ປ່ອນບັດເລືອກຕັ້ງ ຫຼື ປ່ອນບັດ ຮັບຮູ້

0:00 / 0:00

ປັດຈຸບັນ ຜູ້ສມັກ ເປັນ ສະມາຊິກ ສະພາ ແຫ່ງຊາດລາວ ແລະ ສະພາ ປະຊາຊົນ ແຂວງ ແລະ ນະຄອນຫຼວງ ກຳລັງ ໂຄສະນາ ຫາສຽງ ແລະ ໃນ ວັນອາທິດ ໜ້າ ປະຊາຊົນ ລາວ ທົ່ວປະເທດ ຈະໄປບ່ອນ ບັດເລືອກເອົາ ສະມາຊິກ ສະພາ ທັງສອງ.

ແຕ່ຫຼາຍຄົນ ຕັ້ງຄຳຖາມ ທີ່ ໜ້າສົນໃຈ ວ່າ ການເລືອກຕັ້ງ ຢູ່ລາວ ເປັນການ ເລືອກຕັ້ງ ທີ່ເສຣີ ແລະ ມີ ປະຊາທິປະໄຕ ຫຼືບໍ່? ກ່ອນອື່ນໝົດ ຕໍ່ບັນຫາ ທີ່ວ່າ ເສຣີບໍ່? ເມື່ອ ທຽບໃສ່ ການເລືອກຕັ້ງ ຂອງ ຫຼາຍປະເທດ ໃນໂລກ.

ການເລືອກຕັ້ງ ຢູ່ລາວ ຖືວ່າເປັນ ການເລືອກຕັ້ງ ທີ່ ບໍ່ເສຣີ ເພາະວ່າ ປະຊາຊົນ ຖືກກົດດັນ ໃຫ້ໄປ ບ່ອນບັດ ເລືອກຕັ້ງ ຫຼາຍໆຄົນ ຮູ້ສຶກ ຖືກບັງຄັບ ໃຫ້ ໄປບ່ອນບບັດ. ຜູ້ໃດບໍ່ໄປ ຈະຖືວ່າ ເປັນຜູ້ ບໍ່ເຫັນດີ ເຫັນພ້ອມ ຂັດຄ້ານ ຫລື ຕໍ່ຕ້ານ ພັກ-ຣັດ ແລະ ຈະຖືກຕຳນິ ສົ່ງຂ່າວ; ຖ້າເປັນ ພະນັກງານ ຂອງຣັດ ກໍຈະບໍ່ມີ ຄວາມກ້າວໜ້າ ໃນໜ້າທີ່ ການງານ.

ເຫດຜົນນຶ່ງ ທີ່ ປະຊາຊົນ ລາວ ຖືກກົດດັນ ໃຫ້ໄປ ບ່ອນບັດ ເລືອກຕັ້ງ ກໍແມ່ນ ທາງການ ຢາກໃຫ້ ປະຊາຊົນ ໄປໃຊ້ສິດ ບ່ອນບັດ ຮ້ອຍສ່ວນຮ້ອຍ. ດັ່ງນັ້ນ ເຈົ້າໜ້າທີ່ ທຸກຂັ້ນ ຈຶ່ງ ໃຊ້ມາດຕະການ ທຸກຢ່າງ ເພື່ອກົດດັນ ໃຫ້ ປະຊາຊົນ ທຸກຄົນ ໄປບ່ອນບັດ ເລືອກຕັ້ງ.

ສຳຣັບ ຜູ້ສມັກ ກໍເຊັ່ນກັນ ການເລືອກຕັ້ງ ແບບລາວ ກໍບໍ່ເສຣີ ເພາະ ຜູ້ສມັກ ຕ້ອງໄດ້ຮັບ ຄວາມເຫັນດີ ເຫັນພ້ອມ ຈາກ ພັກ, ຄື ກ່ອນອື່ນໝົດ ຕ້ອງໄດ້ຮັບ ສເນີຊື່ ຈາກ ອົງການ ຈັດຕັ້ງ; ຫລັງຈາກນັ້ນ ອົງການ ຈັດຕັ້ງ ກໍສົ່ງຣາຍຊື່ ຂຶ້ນໄປຫາ ຄນະ ກັມມະການ ເລືອກຕັ້ງ ແລະ ຄນະ ກັມມະການ ກໍຄັດເລືອກ ອີກເທື່ອນຶ່ງ ວ່າໃຜ ຈະມີສິດ ສມັກເປັນ ສະມາຊິກ ສະພາ ແຫ່ງຊາດ ໄດ້.

