ທາງການລາວຈະປັບປຸງ ກົດໝາຍ ທີ່ດິນ

ຈຳປາທອງ
2018.10.10
f-land ແຂວງເຊກອງ ໃນເຂດບ້ານຢຶບ ທີ່ຊາວບ້ານ ເສັຽພື້ນທີ່ດິນ ໃຫ້ບໍຣິສັດວຽດນາມ ປູກຢາງພາລາ ແລ້ວຂຸດຮ່ອງ ອ້ອມເຂດປູກຕົ້ນຢາງ ເພື່ອບໍ່ໃຫ້ ງົວ-ຄວາຍ ເຂົ້າໄປໄດ້.
RFA

ປັດຈຸບັນສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ມີຣັຖທັມນູນແລະກົດໝາຍ ຄຸ້ມຄອງຣັຖ ຄຸ້ມຄອງສັງຄົມທັງໝົດ 134 ສະບັບ ແຕ່ລະສະບັບ ບໍ່ໄດ້ຮັບການ ຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງ ພໍເທົ່າໃດ. ເຖິງເປັນຄືແນວນັ້ນ ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ກໍຍັງສ້າງ ກົດໝາຍໃໝ່ ແລະ ປັບປຸງກົດໝາຍເກົ່າ ມາໂດຍຕລອດ ເພື່ອຫວັງຈະເຮັດໃຫ້ ສັງຄົມ ມີຄວາມສງົບ ແລະເປັນຣະບຽບ ຮຽບຮ້ອຍ ແລະປັບປຸງກົດໝາຍເກົ່າ ຫລາຍສະບັບ ແລະໃນກອງປະຊຸມ ສມັຍສາມັນເທື່ອທີ 5 ຂອງ ສະພາແຫ່ງຊຸດທີ 8 ທີ່ໄດ້ປິດລົງ ໃນມື້ວັນທີ 28 ມິຖຸນາ 2018 ນີ້ ກໍໄດ້ຮັບຮອງ ເອົາຮ່າງກົດໝາຍ 13 ສະບັບ ໃນນັ້ນ ກົດໝາຍສ້າງໃໝ່ 5 ສະບັບ ແລະກົດໝາຍ ສະບັບປັບປຸງ 8 ສະບັບ.

ການທີ່ຣັຖທັມນູນ ແລະກົດໝາຍ ຮວມທັງກົດໝາຍ ວ່າດ້ວຍທີ່ດິນຢູ່ ສປປລາວ ບໍ່ໄດ້ຮັບການຈັດຕັ້ງ ປະຕິບັດ ຄືທີ່ວ່ານັ້ນ ຫຼາຍຄົນ ເວົ້າວ່າ ສັງສົມ ບໍ່ມີຄວາມສງົບ ບໍ່ເປັນຣະບຽບ ຮຽບຮ້ອຍ ຕົ້ນຕໍແລ້ວ ບໍ່ແມ່ນເຣຶ່ອງການ ປັບປຸງກົດໝາຍ ແຕ່ຫາກແມ່ນ ກົດໝາຍ ບໍ່ໄດ້ຮັບການ ຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງ, ກົດໝາຍຖືກ ລ່ວງຣະເມີດ ອາຈເປັນຄືຄໍາເວົ້າຂອງທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງ ສູນກາງພັກ, ຜູ້ປະຈໍາການ ຄນະເລຂາທິການ ສູນກາງພັກ ປະຊາຊົນ ປະຕິວັດລາວ, ຮອງປະທານປະເທສ ທີ່ວ່າ:

"ການຄຸ້ມຄອງຣັຖ ຄຸ້ມຄອງສັງຄົມ ເຮົາບໍ່ມີ ຜົລສັກສິດ ຕາມກົດໝາຍ ແຕ່ໃດມາ ເວົ້າແຕ່ວ່າບໍ່ເຂັ້ມງວດ ບໍ່ເດັດຂາດ ບໍ່ສັກສິດ ຈາກອັນນີ້ ກໍພາໃຫ້ເກີດຫຍັງ ພຍາດອາຍາສິດ ຣະເມີດສິດເປັນເຈົ້າຂອງ ປະຊາຊົນ ສວຍໃຊ້ໜ້າທີ່ ຕໍາແໜ່ງ ສໍ້ຣາດບັງຫຼວງ."

