ຜູ້ສໍ້ຣາສສເວີຍສຸກ ປະຊາ ຮັບທຸກ

0:00 / 0:00

ໃນຕົ້ນ ເດືອນ ສິງຫາ ທີ່ຜ່ານມາ, ເຈົ້າໜ້າທີ່ ຕໍາຣວດ ແຂວງ ຫຼວງພຣະບາງ, ໄດ້ ປ່ອຍຕົວ ນາງ ຈັນທະພອນ, ສ່ວນ ເຈົ້າໜ້າທີ່ ຕໍາຣວດ ແຂວງ ໄຊຍະບູຣີ ໄດ້ປ່ອຍ ຕົວ ນາງ ຄໍາພຸດ ມີຕັນ, ໃນ ກໍຣະນີ ທີ່ ທັງສອງ ເອົາ ຂໍ້ມູນ ຂອງ ເຈົ້າໜ້າທີ່ ອອກ ເຜີຍແຜ່ ທາງ ເຟສບຸກ.

ທ່ານ ຜູ້ຟັງ, ທ່ານ ຜູ້ອ່ານ, ຄົງຈະຈື່ ເຫດການ ຈັບກຸມ ນາງ ຄໍາພຸດ ມີຕັນ ຢູ່ ບ້ານນາບວມ ເມືອງພຽງ ແຂວງ ໄຊຍະບູຣີ, ໃນ ວັນທີ 21 ພຶສພາ ທີ່ ຜ່ານມາ ໃນຂໍ້ຫາ ທີ່ ເອົາຮູບ ຂອງ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ເຂດບ້ານ ໂພນສະອາດ, ທີ່ກໍາລັງ ເກັບເງິນ ນໍາຜູ້ ຂັບຂີ່ຣົດ ອອກມາ ເຜີຍແຜ່ ທາງ ເຟສບຸກ. ຈົນຮອດ ວັນທີ 4 ສິງຫາ ນາງ ຄໍາພຸດ ຈຶ່ງຖືກ ປ່ອຍຕົວ. ອີງຕາມ ການ ບອກເລົ່າ ຂອງ ແຫລ່ງຂ່າວ ທີ່ ໃກ້ຊິດ ກັບ ຄອບຄົວ ຂອງ ນາງ ຄໍາພຸດ.

ກ່ຽວກັບ ເຫດຜົນ ການ ປ່ອຍຕົວ ແລະ ການຈັບ ນາງ ຄໍາພຸດ ມີຕັນ, ເຈົ້າໜ້າທີ່ ຕໍາຣວດ ແຂວງ ໄຊຍະບູຣີ ບໍ່ໄດ້ມີ ການ ເປີດເຜີຍ ໃຫ້ແກ່ ສາທາຣະນະ ໄດ້ຮັບຮູ້ ແຕ່ ຢ່າງໃດ.

ວິທຍຸ ເອເຊັຽ ເສຣີ ໄດ້ ພຍາຍາມ ໂທຣ ສໍາພາດ ທ່ານ ພັນໂທ ຍົມ ດວງດີ ຫົວໜ້າ ກອງ ບັນຊາການ ປກສ ແຂວງ ໄຊຍະບູຣີ, ແລະ ທ່ານ ພັນຕີ ເຂັມເພັດ ວັນນະລາດ ຫົວໜ້າ ຝ່າຍ ສືບສວນ ສອບສວນ ກອງ ບັນຊາການ ປກສ ແຂວງ ໄຊຍະບູຣີ, ເພື່ອຂໍ ສໍາພາດ ກ່ຽວກັບ ການ ປ່ອຍຕົວ ນາງ ຄໍາພຸດ , ແຕ່ ທັງ 2 ທ່ານ ປະຕິເສດ ທີ່ຈະໃຫ້ ສໍາພາດ.

