ທອງລຸນ ຮຸນເຊນ ພົບປະ ຄັ້ງໃໝ່
2019.09.17

ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງ ສູນກາງພັກ ປະຊາຊົນປະຕິວັດລາວ, ນາຍົກຣັຖມົນຕຣີ ໄດ້ເດີນທາງໄປປະເທດ ກຳພູຊາ ຕື່ມອີກ ເພື່ອເຈຣະຈາບັນຫາ ຊາຍແດນຣະຫວ່າງ ສປປລາວ ແລະ ກຳພູຊາ ທີ່ຍັງຮຸນແຮງ ເປັນຕົ້ນຢູ່ບໍຣິເວນ ແກ້ງຕໍມໍຄອຍ ແລະຫ້ວຍຕະເງົາ ແຂວງອັດຕະປື ຊຶ່ງຍັງບໍ່ທັນໄດ້ຮັບການແກ້ໄຂກັບ ທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ໃນມື້ວັນທີ 12 ແລະ 13 ກັນຍາ 2019 ນີ້.
ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ແຂວງອັດຕະປື ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກັນຍາວ່າ 2 ນາຍົກຣັຖມົນຕຣີ ໄດ້ປຶກສາຫາ ລືກັນ ກ່ຽວກັບບັນຫາຊາຍແດນ ທີ່ຄົງຄ້າງ ແລະເຊື່ອວ່າການພົບພໍ້ກັນ ຂອງຜູ້ນຳທັງສອງທ່ານນັ້ນ ຈະເຮັດໃຫ້ການ ສຳຣວດ ແລະປັກຫຼັກ ໝາຍຊາຍແດນ ຣະຫວ່າງສອງປະເທດ ມີຄວາມຄືບໜ້າ:
"ເຂົາຊິແກ້ໄຂໃນໄວໆນີ້ ຫັ້ນແຫຼະມີແຕ່ວ່າຢູ່ເຂດຫັ້ນ ບໍ່ໃຫ້ໃຜໄປ, ຕ້ອງບໍ່ໃຫ້ໃຜໄປເຄື່ອນໄຫວ, ປະຊາຊົນ, ທະຫານກະບໍ່ໃຫ້ເຂົ້າເຂດ ຄົງຄ້າງ ຫັ້ນນ່າ ຄັນວ່າເຂົາຮ່ວມມືກັນ ເຊັນບົດບັນທຶກຮ່ວມມື ດ້ານຫັ້ນຄືສິໃນໄວໆນີ້ແຫຼະ ສິແກ້ໄຂ."
ໃນການເຈຣະຈາ 2 ຝ່າຍ ໄດ້ທົບທວນການຈັດຕັ້ງ ປະຕິບັດຂໍ້ຕົກລົງ ທີ່ 2 ຝ່າຍ ໄດ້ເຫັນພ້ອມນຳກັນ ແລະວາງແຜນການຮ່ວມມື ໃນຕໍ່ໜ້າ ເປັນຕົ້ນການຮ່ວມມື ດ້ານຊາຍແດນ.
ທ່ານ ທອງລຸນ ແລະ ທ່ານ ຮຸນເຊນ ເຫັນດີໃຫ້ກະຊວງ ແລະຂແນງການທີ່ກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດ ຕາມເນື້ອໃນສັນຍາຂໍ້ຕົກລົງ ຕ່າງໆທີ່ 2 ຝ່າຍ ໄດ້ລົງນາມກັນ ຜ່ານກົນໄກການຮ່ວມມື 2 ຝ່າຍຄື: ຄນະກຳມະການຮ່ວມມື ວ່າດ້ວຍການຮ່ວມມື 2 ຝ່າຍລາວ-ກຳພູຊາ ແລະກົນໄກຮ່ວມມືອື່ນໆ.
