ສາກົນວ່າ ສປຊ ຄວນກົດດັນ ຣັຖບານລາວ

0:00 / 0:00

ສະຫະພັນສາກົນ ເພື່ອ ສິດທິມະນຸດ ຫລື FIDH ຮ່ວມດ້ວຍ ຂະບວນການ ລາວ ເພື່ອ ສິດທິມະນຸດ LMHR ໄດ້ອອກຖແລງການຮ່ວມ ຮຽກຮ້ອງໃຫ້ ສະຫະປະຊາຊາດ ກົດກັນ ຣັຖບານລາວ ໃຫ້ແກ້ໄຂບັນຫາ ສິດທິມະນຸດ ທີ່ຍັງຄ້າງຄາ ຢູ່ໃນລາວ ກ່ອນການທົບທວນ ດ້ານ ສິດທິມະນຸດ ຂອງອົງການ ສະຫະປະຊາຊາດ ກ່ຽວກັບ ລາວ ໃນຊຸດ ຊີ່ມາ.

ຂໍ້ຄວາມໃນຖແລງການດັ່ງກ່າວ ຣະບຸວ່າ ຣັຖບານຕ້ອງໄດ້ທົບທວນ ແລະແກ້ໄຂ ສະພາບການ ດ້ານ ສິດທິມະນຸດ ຂອງຕົນເອງ ຢ່າງຈິງຈັງ ແລະເລັ່ງລັດ ບາດກ້າວໄປ ໃນທາງທີ່ ຖືກຕ້ອງ ເພື່ອເປັນການສະແດງ ໃຫ້ອົງການ ສະຫະປະຊາຊາດ ເຫັນວ່າ ສປປລາວ ຈິງຈັງ ໃນການປະຕິບັດ ຕໍ່ຄຳຮຽກຮ້ອງ ຂອງສາກົນ ໃນບັນດາ ດັ່ງກ່າວ. ດັ່ງທ່ານ ANDREA GIORGETTA ຜູ້ອຳນວຍການ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ປະຈຳ ຂົງເຂດເອເຊັຽ ກ່າວຕໍ່ເອເຊັຽ ກ່ຽວກັບ ຖແລງການ ໃນຕອນນຶ່ງວ່າ:

"ພວກທ່ານເປັນຫ່ວງກ່ຽວກັບ ການຂາດຄວາມໂປ່ງໃສ ຄວາມຮັບຜິດຊອບ ແລະ ຄວາມຫລົ້ມແຫລວ ໃນການ ປະຕິບັດ ຕໍ່ກົດເກນ ຂອງ ສະຫະປະຊາຊາດ ທາງດ້ານ ສິດທິມະນຸດ ຮ່ວມທັງ ເປັນຫ່ວງກ່ຽວກັບ ການຈັບກຸມ ບຸກຄົນ ທີ່ສະແດງອອກ ໃນ ເຄືອຂ່າຍ ອິນເຕີເນັດ ທຸກຮູບໃນລາວ".