ໃນເວລາ ດຽວກັນ ໃນ ຕົ້ນເດືອນ ສິງຫາ ນີ້ ກໍມີຂ່າວ ອອກມາ ອີກວ່າ, ນາງ ຈັນທະພອນ ພະນັກງານ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພຣະບາງ ກໍຖືກ ປ່ອຍຕົວ ຫລັງຈາກ ທີ່ ນາງຖືກ ເຈົ້າໜ້າທີ່ ຕໍາຣວດ ເຈັບຕົວ ແຕ່ ກາງເດືອນ ມິຖຸນາ ທີ່ ຜ່ານມາ, ໃນຂໍ້ຫາ ທີ່ ນາງເອົາ ຂໍ້ຕົກລົງ ຂອງ ເຈົ້າແຂວງ ຫຼວງພຣະບາງ ທ່ານ ຄໍາແພງ ໄຊສົມແພງ ວ່າດ້ວຍ ການໃຫ້ ສໍາປະທານ ທີ່ດິນ ເຂດ ອ້ອມຮອບ ຕາດ ກວາງຊີ ໃຫ້ແກ່ ບໍຣິສັດ ຈີນ ລົງ ເຜີຍແຜ່ ທາງ ເຟສບຸກ.

ແລະ ໃນເວລາ ດຽວກັນ ນັກຂ່າວ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ສໍາພາດ ເຈົ້າໜ້າທີ່ ຕໍາຣວດ ແຂວງ ຫຼວງພຣະບາງ ກ່ຽວກັບ ເຫດຜົນ ຂອງ ການຈັບຕົວ ແລະ ການປ່ອຍຕົວ ນາງ ຈັນທະພອນ, ແຕ່ ເຈົ້າໜ້າທີ່ ຕໍາຣວດ ກໍ ປະຕິເສດ ທີ່ ຈະໃຫ້ ສໍາພາດ.

ການຈັບຕົວ ນາງ ຈັນທະພອນ ແລະ ນາງ ຄໍາພຸດ ນີ້, ເປັນ ກໍຣະນີ ທີ່ຄ້າຍ ຄືກັນ, ທັງສອງ ໄດ້ ເອົາຂໍ້ມູນ ຂອງ ເຈົ້າໜ້າທີ່ ໄປ ເຜີຍແຜ່ ທາງ ສື່ສັງຄົມ ອອນລາຍ ຫລື ເຟສບຸກ ເຖິງວ່າ ການຈັບຂັງ ນັ້ນ ບໍ່ມີ ຄໍາສັ່ງ ສານ ກໍຕາມ ຊຶ່ງ ເບິ່ງແລ້ວ ການ ຈັບແບບນີ້ ໄດ້ກາຍ ເປັນເຣື້ອງ ປົກກະຕິ ໄປແລ້ວ ຢູ່ໃນ ສປປ ລາວ.

ການຈັບກຸມ ແບບບໍ່ມີ ຄໍາສັ່ງ ຈາກ ສານ ກໍເຄີຍ ເກີດຂຶ້ນ ມາກ່ອນ ຕົວຢ່າງ, ການຈັບກຸມ ນາງ ສີວັນໄຊ ພົມມະລາດ ຢູ່ເມືອງ ຍົມມະລາດ ແຂວງ ຄໍາມ່ວນ, ໃນ ກໍຣະນີ ຂໍ້ ຂັດແຍ່ງ ທີ່ດິນ ໃນ ຕົ້ນປີ 2013.

