ສປປລາວ ກາຍເປັນ ສູນກາງ ການຄ້າ ສັດປ່າ ທີ່ ຫາຍາກ ແລະ ໃກ້ ຈະ ສູນພັນ ໃຫ້ ນັກ ທ່ອງທ່ຽວ ຕ່າງ ປະເທສ, ປະເທສ ເພື່ອນບ້ານ ເປັນຕົ້ນ ແມ່ນຈີນ ຢູ່ ໃນເຂດ ເສຖກິດ ພິເສດ ສາມຫລ່ຽມ ຄໍາ ທີ່ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຂອງ ລາວ ທີ່ ມີຄວາມ ຕ້ອງການ ສັດປ່າ ທີ່ ຜິດ ກົດໝາຍ ນັ້ນຫຼາຍ ຍ້ອນ ເຊື່ອວ່າ ຊີ້ນ ສັດປ່າ ທີ່ ຫາຍາກ ນັ້ນ ແຊບ ແລະ ຊິ້ນສ່ວນ ຕ່າງໆ ຂອງ ມັນ ກໍເອົາ ເປັນ ສ່ວນ ປະກອບ ສໍາຄັນ ປຸງຢາ ບໍາລຸງ ກໍາລັງ ສໍາລັບ ສຸຂພາບ. ຕາມ ຄໍາເວົ້າ ຂອງ ອົງການ ສືບສວນ ສິ່ງ ແວດລ້ອມ ຫລື EIA ຊຶ່ງ ອົງການ ຂ່າວ ເອແອັຟພີ ຣາຍງານ ໃນ ວັນທີ 19 ມິນາ 2015 ນີ້.
ສິ່ງ ດັ່ງກ່າວ ເປັນການ ຣະເມີດ ກົດໝາຍ ລາວ ຮວມທັງ ມາດຕຣາ 7 ຂອງ ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ທີ່ ກໍານົດ ເອົາໄວ້ ເຖິງການ ນໍາໃຊ້ ມາຕການ ອັນ ຈໍາເປັນ ເພື່ອ ສະກັດ ກັ້ນ ຜົລ ກະທົບ ອັນ ບໍ່ດີ ຕໍ່ ສັດປ່າ ທີ່ ເກີດຈາກ ການ ກະທໍາ ຂອງ ຄົນ ເຊັ່ນ: ການລ່າສັດ, ການ ຊື້-ຂາຍ ທີ່ ບໍ່ ຖືກຕ້ອງ ຕາມ ກົດໝາຍ.
ດັ່ງນັ້ນ ອົງການ ສືບສວນ ສິ່ງ ແວດລ້ອມ ຈຶ່ງ ໄດ້ ຮຽກຮ້ອງ ໃຫ້ ສປປລາວ ຈັດຕັ້ງ ທິມງານ ຂຶ້ນມາ ຢ່າງ ຮີບດ່ວນ ເພື່ອ ແກ້ໄຂ ບັນຫາ ການ ຄ້າ ສັດປ່າ ຜິດ ກົດໝາຍ ແລະ ຍຶດ ຊິ້ນສ່ວນ ຂອງ ສັດປ່າ ທັງໝົດ ທີ່ ຖືກ ນໍາມາ ຂາຍ ຢູ່ໃນ ເຂດ ເສຖກິດ ພິເສດ ສາມຫລ່ຽມ ຄໍາ ຢູ່ ຊາຍແດນ ລາວ ທີ່ ຕິດກັບ ພະມ້າ ແລະ ໄທ. ນັ້ນຄື ບັນຫາ ທີ່ ມີການ ວິພາກ ວິຈານ ກັນ ຫລາຍ ພໍ ສົມຄວນ ຢູ່ ໃນ ປັດຈຸບັນ.
