ບົດຣາຍງານ ປະຈຳປີ ຈາກ ຫ້ອງການ ສິດ ເສຣີພາບ ທາງ ສາສນາ ກະຊວງ ຕ່າງປະເທດ ສະຫະຣັດ ໃນ ປີ 2014 ຣະບຸ ສປປ ລາວ ວ່າ ກົດໝາຍ ຣັຖທັມມະນູນ ລາວ ໄດ້ໃຫ້ ສິດ ປະຊາຊົນ ລາວ ໃນການ ເຊື່ອຖື ຫລື ບໍ່ເຊື່ອຖື ສາສນາ ໃດ ກໍໄດ້ ແລະ ດຳຣັດ ນາຍົກ ຣັຖມົນຕຣີ ລາວ ກໍໄດ້ ບົ່ງບອກ ເຖິງ ສິດທິ ການນັບຖື ສາສນາ ໃນລາວ. ຣັຖບານ ລາວ ໄດ້ຮັບຮູ້ ຢ່າງ ເປັນ ທາງການ ໃນ 4 ສາສນາ ໃນລາວ ດັ່ງ ສາສນາ ພຸດ ຄຣິສ ອິສລາມ ແລະ ບາຮາຍ ແລະ ໄດ້ ກຳນົດ ໃຫ້ ກຸ່ມ ສາສນາ ດັ່ງກ່າວ ລົງທະບຽນ ຢ່າງ ເປັນ ທາງການ ໃນການ ນັບຖື ແລະ ສິດສອນ ສາສນາ ນັ້ນໆ ໃນ ລາວ.
ແຕ່ພາກ ປະຕິບັດ ຕົວຈິງ ບໍ່ເປັນ ເຊັ່ນນັ້ນ ທັ້ງໆທີ່ ຄວາມ ພຍາຍາມ ຂອງ ຣັຖບານ ກາງ ຢາກ ບັງຄັບ ໃຊ້ ກົດໝາຍ ແລະ ນະໂຍບາຍ ກ່ຽວກັບ ການປົກປ້ອງ ສິດທິ ທາງ ສາສນາ ດັ່ງກ່າວ ໃນ ລາວ, ແຕ່ ອຳນາດ ການປົກຄອງ ທ້ອງຖິ່ນ ຂັ້ນ ແຂວງ ແລະ ຂັ້ນເມືອງ ແລະ ຂັ້ນບ້ານ ບາງແຂວງ ຍັງສືບຕໍ່ ຝ່າຝຶນ ສິດທິ ການ ນັບຖື ສາສນາ ຂອງ ກຸ່ມ ສາສນາ ອື່ນໆ ໃນລາວ ຢູ່ ໂດຍ ສະເພາະ ສາສນາ ຄຣິສ ນິກາຍ ໂປຣເຕັສຕັງ ຂອງຊົນ ກຸ່ມນ້ອຍ ຊາວເຜົ່າ ໃນ ລາວ, ເຖີງແມ່ນວ່າ ກົດໝາຍ ລາວ ຈະ ບົ່ງບອກວ່າ ພວກຂະເຈົ້າ ມີສິດ ໃນການ ນັບຖື ສາສນາ ດັ່ງກ່າວ.
ການຈຳກັດ ການ ນັບຖື ສາສນາ ຄຣິສ ຂອງ ຊົນ ກຸ່ມນ້ອຍ ໃນລາວ ໃນ ບາງແຂວງ ຍັງສືບຕໍ່ ປະຕິບັດ ກັນຢູ່, ມີ ຣາຍງານວ່າ ເຂດ ທ້ອງຖິ່ນ ໃນ ບາງແຂວງ ຍັງ ບີບບັງຄັບ ໃຫ້ ປະຊາຊົນ ຊາວເຜົ່າ ຜູ້ທີ່ ນັບຖື ສາສນາ ຄຣິສ ປະລະ ການນັບຖື ສາສນາ ຄຣິສ, ຍັງ ຖືກຈັບກຸມ ຄຸມຂັງ ໃນ ຫຼາຍສາເຫດ ແລະ ຫຼາຍ ກໍຣະນີ ດັ່ງກ່າວ, ຕົວຢ່າງ ກໍຣະນີ ການປະຊຸມ ທີ່ ບໍ່ໄດ້ຮັບ ອະນຸຍາດ, ການເລາະ ສອນ ສາສນາ ຕາມບ້ານ ການໄຫວ້ ພຣະ ສວດມົນ ໃນບ່ອນທີ່ ຖືກຫ້າມ ແລະ ການໄຫວ້ ພຣະເຈົ້າ ໃນ ວັນ ສຳຄັນ, ດັ່ງນີ້ ເປັນຕົ້ນ.