ທັງສາມ ກໍຣະນີ້ ທີ່ ກ່າວມາ ນີ້ ເກີດຂຶ້ນ ເປັນ ຕົວບົ່ງຊີ້ ໃຫ້ເຫັນວ່າ ຢູ່ ສປປ ລາວ, ຍັງຄົງມີ ການຣະເມີດ ສິດທິ ຂັ້ນ ພື້ນຖານ ຂອງ ປະຊາຊົນ. ໂດຍສະເພາະ ການຈັບ ຂັງ ປະຊາຊົນ ທີ່ ບໍຣິສຸດ. ໃນ ຣັຖທັມມະນູນ ແຫ່ງ ສປປ ລາວ ໄດ້ ຣະບຸ ເອົາໄວ້ ຢູ່ໃນ ມາດຕຣາ 42 ວ່າ: “ພົລເມືອງ ລາວ ມີສິດ ໂດຍ ບໍ່ມີໃຜ ຈະລ່ວງ ຣະເມີດ ໄດ້ ທາງດ້ານ ຮ່າງກາຍ, ກຽດສັກສີ ແລະ ເຄຫະ ສະຖານ. ພົລເມືອງ ລາວ ຈະບໍ່ ຖືກຈັບ ຕົວ ຫຼື ກວດຄົ້ນ ເຄຫະ ສະຖານ ຖ້າຫາກ ບໍ່ມີ ຄໍາສັ່ງ ຂອງ ອັຍການ ຫຼື ຂອງ ສານ ປະຊາຊົນ ເວັ້ນແຕ່ ໃນ ກໍຣະນີ ທີ່ໄດ້ ກໍານົດໄວ້ ໃນ ກົດໝາຍ.” ອັນນັ້ນ ເປັນການ ຣະບຸ ຢູ່ໃນ ຣັຖທັມມະນູນ ແຫ່ງ ສປປລາວ.

ແຕ່ເມື່ອ ເຫັນ ແບບນີ້ ຕາມຫລັກ ນິຕິກັມ ແລ້ວ ກໍ ໝາຍເຖີງ ເຈົ້າໜ້າທີ່ ຕໍຣວດ ໃຊ້ ອໍານາດ ເກີນ ຂອບເຂດ, ຫລືການ ລຸແກ່ ອໍານາດ ໂດຍ ບໍ່ຄໍານຶງ ເຖິງຜົນໄດ້ ຜົນເສັຽ. ດັ່ງ ຜູ້ຊ່ຽວຊານ ທາງດ້ານ ກົດໝາຍ ທ່ານນຶ່ງ ຜູ້ທີ່ ບໍ່ປະສົງ ອອກຊື່ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

"ຂ້ອຍຄິດວ່າ ການ ປະຕິບັດ ໜ້າທີ່ ຂອງ ເຈົ້າໜ້າທີ່ ຕໍາຣວດ ຊຸດນີ້ ຫັ້ນນ່າ, ພາສາ ງ່າຍໆ ເຂົາເວົ້າກັນ ເອີ້ນວ່າ ລຸແກ່ ອໍານາດ ຈົນລືມຄຶດ ໄປວ່າ ມີຜົນໄດ້ ຜົນເສັຽ, ແນວໃດແດ່ ລຸ ອໍານາດ ລຸ ອໍານາດ ແນວໃດ ເພາະວ່າ ຄະດີ ມັນບໍ່ແມ່ນ ໜ້າທີ່ ຈັບກຸມ ກັນໄດ້ ຂັ້ນເວົ້າ ເຣື້ອງ ທາງດ້ານ ກົດໝາຍ ເນາະ ຣັຖທັມມະນູນ ລະແມ່ນ ຊັດເຈນ ແລ້ວ ລະໄປຈັບ ຂໍ້ກ່າວຫາ ໃດລະ ໄປຈັບ ຂໍ້ກ່າວຫາ ກະບໍ່ ຊັດເຈນ".