ອົງການ ສືບສວນ ສິ່ງ ແວດລ້ອມ ຣາຍງານ ອີກວ່າ ເຂດ ເສຖກິດ ພິເສດ ແຫ່ງນີ້ ຄື ກັບວ່າ ເປັນ ດິນແດນ ຕອນນຶ່ງ ຂອງຈີນ ເພາະ ໃນນັ້ນ ໃຊ້ ແຕ່ ພາສາຈີນ, ປ້າຍ ຮ້ານຄ້າ ກໍເປັນ ພາສາຈີນ, ໃຊ້ ເວລາ ດຽວກັນ ກັບ ເວລາ ນະຄອນ ຫຼວງ ປັກກິ່ງ ແລະ ຄົນງານ ກໍແມ່ນ ຄົນຈີນ ແລະ ເປັນເຂດ ເສຖກິດ ພິເສດ ທີ່ ເປັນທັງ ສູນກາງ ການຄ້າ ສັດປ່າ ຮວມທັງ ເສືອ ແລະ ໝີ ທີ່ ຫາຍາກ ແລະ ໃກ້ ຈະ ສູນພັນ ນໍາດ້ວຍ.
ແຕ່ ເຖິງຢ່າງໃດ ທາງການ ລາວ ກໍຍັງ ປະຕິເສດ ວ່າ ຣາຍງານ ຂອງ ສື່ມວນຊົນ ຕ່າງ ປະເທດ ກ່ຽວກັບ ກາ ນຊື້-ຂາຍ ສັດປ່າ ຢູ່ພາຍ ໃນເຂດ ເສຖກິດ ພິເສດ ສາມຫຼ່ຽມ ຄຳ ນັ້ນ ແມ່ນ ເກີນຄວາມ ເປັນຈິງ ເພາະ ໄດ້ ເອົາໃຈໃສ່ ປຸກ ຣະດົມ ປະຊາຊົນ ໃຫ້ ມີການ ອະນຸຮັກ ສັດນ້ຳ ສັດປ່າ ທີ່ ຫວງຫ້າມ. ຕາມ ຄໍາເວົ້າ ຂອງ ຄນະ ສະພາ ບໍຣິຫານ ງານ ເຂດ ເສຖກິດ ພິເສດ ສາມຫຼ່ຽມ ຄຳ ທີ່ ແຂວງ ບໍ່ແກ້ວ.
ກ່ຽວກັບ ເຣຶ່ອງ ນີ້ ມີການ ວິພາກ ວິຈານ ກັນວ່າ ທາງ ສະພາ ບໍຣິຫານ ເຂດ ເສຖກິດ ພິເສດ ສາມຫຼ່ຽມ ຄຳ ໄດ້ຮ່ວມ ກັບ ກຳລັງ ປ້ອງກັນ ຊາດ-ປ້ອງກັນ ຄວາມສງົບ ໄປ ກວດກາ ໃນເຂດ ດັ່ງກ່າວ ພາຍຫລັງ ທີ່ ສື່ມວນຊົນ ຕ່າງ ປະເທສ ໄດ້ ເປີດເຜີຍ ຂ່າວ ກ່ຽວກັບ ການ ຊື້-ຂາຍ ສັດປ່າ ທີ່ ຫວງຫ້າມ ຢູ່ເຂດ ນັ້ນ ໃນ ວັນທີ 18 ມິນາ 2015. ດັ່ງນັ້ນ ຈຶ່ງ ມີຄວາມ ເປັນ ໄປໄດ້ ທີ່ ພວກຄ້າ ສັດປ່າ ຂົນ ຊີ້ນ ສັດປ່າ, ຊິ້ນສ່ວນ ສັດປ່າ ຫລື ຜົລຜລິດ ຈາກ ຊິ້ນສ່ວນ ຂອງ ສັດປ່າ ໜີໄປ ຈາກ ເຂດ ນັ້ນ ກ່ອນໜ້າ ທີ່ ພວກ ເຈົ້າໜ້າທີ່ ໄປ ກວດກາ, ດີແຕ່ ພວກ ພໍ່ຄ້າ ຍັງ ປະໄວ້ ຈໍານວນ ນຶ່ງ ໃຫ້ ເຈົ້າໜ້າທີ່ ເຫັນ ເຊັ່ນ ຕີນ ໝີ, ໜັງເສືອ ແລະ ຜລິດຕະພັນ ທີ່ ຜລິດ ຈາກ ສັດປ່າ ຫວງຫ້າມ.