ຣັຖບານ ລາວ ບໍ່ຍອມຮັບ ແລະ ຍັງກີດກັ້ນ ການ ນັບຖື ສາສນາ ອື່ນ ໃນລາວ ນອກຈາກ ສາສນາ ພຸດ ທີ່ ເປັນສາສນາ ປະຈຳ ຂອງ ຊາວລາວ. ອິງຕາມ ດຳຣັດ ນາຍົກ ຣັຖມົນຕຣີ ອົງການ ສາສນາ ຕ່າງໆ ໃນລາວ ຕ້ອງ ລົງທະບຽນ ກັບ ທາງການລາວ ຢ່າງ ເປັນ ທາງການ ກຸ່ມ ສອນ ສາສນາ ຕ່າງໆ ຕ້ອງ ມີບັດ ປະຈຳ ຕົວ ແລະ ສາມາດ ສອນ ແລະ ຈັດພິທີ ທາງ ສາສນາ ໃນ ບ່ອນທີ່ ທາງການ ອະນຸຍາດ ເທົ່ານັ້ນ. ບໍໍ່ດັ່ງນັ້ນ ຈະຖືກ ປັບໄຫມ ຈັບກຸມ ແລະ ໃສ່ໂທດ ຖ້າສອນ ໃນ ບ່ອນອື່ນ ນອກຈາກ ສະຖານທີ່ ດັ່ງກ່າວ ໄດ້ຮັບ ອະນຸຍາດ ຈາກ ກະຊວງ ຮັກສາ ຄວາມສງົບ ພາຍໃນ ຂອງ ລາວ.
ຄວາມ ເຄັ່ງຕຶງ ເກີດຂື້ນ ບາງຄັ້ງ ໃນບາງ ເຂດ ຣະຫວ່າງ ກຸ່ມ ຊົນເຜົ່າ ສາສນາ ຄຣິສຕຽນລາວ ກັບ ຊາວພຸດ ໃນເຂດ ທ້ອງຖິ່ນ ຍ້ອນຄວາມ ບໍ່ເຫັນນໍາ ແລະ ການ ຍາດແຍ່ງ ຊັພຍາກອນ ທັມມະຊາດ ໃນເຂດ ດັ່ງກ່າວ. ການ ປະຕິເສດ ຊົນ ກຸ່ມນ້ອຍ ຊາວ ຄຣິສຕຽນລາວ ໃນການ ເຂົ້າຮ່ວມ ກິຈກັມ ບ້ານ ແລະ ບຸນ ປະເພນີ ຕ່າງໆ ຂອງ ກຸ່ມ ສາສນາ ພຸດ ກໍເກີດຂຶ້ນ ເລື້ອຍໆ ໃນ ບາງເຂດ.
ເຈົ້າຫນ້າທີ່ ຈາກ ສະຖານທູດ ສະຫະຣັດ ປະຈຳ ລາວ ຫລາຍຄັ້ງ ກໍໄດ້ ພຍາຍາມ ຍົກ ບັນຫາ ເຣື້ອງ ສິດ ເສຣີພາບ ທາງ ສາສນາ ກັບ ເຈົ້າຫນ້າທີ່ ລາວ ເພື່ອຢາກໃຫ້ ມີການ ໂອ້ລົມ ກັນ ໃນການ ຊອກ ຊ່ອງທາງ ແກ້ໄຂ ບັນຫາ ຄວາມຂັດແຍ່ງ ໃນ ຂັ້ນບ້ານ.
ບາງຄັ້ງ ເຈົ້າຫນ້າທີ່ ສະຖານທູດ ສະຫະຣັດ ກໍໄປ ຢ້ຽມຢາມ ຫມູ່ບ້ານ ເຂດ ຊົນນະບົດ ບ່ອນທີ່ ມີຣາຍງານ ວ່າ ມີການ ຝ່າຝຶນ ສິດທິ ທາງ ສາສນາ, ຕົວຢ່າງ ທີ່ ຜ່ານມາ ກໍໄດ້ໄປ ຢ້ຽມຢາມ ສອງບ້ານ ທີ່ ແຂວງ ສວັນນະເຂດ ແລະ ໄດ້ຈັດ ການປະຊຸມ ຣະຫວ່າງ ເຈົ້າຫນ້າທີ່ ທ້ອງຖິ່ນ ກັບ ກຸ່ມ ສາສນາ ຄຣິສຕຽນ ໃນບ້ານ ແຫ່ງນັ້ນ ກ່ຽວກັບ ສິດທິ ການນັບຖື ສາສນາ ຂອງ ພວກຂະເຈົ້າ. ແຕ່ ບໍ່ໄດ້ຜົລ.
