້ ຈະຈັດຂື້ນທີ່ ເມືອງຈຳຄີຣິ້ ແຂວງກຳປັດ ຣະຫວ່າງວັນທີ 14 ມີນາຫາວັນທີ 1 ເມສາ."

ການຊ້ອມຣົບຈະປະກອບດ້ວຍກຳລັງທະຫານ 3000 ຄົນ ຈາກສອງຝ່າຍ ແລະຜູ້ບັນຊາການທະຫານ 265 ຄົນ ຈາກກອງທັບປົດປ່ອຍ ປະຊາຊົນຈີນ ແລະກອງທັບກຳພູຊາ. ການຊ້ອມຣົບຈະປະກອບດ້ວຍ ຣົດຖັງ ປືນໃຫຍ່ ຣົດຍານເກາະ ແລະ ເຮືອບິນ HELICOPTER ໃນບັນດາຝຸງບິນ ເຂົ້າຮ່ວມ. ທ່ານ ເຕບານ ກ່າວໃນພິທີເປີດການຊ້ອມຣົບ ທີ່ສະຖານເອກຣາຊທູດຈີນ ປະຈຳກຸງພະນົມເປັນວ່າ:

"ບໍ່ມີຫຍັງປ່ຽນແປງ ໃນຄວາມຮ່ວມມືທຸກຮູບແບບຣະຫວ່າງຈີນກັບກຳພູຊາ ໃນນັ້ນຮ່ວມດ້ວຍການຊ້ອມຣົບ ມັງກອນເສິກຣະຫວ່າງສອງ ປະເທດ ໃນທ້າຍເດືອນນີ້."

ທ່ານ ເຕບານ ພ້ອມຄະນະຍັງໄດ້ບໍຣິຈາກຜ້າປິດດັງ ໃຫ້ແກ່ ສະຖານທູດຈີນ ຈຳນວນ 3 ແສນຜືນ ແລະເຄື່ອງນຸ່ງປ້ອງກັນໂຣຄໄວຣັສ ຈຳນວນ 1500 SET ໃຫ້ແກ່ສະຖານທູດຈີນ ເພື່ອຊ່ອຍໃນການປາບປາມໂຣຄ ດັ່ງກ່າວທີ່ຍັງ ຣະບາດຢູ່ຈີນ.

"ທ່ານວ່າ ສຳລັບການຊ້ອມຣົບນັ້ນ ພວກເຮົາຍັງຈະສືບຕໍ່ ປະຕິບັດຍັງບໍ່ມີແຜນການຈະຍົກເລີກ ຫລື ເລື່ອນເວລາແຕ່ຢ່າງໃດ ແລະວ່າ ຄວາມຮ່ວມມືຣະຫວ່າງ ຈີນ ກັບກຳພູຊາ ເປັນສີ່ງສຳຄັນ ແລະຈະສືບຕໍ່ໃຫ້ມີຄວາມເຂັ້ມແຂງ ແລະ ຢັ້ງຢືນໄປເລື້ອຍໆ."

ທ່ານ ເຕບານ ຍັງເຊື່ອຫມັ້ນວ່າ ຈີນຈະສາມາດແກ້ໄຂບັນຫາການຣະບາດຂອງໂຣຄໄວຣັສ ໂຄໂຣນາ ໄດ້ໃນໄວໆນີ້ ແຕ່ໃນມື້ວັນຈັນຜ່ານມາ ມີຄົນຕິດເຊື້ອເພີ້ມອີກກວ່າ 80 ພັນຄົນ ໃນຈີນ ແລະມີຄົນເສັຽຊິວິດເກຶອບຮອດ 3 ພັນຄົນ ແລ້ວ ໃນທົ່ວໂລກມີຄົນຕິດເຊື້ອເຖິງ 9 ພັນຄົນ ແລະ ມີຜູ້ເສັຽຊິວິດປະມານ 130 ຄົນ.

ໃນຂນະດຽວກັນ ເອກອັຄຣາຊທູດຈີນ ປະຈຳກຸງພນົມເປັນທ່ານ WANG WENTIAN ກໍໄດ້ກ່າວ ຂອບໃຈ ທ່ານ ເຕບານ ທີ່ບໍ່ຍົກເລີກ ການຊ້ອມຣົບກັບຈິນ ແລະສະແດງຄວາມດີໃຈ ທີ່ ກຳພູຊາ ບໍຣິຈາກເຄື່ອງໃຊ້ ໃນການປ້ອງກັນ ການຣະບາດໂຣຄ ໄວຣັສ ໂຄໂຣນາ ໃນຈີນໃຫ້ແກ່ ຣັຖບານຈີນ.