ຖແລງການຍັງຣະບຸຕໍ່ໄປວ່າ ບັນຫາ ທີ່ຫນ້າເປັນຫ່ວງ ກ່ຽວກັບ ສິດທິມະນຸດ ໃນລາວ ທີ່ຍັງບໍ່ຖືກ ແກ້ໄຂ ໃນນັ້ນຮ່ວມດ້ວຍ ການຂາດການ ບັງຄັບໃຊ້ ກົດເກນ ກ່ຽວກັບ ສິດທິມະນຸດ ສາກົນ, ການລົງໂທດ ຜູ້ຕ້ອງຫາ ບໍ່ສົມກັບຄະດີ ແລະບໍ່ຜ່ານ ຂະບວນການ ຍຸຕິທັມ, ການທຳຮ້າຍຮ່າງກາຍ ນັກໂທດ, ການຈັບກຸມ ຄຸມຂັງ ຜູ້ວິພາກວິຈານ ຣັຖບານ ໃນເຄືອຂ່າຍ ອີນເຕີເນັດ, ການບີບບັງຄັບ ໃຫ້ຫາຍສາບສູນ, ຂາດການສືບສວນ, ສະພາບການ ໃນທີ່ກັກຂັງ ຫລື ໃນຄຸກ ຂາດມາຕຖານ ສາກົນ, ການຕັດສີນຄະດີ ຂອງສານ ທີ່ບໍ່ຍຸຕິທັມ ບໍ່ເຄົາຮົບນັບຖື ສິດທິມະນຸດ ສິດທິ ການປາກເວົ້າ ສິດທິການ ສະແດງອອກ ສິດທິ ການຊຸມນຸມ ແບບສັນຕິ ແລະ ສິດທິ ອົງການ ຈັດຕັ້ງ ທາງສັງຄົມ ແມ່ນບໍ່ມີເລີຍ ຮ່ວມທັງສິດທິ ສາສນາ ຂອງຊົນກຸ່ມນ້ອຍ ໃນລາວ. ສິດທິ ດັ່ງກ່າວທັງຫມົດນີ້ ທາງການລາວ ຕ້ອງໄດ້ແກ້ໄຂ ກ່ອນການທົບທວນ ດ້ານ ສິດທິມະນຸດ ຂອງອົງການ ສະຫະປະຊາຊາດ ກ່ຽວກັບລາວ ໃນຊຸດ ຊີ່ມາ.

ອົງການດັ່ງກ່າວຍັງໄດ້ ສົ່ງຂໍ້ມູນຄຳຮຽກຮ້ອງ ນີ້ໄປຍັງຫ້ອງການ ສິດທິມະນຸດ ສະຫະປະຊາຊາດ ໃນມື້ວັນທີ 24 ກໍຣະກະດາ ຜ່ານມາ ເພື່ອໃຫ້ຮັບຮູ້ ກ່ຽວກັບ ບັນຫາດ້ານ ສິດທິມະນຸດ ທີ່ຍັງບໍ່ຖືກ ແກ້ໄຂ ໃນລາວ ຊື່ງເປັນພາກສ່ວນ ຂອງການທົບທວນ ການປະຕິບັດ ຕໍ່ສິດທິມະນຸດ ຂອງ ຣັຖບານລາວ ໃນການທົບທວນ ບົນພື້ນຖານ ກົດບັດ ເລກທີ 40 ຂອງ ພັນທະສາກົນ ວ່າດ້ວຍ ສິດທິ ພົລເຮືອນ ແລະ ສິດທິການເມືອງ. ພັນທະດັ່ງກ່າວ ແມ່ນສິ້ງຊອມ ການປະຕິບັດ ຕໍ່ສິດທິພົລເຮືອນ ແລະ ສິດທິ ທາງດ້ານ ການເມືອງ ໃນປະເທດ ນັ້ນໆ.

ໃນຖແລງການດັ່ງກ່າວ ຍານາງ ວະນີດາ ເທບສຸວັນ ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ເວົ້າວ່າ:

"ບົດລາຍງານ ດ້ານສິດທິມະນຸດ ຂອງຣັຖບານລາວ ຕໍ່ຄນະກັມມາທິການ ດ້ານສິດທິມະນຸດ ສະຫະປະຊາຊາດ ເປັນຫນ້າອັບອາຍ ຂາຍຫນ້າ ທີ່ບໍ່ສາມາດ ຍອມຮັບ ຄວາມຫລົ້ມແຫລວ ແລະແກ້ໄຂ ການຣະເມີດ ສິດທິມະນຸດ ຢ່າງແຮງ ທີ່ ສປປລາວ ກຳລັງ ປະເຊີນຢູ່ ໃນປັດຈຸບັນ. ອົງການ ສະຫະປະຊາຊາດ ຕ້ອງກົດດັນ ສປປລາວ ເຖີງຄວາມໂປ່ງໃສ ຄວາມຮັບຜິດຊອບ ແລະ ປະຕິບັດການ ຢ່າງຈິງຈັງ ໃນບັນດ້ານ ສິດທິມະນຸດ ໃນລາວ ເລີ້ມຈາກບັນຫາ ການບັງຄັບ ຄົນໃຫ້ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ".