ບົດຣາຍງານ ກ່ຽວກັບ ສິດ ເສຣີພາບ ທາງ ສາສນາ ປະຈຳ ປີ 2014 ຂອງ ກະຊວງ ຕ່າງປະເທດ ສະຫະຣັດ ຣະບຸ ຕໍ່ໄປວ່າ ຊາວ ຄຣິສຕຽນລາວ ຜູ້ ທີ່ຖືກ ທາງການລາວ ຈັບກຸມ ໃສ່ໂທດ ໃນຄະດີ ກ່ຽວກັບ ການນັບຖື ສາສນາ ໃນລາວ ນັ້ນ ສ່ວນໃຫຍ່ ຈະບໍ່ຖືກ ປົກປ້ອງ ທາງ ດ້ານ ກົດຫມາຍ. ຜູ້ທີ່ ກ່າວຫາ ຈະຖືກ ລົງໂທດ ປາສຈາກ ການ ດຳເນີນ ຄະດີ ໃນ ສານ. ເຫດການ ໃຫຍ່ໆ ທີ່ ເກີດຂຶ້ນ ກໍ ແມ່ນວ່າ:
ໃນເດືອນ ມິນາ ຜ່ານມາ ເຈົ້າຫນ້າທີ່ ທີ່ ແຂວງ ບໍ່ແກ້ວ ໄດ້ຈັບ ຊາວຄຣິສຕຽນ ຄົນນຶ່ງ ຫລັງຈາກ ຍາດພີ່ນ້ອງ ຂອງລາວ ໄດ້ ຣາຍງານ ກ່ຽວກັບ ການປ່ຽນ ສາສນາ ຂອງ ຊາວບ້ານ ຈາກ ພຸດ ມາເປັນ ຄຣິສຕຽນ ຕໍ່ ເຈົ້າຫນ້າທີ່ ລາວ, ແລະ ຢູ່ໃນ ຄຸກ ເຈົ້າຫນ້າທີ່ ຍາມຄຸກ ກໍບັງຄັບ ໃຫ້ລາວ ຈ່າຍເງິນ ຖ້າ ຢາກກິນເຂົ້າ ໃນ ແຕ່ລະມື້ ຖ້າລາວ ບໍ່ປະລະ ໃນການ ນັບຖື ສາສນາ ຄຣິສຕຽນ.
ໃນເດືອນ ມິຖຸນາ ທີ່ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ເຈົ້າຫນ້າທີ່ ທ້ອງຖິ່ນ ຈັບ ຊາວຄຣີສຕຽນ 5 ຄົນ ຍ້ອນໄຫວ້ ພຣະສວດມົນ ໃຫ້ ຄົນປ່ວຍ ເຊົາເຈັບ ແຕ່ ໃນທີ່ສຸດ ຄົນປ່ວຍ ຄົນດັ່ງກ່າວ ກໍ ເສັຽຊີວິດ ເຈົ້າຫນ້າທີ່ ລາວ ກ່າວຫາ ວ່າ ກຸ່ມ ດັ່ງກ່າວ ເປັນຫມໍເຖື່ອນ ເຮັດໃຫ້ ຄົນປ່ວຍ ຕາຍ.
ໃນເດືອນ ພືສພາ ທີ່ ເມືອງ ສອງຄອນ ແຂວງ ສວັນນະເຂດ ເຈົ້າຫນ້າທີ່ ລາວ ໄດ້ຈັບ ຊາວ ຄຣິສຕຽນ 23 ຄົນ ໃນຂໍ້ ກ່າວຫາ ໄຫວ້ພຣະ ສວດມົນ ເຮັດ ກິຈກັມ ທາງ ສາສນາ ໃນບ່ອນ ທີ່ ບໍ່ໄດ້ຮັບ ອະນຸຍາດ. ເຈົ້າຫນ້າທີ່ ລາວ ໄດ້ ປ່ອຍຕົວ ຜູ້ ຕ້ອງຫາ 11 ຄົນ ນຶ່ງມື້ ຫລັງຈາກ ຖືກ ກັກຂັງ ສ່ວນເຫລືອ 12 ຄົນ ຖືກປ່ອຍຕົວ ຫລັງຈາກ ຖືກຂັງ 17 ວັນ ໂດຍໃຫ້ ສັນຍາ ວ່າ ຈະ ບໍ່ເຮັດ ອີກ.
