ສື່ທີ່ຮັບໃຊ້ແຕ່ຜູ້ນໍາ

0:00 / 0:00

ສົມເນ ມີ ບົດ ສັມພາດ ນັກ ວິຊາການ ຝ່າຍ ກົດໝາຍ ຈາກ ນະຄອນ ມົງເຣອານ ປະເທດ ຄານາດາ ທີ່ ບໍ່ປະສົງ ອອກຊື່ ມາ ສະເໜີ ທ່ານ.

ນັບແຕ່ ຮ່າງ ກົດໝາຍ ສື່ມວນຊົນ ຂອງລາວ ທີ່ ໄດ້ ຮັບການ ເຫັນດີ ຈາກ ກອງປະຊຸມ ສະພາ ເດືອນ ກໍຣະກະດາ ປີ 2008 ເພື່ອ ກໍານົດ ບົດບາດ ຂອງ ສື່ມວນຊົນ ໃຫ້ ແຈ່ມແຈ້ງ ແລະ ສອດຂ່ອງ ກັບ ກົດໝາຍ ຣັຖທັມມະນູນ ມາຕຣາ 44 ທີ່ ບົ່ງ ໄວ້ວ່າ:

ປະຊາຊົນ ລາວ ທຸກຄົນ ມີ ສິດ ເສຣີພາບ ໃນການ ປາກເວົ້າ ການ ຂ່າວ ແລະ ການໂຮມ ຊຸມນຸມ ແລະ ສິດທິ ໃນ ການຕັ້ງ ສະມາຄົມ ແລະ ການ ສະແດງ ອອກ ທີ່ ບໍ່ຂັດ ກັບ ກົດໝາຍ ຂອງ ບ້ານເມືອງ. ມາຮອດ ປັດຈຸບັນ ນີ້ ບໍ່ວ່າແຕ່ ປະຊາຊົນ ໃນ ທົ່ວ ປະເທດ ເທົ່ານັ້ນ ທີ່ ບໍ່ທັນ ມີ ສິດ ເສຣີພາບ ທີ່ ກ່າວມາ ຂ້າງເທິງ ນີ້ ແມ້ແຕ່ ອົງການ ສື່ມວນຊົນ ເອງ ກໍຍັງ ຖືກ ຈໍາກັດ ໃນການ ຣາຍງານ ຂ່າວ ຄວາມຈິງ. ນັກຂ່າວ ທຸກຄົນ ຕ້ອງ ຣາຍງານ ຂ່າວ ຕາມທີ່ ພັກ ແລະ ຣັຖ ຕ້ອງການ. ຖ້າ ຣາຍງານ ຜິດໄປ ຈາກ ການ ຊີ້ນໍາ ຈະຕ້ອງ ຖືກ ລົງໂທດ.

ເຣື້ອງນີ້ ມີ ຄວາມຈິງ ຫລາຍ ປານໃດ ນັ້ນ ຂ້າພະເຈົ້າ ໄດ້ ມີ ໂອາກາດ ສັມພາດ ຫລາຍຄົນ ໃນ ລະຍະ ຜ່ານມາ ແລະ ເມື່ອ ວັນທີ 28 ເມສາ ປີ 2015 ນີ້ ກໍໄດ້ ສັມພາດ ນັກ ວິຊາການ ຝ່າຍ ກົດໝາຍ ແລະ ການ ປົກຄອງ ທ່ານ ນຶ່ງ ຈາກ ປະເທດ ຄານາດາ ທີ່ ບໍ່ປະສົງ ອອກຊື່: ...ສຽງ...

ນັກ ວິຊາການ ວ່າ ຖ້າຫາກ ວ່າ ສື່ມວນຊົນ ລາວ ແລະ ປະຊາຊົນ ລາວ ຖືກ ປິດປາກ ປິດຫູ ປິດຕາ ແລະ ຖືກ ຈໍາກັດ ຄວາມຄິດ ຄວາມເຫັນ ແລະ ການ ສະແດງ ອອກ ແລ້ວ ຄວາມ ໝັ້ນຄົງ ຂອງ ປະເທດ ຈະ ຕົກຢູ່ໃນ ອັນຕະລາຍ ຢ່າງແກ້ ບໍ່ທັນ.