ຜູ້ແທນລາວສມັຍຮື້ຟື້ນ ຈະສເນີ ແຜນປອງດອງຊາດ

ໄຊຍາ
2019.10.31
F-Vidong ທ່ານ ອຸດົງ ໄຊຊະນະ ຜູ້ແທນຣັຖບານຣາຊອານາຈັກລາວສມັຍຮື້ຟື້ນ ກຳລັງກະກຽມເອກກະສານຢ່າງເປັນທາງການ ເພື່ອໄປພົບປະກັບ ຝ່າຍ ສປປ ລາວ
RFA

ຜູ້ແທນຣັຖບານ ຣາຊອານາຈັກລາວ ສມັຍຮື້ຟື້ນ ມີຄວາມຕັ້ງໃຈ ຢ່າງສູງ ທີ່ຈະຍື່ນຂໍ້ສເນີ ສັນຕິພາບ ປອງດອງຊາດ ເຖິງຣັຖບານ ສປປ ລາວ ທີ່ກຳອຳນາດ ໃນປັຈຈຸບັນ ເພື່ອມາຟື້ນຟູ ແລະ ສ້າງສາປະເທດຊາດ ບົນພື້ນຖານ ຄວາມເປັນລາວ ດ້ວຍກັນ. ປາສຈາກອິດທິພົນ ຄອບງຳ ຈາກປະເທດອື່ນ.

ຕໍ່ຂໍ້ສເນີດັ່ງກ່າວ ທ່ານ ອຸດົງ ໄຊຊະນະ ຜູ້ແທນຣັຖບານ ຣາຊອານາຈັກລາວ ສມັຍຮື້ຟື້ນ ກຳລັງກະກຽມເອກກະສານ ຢ່າງເປັນທາງການ ເພື່ອໄປພົບປະກັບ ຝ່າຍ ສປປ ລາວ ໂດຍກົງ, ດັ່ງທ່ານໄດ້ໃຫ້ສຳພາດ ຕໍ່ນັກຂ່າວເອເຊັຽເສຣີ ໃນໂອກາດທີ່ເຂົ້າຮ່ວມ ກອງປະຊຸມ Southeast Asia Conference 2019 ເພື່ອສັນຕິພາບ ປະຊາທິປະໄຕ ແລະ ສິດທິມະນຸດ ໃນລາວ ແລະ ກຳພູຊາ ຣະຫວ່າງ ວັນທີ 18-21 ຕຸລາ 2019 ຜ່ານມາ.

"ຣັຖບານ ພະຣາຊາອານາຈັກລາວ ໃນສະໄໝຮື້ຟື້ນນີ້ ແມ່ນໄດ້ຮື້ຟື້ນຄືນມາ ກະຍ້ອນວ່າຣັຖບານ ທັງສອງຝ່າຍ ຢູ່ໃນ 1975 ກ່ອນຈະມີ ການເຊັນສັນຍາກັນ ຫຼືວ່າມີຣັຖບານປະສົມກັນ ກະແມ່ນ ວ່າຄວາມປະສົງ ຂອງປະຊາຊົນຫັ້ນແມ່ນຕ້ອງການໃຫ້ ຣັຖບານນີ້ຢາກໃຫ້ຮື້ຟື້ນ ໂຕນີ້ຂຶ້ນມາ ເພາະວ່າເປັນຄູ່ສັນຍາ ຣະຫວ່າງສອງຣັຖບານ ສະໄໝນັ້ນແລ້ວມາຮອດ 40 ປີ ນີ້ໝາຍຄວາມວ່າ ຣັຖບານທັງສອງຝ່າຍນີ້ ກະຍັງ ໂດຍສະເພາະແມ່ນ ຣັຖບານ ສປປ ລາວ ກະຍັງເປັນຣັຖບານ ທີ່ມີອຳນາດແຕ່ວ່າ ໃນເມື່ອເຊັນສັນຍາຕອນນັ້ນ ລະເພີ່ນໄດ້ກຳ ອຳນາດ ໂດຍທີ່ໄດ້ ເຊັນສັນຍາກັນນັ້ນ ບາດນີ້ຄຶດວ່າເຮົາກະຄວນມາທຳຄວາມເຂົ້າໃຈກັນໃໝ່ ຮື້ຟື້ນກັນໃໝ່ ລືມຄວາມເກົ່າຄວາມຫຼັງ ລະກາໃຫ້ມາສ້າງສາປະເທດຊາດຊ່ອຍກັນ ໃຫ້ດັ່ງທີ່ປະຊາຊົນ ຕ້ອງການ."