ແລະໃນປັດຈຸບັນນີ້ ກໍວ່າປະຕິບັດຄຳສັ່ງ ຂອງນາຍົກຣັຖມົນຕຣີ ສປປລາວ ເລຂທີ 12 ວ່າດ້ວຍການ ຈັດຕັ້ງປະຕິບັດ ມາຕການທີ 7 ໃນຈຳນວນ 8 ມາຕການ ຊຸກຍູ້ເສຖກິຈ ທີ່ຖືກກຳນົດ ອອກໃນມື້ວັນທີ 23 ສິງຫາ ທີ່ຜ່ານມາ ຊຶ່ງໃນນັ້ນຣະບຸວ່າ ໃນການ ຄຸ້ມຄອງທີ່ດິນ ແລະການເກັບຣາຍຮັບ ຈາກທີ່ດິນ ໃຫ້ກະຊວງ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ 4 ຢ່າງ ດັ່ງມີເນື້ອໃນວ່າ:

-ຮີບຮ້ອນຂຶ້ນບັນຊີ ແລະອອກໃບທະບຽນທີ່ດິນ, ປັບປຸງ ຣະບຽບການ ແລະເກັບຣາຍຮັບ ທີ່ດິນໃຫ້ກະທັດຮັດ, ໂປ່ງໃສ ສາມາດ ກວດສອບໄດ້;

-ກວດກາ ແລະແກ້ໄຂ ການຫັນຊັພສິນເປັນທຶນ ໃນຣະຍະທີ່ຜ່ານມາ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະຣະບຽບການ ທີ່ເຮັດໃຫ້ຣັຖ ເສັຍຜົລປໂຍດ;

-ຫັນການຄຸ້ມຄອງທີ່ດິນ, ການເກັບຣາຍຮັບ ຈາກທີ່ດິນໄປສູ່ຣະບົບ ເອເລັກໂຕຣນິກ ສາມາດກວດສອບໄດ້ ໂດຍສືບຕໍ່ ເຮັດທົດລອງ ຢູ່ນະຄອນຫລວງວຽງຈັນ ໃນ 6 ເດືອນທ້າຍປີ 2018 ນີ້ໃຫ້ສຳເຣັດ ແລ້ວຂຍາຍໄປ ທົ່ວປະເທສ ແລະຈັດສັນ ຄຸ້ມຄອງ ທີ່ດິນກະສິກັມ ໃຫ້ເປັນຣະບົບ ພ້ອມທັງກວດກາ ແລະປະເມີນຄືນ ປະສິດທິຜົລ ຂອງການນຳໃຊ້ທີ່ດິນ, ການສຳປະທານ ເພື່ອການຜລິດກະສິກັມ ພ້ອມທັງກຳນົດເຂດ ປູກຝັງ, ເຂດລ້ຽງສັດໃຫ້ຊັດເຈນ.

ກ່ຽວກັບການຄຸ້ມຄອງ ແລະການພັທນາທີ່ດິນ ຢູ່ ສປປລາວ ໃຫ້ດີ ທາງການລາວ ໄດ້ເວົ້າມາຫລາຍສິບປີແລ້ວ ແຕ່ຫລາຍຄົນ ເວົ້າວ່າ ກໍປະຕິບັດ ບໍ່ໄດ້ຈັກເທື່ອ. ແລະໃນ 8 ປີປາຍມານີ້ ກໍວ່າຈະເຮັດໃຫ້ ການຈັດສັນທີ່ດິນ ຂັ້ນມະຫາພາກ ແລະຈຸລພາກ ແລະການນໍາໃຊ້ ທີ່ດິນ ໃນຂອບເຂດ ທົ່ວປະເທສ ຕາມກົດໝາຍ ແລະຣະບຽບການທີ່ກໍານົດໄວ້ ສໍາເຣັດນັ້ນກໍບໍ່ເຫັນວ່າ ຈະເປັນໄປໄດ້ ໄດ້ແຕ່ສ້າງແຜນ ຈັດສັນ ມາໂດຍຕລອດເທົ່ານັ້ນ ແມ່ນແຕ່ຢູ່ໃນກອງປະຊຸມ ສະພາແຫ່ງຊາດ ແຕ່ລະເທື່ອ ທີ່ເວົ້າເຖິງ ບັນຫາທີ່ດິນ ໃນທົ່ວປະເທສ ຍັງບໍ່ສາມາດແກ້ໄຂໄດ້, ຄໍາຮ້ອງທຸກ ຄໍາຟ້ອງຮ້ອງ ແລະຄຳຮ້ອງຂໍ ຄວາມເປັນທັມ ຂອງປະຊາຊົນ ກອງກັນ ຢູ່ສະພາແຫ່ງຊາດ ຢູ່ອົງການຕຸລາການ ແລະອົງການບໍຣິຫານ ເປັນຈໍານວນຫຼວງຫຼາຍ.

ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ອິນຊີທອງ ຄນະນໍາ ແລະທັງເປັນໂຄສົກ ອົງການລາວເສຣີ ທີ່ສະຫະຣັຖອາເມຣິກາ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 8 ຕຸລາ ນີ້ວ່າ:

"ບັນຫາທີ່ດິນຢູ່ ສປປລາວ ໃນປັດຈຸບັນນີ້ ກະມີຄວາມຫຍຸ້ງຍາກຫລາຍ ໂດຍສະເພາະແມ່ນປະຊາຊົນລາວ ຜູ້ທີ່ທຸກຍາກຢູ່ ບ້ານນອກ ຂອກຄາເມ ຜູ້ທີ່ຢູ່ອ້ອມຂ້າງ ເມືອງມີຄວາມຫຍຸ້ງຍາກຫລາຍ ພັກ-ຣັຖ ຫັ້ນບໍ່ປະຕິບັດ ກົດໝາຍຕາມ ທີີ່ກົດໝາຍມີໄວ້ ທີ່ວ່າສະພາແຫ່ງຊາດ ເພີ່ນໄດ້ຜ່ານໄປ ຫລາຍ ປີຕັ້ງຫລາຍສະບັບນັ້ນ ເພີ່ນຍຶດເອົາທີ່ດິນ ຂອງປະຊາຊົນນີ້ ໂດຍໃຊ້ອໍານາດຂອງພັກ ແລະຣັຖບໍ່ແມ່ນໃຊ້ ກົດໝາຍມາປັນພື້ນຖານ ໃນການຕັດສິນນໍຫລື ວ່າການຍຶດເອົາທີ່ດິນ ຂອງປະຊາຊົນ ສະນັ້ນແລ້ວ ເຮັດໃຫ້ປະຊາຊົນ ບໍ່ພໍໃຈ ເພາະວ່າພັກແລະຣັຖ ແມ່ນຕ້ອງການທີ່ດິນ ຈາກປະຊາຊົນນີ້ ເພື່ອຫາຜົລປໂຍດ ຫລືວ່າຣາຍໄດ້ ສ່ວນຕົວ ພວກທີ່ມີສິດ ມີອໍານາດຢູ່ໃກ້ ພັກແລະຣັຖ ສະນັ້ນແຫລະ ກົດໝາຍນີ້ເພີ່ນ ຈະເຮັດອອກມາຫລາຍສະບັບ ມັນກະບໍ່ ສັກສິດ ເພາະວ່າພັກແລະຣັຖ ຫັ້ນມີອໍານາດ ສູງຫລືວ່າເໜືອກວ່າ ກົດໝາຍ ສະນັ້ນແຫລະ ເພື່ອຢາກໃຫ້ມັນສັກສິດ ຫລືວ່າເພື່ອຢາກໃຫ້ມັນມີ ປະສິດທິພາບ ໃນການປະຕິບັດ ເຣຶ່ອງກົດໝາຍ ທີ່ດິນຫລືວ່າກົດໝາຍ ໃດໆກໍຢ່າ ອໍານາດ ຂອງພັກແລະຣັຖ ມັນຢູ່ພາຍໃຕ້ ກົດໝາຍ ໃຫ້ມັນສເມີພາບ ກັບປະຊາຊົນຫັ້ນນະ ມັນຈຶ່ງສິປົກຄອງ ຫລືວ່າບໍຣິຫານປະເທສ ໄດ້ ເຣຶ່ອງກົດໝາຍທີ່ເພີ່ນ ຈະເຮັດອອກມາພຽງແຕ່ ເປັນຮູບການ ແຕ່ວ່າທາດແທ້ ຂອງມັນແທ້ແຫລະ ບໍ່ມີຫຍັງທີ່ ຈະປະຕິບັດ ໄດ້ຫັ້ນນະ."

