ສຳພາດ ທ.ນາຍພົນ ສຸດໃຈ ວົງສວັນ (ຈົບ)

0:00 / 0:00

ມື້ວານນີ້ ທ່ານ ນາຍພົນ ສຸດໃຈ ວົງສວັນ ທີ່ປຶກສາກຸ່ມການເມືອງຕ່າງໆຂອງຊາວລາວ ໄດ້ກ່າວເຖິງການພົບພໍ້ກັນ ຣະຫວ່າງທ່ານແລະຄນະ ທີ່ມີທັງ ຜູ້ແທນ 5 ອົງການຈັດຕັ້ງ ຂອງຊຸມຊົນລາວ ຢູ່ສະຫະຣັຖອາເມຣິກາ ທີ່ເຄື່ອນໄຫວຕໍ່ສູ້ ເພື່ອສິດເສຣີພາບ ແລະປະຊາທິປະໄຕ ຂອງ ປະຊາຊົນລາວ ອັນປະກອບດ້ວຍສະພາໂຮມລາວ, ອົງການສາມເຫລົ່າ ທະຫານກ້າ, ອົງການອຳນາດ ປະຊາຊົນລາວ, ອົງການລາວເສຣີ ແລະ ສະພາສິດທິມະນຸດ ກັບເຈົ້າໜ້າທີ່ ຣະດັບສູງ ຂອງສະພາຕ່ຳ ສະພາສູງ. ກະຊວງ ການຕ່າງປະເທສ ສະຫະຣັຖ ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ ຊຶ່ງ ວິທຍຸເອເຊັຍເສຣີ ໄດ້ສເນີທ່ານໄປແລ້ວ.

ມື້ນີ້ ຂ້າພະເຈົ້າ ຈໍາປາທອງ ວິທຍຸເອເຊັຍເສຣີ ຈະນໍາເອົາເນື້ອໃນສໍາຄັນ ບາງຕອນຂອງບົດສໍາພາດ ທ່ານນາຍພົນ ສຸດໃຈ ວົງສວັນ ທີ່ເວົ້າ ເຖິງເປົ້າໝາຍ ຂອງການຮວມຕົວກັນຂອງ 5 ອົງການຈັດຕັ້ງດັ່ງກ່າວ ແລະງານສລອງອະນຸສາວະຣີນັກຣົບເກົ່າ ລາວ-ມົ້ງ ຣັຖມິນເນໂຊຕາ ຊຶ່ງຈະຈັດຂຶ້ນໃນມື້ວັນທີ 14 ພຶສພາ ນີ້.

ເບື້ອງຕົ້ນ ທ່ານນາຍພົນ ກ່າວເຖິງການຮວມຕົວກັນຂອງ 5 ອົງການ ທີ່ຮວມຕົວກັນນັ້ນວ່າ:

ນັ້ນຄືເນື້ອສໍາຄັນບາງຕອນ ໃນການສໍາພາດ ທ່ານ ນາຍພົນ ສຸດໃຈ ວົງສວັນ ທີ່ປຶກສາ 5 ກຸ່ມການເມືອງ ຂອງຊຸມຊົນລາວ ຢູ່ ສະຫະຣັຖ ອາເມຣິກາ ທີ່ເຄື່ອນໄຫວຕໍ່ສູ້ ເພື່ອສິດທິມະນຸດ ແລະປະຊາທິປະໄຕ ຂອງປະຊາຊົນລາວ ຊຶ່ງມີຂຶ້ນ ຢູ່ວັດລາວພຸທວົງ ທີ່ເມືອງ ແກັດແລັດ ຣັຖເວີຈິເນັຍ ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ໃນຕອນເຊົ້າຂອງ ມື້ວັນທີ 6 ພຶສພາ 2018.