ທ່ານໄດ້ກ່າວຕື່ມວ່າ ການເຂົ້າຮ່ວມກອງປະຊຸມເທື່ອນີ້ ທັງລາວ ແລະກຳພູຊາ ຕ່າງກໍ່ມີຈຸດຄ້າຍຄືກັນ ປະຊາຊົນ ຍັງບໍ່ມີສິດມີສຽງໃນການ ຮ່ວມພັທນາປະເທດ ເຖິງວ່າກຳພູຊາ ຈະປ່ຽນຣະບອບເປັນ ປະຊາທິປະໄຕແລ້ວ ແຕ່ປະຊາຊົນຍັງບໍ່ໄດ້ຮັບສິດ ເສຣີພາບພໍປານໃດ ເຊັ່ນດຽວກັນກັບລາວ ໃນປັຈຈຸບັນຍັງມີການຈຳກັດ ສິດເສຣີພາບ ຂອງປະຊາຊົນຢູ່.

"ຂ້າພະເຈົ້າເຫັນວ່າກອງປະຊຸມຄັ້ງນີ້ ເປັນຜົລປໂຍດໃຫ້ກັບທັງສອງປະເທດ ເປົ້າໝາຍກໍ່ຄືວ່າພວກເຮົາ ຊອກຊ່ອງທາງໃຫ້ປະເທດທັງສອງ ມີເສຣີປະຊາທິປະໄຕ ລະຄວາມຖືກຕ້ອງ ປອງດອງ ດັ່ງນັ້ນເປົ້າໝາຍຂອງ ຂ້າພະເຈົ້າຫັ້ນ ກໍຄືຢາກໃຫ້ ເມືອງລາວ ມີຄວາມຖືກຕ້ອງ ປອງດອງ ເຮົາກາບໍ່ວ່າຢູ່ໃສ ມັນກາມີປະຊາທິປະໄຕ ແຕ່ວ່າຄວາມຖືກຕ້ອງ ປອງດອງສ້າງຄວາມເຂົ້າອົກເຂົ້າໃຈກັນ ໃນການແກ້ໄຂບັນຫາ ຂອງຊາດໃນອານາຄົດ ແມ່ນເປົ້າໝາຍທີ່ທັງສອງປະເທດ ມີບັນຫາດຽວກັນ ເຮົາກາຈະຕ້ອງໄດ້ສຶກສາ ຮ່ວມກັນເພາະວ່າ ຫຼັງຈາກ ສົງຄາມ ວຽດນາມ ໄດ້ສີ້ນສຸດລົງແລ້ວ ແລ້ວສັນຕິພາບ ກໍ່ເຂົ້າຊູ່ອິນດູຈີນ, ເຮົາກາຍັງກາຍມາເປັນປະເທດ ທີ່ຍັງເປັນສັງຄົມນິຍົມຢູ່ ການຢາກໄດ້ ປະເທດຄືນ ທາງດ້ານ ເສຣີນີ້ ຂ້າພະເຈົ້າ ຄຶດວ່າມັນ ກາຢູ່ໃນ ການກົມກຽວຣະວ່າງ ທັງສອງປະເທດນີ້ຢາກໄດ້ ຄວາມຢາກໄດ້ກາຄືວ່າ ປະຊາຊົນມີປະຊາທິປະໄຕ ສ້າງຄວາມຖືກຕ້ອງປອງດອງກັນ."