ແລະ ນອກຈາກ ນີ້ ມັນ ກໍເຮັດໃຫ້ ຜູ້ ທີ່ຖືກຈັບ ເສັຽຫາຍ ເສັຽຊື່ສຽງ ແລະ ກຽດ ສັກສີ, ໂດຍທີ່ ບໍ່ມີຜູ້ໃດ ສະແດງ ຄວາມ ຮັບ ຜິດຊອບ. ດັ່ງ ຊ່ຽວຊານ ທ່ານນີ້ ກ່າວຕໍ່ ເອເຊັຽ ເສຣີ ອີກວ່າ:

"ດັ່ງ ຖ້າຂ້ອຍ ແມ່ນ ພີ່ ແມ່ນນ້ອງ ລາວ ຂ້ອຍ ຟ້ອງກັບ ກະໄດ້ ແຕ່ບາດນີ້ ຢູ່ ບ້ານເຮົາ, ໃຜຊິ ຟ້ອງກັບ ເຈົ້າໜ້າທີ່ ຕໍາຣວດ ຢູ່ ເມືອງລາວ ດຽວນີ້ ມັນໆ ອັນນີ້ ລະມັນ ສະແດງ ອອກວ່າ ສິດທິ ມະນຸດ ຖືກ ຢຽບຍໍ່າ, ເພາະວ່າ ນາງ ຢູ່ ໄຊຍະ ນີ້ ລາວ ກະບໍ່ແມ່ນ ຄົນເອົາລົງ ເຟສບຸກ ລະ ຜູ້ອື່ນ ເອົາ ລົງ ເຟສບຸກ ໄປຈັບ ລາວ ບາດນີ້ ຄັນຈັບ ລາວແລ້ວ ຄົນຖືກ ຕັດ ອິສຣະພາບ ຂະໜາດ ນັ້ນ ນ່າ ເສັຽຫາຍ ຊື່ສຽງ ສັກສີ ເສັຽ ອະນາຄົດ ໃຜຮັບ ຜິດຊອບ ລາວ ແທນ ທີ່ວ່າ ເຈົ້າໜ້າທີ່ ຕໍາຣວດ ນີ້ນ່າ ຊິເປັນ ທີ່ເພິ່ງ ຂອງ ປະຊາຊົນ".

ໃນ ຂນະທີ່ ປະຊາຄົມ ໂລກ ກໍາລັງ ກົດດັນ ຣັຖບານ ລາວ, ເຣື້ອງ ການຣະເມີດ ສິດທິ ມະນຸຸດ ຢູ່ໃນລາວ, ແລ້ວ ກໍເກີດ ກໍຣະນີ ການ ຈັບກຸມ ນາງ ຄໍາພຸດ ແລະ ນາງ ຈັນທະພອນ ແລ້ວ ມັນຍິ່ງ ຈະເປັນການ ຊໍ້າເຕີມ ເຣື້ອງ ບັນຫາ ການຣະເມີດ ສິດທິ ມະນຸດ ຢູ່ໃນລາວ ອີກ.

ກ່ຽວກັບ ກໍຣະນີ ນາງ ຈັນທະພອນ ເອົາຂໍ້ ຕົກລົງ ການໃຫ້ ສໍາປະທານ ທີ່ດິນ ຕາດ ກວາງຊີ ລົງ ເຜີຍແຜ່ ທາງ ເຟສບຸກ, ກໍມີ ປະຊາຊົນ ຊາວ ຫຼວງພຣະບາງ ໃຫ້ ເຫດຜົນ ວ່າ, ຍ້ອນວ່າ ທີ່ຜ່ານມາ ທ່ານ ຄໍາແພງ ໄຊ ສົມແພງ ເຈົ້າແຂວງ ຫຼວງພຣະບາງ ໄດ້ ເຊັນມອບ ທີ່ດິນ ແລະ ຊັບສິນ ຂອງຣັຖ ຢູ່ ແຂວງ ຫຼວງພຣະບາງ ໃຫ້ແກ່ ນັກລົງທຶນ ເອກກະຊົນ ຫຼາຍ ແຫ່ງແລ້ວ ເປັນຕົ້ນ ເຂດທີ່ດິນ ຫາງ ເດີ່ນຍົນ, ເຂດ ຜາມໄຊ, ເຂດເດີ່ນ ທາດຫຼວງ ແລະ ໂຮງແຊກ, ຊຶ່ງ ສິ່ງ ດັ່ງກ່າວ ມັນບໍ່ ຕ່າງຫຍັງ ກັບ ການຂາຍ ຊັບສົມບັດ ຂອງຣັຖ ຂອງຫຼວງ, ເພື່ອ ເອົາ ຜົນປໂຍດ ເຂົ້າຖົງ ຕົນເອງ, ຫລື ເອີ້ນອີກ ຢ່າງນຶ່ງ ກໍຄື ມັນເປັນ ພຶດຕິກັມ ການສໍ້ຣາສ ບັງຫຼວງ ນັ້ນເອງ.