ເຈົ້າຫນ້າທີ່ ທ້ອງຖິ່ນ ໃນເຂດ ດັ່ງກ່າວ ເວົ້າວ່າ ຊາວຄຣິສຕຽນ ໃນບ້ານ ແຫ່ງນີ້ ບໍ່ໄດ້ຮັບ ອະນຸຍາດ ໃນການ ດຳເນີນ ກິຈກັມ ທາງ ສາສນາ ຂອງ ພວກຂະເຈົ້າ ແຕ່ ກຸ່ມ ຊາວຄຣິສຕຽນ ເວົ້າວ່າ ຂະເຈົ້າ ໄດ້ຮັບ ອະນຸຍາດ ຈາກ ພໍ່ບ້ານ ຄົນເກົ່າ ໃນ ປີກາຍ.
ທີ່ ເມືອງລອງ ແຂວງ ຫລວງນ້ຳທາ ໃນເດືອນ ພຶສຈິກາ ຜ່ານມາ ມີ ຣາຍງານວ່າ ເຈົ້າຫນ້າທີ່ ທ້ອງຖິ່ນ ໄດ້ຈັບກຸມ ແລະ ກັກຂັງ ຊາວ ຄຣິສຕຽນລາວ 7 ຄົນ ໃນຂໍ້ຫາ ທຳພິທີ ທາງ ສາສນາ ປາສຈາກ ອະນຸຍາດ ເຊັ່ນກັນ, ກຸ່ມ ດັ່ງກ່າວ ຖືກປ່ອຍຕົວ ຫລັງຈາກ ຖືກກັກຂັງ ເປັນ ເວລາ ຫຼາຍອາທີດ ຍັງມີ ຫຼາຍ ເຫດການ ແບບນີ້ ເກີດຂຶ້ນ ກັບ ຊາວຄຣິສຕຽນ ໃນ ຫຼາຍເຂດ ໃນລາວ ຍ້ອນການ ນັບຖື ສາສນາ ຄຣິສ ຂອງ ພວກຂະເຈົ້າ.
ທາງການ ລາວ ໄດ້ກຳນົດ ໃຫ້ຊາວ ຄຣິສຕຽນ ຣາຍງານ ກ່ຽວກັບ ກິຈກັມ ທາງ ສາສນາ ຂອງ ພວກຂະເຈົ້າ ທຸກຄັ້ງ ຕໍ່ ຫ້ອງການ ກິຈການ ທາງ ສາສນາ ອົງການ ແນວລາວ ສ້າງຊາດ ແລະ ໃຫ້ຕິດຕໍ່ ພົວພັນ ກັບ ທາງການ ລາວ ຕຣອດ.
ບົດຣາຍງານ ປະຈຳ ປີ 2014 ຣະບຸ ຕໍ່ໄປວ່າ ທາງການ ລາວ ໄດ້ ປະຕິເສດ ຢູ່ຕຣອດ ກ່ຽວກັບ ການຝ່າຝຶນ ສິດທິ ທາງ ສາສນາ ໂດຍສເພາະ ສາສນາ ຄຣິສ ໃນລາວ ຈາກ ເຈົ້າຫນ້າທີ່ ຣັດ. ທາງການ ລາວ ສ່ວນໃຫຍ່ ຈະ ປະນາມ ຊາວຄຣິສຕຽນ ຫຼາຍກວ່າ ໃນ ບັນຫາ ດັ່ງກ່າວ ແທນທີ່ ຈະ ປະນາມ ເຈົ້າຫນ້າທີ່ ລາວ. ເຖິງແມ່ນວ່າ ຣັຖບານ ກາງ ຈະຍອມຮັບ ໃນບາງ ກໍຣະນີ ແຕ່ ກໍໃຫ້ ເຫດຜົລ ວ່າ ເປັນ ບັນຫາ ຂອງ ອຳນາດ ການ ປົກຄອງ ທ້ອງຖິ່ນ ບໍ່ແມ່ນ ຂອງ ຣັຖບານ ກາງ ແລະ ກໍບໍ່ກ່ຽວ ກັບກັບ ການ ນັບຖື ສາສນາ ແຕ່ຢ່າງໃດ ມັນເປັນ ບັນຫາ ສ້າງຄວາມ ແຕກແຍກ ທາງດ້ານ ສັງຄົມ ຂອງ ຄົນ ກຸ່ມຄົນ ບໍ່ດີ ຕ່າງຫາກ, ຊຶ່ງ ເປັນ ຫນ້າທີ່ ຂອງ ເຈົ້າຫນ້າທີ່ ທ້ອງຖິ່ນ ໃນການ ຮັກສາ ຄວາມສງົບ ແລະ ຄວາມເປັນ ຣະບຽບ ຮຽບຮ້ອຍ ໃນ ສັງຄົມ ໃນເຂດ ຊົນນະບົດ ໃນລາວ.