ກອງປະຊຸມຄັ້ງນີ້ ທັງສອງປະເທດ ລາວ-ກໍາພູຊາ ເນັ້ນໜັກເຖິງຫຼັກ ຂອງປະຊາທິປະໄຕ ແລະ ການຣະເມີດສິດທິມະນຸດ ຜ່ານມາທັງສອງ ປະເທດ ຍັງມີພືດຕິກັມດັ່ງກ່າວ ໃຫ້ເຫັນເປັນປະຈຳ. ຕໍ່ບັນຫາດັ່ງກ່າວ ຍານາງ ບຸນຈັນ ເສັນທະວົງ ປະທານ ອົງການ ພລັງຮ່ວມຊາດລາວ ທີ່ເປັນຜູ້ແທນເຂົ້າຮ່ວມປະຊຸມ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວເອເຊັຽເສຣີວ່າ.

"ຂ້າພະເຈົ້າໄດ້ມາຮ່ວມກອງປະຊຸມກັບ ຂະແມ ທີ່ເອີ້ນວ່າ Southeast Asia Conference 2019 ເປັນຄັ້ງທີ 3 ຈຸດປະສົງຂອງ ພວກເຮົາແມ່ນ ຮ່ວມມືກັບພີ່ນ້ອງ ຂະແມ ທີ່ວ່າພວກເພີ່ນກາຕໍ່ສູ້ ເພື່ອປະຊາທິປະໄຕ ໃນບ້ານເພິ່ນຄືກັນ ສອງປະເທດ ພວກເຮົາກໍ່ບໍ່ ຕ່າງຫຍັງກັນຫຼາຍ ເຖິງແມ່ນວ່າປະເທດກຳປູເຈັຍເພິ່ນ ຈະບໍ່ແມ່ນຄອມມູນິດ ຄືເຮົາຜູ້ປົກຄອງ ຫຼືວ່ານາຍົກ ທ່ານ ຮຸນເຊັນ ກາປົກຄອງ ປະເທດ 30 ກວ່າປີ ຜູ້ດຽວຕລອດເວລາ ວິທີການເພິ່ນຫັ້ນ ກາບໍ່ຕ່າງຫຍັງກັນກັບບ້ານເຮົາ ເຊິ່ງວ່າໃຊ້ ຜະເດັດການ ປົກຄອງປະເທດ ແປວ່າຄອບຄົວເພິ່ນ ກວມໝົດບໍຣິສັດໃດ ກາດາຍ ແບ່ງກັນເຮັດ ບ້ານເຮົາບໍ່ຕ່າງຫຍັງກັນ ຖືວ່າແມ່ນປະເທດຄອມມູນິດ ໃຊ້ຄວາມຮຸນແຮງ ໃຊ້ຜະເດັດການ ປົກຄອງປະເທດຊາດ ລະກາຕັດສິດຕັດຮອນ ຂອງປະຊາຊົນ ລະກາບໍ່ມີສິດປາກ ບໍ່ມີສິດສະແດງຄວາມຄຶດເຫັນ ບໍ່ມີສິດ ຮ່ວມໃນການສ້າງສາພັທນາ ປະເທດຊາດ ອັນນີ້ກາບໍ່ຕ່າງຫຍັງ ກັນບັນດາປະເທດ ເພື່ອນເຮົາ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ເຂົາເຈົ້າ ກາມີຄວາມກັງວົນ ສະນັ້ນສອງປະຊາຄົມເຮົາ ສອງຊາດ ເຮົາຈຶ່ງມາຮ່ວມກອງປະຊຸມ ປຶກສາຫາລືວ່າເຮົາຊິແກ້ໄຂບັນຫາ ຂອງຊາດເຮົາໄດ້ ຈັ່ງໃດ ເພື່ອບໍ່ຢາກໃຫ້ຊາດເຮົານີ້ ປົກຄອງແບບຜະເດັດການ ຕັ້ງແຕ່ລະບອບກຳລັງປະຊາຊົນປະຕິວັດລາວ ໄດ້ຂຶ້ນປົກຄອງປະເທດມາໄດ້ ເກືອບ 50 ປີລະ."

ສະພາບການ ຂອງທັງສອງປະເທດຄ້າຍຄືກັນ ທ່ານ Tong Yup ປະທານອົງການ ກຳພູຊາ-ອາເມຣິກັນ ເພື່ອສິດທິມະນຸດ ແລະປະຊາທິ ປະໄຕ ໄດ້ໃຫ້ສຳພາດຕໍ່ ນັກຂ່າວເອເຊັຽເສຣີ ວ່າ ປັຈຈຸບັນ ປະຊາຊົນ ກຳພູຊາ ຍັງຖືກຄຸກຄາມຈາກ ຜູ້ມີອຳນາດ ແລະ ຍັງຄົງປົກຄອງແບບຜະເດັດການ.