ທັງ 2 ຝ່າຍໄດ້ເປັນເອກກະພາບກັນ ແລະຢືນຢັນວ່າ ບໍຣິເວນ ແກ້ງຕໍມໍຄອຍ ແລະ ຫ້ວຍຕະເງົາ ເປັນບໍຣິເວນຄົງຄ້າງ ທີ່ຍັງບໍ່ທັນໄດ້ຮັບ ການແກ້ໄຂ ດັ່ງນັ້ນຈຶ່ງໄດ້ເປັນ ເອກກະພາບກັນວ່າ ໄລຍະທີ່ກຳລັງສືບຕໍ່ ແກ້ໄຂບັນຫານັ້ນຢູ່ນີ້ ຢູ່ບໍຣິເວນດັ່ງກ່າວ ບໍ່ໃຫ້ ມີກຳລັງທະຫານ, ບໍ່ໃຫ້ປະຊາຊົນອາໃສຢູ່ ຫລືດຳເນີນກິຈການໃດໆ, ໃຫ້ ມີການກວດກາຮ່ວມກັນ ທັງທາງບົກ ທາງນ້ຳ ແລະທາງອາກາດ. ການກວດກາຮ່ວມ ກັນນັ້ນ ສາມາດກວດກາໂດຍໃຊ້ກຳລັງຄົນ ຫລືໃຊ້ເຮືອບິນທີ່ບໍ່ມີຄົນຂັບ ຫລື Drone.
2 ຝ່າຍເຫັນດີຮັກສາ ບໍຣິເວນຊາຍແດນ ທີ່ຍັງມີຂໍ້ຂັດແຍ່ງກັນນັ້ນ ໃຫ້ຢູ່ໃນສະຖານະພາບເດີມ, ບໍ່ໃຫ້ມີການປຸກສ້າງສິ່ງຕ່າງໆ ທີ່ພາໃຫ້ມີ ການປ່ຽນແປງ ສະພາບຢູ່ບໍຣິເວນດັ່ງກ່າວ ຈົນກວ່າວ່າ 2 ຝ່າຍຈະສຳເຣັດ ການສຳຣວດ ແລະປັກຫລັກໝາຍ ຊາຍແດນແລ້ວ.
ພ້ອມກັນນັ້ນ ທັງ 2 ຝ່າຍຍັງຕົກລົງກັນຮ່າງສົນທິສັນຍາ ວ່າດ້ວຍການກຳນົດເສັ້ນຊາຍແດນ ຣະຫວ່າງລາວ ແລະ ກຳພູຊາ ໃນບໍຣິເວນ ທີ່ທັງ 2 ຝ່າຍໄດ້ສຳຣວດ ແລະຕົກລົງເປັນເອກກະພາບ ກັນແລ້ວ ໃນ 86% ຂອງແລວເຂດຊາຍແດນ ຣະຫວ່າງສອງ ປະເທດ ເພື່ອປັກ ຫລັກໝາຍຊາຍແດນ ໃຫ້ແລ້ວໂດຍໄວ.
ພາຍຫລັງສົນທິສັນຍານັ້ນສຳເຣັດ ກໍຈະມີການປັກຫລັກໝາຍຖີ່ ແລະຍົກຣະດັບ ຫລັກໝາຍຊາຍແດນ ທີ່ມີຢູ່ແລ້ວໃຫ້ໄດ້ມາດຕະຖານ ແລະທັງເວົ້າວ່າ ຈະສືບຕໍ່ປຶກສາຫາ ຫລືເຈຣະຈາກັນ ເພື່ອຫາຊ່ອງທາງແກ້ໄຂບັນຫາ ຊາຍແດນທີ່ເຄັ່ງຕຶງຢູ່ນັ້ນ ໃຫ້ຕົກໄປ.
ກ່ອນ ທ່ານ ທອງລຸນ ສີສຸລິດ ຈະໄປເຈຣະຈາບັນຫາຊາຍແດນ ກັບຄູ່ຕຳແໜ່ງຂອງທ່ານ ຢູ່ກຳພູຊາ ບໍ່ເຖິງເດືອນພາຍຫລັງທີ່ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານສະພາ ແຫ່ງຊາດ ແລະ ພົນ ຈັດຕະວາ ພູມີ ວັນດີໄຊ ຮອງປະທານກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ແລະຄນະໄດ້ໄປເຄື່ອນໄຫວວຽກງານຢູ່ແຂວງ ຈຳປະສັກ ຊຶ່ງໃນນັ້ນໄດ້ພົບພໍ້ກັບ ຫລາຍພາກສ່ວນ ຮວມທັງ ຜູ້ຕາງໜ້າ ກອງບັນຊາການ ປ້ອງກັນ ຊາດ, ກອງບັນຊາການປ້ອງກັນ ຄວາມສະຫງົບ ຊຶ່ງໃນນັ້ນ ພົນໂທ ແສງນວນ ໄດ້ເວົ້າທັງໃຫ້ປັບປຸງວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ເອົາໃຈໃສ່ເຂັ້ມງວດ ຕິດຕາມ ກວດກາການເຂົ້າ-ອອກຜ່ານດ່ານຊາຍແດນ.