ອົງການຈັດຕັ້ງ ແລະ ຄນະ ກັມມະການ ເລືອກຕັ້ງ ກໍລ້ວນແລ້ວແຕ່ ແມ່ນອົງການ ຈັດຕັ້ງ ຂອງ ພັກ. ສະມາຊິກ ຂອງພັກ ເປັນຜູ້ຄວບຄຸມ ແລະຕັດສິນ ບັນຫາ ທຸກຢ່າງ. ການເລືອກຕັ້ງ ເທື່ອ ທີ່ຜ່ານມາ ປະກົດວ່າ ມີຜູ້ສມັກ ບໍ່ສັງກັດ ພັກ ຫລື ເທື່ອນີ້ ກໍມີຜູ້ສມັກ ຈາກ ພາກ ເອກກະຊົນ ແຕ່ວ່າຜູ້ສມັກ ທັງສອງ ປະເພດນີ້ ກໍຕ້ອງໄດ້ຮັບ ຄວາມເຫັນດີ ເຫັນພ້ອມ ຈາກພັກ.

ນັ້ນແປວ່າ ປະຊາຊົນ ລາວ ບໍ່ມີສິດ ສມັກເປັນ ສະມາຊິກ ສະພາ ແຫ່ງຊາດ ຢ່າງ ເສຣີ ຢ່າງແທ້ຈິງ ຊຶ່ງ ຂັດແຍ້ງ ກັບ ຣັຖທັມມະນູນ ຂອງ ສປປລາວ ມາດຕຣາ 23 ທີ່ ບົ່ງໄວ້ວ່າ ພົລເມືອງລາວ ທຸກຄົນ ທີ່ ມີອາຍຸແຕ່ 21 ປີ ຂຶ້ນໄປ ມີສິດ ສມັກຮັບ ເລືອກຕັ້ງ.

ອີກ ລັກສນະນຶ່ງ ທີ່ບໍ່ເສຣີ ໃນການເລືອກຕັ້ງ ຢູ່ລາວ ກໍຄື ຜູ້ສມັກ ບໍ່ມີສິດ ໂຄສະນາ ຫາສຽງ ຢ່າງເສຣີ ແລະ ຢ່າງເປັນ ເອກກະຣາຊ. ການ ໂຄສະນາ ຫາສຽງ ກໍແມ່ນ ທາງການ ເປັນຜູ້ຈັດການ ທຸກຢ່າງ ເຊັ່ນພິມ ຮູບ ແລະ ປະຫວັດ ຂອງຜູ້ສມັກ ກໍແມ່ນຣັດ ເປັນຜູ້ ຈັດພິມ ແລະ ເຜີຍແຜ່ ເວລາ ຫາສຽງ ຜູ້ສມັກ ກໍພຽງແຕ່ ອະທິບາຍ ນະໂຍບາຍ ຂອງ ພັກ-ຣັດ.

ກົດໝາຍ ການເລືອກຕັ້ງ ສະບັບ ປັບປຸງໃໝ່ ບົ່ງໄວ້ ຢ່າງແຈ່ມແຈ້ງ ວ່າ ຫ້າມຜູ້ ສມັກຂັດຄ້ານ ແນວທາງ ນະໂຍບາຍ ຂອງ ພັກຂອງຣັດ ຫ້າມ ໂຄສະນາ ໃສ່ຮ້າຍ ປ້າຍສີ ຊຶ່ງກັນແລະກັນ.