"ມື້ນີ້ພວກເຮົາໄດ້ຮ່ວມປະຊຸມ ກັບຊຸມຊົນຊາວລາວ ພວກເຮົາມີພື້ນຖານອັນດຽວກັນ ກ່ຽວກັບການນຳເອົາ ປະຊາທິປະໄຕ ແລະສິດທິ ມະນຸດ ພ້ອມທັງ ການປົດອິດທິພົນ ຂອງວຽດນາມ ທີ່ຕ້ອງການສອງປະເທດ ເປັນຫົວເມືອງຂື້ນອອກ. ສ່ວນຂໍ້ຕົກລົງ ສັນຕິພາບ ປາຣີ ໃນປິ 1991 ນັ້ນ ຍັງບໍ່ຖືກປະຕິບັດ ຣັຖບານກຳພູຊາ ປັຈຈຸບັນ ໄດ້ໃຊ້ຄວາມຮຸນແຮງ ຕໍ່ ກັບປະຊາຊົນ ແລະ ພວກເຮົາເປັນຫ່ວງກັບບັນຫາ ດັ່ງກ່າວ ປະຊາຊົນຊາວ ກຳພູຊາ ບໍ່ມີຄວາມໝັ້ນຄົງ ໂດຍສັນຍາ ດັ່ງກ່າວຈະຖືກທຳລາຍ ແລະ ອາດຈະຖືກແກ້ໄຂ ໃນທີ່ສຸດ."

ການກະກຽມການຍື່ນຂໍ້ສເນີ ສັນຕິພາບ ປອງດອງຊາດ ໃນຄນະຜູ້ແທນ ດັ່ງກ່າວໄດ້ຄົ້ນຄວ້າ ປວັດຄວາມເປັນມາ ຂອງຣັຖບານ ຣາຊອານາຈັກລາວ ກ່ອນມາເປັນ ສປປ ລາວ ແລະ ປວັດຂອງຣັຖບານ ສປປ ລາວ ໂຮມເຂົ້າດ້ວຍກັນ ເພື່ອຈຸດປອງດອງ ແລ້ວຕ່າງຝ່າຍ ຕ່າງລົງຄວາມເຫັນ ກ່ອນຈະກ້າວໄປເຖິງຈຸດ ປອງດອງຊາດ ດ້ວຍການເຊັນສັນຍາ ດັ່ງ ທ່ານ ບຸນເຖິງ ນ້ອຍມະນີ ແລະ ຍານາງ ລີນລີ່ ລີ ທີ່ເປັນຄນະຂອງຣັຖບານ ຣາຊອານາຈັກ ລາວສມັຍຮື້ຟື້ນໄດ້ໃຫ້ສຳພາດ ນັກຂ່າວເອເຊັຽເສຣີວ່າ.

"ສຳລັບຂ້າພະເຈົ້າແລ້ວ ຄຶດວ່າອັນນີ້ມັນແມ່ນໂອກາດດີ ລະກັບຜົນດີທີ່ສຸດ ທີ່ວ່າຖ້າຫາກວ່າ ຜູ້ນຳ ຂອງ ສປປລາວ ເຮົາປັຈຈຸບັນນີ້ ຫັ້ນນ່າ ຄຶດວ່າຢາກເຮັດໃຫ້ ບ້ານເມືອງຈະເຣີນຮຸ່ງເຮືອງ ແລະມີຄວາມສີວິໄລແທ້ຈີງຫັ້ນ ຄວນທີ່ວ່າຊ້ຟັງການທີ່ວ່າພວກ ເຮົາຢາກເວົ້າຢາກ ວ່ານຳ ຖ້າວ່າບໍ່ຟັງບໍ່ຄຶດລະ ພວກເຮົາບໍ່ສາມາດຊິຊ່ອຍ ອີ່ຫຍັງໄດ້."

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.