ເຈົ້າໜ້າທີ່ ໄດ້ ນໍາເອົາ ສິ່ງ ທີ່ ພົບນັ້ນ ໄປ ຈູດ ທຳລາຍ ຖິ້ມ ໃນ ວັນທີ 27 ມິນາ 2015 ຄື ພາຍຫລັງ ທີ່ ສື່ມວນຊົນ ຕ່າງ ປະເທສ ໄດ້ເຜີຍແພ່ ຂ່າວ ມາໄດ້ ຫຼາຍ ວັນ ໂດຍມີ ທ່ານ ຈັນທະຈອນ ວາງຟາເຊັງ ຮອງ ປະທານ ຄນະ ບໍຣິຫານ ເຂດ ເສຖກິດ ພິເສດ ສາມຫລ່ຽມ ຄຳ, ດຣ.ເຂິງຄຳ ແກ້ວໜູຈັນ ຮອງ ຫົວໜ້າ ກອງ ເລຂາ ຄນະ ກຳມະການ ແຫ່ງຊາດ ເພື່ອ ຄຸ້ມຄອງ ເຂດ ເສຖກິດ ພິເສດ ເຂດ ເສຖກິດ ສະເພາະ ແລະ ຜູ້ ຕາງໜ້າ ຈາກ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງ ແວດລ້ອມ ເຂົ້າຮ່ວມ. ຕາມ ການ ຣາຍງານ ຂອງ ສື່ມວນຊົນ ທາງການ ລາວ.
ທ່ານ ຈັນທະຈອນ ໄດ້ ໃຫ້ ສຳພາດໃນ ພິທີ ຈູດ ທຳລາຍ ຊິ້ນສ່ວນ ສັດປ່າ ວ່າ: ສຳລັບ ການ ຄຸ້ມຄອງ ສັດນ້ຳ ສັດປ່າ ທີ່ ຫວງຫ້າມ ພາຍໃນ ເຂດ ພວກທ່ານ ແມ່ນ ອີງໃສ່ ຣະບຽບ ກົດໝາຍ ແລະ ອອກ ມາຕການ ຢ່າງ ຄັກແນ່ ເພື່ອ ບໍ່ໃຫ້ ມີການ ຊື້-ຂາຍ ສັດປ່າ ທີ່ ຫວງຫ້າມ. ແຕ່ ໄດ້ມີ ສື່ ຂອງ ຕ່າງ ປະເທດ ຣາຍງານ ຂ່າວ ກ່ຽວກັບ ການ ຊື້-ຂາຍ ສັດປ່າ ທີ່ ຫວງຫ້າມ ພາຍໃນ ເຂດ ອອກມາ ຊຶ່ງໄດ້ ສົ່ງ ຜົນກະທົບ ຕໍ່ ພາບພົດ ຂອງ ເຂດ ກໍ່ຄື ຣັຖບານ ລາວ.
ພ້ອມກັນ ນັ້ນ ທາງການ ລາວ ກໍວ່າ ຜ່ານ ການ ລົງ ກວດກາ ເຮັດໃຫ້ ທາງ ຄນະ ບໍຣິຫານ ເຂດ ສັ່ງ ປິດຮ້ານ ທີ່ ມີການ ຈຳໜ່າຍ ສັດປ່າ ແລະ ເວົ້າວ່າ ສັດປ່າ ທີ່ ນຳມາ ຈຳໜ່າຍ ນັ້ນ ແມ່ນຍ້ອນ ຄວາມຮູ້ ເທົ່າ ບໍ່ເຖິງ ການ ຂອງ ປະຊາຊົນ ທີ່ ໄປລ່າ ໄປຂ້າ ມາຂາຍ ໃຫ້ ກັບ ບັນດາ ຮ້ານ ພາຍໃນ ເຂດ ເສຖກິດ ພິເສດ ນັ້ນ ແລະ ທັງ ເວົ້າວ່າ ເຂດ ເສຖກິດ ພິເສດ ສາມຫຼ່ຽມ ຄຳ ແມ່ນ ເອົາໃຈໃສ່ ປຸກ ຣະດົມ ປະຊາຊົນ ໃຫ້ ມີການ ອະນຸຮັກ ສັດນ້ຳ ສັດປ່າ ທີ່ ຫວງຫ້າມ ນັ້ນ.