ໃນການຕອບຄຳຖາມຂອງນັກຂ່າວ ກ່ຽວກັບການເດີນຫນ້າ ຂອງກອງທັບກຳພູຊາ ໃນການຮ່ວມຊ້ອມຣົບກັບຈີນ ທ່ານ ສົກອຽນຊານ ໂຄສົກພັກ ປະຊາຊົນກຳພູຊາ ຂອງ ທ່ານ ຊຸນເຊັນ ເວົ້າວ່າ:

"ການຊ້ອມຣົບຈະສືບຕໍ່ຍ້ອນວ່າ ກຳພູຊາ ບໍ່ພົບເຫັນຄົນຕິດເຊື້ອໄວຣັສ ໂຄໂຣນາ ປະເທດອື່ນເຂົາຍົກເລີກ ຍ້ອນຂະເຈົ້າພົບເຫັນຄົນຕິດເຊື້ອ ໃນປະເທດຂອງເຂົາ ແຕ່ກຳພູຊາ ບໍ່ພົບເຫັນຄົນຕິດເຊື້ອ."

ການຊ້ອມຣົບປີນີ້ ເປັນການສືບຕໍ່ ການຊ້ອມຣົບຂອງປີທີ່ຜ່ານມາ ຊື່ງກຳລັງທະຫານກຳພູຊາ ກວ່າ 2500 ຄົນຮ່ວມກັບກຳລັງທະຫານຈີນ ຈຳນວນນື່ງ ໄດ້ຊ້ອມຣົບເປັນເວລາ 15 ວັນ ທີ່ເມືອງຈຳຄີຣີ ແຂວງກຳປົດ ກຳພູຊາ ຊື່ງເປັນເຂດ ທະຫານຂນາດໃຫຍ່ ຂອງກອງທັບ ກຳພູຊາ.

ເປັນການຊ້ອມຣົບຄັ້ງໃຫຍ່ ໃນຮອບປີ ຫລັງຈາກທີ່ ກຳພູຊາ ຍົກເລີກການຊອ້ມຣົບກັບ ກຳລັງທະຫານສະຫະຣັດ ທີ່ເອີ້ນວ່າ ANGKOR SENTINEL ແລະຍົກເລິກການຊ້ອມຣົບ ກັບ ກຳລັງທະຫານ ອອສເຕຣເລັຽ ໃນປີ 2017 ຊື່ງທາງການກຳພູຊາ ບອກວ່າ ຣັຖບານກຳພູຊາ ມີພາຣະສຳຄັນ ໃນການຈັດການເລືອກຕັ້ງ ໃນປີນັ້ນ  ຈື່ງຍົກເລີກການຊ້ອມຣົບ ແຕ່ ເທົ່າເຖີງປັດຈຸບັນຍັງບໍ່ທັນສືບຕໍ່ເລີຍ.

ນັກສັງເກດການເວົ້າວ່າ ທ່າທີຂອງຣັຖບານກຳພູຊາ ໃນການຍົກເລີກການຊ້ອມຣົບກັບ ປະເທດຕາເວັນຕົກ ຫັນໄປຫາຈີນແລະປະເທດ ອາຊຽນ ຫລາຍຂື້ນ ຍ້ອນການຊ່ອຍເຫລືອ ທາງດ້ານເສຖກິດ ຂອງຈີນ ໃນກຳພູຊາ ທີ່ເພີ້ມຂຶ້ນ ໃນແຕ່ລະປີນັ້ນເອງ. ນັກຊ່ຽວຊານ ທາງດ້ານການເມືອງ ກຳພູຊາ ທ່ານນື່ງເວົ້າວ່າ:

"ການສືບຕໍ່ຊ້ອມຣົບກັບຈີນ ເປັນການສະແດງອອກໃຫ້ເຫັນຢ່າງະຈະແຈ້ງວ່າ ຣັຖບານກຳພູຊາ ທີ່ນຳໂດຍນາຍົກຣັຖມົນ ຕຣີ ຮຸນເຊັນ ຖືກຄວບຄຸມຈາກຈີນ ໃນການສົ່ງເສີມ ກົນໄກທຸກຢ່າງທີ່ຈີນ ຕ້ອງການໃນນັ້ນຮ່ວມດ້ວຍ ການທະຫານ. ແລະວ່າ ການຈະສືບຕໍ່ ຫລື ຍົກເລີກການຊ້ອມຣົບນັ້ນ ບໍ່ແມ່ນການຕັດສີນໃຈ ຂອງ ທ່ານ ຮຸນເຊັນ ແມ່ນການຕັດສີນໃຈຂອງຈີນເພື່ອຜົລປໂຍດ ແລະຈຸດປະສົງ ຕົນເອງຫລາຍກວ່າ."

