ຊຸມຊົນ ຊາວລາວ ຢູ່ ປະເທສ ຕ່າງໆ ໃນໂລກ ເຖິງ ຈໍາຕ້ອງ ໄດ້ ຫຼົບໜີ ອອກຈາກ ການ ປົກຄອງ ດ້ວຍ ຣະບອບ ຜະເດັດການ ພັກດຽວ ຄື ພັກ ປະຊາຊົນ ປະຕິວັດ ລາວ ທີ່ ຜູກຂາດ ອໍານາດ ຢູ່ ສປປລາວ ດົນນານ ແລ້ວ ກໍຕາມ, ແຕ່ ກໍຍັງ ເປັນຫ່ວງ ນໍາ ເພື່ອນ ຮ່ວມຊາດ ທີ່ ຢູ່ ໃນ ປະເທສ.
ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ທີ່ ມີ ສູນກາງ ຢູ່ ປະເທສ ເຢັຽຣະມັນ ແລະ ມີ ສາຂາ ປະຈໍາ ຢູ່ ຫລາຍ ປະເທສ ໃນໂລກ ໄດ້ ນໍາ ຄນະ ຜູ້ແທນ ເຂົ້າ ຮ່ວມ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ທີ່ ກຸງ ກົວລາລໍາເປີ ປະເທສ ມາເລເຊັຽ ແຕ່ ວັນທີ 21 ຫາ 24 ເມສາ 2015 ຊຶ່ງ ໄດ້ ເວົ້າເຖິງ ຫຼາຍ ບັນຫາ ທີ່ ພົວພັນ ເຖິງ ສິດ ແລະ ຜົລປໂຍດ ອັນ ຊອບທັມ ຂອງ ປະຊາຊົນ ໃນ ປະເທສ.
ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຄັ້ງນີ້ ນອກຈາກ ຄນະ ຜູ້ແທນ ປະຊາຊົນ ປະເທສ ຕ່າງໆ ທີ່ ເປັນ ສະມາຊິກ ຂອງ ກຸ່ມ ອາຊຽນ ແລ້ວ ກໍມີ ຄນະ ຜູ້ແທນ ລາວ ທີ່ ໄປຈາກ ສອງ ພາກສ່ວນ ຄື ຈາກ ສປປລາວ ຊຶ່ງ ດຣ. ບຸນທອນ ເວົ້າວ່າ ມີ 3-4 ການ ຈັດຕັ້ງ ທີ່ ຖືກ ພັກ-ຣັຖ ເລືອກ ໃຫ້ມາ ແຕ່ ສັງເກດ ເຫັນວ່າ ພວກເພິ່ນ ບໍ່ມັກ ອອກ ຄໍາເຫັນ ຢູ່ ໃນ ກອງປະຊຸມ ບັນຫາ ສະເພາະ ຕ່າງໆ ທີ່ ຖືກ ຈັດຂຶ້ນ ນັ້ນ.
ສໍາລັບ ຂະບວນການ ຂອງ ຊຸມຊົນ ຊາວລາວ ທີ່ ເຄື່ອນໄຫວ ຕໍ່ສູ້ ຢູ່ ຕ່າງ ປະເທສ ເພື່ອ ສິດທິ ມະນຸດ ແລະ ປະຊາທິປະຕັຍ ສໍາລັບ ປວງຊົນ ຊາວລາວ ຢູ່ ສປປລາວ ນັ້ນ ແມ່ນ ຄນະ ຜູ້ແທນ ຂອງ ອົງການ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ຈາກ ສາຂາ ຕ່າງໆ 10 ກວ່າ ທ່ານ ອັນມີ ທັງຈາກ ສະຫະຣັຖ ອະເມຣິກາ, ຈາກ ຝຣັ່ງ, ເຢັຽຣະມັນ ແລະ ນິວຊີແລັນ ເຂົ້າຮ່ວມ. ຕາມ ຄໍາເວົ້າ ຂອງ ດຣ. ບຸນທອນ ຈັນທະລາວົງ ວີເຊີ.
ນອກຈາກ ໄດ້ ເຂົ້າຮ່ວມ ອອກ ຄໍາເຫັນ ກ່ຽວກັບ ສະພາບ ຄວາມ ເປັນຈິງ ຂອງ ລາວ ຢູ່ ໃນ ກອງປະຊຸມ ລວມ ແລ້ວ ກໍຍັງໄດ້ ແບ່ງກັນ ໄປ ເຂົ້າຮ່ວມ ປະກອບ ຄໍາເຫັນ ຢ່າງ ເປັນ ອິສຣະ ຢູ່ ໃນ ກອງປະຊຸມ ບັນຫາ ສະເພາະ ຕ່າງໆ ນໍາດ້ວຍ.
ສາສດາ ຈານ Joshua Cooper ຜູ້ ອໍານວຍການ ສະຖາບັນ ສິທິມະນຸດ Hawaii ສະຫະຣັຖ ອະເມຣິກາ ທີ່ ເຄື່ອນໄຫວ ເພື່ອ ອົງການ ຈັດຕັ້ງ ທີ່ ບໍ່ຂຶ້ນ ກັບ ຣັຖບາລ ຊຶ່ງ ມີການ ພົວພັນ ຢ່າງ ແໜ້ນແຟ້ນ ກັບ ອົງການ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ກໍໄດ້ ເຂົ້າຮ່ວມ ກອງ ປະຊຸມ ຄັ້ງນີ້ ນໍາດ້ວຍ.