ເຖິງຢ່າງໃດກໍຕາມ ທາງການສປປລາວ ກໍເວົ້າວ່າມີຄວາມຈຳເປັນຕ້ອງໄດ້ ປັບປຸງກົດໝາຍ ວ່າດ້ວຍທີ່ດິນສະບັບ ທີ່ໃຊ້ຢູ່ໃນປັດຈຸບັນນີ້. ກະຊວງຊັພຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ໄດ້ມີແຈ້ງການອອກມາ ໃນວັນທີ 19 ກັນຍາ ເພື່ອເປີດ ໂອກາດໃຫ້ປະຊາຊົນ ປະກອບຄຳຄິດເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ. ແຕ່ປະຊາຊົນ ຜູ້ທີ່ເຄີຍອັບປະໂຫຍດ ຈາກການເສັຍທີ່ດິນ ໃຫ້ນັກລົງທຶນ ແລະທາງການ ກໍຍັງເຫັນວ່າ ເຖິງວ່າຈະມີ ການປັບປຸງກົດໝາຍ ນີ້ແລ້ວ ກໍຍັງຈະບໍ່ມີ ຜົນສັກສິດ ໃນພາກປະຕິບັດ ຍ້ອນວ່າ ເຈົ້າໜ້າທີ່ ພັກ-ຣັດ ທີ່ມີອິດທິພົນ ກໍຍັງຈະໃຊ້ອຳນາດ ໄປຍາດເອົາທີ່ດິນ ຂອງປະຊາຊົນ ຢູ່ຄືເກົ່າ ດັ່ງ ພະນັກງານບຳນານ ທ່ານນຶ່ງ ໄດ້ກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 24 ກັນຍານີ້ວ່າ:

"ເລື້ອງເກົ່າກໍຍັງບໍ່ທັນແກ້ໄຂ ເຈົ້ານາຍລະເອົາດິນຈັກເຮັກຕາ ດິນປະຊາຊົນປຸກເບີກມາຢູ່ແລ້ວ ແມ່ນຢູ່ເຈົ້າດິນລັດ ແຕ່ວ່າເຈົ້າເອົາເຈົ້າ ກະຕ້ອງຊົດເຊີຍເຂົາ ບາງບ່ອນກະເອົາລ້າໆ ບັນຫາທີ່ດິນເກີດຂຶ້ນຢູ່ ສປປລາວ ຍ້ອນຜູ້ມີຖານະຕຳແໜ່ງ ຍາດແຍ່ງ ເອົາດິນ ຂອງປະຊາຊົນ ແລະ ເຈົ້າໜ້າທີ່ຂັ້ນສູງ ຂອງພັກ-ຮັຖ ຈໍານວນນຶ່ງ ມີດິນຫຼາຍ, ຢາກຂໍໃຫ້ແກ້ໄຂບັນຫາ ເກົ່າໃຫ້ແລ້ວ ຈຶ່ງເວົ້າເຣື່ອງໃໝ່."

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍເຫັນວ່າ ຮ່າງກົດໝາຍສະບັບປັບປຸງ ມີເນື້ອໃນຮັດກຸມຂຶ້ນຕື່ມ ແລະຈະໃຫ້ປະຊາຊົນ ໄດ້ຮັບຜົນປະໂຫຍດ ຫຼາຍກວ່າ ເສັຍ ດັ່ງ ທ່ານ ບຸຕີ ຫົວໜ້າຫ້ອງການ ກະຊວງຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 24 ກັນຍາວ່າ ຄິດວ່າ ມັນຈະເປັນກົດໝາຍທີມີ ປະໂຫຽດຫຼາຍກ່ວາເກົ່າ ເພາະວ່າໄດ້ເປີດກ້ວາງ ລະດົມ ຄວາມຄິດຄວາມເຫັນ ຂອງປະຊາຊົນເຂົ້າໃສ່ ຮ່າງກົດໝາຍ ສະບັບປັບປຸງນີ້ ໃຫ້ທຸກຄົນໄດ້ ປະກອບ ຄຳເຫັນໃສ່.

ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງນີ້ ປະກອບມີ 185 ມາດຕາ ຊຶ່ງຄາດ ວ່າຣັຖບາລ ຈະນຳສເນີຢູ່ໃນກອງປະຊຸມ ສະພາແຫ່ງຊາດ ໃນທ້າຍປີ 2018 ເພື່ອໃຊ້ແທນ ກົດໝາຍ ວ່າດ້ວຍທີ່ດິນ ສະບັບປະຈຸບັນ ທີ່ມີ 87 ມາດຕາ.

ທີ່ຜ່ານມາ ຣັຖບານ ສປປລາວ ໄດ້ໃຫ້ນັກລົງທຶນ ສຳປະທານທີ່ດິນ ໃນທົ່ວປະເທດ ຫຼາຍກວ່າ 1 ລ້ານ ເຮັກຕາ ໂດຍທີ່ບໍ່ລວມ ເອົາເນື້ອທີ່ດິນ ສຳປະທານໂຄງການບໍ່ແຮ່ ແລະໂຄງການ ເຂື່ອນໄຟຟ້າເຂົ້ານຳ - ຕາມຂໍ້ມູນ ຈາກກະຊວງ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ. ໃນນັ້ນກໍມີທັງ ເຂື່ອນໄຟຟ້າໄຊຍະບູລີ ທີ່ປະຊາຊົນ 15 ບ້ານເກືອບ 3,000 ຄົນ ທີ່ຖືກບັງຄັບ ໃຫ້ໂຍກຍ້າຍ ອອກຈາກ ບ້ານເດີມ ໄປຢູ່ບ້ານຈັດສັນ ທີ່ທາງການ ໃຫ້ດິນປູກຝັງ ໜ້ອຍດຽວ ບໍ່ພຽງພໍສໍາລັບ ການປູກພືດລ້ຽງ ຄອບຄົວ ດັ່ງປະຊາຊົນ ຜູ້ໄດ້ຮັບຜົລກະທົບຈາກ ເຂື່ອນໄຊຍະບູຣີ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 13 ເດືອນທີ່ແລ້ວວ່າ:

"ຂໍ້ຫຍຸ້ງຍາກໃນການລໍເຣຶ່ອງດິນ ທໍາການຜລິດ ເອີ... ກໍມີຢູ່ແຕ່ມັນບໍ່ພຽງພໍ ເພາະວ່າຄອບຄົວ ນຶ່ງໄດ້ແຕ່ 0.70 ບໍ່ຮອດເຮັກຕາ."

ບໍ່ພຽງເທົ່ານັ້ນ ເຈົ້າໜ້າທີ່ຂອງຣັຖ ແລະນັກລົງທຶນ ຍັງບຸກລຸກ ແລະເອົາທີ່ດິນ ຂອງປະຊາຊົນ ຢູ່ຫຼາຍໆເຂດ ໃນທົ່ວປະເທສ ເປັນຕົ້ນນັບຕັ້ງແຕ່ ຜູ້ນໍາພັກ ມີນະໂຍບາຍ ຫັນທີ່ດິນເປັນທຶນ ມານີ້.

ຕົວຢ່າງອັນນຶ່ງ ກໍແມ່ນ ກໍລະນີທີ່ເກີດຂຶ້ນເມື່ອປີ 2017 ທີ່ຜ່ານມາ ມີຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ຖືກທາງການ ສປປລາວ ຈັບໃສ່ຄຸກ ຍ້ອນຂັດແຍ່ງ ໃນເຣື່ອງທີ່ດິນ ກັບເຈົ້າຂອງບໍຣິສັດ ປູກຢາງພາຣາວຽດນາມ ທີ່ເຂົ້າມາຍາດແຍ່ງ ດິນ ຂອງພວກເຂົາເຈົ້າ. ໃນນັ້ນ ມີຜູ້ເສັຽຊີວິດ ຍ້ອນຖືກທໍຣະມານ ຢູ່ໃນຄຸກຄຸມຂັງ 1 ຄົນ ຊຶ່ງຫຼາຍຄົນ ເວົ້າວ່າ ປະຊາຊົນລາວ ທີ່ຮຽກຮ້ອງ ຂໍຄວາມເປັນທັມ ຖືກທາງການ ສປປລາວ ປາບປາມແບບ ໄຮ້ມະນຸດສະທັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.