ທ່ານ Paul Chambers ສາສດາຈານ ດ້ານການເມືອງຕ່າງປະເທດ ຈາກມະຫາວິທຍາລັຍ ນາເຣສວນ ຂອງໄທກ່າວວ່າ ກຳພູຊາ ຕ້ອງການຢາກສະແດງ ໃຫ້ຈີນຮູ້ວ່າ ຕົນເປັນພັນທະມິດຈີນ ເຊື່ອຖືໄດ້. ແລະວ່າ ບໍ່ມີຫົນທາງໃດ ທີ່ຈະ ໃຫ້ຈີນເຊື່ອໃຈໄດ້ ມີແຕ່ສືບຕໍ່ ການຊ້ອມຣົບ ທີ່ຈີນຕ້ອງການ ເຖິງແມ່ນຈະມີການຣະບາດ ຂອງໂຣຄໄວຣັສ ກໍຕາມ ຊື່ງເປັນການສ່ຽງຕໍ່ການຣະບາດ ຖ້າມີກຸ່ມທະຫານ ຫລາຍພັນຄົນເຂົ້າຮ່ວມຊ້ອມຣົບ ໃນນັ້ນ ຮ່ວມດ້ວຍກຸ່ມທະຫານ ທີ່ ມາຈາກຈີນ.

ນາງ ໂຊພານເອັຽສາສດາຈານ ດ້ານການທູດ ຈາກມະຫາວິທຍາລັຍ Occidental ທີ່ຣັດ ເຄລີຟໍເນັຽ ສະຫະຣັດ ອາເມຣິກາ ກ່າວວ່າ ເປັນການສົ່ງສັນຍານທີ່ຜິດ ອີກເທື່ອໃຫມ່ ໃນກຳພູຊາແລະວ່າ ພັຍອັນຕຣາຍ ທີ່ກຳພູຊາ ກຳລັງ ປະເຊີນຢູ່ໃນປັດຈຸບັນນີ້ ບໍ່ແມ່ນຈາກຜູ້ ກໍ່ການຮ້າຍ ແມ່ນຄວາມສ່ຽງຕໍ່ການຣະບາດຂອງໂຣຄໄວຣັສ ໂຄໂຣນາ ຣັຖບານຄວນ ປ້ອງກັນ ປະຊາຊົນໃນບັນຫາດັ່ງກ່າວ.

ນີ້ເປັນການຕັດສີນໃຈທີ່ຜິດຂອງຣັຖບານ ທີ່ຈະປ້ອງກັນປະຊາຊົນ ຈາກການນາບຂູ່ຈາກພາຍນອກ ແທນທີ່ຈະປ້ອງກັນ ປະຊາຊົນຈາກ ການນາບຂູ່ ພາຍໃນ ເປັນຕົ້ນ ໂຣຄໄວຣັສ ໂຄໂຣນາ ຣະບາດແລະການນາບຂູ່ ຈາກພາຍໃນ ປະເພດຕ່າງໆກໍແມ່ນການເຊື່ອມໂຊມ ຣະບອບປະຊາທິປະຕັຍ ສິດທິມະນຸດແລະສິດເສຣີພາບ ຂອງປະຊາຊົນ ທີ່ກຳລັງຈະສູນຫາຍໄ ປໃນກຳພູຊາ ໃນທຸກມື້ນີ້.

ກຳພູຊາ ຖືກປະນາມຈາກນານາຊາດ ຫລັງຈາກສານກຳພູຊາ ຕັດສີນ ໃຫ້ຢຸບ ພັກຝ່າຍຝ່າຍຄ້ານ ພັກກອບກູ້ກຳພູຊາ ຂອງທ່ານ ຊຳຣັງສີ ໃນປີ 2017 ເຮັດໃຫ້ພັກ ປະຊາຊົນກຳພູຊາ ຂອງທ່ານ ຮຸນເຊັນ ຊນະການເລືອກຕັ້ງ ໃນປີ 2018 ຍ້ອນບໍ່ມີຜູ້ໃດແຂ່ງ ຊື່ງເປັນການ ເລືອກຕັ້ງ ທີ່ບໍ່ຢຸດຕິທຳແລະບໍ່ເສຣີ.