ນອກຈາກ ນັ້ນ ກໍໄດ້ ເວົ້າວ່າ ທາງ ຄນະ ບໍຣິຫານ ເຂດ ໄດ້ ສົມທົບ ກັບ ເມືອງ ອອກ ແຈ້ງການ ໃຫ້ ປະຊາຊົນ ຮັບຮູ້ ເພື່ອ ຊຸກຍູ້ ປະຊາຊົນ ບໍ່ໃຫ້ ມີການ ລ່າ ແລະ ຂ້າ ສັດປ່າ ມາຂາຍ ໃຫ້ ພໍ່ຄ້າ ແມ່ຄ້າ ຢູ່ ໃນເຂດ ເສຖກິດ ພິເສດ ສາມຫຼ່ຽມ ຄຳ ແລະ ສະຖານທີ່ ອື່ນໆ ນໍາດ້ວຍ.
ສຳລັບ ສວນສັດ ໃນເຂດ ເສຖກິດ ພິເສດ ສັດ ສ່ວນຫຼາຍ ແມ່ນໄດ້ ມາຈາກ ປະຊາຊົນ ທີ່ ລ່າ ມາຂາຍ ໃຫ້. ຈຳນວນ ໜຶ່ງ ຖືກ ບາດເຈັບ ແລະ ໄດ້ຮັບການ ຮັກສາ ປິ່ນປົວ, ບາງ ຈຳນວນ ກໍ່ໄດ້ ຖືກປ່ອຍ ຄືນ ສູ່ ທຳມະຊາດ ຊຶ່ງ ໃນ ຕໍ່ໜ້າ ຈະ ຂຶ້ນ ທະບຽນ ສັດ ທຸກໂຕ ກັບ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງ ແວດລ້ອມ ຂນະ ທີ່ ຫລາຍໆ ຄົນ ເວົ້າວ່າ ການ ຫ້າມລ່າ, ຫ້າມຂ້າ ແລະ ຫ້າມ ຊື້-ຂາຍ ສັດປ່າ ທີ່ ຫາຍາກ ແລະ ໃກ້ ຈະສູນ ພັນ ຢູ່ ສປປລາວ ຄົງເປັນ ໄປ ໄດ້ຍາກ ຫລື ອາດ ເປັນ ໄປບໍ່ໄດ້ ຍ້ອນມັນ ຈະ ເປັນຄື ຄໍາເວົ້າ ຂອງ ຊາວ ແຂວງ ບໍຣິຄໍາໄຊ ຊຶ່ງ ເປັນແຂວງ ນຶ່ງ ຂອງລາວ ທີ່ ມີການ ລ່າ,ຈັບ ແລະ ຄ້າ ສັດປ່າ ຫຼາຍ ທີ່ສຸດ:
"ຍັງມີ ກຸ່ມຄົນ ບໍ່ດີ ຈໍານວນ ນຶ່ງ ຫັ້ນແຫລະ ມັນກະ ລັກລ່າ ລັກ ອັນນັ້ນ ບາງເທື່ອ ມັນ ກະຂາຍ ອອກເປັນ ໂຕ ບາງເທື່ອ ມັນກະ ຂາຍອອກ ເປັນ ຊິ້ນສ່ວນ ຂອງ ສັດ ສ່ວນຫລາຍ ກະ ປະເພດ ໂຕລິ່ນ ໂຕແລນ ໂຕເຕົ່າ ນີ້ນະ".