ດັ່ງຍານາງ ກ່າວໃນຕອນນື່ງວ່າ:

"ຍານາງວ່າ ຣະຫວ່າງວັນທີ 26 ຕຸລາຫາວັນທີ 10 ພືສຈິກາ ຂອງປີນີ້ ຄນະກັມມາທິການ ສິດທິມະນຸດ ຂອງ ສະຫະປະຊາຊາດ ຈະໄດ້ ພິຈາຣະນາ ຫລາຍປະເທດ ທີ່ໄດ້ເຊັນ ພັນທະ ສັນຍາສາກົນ ກ່ຽວກັບ ສິດທິພົລເຮືອນ ແລະ ສິດທິການເມືອງ ວ່າໄດ້ ນັບຖື ພັນທະສັນຍາ ນີ້ຫລືບໍ ໃນບັນດາ ປະເທດທີ່ຖືກ ພິຈາຣະນາ ຄັ້ງນີ້ກໍມີ ສປປລາວ. ສະຫະປະຊາຊາດ ຍັງລໍຖ້າ ສັນຍາກ່ຽວກັບ ເຣື້ອງນີ້ ຈາກ ສປປລາວ ແຕ່ປີ 2010 ແຕ່ທາງການລາວ ຊັກຊ້າ ຫາກໍສົ່ງ ລາຍງານ ໃຫ້ ສະຫະປະຊາຊາດ ໃນເດືອນ ມີນາ ປີນີ້. ດັ່ງນັ້ນ ໃນໂອກາດນີ້ ຂະບວນການ ເພື່ອ ສິດທິມະນຸດ ຮ່ວມກັບ ສະຫະພັນສາກົນ ເພື່ອ ສິດທິມະນຸດ ຫລື FIDH ຈື່ງໄດ້ສົ່ງ ລາຍງານ ໃຫ້ ສະຫະປະຊາຊາດ ເພື່ອຊີ້ແຈງວ່າ ສປປລາວ ບໍ່ໄດ້ເອົາ ພັນທະ ຂອງກົດເກນ ນີ້ມາໃຊ້ ເລີຍ ສປປລາວ ຍັງປາບປາມ ສິດເສຣີພາບ ການອອກ ຄວາມຄິດ ຄວາມເຫັນ ຂີດຂຽນ ຊຸມນຸມ ປະທ້ວງ ສ່ວນສິດທິ ອົງການ ຈັດຕັ້ງ ທາງສັງຄົມ ນັ້ນແມ່ນ ຖືວ່າບໍ່ມີ ສິດທິ ໄດ້ຮັບຄວາມ ຍຸຕິທັມ ໃນສານ ບໍ່ມີ ສິດທິ ໃນການເລືອກຕັ້ງ ແບບ ປະຊາທິປະຕັຍ ທາງດ້ານ ການເມືອງ ບໍ່ມີ".

ນອກຈາກນັ້ນ ອົງການຂອງຍານາງ ຍັງໄດ້ສົ່ງຫນັງສື ເປີດຊອງຫາ ນາຍົກ ຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລິດ ຮຽກຮ້ອງ ໃຫ້ທາງການລາວ ປ່ອຍຕົວ ຄົນງານລາວ ຈາກໄທ ສາມຄົນ ທີ່ຖືກສານລາວ ຕັດສີນ ໃຫ້ຖືກຄຸກ ເປັນເວລາ ຍາວນານ ບາງຄົນ ເຖີງ 20 ປີ ຊຶ່ງບໍ່ຍຸຕິທັມ ໂທດຂອງພວກຂະເຈົ້າ ກໍບໍ່ມີຫຍັງຫລາຍ ນອກຈາກ ຮຽກຮ້ອງ ຄວາມເປັນທັມ ໃນລາວ ຜ່ານອີນເຕີແນັດ ເທົ່ານັ້ນ.