ອີກຢ່າງນຶ່ງ ການເລືອກຕັ້ງ ຢູ່ລາວ ຍັງຖືວ່າ ເປັນ ການເລືອກຕັ້ງ ທີ່ບໍ່ມີ ປະຊາທິປະໄຕ, ບໍ່ມີ ປະຊາທິປະໄຕ ຢູ່ ບ່ອນວ່າ ຜູ້ສມັກ ທັງໝົດ ເປັນ ສະມາຊິກ ຂອງ ພັກດຽວ ພັກ ປະຊາຊົນ ປະຕິວັດ ລາວ. ປະຊາຊົນ ບໍ່ມີ ພັກ ອື່ນເລືອກ ເລືອກ ແນວໃດ ກໍຍັງແມ່ນ ພັກດຽວ ໄດ້ຄືເກົ່າ. ດັ່ງທ່ານ ວົງສວັນ ບຸດຕະສວັດ ອະດີດ ນັກການເມືອງ ລາວ ທ່ານນຶ່ງ ເວົ້າວ່າ:

“ເທື່ອໃດ ກໍມີການ ເລືອກຕັ້ງ ເລືອກຕັ້ງ ທີ່ຈະໃຫ້ ສິດ ເສຣີພາບ ປະຊາທິປະໄຕ ແກ່ ປະຊາຊົນ ນັ້ນ ມັນລ້ວນແລ້ວ ແຕ່ເປັນເຣື່ອງ ຫຼອກລວງ ຕົ້ວະຕົ້ມ ທັງນັ້ນໝົດ. ມັນ ບໍ່ມີອັນໃດ ທີ່ ເປັນເສຣີ ຈັກຢ່າງດອກ; ການເລືອກຕັ້ງ ເສຣີ ແມ່ນການເລືອກ ທີ່ໃຫ້ ປະຊາຊົນ ມີສິດມີສຽງ ບ່ອນບັດ ໂດຍຄວາມມັກ ຄວາມຊອບ ຂອງ ໂຕເອງ; ພັກດຽວ ທີ່ເຮັດການ ເລືອກຕັ້ງ ແນ່ນອນ ມັນກໍແມ່ນ ຄົນໃນພັກດຽວ ຫັ່ນແລ້ວ ມາເລືອກ ແລະ ກໍແມ່ນພັກດຽວ ທີ່ຄຸມ ກໍາອຳນາດ; ຜູ້ແທນ ຂອງ ປະຊາຊົນ ທີ່ເປັນຄົນ ຂອງ ປະຊາຊົນ ມາຈາກ ປະຊາຊົນ ມັນບໍ່ແມ່ນ ຜູ້ແທນ ທີ່ຖືກເລືອກຕັ້ງ ມາຈາກ ພັກ ແລ້ວ ເອົາສເນີຊື່ໆ ໃຫ້ ປະຊາຊົນ ເລືອກເອົາ.”

ສ່ວນໃນ ປະເທດ ທີ່ ມີ ປະຊາທິປະໄຕ ຢ່າງແທ້ຈິງ ນັ້ນ ມີຫຼາຍພັກ ການເມືອງ ປະຊາຊົນ ມີທາງເລືອກ ຫຼາຍ ຕົວຢ່າງ ຖ້າເຫັນວ່າ ພັກນີ້ມີ ນະໂຍບາຍ ບໍ່ດີ ຫຼື ຜູ້ນຳ ບໍ່ດີ ປະຊາຊົນ ກໍເລືອກເອົາ ພັກອື່ນ ແລະ ຫາກ ພັກໃດ ໄດ້ຮັບສຽງ ສ່ວນຫຼາຍ ພັກນັ້ນ ກໍມີສິດ ຈັດຕັ້ງ ຣັຖບານ ແລະ ກຳອຳນາດ. ແບບນັ້ນ ຈຶ່ງຖືວ່າ ເປັນການ ເລືອກຕັ້ງ ທີ່ມີ ປະຊາທິປະໄຕ; ໃນຂນະ ດຽວກັນ ການເລືອກຕັ້ງ ແບບນີ້ ກໍມີການ ແຂ່ງຂັນ ກັນ ຢ່າງແທ້ຈິງ.