ແລະ ກ່ຽວກັບ ກໍຣະນີ ນາງ ຄໍາພຸດ ຖ່າຍຮູບ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ແລ້ວ ມີຄົນ ນໍາເອົາ ຮູບ ດັ່ງກ່າວ ໄປເຜີຍແຜ່ ຢູ່ ເຟສບຸກ, ກໍມີຄົນ ໃຫ້ ເຫດຜົນ ວ່າ, ຍ້ອນວ່າ ປະຊາຊົນ ທົນ ບໍ່ໄດ້ ກັບການ ກະທໍາ ຂອງ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ບາງຄົນ ບໍ່ໄດ້ ທີ່ ມີ ພຶດຕິກັມ ເກັບເງິນ ແລະ ຂູ່ເອົາເງິນ ນໍາຜູ້ ຂັບຂີ່ ແລະ ເຫັນກັນ ຈົນ ກາຍເປັນ ເຣື້ອງ ປົກກະຕິ ໄປແລ້ວ, ຫລື ເອີ້ນ ອີກຢ່າງນຶ່ງ ກໍຄື ມັນເປັນ ພຶດຕິກັມ ການສໍ້ຣາສ ບັງຫຼວງ ນັ້ນເອງ.

ປະຊາຊົນ ຜູ້ທີ່ ນໍາເອົາ ພຶດຕິກັມ ການສໍ້ຣາສ ບັງຫຼວງ ຂອງ ເຈົ້າໜ້າທີ່ ຣັຖ ອອກມາ ເຜີຍແຜ່ ທາງ ເຟສບຸກ, ຊໍ້າພັດ ຖືກຈັບ ໃນ ຂນະທີ່ ເຈົ້າໜ້າທີ່ ຜູ້ທີ່ມີ ພຶດຕິກັມ ສໍ້ຣາສ ບັງຫຼວງ ຊໍ້າພັດ ຍັງ ລອຍນວນ ຢູ່, ແຕ່ວ່າ ຍິ່ງ ຈັບຜູ້ ບໍຣິສຸດ ຫຼາຍເທົ່າໃດ ມັນ ກໍຍິ່ງເຮັດໃຫ້ ຣັຖບານ ເສັຽໜ້າ ແລະ ເສັຽ ພາບພົດ ຫຼາຍ ເທົ່ານັ້ນ.

ເມື່ອຂ່າວ ການ ຈັບ ນາງ ຈັນທະພອນ ແລະ ນາງ ຄໍາພຸດ ຖືກຣາຍງານ ອອກໄປ ແລ້ວ ກໍມີຄົນ ຝາກ ຄໍາຖາມ ມາທາງ ວິທຍຸ ເອເຊັຽ ເສຣີ ໄປເຖີງ ຣັຖບານ ລາວ ວ່າ ມັນຄຸ້ມຄ່າ ແລ້ວບໍ? ກັບ ການທີ່ ຣັຖບານ ໄປ ປົກປ້ອງ ເຈົ້າໜ້າທີ່ ຣັຖ ບາງຄົນ ທີ່ມີ ພຶດຕິກັມ ທຸຈຣິດ ແຕ່ ພັດໄປ ລົງໂທດ ປະຊາຊົນ ທີ່ມີ ພຶດຕິກັມ ຕ້ານ ການສໍ້ຣາສ ບັງຫຼວງ.