ໃນຈົດຫມາຍເປີດຊອງ ສະບັບດັ່ງກ່າວ ຂະບວນການລາວ ເພື່ອ ສິດທິມະນຸດ ຍັງໄດ້ຮຽກຮ້ອງ ໃຫ້ ຣັຖບານລາວ ປະຕິຮູບ ກົດຫມາຍ ຕ່າງໆ ໃນລາວໃຫ້ສອດຄ່ອງກັບ ມາຕຖານສາກົນ ໂດຍສະເພາະ ກົດຫມາຍວ່າ ດ້ວຍການປົກປ້ອງ ສິດທິພົລເຮືອນ ແລະ ສິດທິ ທາງດ້ານ ການເມືອງ ສາກົນ ທີ່ ສປປລາວ ໃຫ້ ສັຕຕະຍາບັນ.

ຂໍ້ຄວາມໃນຈົດຫມາຍເປີດຊອງ ຣະບຸວ່າ ຂະບວນການລາວ ເພື່ອ ສິດທິມະນຸດ ແລະ ອົງການ ຈັດຕັ້ງ ທາງສັງຄົມ ສະແດງຄວາມ ເປັນຫ່ວງ ຢ່າງຫນັກ ຕໍ່ການລົງໂທດ ຄົນງານລາວ ສາມຄົນ ຈາກໄທ ຂອງ ທາງການລາວ ເປັນຕົ້ນ ທ້າວ ສົມພອນ ພີມມະສອນ ເປັນເວລາ 20 ປີ ທ້າວ ສຸການ ໄຈທັດ ເປັນເວລາ 16 ປີ ແລະ ນາງຫລອດຄຳ ທັມມະວົງ ເປັນເວລາ 12 ປີ.

ກຸ່ມດ່ັງກ່າວ ຖືກສານລາວ ຕັດສີນ ໃນເດືອນ ມີນາ ປີ 2017 ປາສຈາກ ການຮູ້ເຫັນ ຂອງຄອບຄົວ ແລະຍາດພີ່ນ້ອງ ຂອງ ພວກຂະເຈ້າ ຈົນຮອດ ເດືອນ ພືສພາ ປີ 2017 ຄອບຄົວ ແລະ ຍາດພີ່ນ້ອງ ຈື່ງຮູ້ກ່ຽວກັບ ການຕັດສີນ ໃສ່ຄຸກ ດັ່ງກ່າວ. ແລະວ່າ ການຕັດສີນ ລົງໂທດ ຄົນງານລາວ ສາມຄົນ ຂອງສານລາວ ບໍ່ເປັນໄປຕາມ ມາຕຖານ ສາກົນ ທີ່ ສປປລາວ ໄດ້ລົງນາມ ແລະໃຫ້ ສັດຕະຍາບັນ.

ດັ່ງນັ້ນ ຂະບວນການ ລາວ ເພື່ອ ສິດທິມະນຸດ ຢາກຮຽກຮ້ອງ ໃຫ້ ທາງການລາວ ປ່ອຍຕົວ ຄົນງານລາວ ຈາກໄທ ສາມຄົນນີ້ ໃນທັນທີ ທັນໃດ ປາສຈາກ ເງື່ອນໄຂໃດໆ ຮ່ວມທັງ ນັກໂທດ ຈິດສຳນຶກ ຫມົດທຸກຄົນ ທີ່ຍັງຖືກຂັງ ໃນລາວ. ນອກຈາກນັ້ນ ພວກ ຍານາງ ຍັງໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ລົບລ້າງ ກົດຫມາຍ ອາຍາ ກ່ຽວກັບການ ຈັບກຸມ ກຸ່ມສາສນາ ຊົນກຸ່ມນ້ອຍ ໃນລາວ ແລະກຸ່ມນັກເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ແລະ ສິດທິມະນຸດ ຮ່ວມທັງ ປະຕິຮູບ ກົດຫມາຍ ຕ່າງໆໃນລາວ ໃຫ້ສອດຄ່ອງກັບ ມາຕຖານ ສາກົນ ເປັນຕົ້ນ ກົດຫມາຍ ການປົກປ້ອງ ສິດທິພົລເຮືອນ ແລະ ສິດທິ ທາງດ້ານ ການເມືອງສາກົນ. ຍານາງ ວະນີດາ ກ່າວເພີ້ມວ່າ:

"ຍານາງວ່າ ນອກຈາກນີ້ ຂະບວນການລາວ ເພື່ອ ສິດທິມະນຸດ ຍັງໄດ້ຮອ້ງຂໍ ບຸກຄົນ ສຳຄັນ ແລະອົງການ ທີ່ບໍ່ຂື້ນກັບ ຣັຖບານ ລົງນາມ ໃນຈົດຫມາຍ ເປີດຊອງ ໃນມື້ວັນທີ 28 ກໍຣະກະດາ ສົ່ງໄປຫາ ນາຍົກ ຣັຖມົນຕຣີ ລາວ ຮຽກຮ້ອງໃຫ້ ປ່ອຍຕົວ ຊາວນຸ່ມລາວ ສາມຄົນ ສົມພອນ ສຸການ ແລະ ຫລອດຄຳ ທີ່ຖືກໂທດ ຍາວນານ ຫລັງຈາກ ໄດ້ປະນາມ ການສໍ້ຣາສ ບັງຫລວງ ແລະ ການຂາດ ຄວາມຍຸຕິທັມ ໃນລາວ ໃນເຟສບຸກ, ຮ່ວມເຊັນ ໃນຈົດຫມາຍ ເປີດຊອງນີ້ ມີຜູ້ແທນ ຢູໂຣບ ມີຜູ້ແທນ ສະພາສຸງ ຝຣັ່ງເສດ ມີຫົວຫນ້າ ພັກການເມືອງ ຝຣັ່ງເສດ ແລະມີ 15 ອົງການ ທີ່ບໍ່ຂື້ນກັບ ຣັຖບານ ໃນພາກພື້ນ ເອເຊັຍ ແລະຢູໂຣບ ຈົດຫມາຍ ເປີດຊອງ ຍັງໄດ້ຮຽກຮ້ອງ ໃຫ້ ຣັຖບານລາວ ປະຕິຮູບ ກົດຫມາຍ ເພື່ອໃຫ້ ສອດຄ່ອງກັບ ສາກົນ ໂດຍສະເພາະ ກົດຫມາຍ ສາກົນ ວ່າດ້ວຍ ສິດທິ ການເມືອງ ແລະ ສິດທິ ພົລເຮືອນ ຊື່ງ ສປປລາວ ໄດ້ ສັນຕະຍາບັນ.

ຂະບວນການລາວ ເພື່ອ ສິດທິມະນຸດ ຕ້ອງການ ຢາກໃຫ້ ທາງການລາວ ແກ້ໄຂບັນຫາ ດ້ານ ສິດທິມະນຸດ ໃຫ້ໄວ ເທົ່າທີ່ ຈະໄວໄດ້ ໂດຍສະເພາະ ບັນຫາ ການກັກຂັງ ຄົນງານລາວ ສາມຄົນ ແບບບໍ່ ຍຸຕິທັມ ແລະ ບໍ່ສົມກັບ ຄະດີ ທີ່ຂະເຈົ້າ ກະທຳ ຖ້າຖືເປັນ ຄະດີ.

ການທົບທວນ ດ້ານສີດທິມະນຸດ ຂອງຄນະ ກັມມາທິການ ສະຫະປະຊາຊາດ ດ້ານສິດທິມະນຸດ ເປັນເວທີ ສຳຄັນ ໃນການ ລາຍງານ ຄວາມຄືບຫນ້າ ແລະຖອຍຫລັງ ໃນການ ປະຕິບັດຕໍ່ ສິດທິມະນຸດ ໃນປະເທດ ນັ້ນໆ ສຳລັບ ສປປລາວ ແລ້ວຖອຍຫລັງ ຕຣອດ ໃນຫລາຍທົສວັດ ຜ່ານມາ.