ໃນຂນະທີ່ບັນຫາຊາຍແດນ ຣະຫວ່າງລາວ ແລະກຳພູຊາ ກໍລັງເຄັ່ງຕຶງ ຍ້ອນມີຂໍ້ຂັດແຍ່ງ ຣະຫວ່າງທະຫານລາວ ແລະທະຫານກຳພູຊາ ຢູ່ບໍຣິເວນຊາຍແດນຂອງ 2 ປະເທດ ໃນເຂດເຊລຳເພົາ ເມືອງມຸນລະປະໂມກ ແຂວງຈຳປາສັກ ຊຶ່ງຢູ່ກົງກັນຂ້າມ ກັບ ແຂວງຈອມກະສັນ ຂອງກຳພູຊາ. ທະຫານກຳພູຊາກ່າວຫາ ທະຫານລາວວ່າ ລຸກລ້ຳເຂດແດນຂອງຕົນ ເຮັດໃຫ້ເກີດຄວາມເຂົ້າໃຈຜິດກັນ. ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງມຸນລະປະໂມກ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ສິງຫາ ນີ້ວ່າ:
"ມິຄວາມບໍ່ເຂົ້າໃຈກັນເລັກໆນ້ອຍໆ ທາງຝ່າຍກຳປູເຈັຽ ວ່າເຮົາໄປລຸກລໍ້າດິນແດນ ເຂົາທີ່ຈິງມັນກາບໍ່ແມ່ນ ມັນບໍ່ແມ່ນມີການປະທ້ວງ ທັກຖ້ວງ ເລັກນ້ອຍດອກ ຄືສິບໍ່ເປັນຫຍັງດອກ ຄາດກະວ່າ."
ທ່ານກ່າວຕື່ມວ່າ ຂໍ້ຂັດແຍ່ງທີ່ເກີດຂຶ້ນນັ້ນ ບໍ່ເຖິງຂັ້ນຍິງປະທະກັນ. ປັດຈຸບັນທະຫານທັງສອງຝ່າຍ ກຳລັງເຈຣະຈາຫາທາງອອກໃນການ ແກ້ໄຂບັນຫາ ດັ່ງ ກ່າວຢ່າງສັນຕິວິທີ, ບໍ່ໃຫ້ເກີດຄວາມຮຸນແຮງ. ແຕ່ການເຈຣະຈານັ້ນ ຍັງບໍ່ທັນມີຄວາມຄືບໜ້າ.
ເວົ້າເຖິງສະຖານະການເຄັ່ງຕຶງ ທີ່ເກີດຂຶ້ນຢູ່ຊາຍແດນລາວ-ກຳພູຊາ ເຈົ້າໜ້າທີ່ກົມທະຫານຊາຍແດນ ສປປລາວ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ກ່ຽວກັບເຣຶ່ອງນີ້ຍັງບໍ່ແນ່ໃຈ:
"ເອີໂຕນີ້ຍັງເທື່ອນະ ບໍ່ ບໍ່ຟ້າວລົງຂ່າວເທື່ອ ກະ0ມັນກະຍັງບໍ່ແນ່ໃຈເທື່ອ ເພິ່ນໆກະຍັງວ່າບໍ່ຟ້າວເທື່ອ ບໍ່ຟ້າວອອກຂ່າວເທືຶ່ອຄົນຜູ້ທີ່ເອົາອອກ ຫັ້ນແມ່ນ ຄົນພວກບໍ່ຫວັງດີຫຼາຍກວ່າ ເອີມັນໆກະຍັງບໍ່ແນ່ໃຈເທື່ອ ແມ່ນແຕ່ວ່າຟ້າວອອກຂ່າວບໍ່ທັນໄດ້ເທື່ອ ເຈົ້າມັນຍັງບໍແນ່ໃຈເທື່ອເຈົ້າ."