ແລະ ສໍາລັບ ຢູ່ ພາກໃຕ້ ຂອງລາວ ກໍມີ ຂ່າວວ່າ ຍັງມີການ ລັກລ່າ ແລະ ຄ້າສັດ ຢູ່ ຕໍ່ມາ. ດັ່ງ ຊາວລາວ ຜູ້ ຂໍສງວນຊື່ ທ່ານນຶ່ງ ເວົ້າເຖິງ ການ ຂາຍ ສັດປ່າ ຫວງຫ້າມ ນັ້ນວ່າມີ ຢູ່ ຫຼາຍ ເປັນຕົ້ນ ໃນເຂດ ທີ່ ມີການ ສ້າງ ເຂື່ອນ:
"ມີມີ ເຢິແຢະ ອັນທີ່ສັດ ຫວງຫ້າມ ມີ ສັດອີ່ສັງ ແດ່ ອັນເຂົາ ຂາຍ ກະ ໝູປ່າ ມີຟານ ມີເໝັ້ນ ມີອີ່ສັງ ໄປ ຊັ້ນແຫລະ ສັດນ້ອຍ ເປັນ ກະຮອກ ກະແຕ ກະສິ ແພງ ແຫຼະ ນໍ ສັດປ່າ ນີ້ນໍ ບໍ່ກະ ບໍ່ແພງ ປານໃດ ດອກ".
ຖ້າ ເວົ້າເຖິງ ການຄ້າ ສັດປ່າ ຂນາດ ໃຫຍ່ ຂ້າມຊາດ ກໍແມ່ນ ເວົ້າເຖິງ ທ້າວ ວິໄຊ ແກ້ວສະຫວ່າງ ທີ່ ອົງການ ສືບສວນ ສິ່ງ ແວດລ້ອມ ທີ່ ມີ ສໍານັກງານ ຢູ່ ກຸງ ລອນດອນ ປະເທສ ອັງກິດ ເວົ້າວ່າ ເປັນ ອາຊຍາກອນ ໃຫຍ່ ແລະ ໂຫດ ທີ່ ສຸດ ເຣື່ອງ ຄ້າສັດປ່າ ຢູ່ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້ ໂດຍ ສະເພາະ ຢູ່ ສປປລາວ. ເຂົາຕັ້ງ ບໍຣິສັດ ຊື່ ບໍຣິສັດ ໄຊສະຫວ່າງ ຂາອອກ ຂາເຂົ້າ ຊຶ່ງ ຕັ້ງຢູ່ ເມືອງ ປາກຊັນ ແຂວງ ບໍຣິຄໍາໄຊ ໃນປີ 2008 ຄ້າ ສັດປ່າ ເກືອບ ທຸກຊນິດ ຈົນ ຮອດ ແຮດ, ເສືອ, ສິງ, ຊ້າງ ຈົນວ່າ ຣັຖບາລ ສະຫະຣັຖ ອະເມຣິກາ ໄດ້ ປະກາດໃ ຫ້ ລາງວັນ 1 ລ້ານ ໂດລາ ສະຫະຣັຖ ແກ່ ຜູ້ທີ່ຊ່ວຍ ຈັບ ທ້າວ ວິໄຊ ແກ້ວສະຫວ່າງ ຫຼື ທັບມ້າງ ຂະບວນ ຄ້າ ສັດປ່າ ຂອງ ເຂົາ ຢູ່ ປະເທສ ລາວ ແລະ ໃນໂລກ.
ເຖິງຈະມີ ຫລັກຖານ ວ່າ ທ້າວ ວິໄຊ ເປັນ ຜູ້ຄ້າ ສັດປ່າ ຜິດ ກົດໝາຍ ພຽງໃດ ແຕ່ ກໍບໍ່ມີ ໃຜ ແຕະຕ້ອງ ໄດ້ ເພາະເຂົາ ມີ ເສັ້ນສາຍ ກັບ ຜູ້ ມີ ອິດທິພົນ ໃນ ຣັຖບາລ ສປປລາວ ທີ່ ເຕັມໄປ ດ້ວຍ ນັກ ການເມືອງ ສໍ້ຣາສ ບັງຫຼວງ ປົກປ້ອງ ເອົາໄວ້ ຢ່າງ ດີ, ຍັງ ລອຍນວນ ຢູ່ ຕໍ່ໄປ.