ໄຊຊນະຂອງພັກ ປະຊາຊົນກຳພູຊາ ທີ່ນຳໂດຍ ທ່ານ ຮຸນເຊັນ ຈີນໃຫ້ການສນັບສນູນຢ່າງເຕັມປ່ຽມເຮັດໃຫ້ຣັຖບານກຳພູຊາ ໜູນຫຼັງຈີນ ໃນທຸກດ້ານ ໃນນັ້ນ ຮ່ວມດ້ວຍຂໍ້ຂັດແຍ່ງ ໃນທະເລຈີນໃຕ້ ທີ່ຫລາຍປະເທດອາຊຽນ ບໍ່ເຫັນ ພ້ອມກັບຈີນ ໃນນັ້ນຮ່ວມດ້ວຍ ວຽດນາມ ປະເທດເພື່ອນບ້ານ ແລະ ຄູ່ຮ່ວມຣົບກັບກຳພູຊາ ໃນສມັຍສົງຄາມ.

ການລົງທຶນຂອງຈີນ ໃນກຳພູຊາເພີ້ມຂື້ນຢ່າງຕໍ່ເນື່ອງ ໃນຫຼາຍປະເພດໃນນັ້ນ ຮ່ວມດ້ວຍອະສັງຫາຮີມມະຊັບ ການກະເສດອຸດສຫະກັມ ການຄ້າ ການທ່ອງທ່ຽວ ແລະການພະນັນ ປະເພດຕ່າງໆ ເປັນຕົ້ນ ກາຊີໂນ ແຕ່ປະຊາຊົນ ກຳພູຊາ ຍັງທຸກຍາກເຫມືອນເດີມ ຫຼືທຸກຍາກ ກວ່າເກົ່າ:

ນັກວິຊາການຕ່າງຊາດທ່ານນື່ງເວົ້າວ່າ ການລົງທຶນແລະການເຊື່ອມອຳນາດຈາກປະເທດຕາເວັນຕົກໃນກຳພູຊາ ໄດ້ຫຼຸດລົງຍ້ອນຣັຖບານ ກຳພູຊາ ກີດກັ້ນ ແລະທັບມ້າງຣະບອບປະຊາທິປະຕັຍ ແລະ ສິດທິມະນຸດ ໃນກຳພູຊາ ຈື່ງເຮັດໃຫ້ ກຳພູຊາ ຫັນມາເພີ່ງຈີນ ຫລາຍຂຶ້ນ.

ທາງການສະຫະຣັດໄດ້ຫ້າມ ອອກວິຊາ ໃຫ້ແກ່ເຈົ້າຫນ້າທີ່ ກຳພູຊາ ຄົນສຳຄັນຫລາຍຄົນ ທີ່ຈະໄປຢ້ຽມຢາມ ສະຫະຣັດ ເພື່ອກົດດັນ ກຳພູຊາ ໃຫ້ຫັນມາຫາປະເທດຕາເວັນຕົກ ແລະ ປ່ຽນທ່າທີຂອງຕົນ.

ແລະສະຫະພາບຢູໂຣບໃນກາງເດືອນມົກຣາ ຜ່ານມາກໍປະກາດຍົກເລີກ ການບໍ່ເສັຽພາສີຂອງສິນຄ້າ ຈາກກຳພູຊາທີ່ຈະສົ່ງເຂົ້າຕລາດ ຢູໂຣບ ຊື່ງເປັນຣາຍໄດ້ຫລັກ ໃນການສົ່ງອອກສີນຄ້າ ຂອງກຳພູຊາ ເພື່ອຢາກໃຫ້ ກຳພູຊາ ປະຕິບັດຕໍ່ ສິດທິມະນຸດ ແລະ ປະຊາທິປະຕັຍ.