ໃນຂນະດຽວກັນແຫຼ່ງຂ່າວທີ່ໃກ້ຊິດເຈົ້າໜ້າທີ່ທະຫານ ຣະດັບສູງກະຊວງປ້ອງກັນປະເທດຂອງລາວ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວ ກັນນັ້ນວ່າ: "ທະຫານກຳພູຊາ ເມົາເຫຼົ້າ ຍ່າງມາຫາທະຫານລາວ ແລະບອກວ່າໃຫ້ທະຫານລາວຖອນອອກຈາກ ເຂດຊາຍແດນພາຍໃນ 3 ມື້, ບໍ່ດັ່ງນັ້ນ ກຳພູຊາຊິເອົາກຳລັງ ກຳລັງ ທະຫານມາບຸກ.
ແຫລ່ງຂ່າວທ່ານນີ້ ບອກໃຫ້ຮູ້ຕື່ມອີກວ່າ ມາເຖິງປັດຈຸບັນເວລາກໍກາຍ 3 ມື້ມາແລ້ວທີ່ທະຫານກຳພູຊາ ຄົນນັ້ນເວົ້າແຕ່ກໍບໍ່ມີຫຍັງເກີດຂຶ້ນ. ເວົ້າເຖິງສະຖານະການ ຕາມຊາຽແດນລາວ-ກໍພູຊາໃນປັດຈຸບັນພົນຕຣີ ຈັນທອງ ສອນຕະອາດ ຮອງຫົວໜ້າ ເສນາທິການທະຫານ ກະຊວງປ້ອງກັນປະເທດ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 23 ສິງຫາ ທີ່ຜ່ານມາວ່າ ບໍ່ມີບັນຫາຫຍັງ, ສະພາບປົກກະຕິດີ.
ແຕ່ເມື່ອເບິ່ງຄືນເຖິງ ຣາຍງານຂ່າວຂອງສຳນັກຂ່າວໄທ ພີບີເອສ ໃນຕອນແລງວັນທີ 11 ສິງຫາ 2017 ທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ກຳພູຊາ ໄດ້ຮຽກຮ້ອງໃຫ້ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ຖອນທະຫານອອກຈາກເຂດ ຊາຍແດນ ທີ່ມີການຂັດແຍ່ງ ຣະຫວ່າງກຳພູຊາ-ລາວ ຢ່າງບໍ່ມີເງື່ອນໄຂ ໂດຍກຳນົດເສັ້ນຕາຍໃຫ້ 7 ມື້ ຫຼືຮອດວັນທີ 17 ສິງຫາ 2017, ບໍ່ດັ່ງນັ້ນທ່ານອາດຈະແກ້ໄຂ ບັນຫາດ້ວຍກຳລັງທະຫານ ອັນເປັນການສອດຄ່ອງ ກັບຣາຍງານຂອງສຳນັກຂ່າວ AP ທີ່ອ້າງອີງໃສ່ ຄຳເວົ້າຂອງທ່ານ ຈຸມ ໂສຊີດ ໂຄສົກກະຊວງປ້ອງກັນປະເທດກຳພູຊາ ທີ່ໄດ້ກ່າວວ່າ ກຳລັງທະຫານຂອງຕົນ ແມ່ນກຽມພ້ອມເພື່ອປະເຊີນໜ້າ ແລະລໍຖ້າພຽງຄຳສັ່ງ ເທົ່ານັ້ນ.
ຂໍ້ຂັດແຍ່ງຊາຍແດນຣະຫວ່າງສອງປະເທດ ສປປລາວ ແລະກຳພູຊາ ໄດ້ເຣິ່ມຮຸນແຮງຂຶ້ນມາຕັ້ງແຕ່ ຕົ້ນປີ 2017 ຍ້ອນແຕ່ລະຝ່າຍຕ່າງ ກໍອ້າງກຳມະສິດ ຢູ່ບໍຣິເວນ ທີ່ມີການຂັດແຍ່ງກັນນັ້ນ ເປັນດິນແດນ ຂອງຕົນ ຊຶ່ງເປັນການຍາກ ທີ່ຈະແກ້ໄຂກັນໄດ້.