ຄຳວ່າ ປະຊາທິປະໄຕ ມາຈາກ ພາສາ ປາລີ ຫຼື ສັຣສກຣິຈ ແປວ່າ ປະຊາຊົນ ມີອຳນາດ ໂດຍສະເພາະ ມີອຳນາດ ໃນການເລືອກ ເອົາຜູ້ນຳ ປະເທດ ແລະ ຜູ້ແທນ. ແຕ່ ໃນຣະບອບ ການປົກຄອງ ຢູ່ລາວ ປະຊາຊົນ ບໍ່ມີອຳນາດ ເຖິງຂັ້ນນັ້ນ ປະຊາຊົນ ລາວ ມີສິດພຽງແຕ່ ເລືອກເອົາ ຜູ້ສມັກ ທີ່ພັກ ໄດ້ຈັດມາແລ້ວ ເທົ່ານັ້ນ ແລ້ວ ຜູ້ ຖືກເລືອກ ກໍເຂົ້າໄປນັ່ງ ຢູ່ສະພາ ເພື່ອຊີ້ມື ເຫັນດີ ເຫັນພ້ອມ ກັບ ພັກ ແລະ ລົງຄະແນນ ສຽງ ຮັບຜ່ານ ຮ່າງກົດໝາຍ ຕ່າງໆ ເທົ່ານັ້ນ. ຕ່າງປະເທດ ເອິ້ນວ່າ ສະພາ ຕຣາຢາງ, ແປວ່າ ເປັນພຽງຈ້ຳກາ ເພື່ອຮັບຜ່ານ ກົດໝາຍ ຫລື ມະຕິ ອື່ນໆ ພໍເປັນພິທີ ຊື່ໆ; ຕົວຢ່າງ ພັກໄດ້ ແຕ່ງຕັ້ງມາ ແລ້ວ ວ່າໃຜຈະໄດ້ ເປັນປະທານ ປະເທດ ຫລື ນາຍົກ ຣັຖມົນຕຣີ ເມື່ອເຖິງມື້ ສະພາ ແຫ່ງຊາດ ພຽງແຕ່ ຊີ້ມື ແລະ ຕົບມື ເຫັນດີ ເຫັນພ້ອມ ຮັບເອົາ ຂໍ້ສເນີນັ້ນ ເທົ່ານັ້ນ

ການເລືອກຕັ້ງ ຢູ່ລາວ ບໍ່ມີ ປະຊາທິປະໄຕ ອີກຢ່າງນຶ່ງ ກໍຄື ຈຳນວນ ຜູ້ສມັກ ໃນການ ເລືອກຕັ້ງ ຢູ່ລາວ ມີໜ້ອຍດ ຕົວຢ່າງ ໃນ ການເລືອກຕັ້ງ ປີນີ້ ຢູ່ ນະຄອນຫຼວງ ວຽງຈັນ ມີຜູ້ສມັກ ທັງໝົດ 24 ຄົນ ໃຫ້ ເລືອກເອົາ 17 ຄົນ; ຢູ່ແຂວງ ອັດຕະປື ແຮ່ງມີໜ້ອຍ ມີຜູ້ສມັກ ພຽງ 7 ຄົນ ເສັຍຊີວິດ ແລ້ວຜູ້ນຶ່ງ ຍັງເຫລືອ ແຕ່ 6 ໃຫ້ ເລືອກເອົາ 5 ຄົນ; ແປວ່າ ຖ້າຜູ້ສມັກ ຜູ້ໃດ ໄດ້ຮັບ ອະນຸຍາດ ຈາກພັກ ໃຫ້ ລົງສມັກ ເລືອກຕັ້ງ ຜູ້ນັ້ນ ກໍໂອກາດສູງ ຈະໄດ້ຮັບ ໄຊຊນະ ຫລື ຈະໄດ້ເປັນ ຜູ້ແທນ.