ການຣະບາດຂອງໂຣຄໄວຣັສ ໂຄໂຣນາ ເຮັດໃຫ້ໂຮງງານແຜ່ນແພໃນກຳພູຊາ ຖືກປິດຫມົດ ຍ້ອນຂາດວັດຖຸດິບຈາກຈີນ ພະນັກງານ ກຳພູຊາ ຫລາຍຫມື່ນຄົນ ທີ່ຫາຣາຍໄດ້ຈາກໂຮງງານແຜ່ນແພ ໃນທົ່ວປະເທດຖືກ ໃຫ້ຢຸດງານ ບໍ່ມີຣາຍໄດ້ ຮ່ວມກັບການຍົກເລີກ ການຮັບສີນຄ້າ ຈາກສະຫາພາບຢູໂຣບ ເຮັດໃຫ້ເກີດບັນຫາ ທາງດ້ານເສຖກິດ ແກ່ກຳພູຊາຣາຍໃຫຍ່ ກຳພູຊາ ຈື່ງຫັນໄປຫາຈີນ ເພີ້ມອີກ ໃນການຢຶມເງິນມາໃຊ້ໃນງົບປະມານ ທີ່ຂາດດູນ ຂອງ ກຳພູຊາ ໃນປີນີ້.

ຫວ່າງອາທິດທີ່ຜ່ານມາ ໂຄສົກກະຊວງແຮງງານແລະສວັດດີການສັງຄົມ ກຳພູຊາ ທ່ານ ເຫັງສົກ ກ່າວວ່າ ມີໂຮງງານກວ່າ 200 ແຫ່ງ ຖືກປິດຍ້ອນຂາດວັດຖຸດິບ ແລະຄົນງານກວ່າ 1 ແສນ 6 ຫມື່ນຄົນ ຈະຖືກໃຫ້ຢຸດງານຍ້ອນ ໂຣຄໄວຣັສ ໂຄໂຣນາ ຣະບາດ.

ໃນວັນຈັນຜ່ານມາ ທ່ານ ຮຸນເຊັນ ນາຍົກຣັຖມົນຕຣີກຳພູຊາ ປະກາດວ່າຢ່າງນ້ອຍ ມີ 10 ບໍຣິສັດ ໄດ້ເປີດຊົ່ວຄາວ ເພື່ອໃຫ້ຄົນມີວຽກເຮັດ ໃນນັ້ນສອງໂຮງງານ ແມ່ນຢູ່ ແຂວງສີຫານຸວີນ ສ່ວນເຫລືອແມ່ນຢູ່ ຊານເມືອງກຸງພະນົມເປັນ ແຕ່ຍັງບໍ່ແນ່ວ່າ ຈະເປີດໄດ້ດົນປານໃດ ຍ້ອນ ຂາດວັດຖຸດິບຈາກຈີນ.

ທ່ານວ່າ ວັດຖຸດິບໃນໂຮງງານແຜ່ນແພ ແລະ ໂຮງງານຕ່າງໆໃນກຳພູຊາ 60% ແມ່ນມາຈາກຈີນ ດັ່ງນັ້ນ ພວກທ່ານໄດ້ຮຽກຮ້ອງໃຫ້ ປະເທດເພື່ອນມິດຈີນ ສົ່ງວັດຖຸດິບດັ່ງກ່າວມາໃຫ້ກຳພູຊາ ໄວເທົ່າທີ່ຈະໄວໄດ້ ເພື່ອຫລີກລຽງ ການປິດໂຮງງານເພີ້ມອີກ ທ່ານກ່າວຕໍ່ ສື່ມວນຊົນ ໃນມື້ວັນຈັນ.

ທ່ານ ຮຸນເຊັນ ໄດ້ໃຫ້ການຄ້ຳປະກັນຕໍ່ພະນັກງານທີ່ຖືກໃຫ້ພັກການຊົ່ວຄາວວ່າ ພວກຂະເຈົ້າຈະໄດຮັບເງີນຊົດເຊີຍແລະເບັ້ຽລ້ຽງ 60% ຂອງເງິນເດືອນ ຂອງພວກຂະເຈົ້າ ໃນຊ່ວງທີ່ຖືກຢຸດງານ ແຕ່ຕ້ອງໄປຝຶກອາຊີບ ທີ່ທາງການ ກຳນົດ ໃຫ້ເປັນເວລາ 4 ເດືອນ ກ່ອນຈະໄດ້.

