ສປປລ ພາດ ສະພາສິດທິ ມະນຸດ

ຈໍາປາທອງ
2015.11.04
f-Lao ສປປ ລາວ
LPDR

ຊາວລາວ ທັງ ຢູ່ພາຍໃນ ປະເທສ ແລະ ຢູ່ ປະເທສ ຕ່າງໆ ໃນໂລກ ເວົ້າວ່າ ການທີ່ ສປປລາວ ບໍ່ໄດ້ຖືກ ເລືອກ ເຂົ້າເປັນ ຜູ້ ຕາງໜ້າ ຢູ່ໃນ ສະພາ ສິດທິ ມະນຸດ ຈາກ ກອງປະຊຸມ ໃຫຍ່ ສະຫະ ປະຊາຊາດ ໃນ ວັນທີ 28 ຕຸລາ 2015 ນັ້ນ ແມ່ນເປັນ ໄປຕາມ ຄວາມ ຄາດໝາຍ ຂອງ ປະຊາຊົນ ລາວ ແລະ ຊາວໂລກ ທີີ່ ຕໍ່ສູ້ ຕ້ານ ຣະບອບ ຜະເດັດການ ເພື່ອ ສິດ,ເສຣີພາບ ແລະ ປະຊາທິປະຕັຍ ຂອງ ປະຊາຊົນ ຮວມທັງ ອົງການ ຈັດຕັ້ງ ເພື່ອ ສິດທິ ມະນຸດ ແລະ ຄວາມ ເປັນທັມ ອັນມີທັງ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ ເຄື່ອນໄຫວ ທັງ ຢູ່ ກອງປະຊຸມ ໃຫຍ່ ຂອງ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ທີ່ ນະຄອນ ເຈນີວາ ປະເທສ ສວິຊແລັນ ເມື່ອ ຕົ້ນປີ ນີ້ ແລະ ທັງຢູ່ ກອງປະຊຸມ ພາກ ປະຊາ ສັງຄົມ ທີ່ ກຸງ ກົວລາລຳເປີ ປະເທສ ມາເລເຊັຽ ເມື່ອ ບໍ່ດົນ ມານີ້.

ຄວາມ ຄາດໝາຍ ທີ່ວ່ານັ້ນ ຄື ສປປລາວ ຈະບໍ່ຖືກ ເລືອກຕັ້ງ ເຂົ້າເປັນ ຜູ້ ຕາງໜ້າ ຢູ່ໃນ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ຍ້ອນ ມີການ ຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ ຢູ່ ສປປລາວ. ຕາມ ຄຳເວົ້າ ຂອງ ຊາວລາວ ຢູ່ພາຍໃນ ປະເທສ ທ່ານນຶ່ງ ເຫັນວ່າ:

"ຣັຖບາລ ເຮົາໄປ ສມັກເປັນ ກັມການ ສະພາ ສິດທິ ມະນຸດ ຂອງໂລກ ຂອງ ສາກົນ ກໍ ບໍ່ໄດ້ ຂ້າພະເຈົ້າ ກໍຕິດຕາມ ມາດົນເຕີບ ແລ້ວ ຕາມ ຄາດຫວັງ ຂອງ ຂ້າພະເຈົ້າ ແລ້ວ ມັນກະ ບໍ່ໜ້າ ຊິໄດ້ ຫັ້ນແລ່້ວ ຄວາມ ຮູ້ສຶກ ໃນນາມ ປະຊາຊົນ ຫັ້ນ ກໍດີໃຈ ທີ່ບໍ່ໄດ້ ຄັນໄດ້ ກະຂີ້ຕົວະ ລະ ຄັນວ່າ ກັມການ ສິດທິ ມະນຸດ ມັນຕ້ອງ ມີສິດ ຄວາມເປັນ ມະນຸດ ເຂົາຄ່ອຍ ໃຫ້ກັນ ສາກົນ ນະ ຖ້າວ່າໄດ້ ສາກົນ ກະຂີ້ຕົວະ ຕົວະ ຄົນລາວ ທັງ ປະເທສ ຢູ່ພາຍໃນ ຫຼາຍ ເຫດການ ມັນບໍ່ຜ່ານ ແລ້ວ ມັນ ບໍ່ເປັນໄປ ແລ້ວ ອັນນີ້ ຢາກຝາກ ແບບ ຄວາມຈິງໃຈ ກົງໄປ ກົງມາ ເຖິງຜູ້ນຳ ໃຫ້ ຄິດ້ເຫັນວ່າ ໂລກ ແຫ່ງ ຄວາມເປັນຈິງ ບໍ່ແມ່ນ ໂລກ ຈອມປອມ ຄື ທີ່ຜ່ານມາ ເພາະເຮົາ ຍ່າງ ໄປຫາ ໂລກ ໃບນີ້ ແລ້ວ ສັງຄົມນິຍົມ ບໍ່ຜ່ານແລ້ວ ດຽວນີ້ ມັນມີ ຄ້າຍດຽວ ແລ້ວ ຄືຄ້າຍ ຂອງ ຄວາມເປັນຈິງ. ສະນັ້ນ ຄັນໂລກ ເຂົາ ຖາມຫຍັງ ເຮົາເອົາ ຄວາມຈິງ ໄປເວົ້າກັນ ເຂົາ ມັນຄ່ອຍ ຊິຜ່ານ. ຜ່ານມາ ເພິ່ນເຄີຍ ຣາຍງານ ດອກໄມ້ ເດ. ບາດນີ້ ໄປສອບ ສິດທິ ມະນຸດ ມັນບໍ່ແມ່ນ ຣາຍງານ ດອກໄມ້. ອັນສອງ ຜ່ານມາ ເຈົ້າ ບໍ່ເຄີຍມີ ໂຈດ, ຕອນ ນີ້ເຈົ້າມີ ໂຈດ ແລ້ວ. ທີ່ ຈິງຫັ້ນ ຂໍ້ສອບ ຂໍ້ນີ້ນະ ເຂົາເຈົ້າ ເອົາໃຫ້ແລ້ວ ຕັ້ງແກ້ງ ຈະໂກງ ຂໍ້ສອບ ມັນຄົງບໍ່ໄດ້ ເຂົາ ເອົາຕາມ ກະຕິກາ ບໍ່ຄື ທີ່ ຜ່ານມາໃດ ຜ່ານມາ ໂລດ ແມ່ນ ຜູ້ສອບ ກະແມ່ນ ເຮົາ ກັມການ ກໍແມ່ນ ເຮົາ ມັນກະໄດ້. ຜ່ານມາ ເຮັດຢູ່ ພາຍໃນ ປະເທສ ພາຍໃນຄ້າຍ ຫັ້ນນະ ບາດນີ້ ອອກນອກ ຄ້າຍ ມັນໂລດ ເປັນ ເຣຶ່ອງອື່ນ".

ທ່ານເວົ້າ ຕໍ່ໄປວ່າ ຜູ້ເປັນໂຈດ ທີ່ ວ່ານັ້ນ ຄືກຸ່ມ ຕໍ່ຕ້ານ ຄື ລາວຮັກຊາດ ຢູ່ ຕ່າງ ປະເທສ. ພວກເຂົາເຈົ້າ ລຸກຂຶ້ນມາ ເປັນໂຈດ ບັນຫາ ຈຶ່ງອອກ ມາແນວນີ້ ຄື ສປປລາວ ບໍ່ໄດ້ຮັບ ການ ເລືອກຕັ້ງ, ສປປລາວ ອາຍ ຈົນ ບໍ່ມີບ່ອນ ອາຍ ຮູ້ວ່າ ຈະເສັຽ ກໍຍັງໄປ. ຮູ້ແຕ່ຕົ້ນ ແລ້ວ ເຣຶ່ອງ ທ່ານ ສົມບັດ ສົມພອນ ຫາຍສາບສູນ ກໍຍັງ ບໍ່ຜ່ານ. ມັນເປັນ ຄວາມ ໂຊກດີ ຂອງ ປະຊາຊົນ, ສາກົນ ຮູ້ຈັກວ່າ ປະຊາຊົນ ລາວ ເປັນແນວໃດ ຢູ່ພາຍໃນ ປະເທສ. ໃນ ເມື່ອ ສປປລາວ ບໍ່ໄດ້ ຮັບການ ເລືອກຕັ້ງ ກໍເປັນທີ່ ຣະແວງສົງສັຍ ຂອງ ສາກົນ, ເປັນຜູ້ ຕ້ອງສົງສັຍ. ສິ່ງ ດັ່ງກ່າວ ກະທົບໃສ່ ໝົດ ທຸກຢ່າງ ຮວມທັງ ໃສ່ແຜນ ພັທນາ ປະເທສ.