ຕົວຢ່າງ ໃນແຂວງ ອັດຕະປື ຜູ້ສມັກ ມີເປີເຊັນ ຈະໄດ້ຮັບ ເລືອກຕັ້ງ ເຖິງ 83 ສ່ວນຮ້ອຍ; ໝາຍຄວາມ ວ່າ ພັກ ມີສິດເລືອກ ສະມາຊິກ ສະພາ ແຫ່ງຊາດ ເຖິງ 83 ສ່ວນຮ້ອຍ;

ສ່ວນ ປະຊາຊົນ ນັ້ນມີສິດ ເລືອກ ພຽງແຕ່ 17 ສ່ວນຮ້ອຍ. ໃນເມື່ອ ປະຊາຊົນ ມີສິດ ມີອຳນາດ ໃນ ການບ່ອນບັດ ເລືອກຕັ້ງ ໜ້ອຍ ການເລືອກຕັ້ງ ນັ້ນ ກໍບໍ່ມີ ປະຊາ -ທິປະໄຕ. ດັ່ງຊາວລາວ ທ່ານນຶ່ງ ຢູ່ສະຫະ ຣັຖ ອະເມຣິກາ ທີ່ ຍັງເປັນຫ່ວງ ເປັນໄຍນໍາ ຊະຕາກັມ ຂອງ ປະເທດ ແລະ ປະຊາຊົນລາວ ຢູ່ ເວົ້າວ່າ:

“ມັນບໍ່ແມ່ນ ປະຊາທິປະໄຕ ອັນ ແທ້ຈິງ ເປັນ ປະຊາທິປະໄຕ ຈອມປອມ ຊື່ໆ ທີ່ ເຮົາເຫັນມາ; ປະຊາຊົນ ທີ່ ທີມີສິດ ມີສຽງ ໄປເລືອກຕັ້ງ ມັນກໍບໍ່ມີ ຫຍັງ ພໍໄດ້ດີ; ເຖິງວ່າ ເລືອກຕັ້ງ ໄດ້ມາແລ້ວ ມັນ ກໍບໍ່ມີ ຫຍັງທີ່ ຈະຮັບໃຊ້ ປະຊາຊົນ ແບບແທ້ຈິງ ແບບຄືເຮົາເຫັນ ຢູ່ໃນປະເທດ ທີ່ເຂົາມີ ເສຣີ ປະຊາທິປະໄຕ; ເຮົາຢາກ ໃຫ້ມີນຶ່ງ ໃຫ້ມີ ປະຊາທິປະໄຕ; ສອງມາ ຣັຖບານ ໃຫ້ເປີດກວ້າງ ໃຫ້ມີຫຼາຍ ພັກ ຫຼາຍຝ່າຍ ມັນຈຶ່ງ ມີການ ແຂ່ງຂັນ ກັນ.”

ເຖິງຢ່າງໃດ ກໍຕາມ ຄນະ ຜູ້ນຳພັກ ແລະ ຣັຖບານ ສປປລາວ ເວົ້າເລື້ອຍໆວ່າ ຣະບອບ ການປົກຄອງ ແບບ ສປປລາວ ເວົ້າສະເພາະ ການເລືອກຕັ້ງ ຢູ່ລາວ ມີດີ ຫຼາຍຢ່າງ:

ຢ່າງນຶ່ງ ໃນເມື່ອມີ ພັກ ການເມືອງດຽວ ກໍບໍ່ມີ ຂໍ້ຂັດແຍ້ງ ຣະຫວ່າງ ຫຼາຍພັກ ຫຼາຍຝ່າຍ ບໍ່ມີການ ກ່າວໂຈມຕີ ໃສ່ຮ້າຍ ປ້າຍສີ ກັນແລະກັນ ຊຶ່ງ ຂໍ້ຂັດແຍ້ງ ນີ້ ບາງເທື່ອ ກໍພາໃຫ້ເກີດ ຄວາມວຸ້ນວາຍ ຂຶ້ນໄດ້ ໃນສັງຄົມ ຫລື ໃນ ປະເທດ.