ເຈົ້າຂອງໂຮງງານແຫ່ງນື່ງຢູ່ ເມືອງສີຫານຸວີນກ່າວວ່າ ເປັນການຍາກທີ່ຈີນ ຈະສົ່ງວັດຖຸດິບມາໃຫ້ ກຳພູຊາ ທັນເວລາຍ້ອນວ່າໂຮງງານ ໃນຈີນ ເອງຫລາຍແຫ່ງກໍຖືກປິດ ຍ້ອນໄວຣັສ ໂຄໂຣນາ ຣະບາດແລະວ່າ ຫລາຍໂຮງງານໃນ ກຳພູຊາ ຍັງຈະປິດເພີ້ມອີກ ສາເຫດນື່ງ ນອກຈາກໂຣຄໄວຣັສແລ້ວ ກໍແມ່ນເຣື້ອງການເມືອງ ແລະທ່າທີ ຂອງຣັຖບານ ກຳພູຊາ ທີ່ຫັນໄປຫາຈີນຫລາຍຂຶ້ນ ເຮັດໃຫ້ການລົງທຶນ ຈາກປະເທດຕາເວັນຕົກໃນຂແນງອື່ນໆຫລຸດລົງ ຢ່າງ ຫລວງຫລາຍ.

ທ່ານ ຣອນຈັນ ປະທານສະຫະພັນແຮງງານ ໃນກຳພູຊາ ກ່າວວ່າການປິດໂຮງງານ ແລະໃຫ້ພະນັກງານຢຸດວຽກຊົ່ວຄາວນັ້ນສາເຫດນຶ່ງ ແມ່ນມາຈາກການຕັດສິນ ຂອງສະພາຢູໂຣບ ຍົກເລີກການບໍ່ເສັຽພາສີຂອງສີນຄ້າ ທີ່ສົ່ງໄປຈາກ ກຳພູຊາເຂົ້າຕລາດຢູໂຣບ ຫຼາຍບໍຣິສັດ ທີ່ຜລິດສິນຄ້າ ສົ່ງໄປຢູໂຣບ ບໍ່ສາມາດຜລິດໄດ້ ຍ້ອນບໍ່ມີຕລາດຮອງຮັບ.

ທ່ານວ່າ ການຢ້ຳປະກັນຂອງຣັຖບານກຳພູຊາ ໃນການເປີດໂຮງງານ ເພື່ອໃຫ້ພະນັກງານກັບມາ ເຮັດວຽກຄືນນັ້ນ ເປັນກົນໄກທາງດ້ານ ການເມືອງ ຫລາຍກວ່າ ສະພາບຄວາມເປັນຈີງແລ້ວ ບໍ່ສາມາດແກ້ໄຂບັນຫາ ນີ້ໄດ້ ຖ້າຣັຖບານ ບໍ່ປ່ຽນທ່າທີທາງດ້ານ ການເມືອງໃນ ອະນາຄົດ

ທ່ານວ່າ ທາງດຽວທີ່ ຣັຖບານສາມາດແກ້ໄຂບັນຫາໄດ້ ກໍແມ່ນກັບຄືນໄປ ເຈຣະຈາ ກັບ ສະຫະພາບຢູໂຣບ ເພື່ອໃຫ້ການຄ້ຳປະກັນຕໍ່ ນັກລົງທຶນ ໃນໂຮງງານຕ່າງໆໃນກຳພູຊາ ການຕັດສິນໃຈ ຂອງສະພາຢູໂຣບ ເຮັດໃຫ້ກຳພູຊາ ຂາດຣາຍໄດ້ ປະມານ 1.1 ຕື້ໂດຣາ ໃນຈຳນວນເງິນຣາຍໄດ້ຈາກການສົ່ງອອກ 5.8 ຕື້ ໂດລາ ແຕ່ລະປີຂອງກຳພູຊາ ໃນນັ້ນ 75% ແມ່ນການສົ່ງອອກແຜ່ນແພໄປຢູໂຣບ ແລະ ປະເທດຕາເວັນ ດັ່ງນັ້ນ ຣັຖບານ ຂອງ ທ່ານຮຸນເຊັນ ຈື່ງຫັນມາເພີ່ງຈີນ ຫລາຍຂຶ້ນ ເຖີງແມ່ນວ່າຈະເປັນການນາບຂູ່ ຕໍ່ຄວາມປອດພັຍ ແລະ ອະທິປະຕັຍ ຂອງຊາດກໍຕາມ ໃນນັ້ນຮ່ວມດ້ວຍການຊ້ອມລົບ ກັບຈີນ ທີ່ບໍ່ຈຳເປັນສຳລັບກຳພູຊາ ໃນເວລານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.