ແລະ ອີກ ທ່ານນຶ່ງ ກໍເວົ້າ ເຖິງ ເຣຶ່ອງ ສິດທິ ມະນຸດ ວ່າ ທຸກຢ່າງ ທີ່ ສປປລາວ ໄປເຊັນ ຮັບເອົາ ຢູ່ ຕ່າງປະເທສ ນັ້ນ ປະຕິບັດ ບໍ່ໄດ້ ຈັກຢ່າງ:

"ເວົ້າເຣຶ່ອງ ສິດທິ ມະນຸດ ທີ່ວ່າ ທາງ ຣັຖບາລ ໄປເຊັນ ກັບ ສະຫະ ປະຊາຊາດ ມາ ປະຕິບັດ ບໍ່ມີບ່ອນໃດ ທີ່ວ່າ ເຂົາເຈົ້າ ປະຕິບັດ ໄດ້ນໍ ຕົວຢ່າງ ວ່າ ການທີ່ ມີສ່ວນຮ່ວມ ຂອງ ປະຊາຊົນ ມັນ ບໍ່ມີ ຫຍັງໝົດ ປະຊາຊົນ ສ່ວນຮວມ ເຣຶ່ອງ ການເມືອງ ບໍ ເສຖກິດ ບໍ ເຣຶ່ອງ ການເມືອງ ນີ້ ແຫ່ງເຕັກ ແຫ່ງໄກ ນີ້ນໍ ຕາມ ຣັຖທັມນູນ ວ່າໃຫ້ ປະຊາຊົນ ນີ້ ເລືອກເອົາ ໃນ ຕົວຈິງ ມັນ ບໍ່ແມ່ນ ນໍ".

ພ້ອມກັນ ນັ້ນ ທ່ານ ກໍວ່າ ທາງການ ລາວ ໃຫ້ ປະຊາຊົນ ປະຕິບັດ ຕາມ ລັດທິ ມາກ-ເລນິນ ທີ່ ຕົນ ນັບຖື:

"ອີ່ຫຍັງ ກະຄືກັນ ຕ້ອງຍຶດຖື ໃນລັດທິ ມາກ-ເລນິນ ຕ້ອງໄດ້ ຊີ້ນຳ ປະຊາຊົນ ນໍ ບໍ່ໃຫ້ ປະຊາຊົນ ຄິດເອງ ທຳເອງ ບັງຄັບ ປະຊາຊົນ ໃຫ້ເຮັດ ຕາມລັດທິ ຄັນເຂົາ ບໍ່ຟັງຄວາມ ໂຕ ພັດວ່າ ເຂົາເຈົ້າຕ້ານ ພັກ-ຣັຖ ອັນນີ້ ແຫລະ ລະເມີດ ສິດທິ ຂອງເຂົາເຈົ້າ ແຮງ ອີ່ຫລີ ນໍ ຮ້າຍແຮງ ທີ່ສຸດ".

ແລະວ່າ ເຣຶ່ອງການ ບຸກລຸກ ບ້ານເຮືອນ ທີ່ຢູ່ ທຳກິນ ຂອງ ປະຊາຊົນ ຍ້ອນການ ສ້າງ ເຂື່ອນ ໄຟຟ້າ ການ ສຳປະທານ ທີ່ດິນ ປູກພືດ ອຸດສາຫະກັມ ແລະ ອື່ນໆນັ້ນ ຕ່າງ ປະເທສ ແລະ ອົງການ ຈັດຕັ້ງ ສາກົນ ກໍຮູ້ ໝົດ. ອັນນີ້ ເປັນແຮງ ກະຕຸກ ຊຸກຍູ້ ບໍ່ໃຫ້ຮັບເອົາ ສປປລາວ ເຂົ້າເປັນ ຜູ້ຕາງໜ້າ ຢູ່ໃນ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ. ທ່ານກ່າວ ວ່າ ການທີ່ ສປປລາວ ບໍ່ໄດ້ຮັບ ການ ເລືອກຕັ້ງ ນັ້ນ ເປັນຜົລ ມາຈາກ ການ ເຄື່ອນໄຫວ ຂອງ ຊາວລາວ ທັງ ຢູ່ພາຍໃນ ແລະ ນອກປະເທສ ແລະ ຂອງ ສາກົນ ຊຶ່ງ ທ່ານ ໄດ້ກ່າວ ໂດຍອີງໃສ່ ຄຳເວົ້າ ຕອນນຶ່ງ ຂອງ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ວ່າ:

"ຄື ດຣ.ບຸນທອນ ເພິ່ນກໍເວົ້າ ໃຫ້ຟັງ ນີ້ ເປັນຜົລ ມາຈາກ ການ ເຄື່ອນໄຫວ ຂອງ ບັນດາ ທຸກ ອົງການ ຈັດຕັ້ງ ປະຊາຊົນ ລາວ ຢູ່ ຕ່າງ ປະເທສ ແລະ ກໍໄດ້ຮັບ ຂໍ້ມູນ ຫຼາຍຢ່າງ ຈາກ ຄົນລາວ ຢູ່ ໃນ ປະເທສ ໂດຍສະເພາະ ພວກ ທີ່ ເຮັດການນຳ ຣັຖ ເວົ້າ ບໍ່ໄດ້ ປາກ ບໍ່ໄດ້ ກໍຂໍໃຫ້ ສົ່ງຂໍ້ມູນ ນັ້ນອອກໄປ ນອກ ປະເທສ ພຸ້ນນໍ ສົ່ງໃຫ້ ຫຼາຍ ທີ່ສຸດ ເທົ່າທີ່ ຈະ ຫຼາຍໄດ້".

ສຳລັບ ຍານາງ ນວມຄຳ ຄຳພິລາວົງ ທີ່ ສະຫະຣັຖ ອະເມຣິກາ, ຫົວໜ້າ ນັກສຶກສາ ລາວ ເພື່ອ ປະຊາ ທິປະຕັຍ ທີ່ ໄດ້ທຳການ ປະທ້ວງ ຢູ່ ນະຄອນຫຼວງ ວຽງຈັນ ເມື່ອ ວັນທີ 26 ຕຸລາ 1999 ກໍເວົ້າເຖິງ ສາເຫດ ຂອງ ການທີ່ ສປປລາວ ບໍ່ໄດ້ຮັບ ເລືອກຕັ້ງ ເຂົ້າໃນ ສະພາ ສິດທິ ມະນຸດ ນັ້ນວ່າ ເປັນຍ້ອນ ສປປລາວ ຍັງ ຣະເມີດ ສິດທິ ມະນຸດ ຮ້າຍແຮງ ຢູ່:

"ສປປລາວ ບໍ່ໄດ້ຖືກ ເລືອກ ເຂົ້າໃນ ສະພາ ສິດທິ ມະນຸດ ໃນ ວັນທີ 28 ຕຸລາ ຜ່ານມານີ້ ກໍຍ້ອນວ່າ ຍັງມີການ ຣະເມີດ ສິດທິ ມະນຸດ ໃນລາວ ຢ່າງ ຫຼວງຫຼາຍ ປິດບັງ ທຸກສິ່ງ ທຸກຢ່າງ ແຕ່ບໍ່ມົ້ມ ສາຍຕາ ຂອງ ຊາວໂລກ ທີ່ຮັບຮູ້ ຄວາມ ເປັນຈິງ ຍົກຕົວຢ່າງ ທີ່ ມີການ ຈັບກຸມກັນ ກະຫຼາຍຄັ້ງ ຫຼາຍເທື່ອ ທີ່ ຂະເຈົ້າ ບໍ່ໄດ້ ເຮັດຫຍັງ ມີແຕ່ ຂໍຮ້ອງຂໍ ຄວາມ ເປັນທັມ ຄືພວກ ຂ້າພະເຈົ້າ ນີ້ໄດ້ ທຳການ ປະທ້ວງຂໍ ຄວາມ ເປັນທັມ ແລ້ວ ກະປົກ ບໍ່ໃຫ້ ຊາວໂລກ ຮູ້ ແຕ່ ຊາວໂລກ ຮັບຮູ້ວ່າ ສປປລາວ ບໍ່ມີຄວາມ ຍຸຕິທັມ ຣະເມີດ ສິດທິ ມະນຸດ ຢ່າງ ແຮງ".