ຣັຖບານ ລາວ ໄດ້ ສົ່ງເສີມ ການສອນ ສາສນາ ພຸດ ໃນໂຮງຮຽນ ຫຼວງ ໃນລາວ ຊຶ່ງເປັນ ພາກສ່ວນ ທາງດ້ານ ວັທນະທັມ. ການສອນ ສາສນາ ພຸດ ໃນວັດຕ່າງໆ ໃນລາວ ເຖິງແມ່ນວ່າ ທາງການ ລາວ ຈະບອກວ່າ ພໍ່ແມ່ ນັກຮຽນ ສາມາດ ບໍ່ໃຫ້ ລູກ ຂອງຕົນ ຮຽນ ສາສນາ ພຸດ ໃນ ຫ້ອງຮຽນ ກໍໄດ້ ແຕ່ພາກ ປະຕິບັດ ຕົວຈີງ ນັ້ນແມ່ນການ ບັງຄັບ ໃຫ້ຮຽນ ຫຼາຍກວ່າ ເຮັດໃຫ້ ພໍ່ແມ່ ຫລື ຜູ້ປົກຄອງ ນັກຮຽນ ຊາວຄຣິສຕຽນ ບໍ່ພໍໃຈ ທີ່ລູກ ຂອງ ພວກຂະເຈົ້າ ຖືກ ບັງຄັບ ໃຫ້ ຮຽນ, ຖ້າຢາກ ຜ່ານ ການສອບເສັງ ຂຶ້ນຊັ້ນ, ບໍ່ດັ່ງນັ້ນ ຈະຕົກ ຫ້ອງ. ມີຣາຍງານ ວ່າ ເຈົ້າຫນ້າທີ່ ທ້ອງຖິ່ນ ບາງເຂດ ນາບຂູ່ ນັກຮຽນ ຊາວຄຣິສຕຽນ ໃນການໃຊ້ ຜົລປະໂຫຍດ ຕ່າງໆ ຈາກ ໂຮງຮຽນ ໃນນັ້ນ ຮ່ວມດ້ວຍ ໂອກາດ ການເສັງ ເຂົ້າ ວິທຍາລັຍ ແລະ ຜົລປະໂຫຍດ ຕ່າງໆ ທີ່ ນັກຮຽນ ທົ່ວໄປ ຈະໄດ້ຮັບ ກໍຖືກ ປະຕິເສດ ຍ້ອນ ຂະເຈົ້າ ນັບ ຖື ສາສນາ ຄຣິສ.
ທັງຫມົດ ທີ່ກ່າວມາ ຂ້າງເທິງ ນີ້ ແມ່ນ ບົດຣາຍງານ ກ່ຽວກັບ ສິດທິ ການນັບຖື ສາສນາ ໃນລາວ ປະຈຳປີ ຈາກຫ້ອງການ ສິດ ເສຣີພາບ ທາງ ສາສນາ ຂອງ ກະຊວງ ຕ່າງປະເທດ ສະຫະຣັດ ໃນ ປີ 2014.
ອີງຕາມ ສະຖິຕິ ແຫ່ງຊາດ ລາວ ໃນປີ 2014 ໃນຈຳນວນ ປະຊາກອນ ລາວ 6 ລ້ານ 8 ແສນ ຄົນ ສາສນາ ພຸດ ເປັນ ສາສນາ ຂອງ ຄົນ ສ່ວນໃຫຍ່ ໃນລາວ ທີ່ ຮ່ວມດ້ວຍ ຊົນເຜົ່າ 40-50 % ຂອງ ປະຊາກອນ ລາວ ນັບຖື ສາສນາ ພຸດ. ປະຊາຊົນ ລາວ ສ່ວນຫນ້ອຍ ນັບຖື ສາສນາ ຄຣິສ,ເຊື່ອ ຜີສາງ ແລະ ບັນພະບູຣຸດ ຫລື ເຊື່ອ ງົມງາຍ ໃນ ສັດສ່ວນ ນ້ອຍ ກວ່າ 3%.