ຍານາງ ນວມຄຳ ກ່າວ ຕໍ່ໄປວ່າ ສິ່ງ ສຳຄັນໆ ທີ່ ເກີດຂຶ້ນ ຢູ່ ສປປລາວ ນັ້ນ ເວົ້າ ທົ່ວໄປແລ້ວ ບໍ່ພຽງແຕ່ ພວກ ຜູ້ໃຫຍ່ ເທົ່ານັ້ນ ຮູ້ ແມ່ນແຕ່ ພວກເກີດໃໝ່ ໃຫຍ່ລຸນ ກໍຮູ້ວ່າ ສປປລາວ ນີ້ ເຮັດຫຍັງ ທຳຫຍັງ ໄດ້ເບິ່ງແຍງ ພີ່ນ້ອງ ປະຊາຊົນ ທົ່ວເຖິງ ແລ້ວ ຫລືຍັງ. ພວກ ເຂົາເຈົ້າ ບໍ່ພໍໃຈ ທີ່ ສປປລາວ ເຮັດໃຫ້ ພວກ ເຂົາເຈົ້າ ເດືອດຮ້ອນ ດ້ວຍຄວາມ ຕົວະຕົ້ມ ຫຼາຍທີ່ສຸດ. ຍານາງ ວ່າ ຄນະ ນຳ ຂະບວນການ ນັກສຶກສາ ທີ່ ຫ້າງຫາ ກະກຽມ ການ ປະທ້ວງ ເພື່ອ ປະຊາ ທິປະຕັຍ ຢູ່ຕໍ່ໜ້າ ສຳນັກງານ ປະທານ ປະເທສ ທີ່ ນະຄອນຫຼວງ ວຽງຈັນ ເມື່ອ ວັນທີ 26 ຕຸລາ 1999 ນັ້ນ, ຈຳນວນນຶ່ງ ຖືກ ທາງການ ລາວ ຈັບໃສ່ ຄຸກ ຄຸມຂັງ ຈົນມາຮອດ ມື້ນີ້ ກໍ ຍັງບໍ່ປ່ອຍ ໃຫ້ ເປັນ ອິສຣະ ເຖິງມີ ຜູ້ນຶ່ງໄດ້ ເສັຽຊີວິດ ໄປແລ້ວ ກໍຕາມ. ແລະວ່າ ທາງການ ລາວ ຕົວະມາ ຕລອດ ວ່າ 5 ປີ ຈະປ່ອຍ, 10 ປີ ຈະປ່ອຍ ແຕ່ ຈົນມາເຖິງ 16 ປີ ປາຍແລ້ວ ກໍຍັງ ບໍ່ປ່ອຍຢູ່. ມີແຕ່ເວົ້າ ສິ່ງ ທີ່ຈົບໆ ງາມໆ ເວົ້າແບບ ດອກໄມ້ ອັນໃດ ຈົບ ອັນໃດ ງາມ ກໍເວົ້າໄປ ແຕ່ຫາກ ບໍ່ມີ ຄວາມຈິງ ຈັກ ຢ່າງ ບໍ່ ປະຕິບັດ ຈັກອັນ. ຊາວໂລກ ເພິ່ນຮູ້ ເຣຶ່ອງນີ້ ແລະ ຮັບຮູ້ ເຖິງ ການຣະເມີດ ສິດທິ ມະນຸດ ຢູ່ ສປປລາວ

ຜົລ ອອກມາ ຄື ສປປລາວ ບໍ່ໄດ້ຮັບ ການເລືອກຕັ້ງ ເຂົ້າຢູ່ ໃນ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ເຖິງວ່າ ທາງການ ລາວ ຈະໄດ້ອອກ ແຮງ ຈົນ ສຸດຂີດ ວິ້ງເຕັ້ນ ຂໍ ຄວາມ ເຫັນໃຈ ແລະ ການສນັບ ສນູນ ຈາກ ປະເທສ ສະມາຊິກ ສະຫະ ປະຊາຊາດ ຫຼາຍປານໃດ ກໍຕາມ.

ແລະ ຍານາງ ບຸນຈັນ ເສນທະວົງ ຄນະນຳ ອົງການ ພລັງຮ່ວມ ຊາດລາວ ທີ່ ສະຫະຣັຖ ອະເມຣິກາ ກໍໄດ້ ເວົ້າເຖິງ ເຫດຜົລ ຂອງການ ບໍ່ເຫັນ ສົມຄວນ ໃຫ້ ສປປລາວ ເຂົ້າເປັນ ສະມາຊິກ ສະພາ ສິດທິ ມະນຸດ ນັ້ນວ່າ:

"ເປັນຫຍັງ ຈຶ່ງ ບໍ່ເຫັນ ສົມຄວນ ໃຫ້ ປະເທສ ລາວ ເຂົ້າເປັນ ສະມາຊິກ ຂອງ ສະພາ ສິດທິ ມະນຸດ ຂອງ ອົງການ ສະຫະ ປະຊາຊາດ. ໃນເມື່ອ ເຂົາເຈົ້າ ມາເບິ່ງຄືນ ລາວ ນີ້ເປັນ ປະເທສ ທີ່ ເຂົາເຈົ້າ ວ່າ ຍັງບໍ່ມີ ຄຸນສົມບັດ ຫລືວ່າ ບໍ່ມີ ມາຕຖານ ທີ່ວ່າ ຖືກຕ້ອງ ຕາມ ທາງ ສະພາ ສິດທິ ມະນຸດ ຂອງ ອົງການ ສະຫະ ປະຊາຊາດ ວາງໄວ້ ເພາະວ່າ ພວກໃດ ສິເປັນ ສະມາຊິກ ສະພາ ສິດທິ ມະນຸດ ຈະເປັນ ຕົວຢ່າງ ທີ່ດີ ມີຄວາມ ປະພຶດ ທີ່ ດີ ພາຍໃນ ປະເທສ ຂອງ ຕົນເອງ ແລະ ໃຫ້ການ ຮ່ວມມື ຢ່າງ ເຕັມເມັດ ເຕັມໜ່ວຍ ກັບ ສະພາ ສິດທິ ມະນຸດ".

ພ້ອມກັນນັ້ນ ຍານາງ ກໍເວົ້າ ເຖິງ ກໍຣະນີ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ດີເດັ່ນ ຂອງລາວ ວ່າເຣຶ່ອງ ການ ຫາຍສາບສູນ ຈາກ ປ້ອມຍາມ ຕຳຣວດ ຂອງ ທ່ານ ສົມບັດ ສົມພອນ ມີ ຮູບພາບ ໃນກ້ອງ ວົງຈອນປິດ ຢັ້ງຢືນ. ຍານາງ ວ່າ ອັນນີ້ ປະເທສ ຕ່າງໆ ຄິດວ່າ ສປປລາວ ບໍ່ໄດ້ ຕັ້ງໃຈ ຫລື ວ່າບໍ່ສົນໃຈ ນຳການ ໃຫ້ຄວາມ ຮ່ວມມື ໃນ ເຣຶ່ອງ ສິດທິ ມະນຸດ ເພາະ ເກືອບ ເຖິງ 3 ປີ ແລ້ວ ຄື ແຕ່ປີ 2012 ມາ ທາງການ ລາວ ຍັງສືບສວນ ບໍ່ອອກ ບໍ່ເຂົ້າ ແລະ ທັງຍັງ ບໍ່ຕອບ ສນອງ ຄວາມສົນໃຈ ຂອງ ນາໆຊາດ ທີ່ວ່າ ແມ່ນຫຍັງ ເກີດຂຶ້ນ ກັບ ທ່ານ ສົມບັດ ສົມພອນ. ຊ້ຳບໍ່ໜຳ ໃນປີ 2014-2015 ນີ້ ແຫ່ງ ມາກົດດັນ ເຣຶ່ອງ ເສຣີພາບ ທາງ ດ້ານ ຂ່າວສານ ຕົວຢ່າງ ເຣຶ່ອງ ການໃຊ້ Facebook ຫລື ສື່ສັງຄົມ ອື່ນໆ ສົ່ງຂ່າວ ຄາວ ແລະ ຮູບພາບ ກໍຖືກ ຈຳກັດ. ອັນໃດ ຕິຕຽນ ຣັຖບາລ ລາວ ແລ້ວ ແມ່ນເປັນ ຄວາມຜິດ ທາງ ອາຍາ ໝົດ. ນາໆຊາດ ເຫັນວ່າ ມັນຂາດ ສິດ ເສຣີພາບ ຍ້ອນວ່າ ສິດທິ ມະນຸດ ເປັນສິ່ງ ສຳຄັນ ທີ່ສຸດ ສຳລັບ ສະພາ ສິດທິ ມະນຸດ ຂອງ ສະຫະ ປະຊາຊາດ ດັ່ງນັ້ນ ສປປລາວ ຈຶ່ງ ເສັຽໂອກາດ ໄປ.

ຖ້າວ່າ ສປປລາວ ມີຄວາມ ຈິງໃຈ ຢາກເປັນ ສະມາຊິກ ພາຄີ ຂອງ ສະພາ ສິດທິ ມະນຸດ ຫະປະ ຊາຊາດ ນີ້ ກໍບໍ່ມີ ຫຍັງ ຫຍຸ້ງຍາກ ມີແຕ່ວ່າ ຕ້ອງໄດ້ ປັບປຸງ ແລະ ປະຕິບັດ ສິດ ຫລືວ່າ ປົກປ້ອງ ສິດທິ ມະນຸດ ໃນ ປະເທສ ລາວ ໃຫ້ ດີ ຂຶ້ນ ຕາມ ມາຕຖານ ຂອງ ສາກົນ, ຂອງ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ.

ທັງໝົດ ນັ້ນ ຄື ຄຳເຫັນ ຂອງ ຊາວລາວ ທັງ ຢູ່ພາຍໃນ ແລະ ຕ່າງ ປະເທສ ທີ່ ມີຕໍ່ການ ທີ່ ສປປລາວ ບໍ່ໄດ້ຖືກ ເລືອກຕັ້ງ ເຂົ້າເປັນ ຜູ້ ຕາງໜ້າ ຢູ່ໃນ ສະພາ ສິດທິ ມະນຸດ ຈາກ ກອງປະຊຸມ ໃຫຍ່ ສະຫະ ປະຊາຊາດ ໃນ ວັນທີ 28 ຕຸລາ 2015 ນີ້.

ກ່ຽວກັບ ເຣື່ອງນີ້ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ກະຊວງ ການຕ່າງ ປະເທສ ສປປລາວ ທີ່ ນະຄອນຫຼວງ ວຽງຈັນ ເພື່ອ ຂໍຄຳເຫັນ ກ່ຽວກັບ ການທີ່ ລາວ ບໍ່ໄດ້ຮັບ ເລືອກເຂົ້າ ໃນ ສະພາ ທີ່ວ່າ ນັ້ນ ແຕ່ ບໍ່ມີ ເຈົ້າໜ້າທີ່ ທ່ານໃດ ໃຫ້ ຄຳເຫັນ ໄດ້.

ແຕ່ ເຖິງຢ່າງໃດ ກໍຕາມ ທາງ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ກໍໄດ້ອອກ ຖແລງການ ຮ່ວມ ຮຽກຮ້ອງ ໃຫ້ ຣັຖບາລ ລາວ ປະຕິບັດ ພັນທະ ຢ່າງ ເຕັມສ່ວນ ໃນການ ສົນທະນາ ບັນຫາ ສິດທິ ມະນຸດ ຄັ້ງ ທີ 6 ຣະຫວ່າງ ຣັຖບາລ ສປປລາວ ແລະ ສະຫະພາບ ຢູໂຣບ ຊຶ່ງ ຈະມີຂຶ້ນ ທີ່ ນະຄອນຫຼວງ ວຽງຈັນ ໃນ ວັນທີ 6 ພຶສຈິກາ 2015 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.