ຣັຖບາລລາວຈະສເນີ ກົດໝາຍ ໃໝ່

0:00 / 0:00

ໃນກອງປະຊຸມສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ຂອງສປປລາວ ຊຶ່ງຈະຈັດຂຶ້ນໃນເດືອນ ມິຖຸນາ 2018 ນີ້, ຍັງບໍ່ຮູ້ ວ່າຈະເປັນມື້ໃດແທ້ ແລະບັນຫາຕ່າງໆ ທີ່ຈະຍົກຂຶ້ນພິຈາຣະນາ ແລະຮັບຮອງເອົາ ຢູ່ໃນກອງປະຊຸມນັ້ນ ຈະມີບັນຫາ ຫຍັງແດ່ກໍຍັງບໍ່ຮູ້; ຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະພາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ພຶສພາ 2018 ນີ້.

ແຕ່ຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ມາດຕຣາ 59 ກໍານົດເອົາໄວ້ວ່າ ກອງປະຊຸມສມັຍສາມັນເທື່ອທີນຶ່ງ ຂອງສະພາແຫ່ງຊາດ ມີສິດແລະໜ້າທີ່ 7 ຢ່າງຮວມທັງພິຈາຣະນາ, ຮັບຮອງເອົາບົດຣາຍງານ ຂອງຣັຖບາລ ກ່ຽວກັບການຈັດຈັ້ງປະຕິບັດ ແຜນພັທນາເສຖກິດ ສັງຄົມ, ແຜນງົບປະມານປະຈໍາປີ ຜ່ານມາ ແລະປີຕໍ່ໜ້າ; ພິຈາຣະນາ ຮັບຮອງເອົາກົດໝາຍ.

ໃນກອງປະຊຸມເທື່ອທີ 5 ນີ້ ຣັຖບາລ ສປປລາວ ຈະສເນີຮ່າງກົດໝາຍຫລາຍສະບັບ ເພື່ອພິຈາະນາ ແລະຮັບຮອງເອົາ ຊຶ່ງໃນນັ້ນມີທັງ ຮ່າງກົດໝາຍ 4 ສະບັບຄື: ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງ ໜີ້ສິນສາທາຣະນະ, ຮ່າງກົດໝາຍວ່າດ້ວຍການແກ້ໄຂ ຂໍ້ຂັດແຍ່ງ ທາງດ້ານເສຖກິດ ສະບັບປັບປຸງ, ຮ່າງກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະອາຊີບ ຮ່າງກົດໝາຍວ່າດ້ວຍອາກອນ ມູນຄ່າເພີ້ມ ສະບັບປັບປຸງ ແລະທັງຮ່າງແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ.

ແຕ່ມາເຖິງປັດຈຸບັນ ເນື້ອໃນຮ່າງກົດໝາຍ ແລະແຜນແມ່ບົດທີ່ວ່ານັ້ນ ທາງການລາວ ຍັງບໍ່ເຜີຍແຜ່ໃຫ້ພົລເມືອງລາວທົ່ວໄປຮູ້ ແລະ ປະກອບຄໍາເຫັນໃສ່. ຍ້ອນຄາບັນຫາຫຍັງນັ້ນ ທາງການກໍບໍ່ເປີດເຜີຍ ຂນະທີ່ຫລາຍຄົນກໍຕີຣາຄາກັນໄປຕ່າງໆນາໆ ເພາະມັນບໍ່ເປັນໄປ ໃນທາງທີ່ຄວນ.

ທຽບໃສ່ຢູ່ປະເທສການາດາ ແມ່ນແຕກຕ່າງກັນຫລາຍຊຶ່ງທ່ານ ສະໄຫວ ຊະນະນິຄົມ ອາດີດນັກສຶກສາ ທີ່ສະຖາບັນການສຶກສາວິຊາຄຣູ ດົງໂດກ ວຽງຈັນ ອະດີດນາຍທະຫານອາກາດ ແຫ່ງພຣະຣາຊອານາຈັກລາວ ກ່າວຕໍ່ນັກຂ່າວວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ພຶສພານີ້ວ່າ:

ຂນະນີ້ ທາງການສປປລາວ ກໍາລັງຂຸ້ນຂ້ຽວກະກຽມກອງປະຊຸມສມັຍສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ໂດຍມີຫລາຍເປົ້າໝາຍ. ແຕ່ອັນສໍາຄັນກວ່າໝູ່ ໃນການກະກຽມນັ້ນ ຫຼາຍຄົນເວົ້າວ່າ ຄຽງຄູ່ໄປກັບການຣະດົມ ໃຫ້ບັນດາສະມາຊິກສະພາ ແຫ່ງຊາດ ປະກອບ ຄໍາເຫັນຫລາຍໆ ຢູ່ໃນກອງປະຊຸມກະກຽມກ່ຽວກັບ ບັນຫາຕ່າງໆ ເພື່ອຮູ້ທັສນະຂອງສະມາຊິກສະພາ, ຮູ້ເຖິງຄວາມຂັດຂ້ອງໝອງໃຈ, ຄວາມບໍ່ພໍອົກພໍໃຈ ຂອງປະຊາຊົນ ຕໍ່ການກະທໍາຂອງພັກແລະຣັຖ ຍ້ອນພວກເຂົາເຈົ້າໄດ້ຮັບ ຜົນກະທົບອັນບໍ່ດີ, ບໍ່ໄດ້ຮັບຄວາມຍຸຕິທັມ ໃນສັງຄົມ ນັ້ນແລ້ວ ກໍເພື່ອໃຫ້ບັນດາ ສະມາຊິກສະພາແຫ່ງຊາດ ທີ່ຈະເຂົ້າຮ່ວມກອງປະຊຸມສະພາ ໃນເດືອນ ມິຖຸນານັ້ນ ຮູ້ລ່ວງໜ້າ ໄວ້ກ່ອນວ່າ ບໍ່ໃຫ້ເວົ້າບັນຫາຫລໍ່ແຫລມ ທີ່ມີຜົລກະທົບອັນບໍ່ດີ ຕໍ່ການຈັດຕັ້ງ, ຊີ້ ນໍາ, ນໍາຂອງພັກ ແລະການຄຸ້ມຄອງ ບໍຣິຫານຂອງຣັຖ ຊຶ່ງຫລາຍຄົນເວົ້າວ່າ ເປັນບັນຫາທີ່ປະຊາຊົນລາວ ໃນທົ່ວປະເທສສົນໃຈ ແລະຢາກໃຫ້ມີການແກ້ໄຂ ເປັນຕົ້ນການໃຊ້ສິດ ອໍານາດເກີນ ຂອບເຂດຂອງຣະບຽບກົດໝາຍ,

ການສໍ້ຣາດບັງຫລວງ ຂອງຄນະນໍາພັກ-ຣັຖ ຮວມທັງຂອງກັມການກົມການເມືອງ ສູນກາງພັກທັງໃນອະດີດ ແລະປັດຈຸບັນ ຊຶ່ງອາດມີ, ແຕ່ທາງການລາວ ບໍ່ເວົ້າອອກມາໂດຍກົງ, ໃຊ້ສໍານວນຄໍາເວົ້າແບບການເມືອງທີ່ວ່າ: ”ບັນຫາທີ່ມີຄວາມສົນໃຈ ແລະ ເປັນເອກກະພາບກັນ ໃນກອງປະຊຸມສັມນາແລ້ວ ຄວນຫລີກລ່ຽງການຍົກຂຶ້ນ ຢູ່ໃນກອງປະຊຸມສະພາແຫ່ງຊາດ ຊຶ່ງຈະເຮັດໃຫ້ແກ່ຍາວ ເວລາການດໍາເນີນ ກອງປະຊຸມນັ້ນ.”

ສິ່ງດັ່ງກ່າວຈະຮູ້ໄດ້ຈາກກອງປະຊຸມສໍາມະນາ ຊຶ່ງສະພາແຫ່ງຊາດໄດ້ຈັດຂຶ້ນ ແຕ່ມື້ວັນທີ 23 ຫາ 26 ເມສາ ທີ່ຜ່ານມານີ້ ຢູ່ນະຄອນຫຼວງ ວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ກັມການສູນກາງພັກປະຊາຊົນ ປະຕິວັດລາວ ຄົນທີ 2, ຮອງປະທານ ສະພາແຫ່ງຊາດ ຊຶ່ງທ່ານ ສະໄຫວ ຊະນະນິຄົມ ເຫັນວ່າ:

ທາງການສປປລາວ ພຍາຍາມອອກກົດໝາຍ ໃຫ້ໄດ້ຫຼາຍເທົ່າທີ່ຈະຫລາຍໄດ້ ເພື່ອຫວັງເຮັດໃຫ້ ສປປລາວ ກາຍເປັນຣັຖແຫ່ງກົດໝາຍ ໃນປີ 2020 ຊຶ່ງທ່ານ ສະໄຫວ ຊະນະນິຄົມ ເຫັນວ່າຈະເປັນໄປບໍ່ໄດ້ຍ້ອນວ່າ ກົດໝາຍ 130 ປາຍສະບັບທີ່ມີຢູ່ໃນ ປັດຈຸບັນບໍ່ໄດ້ຮັບ ການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງພໍເທົ່າໃດ:

ແຕ່ເຖິງຢ່າງໃດກຕາມ ທາງການ ສປປລາວ ກໍພຍາຍາມສ້າງກົດໝາຍໃໝ່ ແລະປັບປຸງກົດໝາຍເກົ່າຫລາຍສະບັບ ຮວມທັງກົດໝາຍ ວ່າດ້ວຍການແກ້ໄຂ ຂໍ້ຂັດແຍ່ງທາງເສຖກິດປີ 2010 ຊຶ່ງຖືວ່າເປັນການແກ້ໄຂຂໍ້ພິພາດ ທາງດ້ານຜົລປໂຍດຣະຫວ່າງ ນິຕິບຸກຄົນດ້ວຍກັນ, ນິຕິບຸກຄົນກັບບຸກຄົນ, ບຸກຄົນກັບບຸກຄົນ ທັງພາຍໃນ ແລະຕ່າງປະເທສ ທີ່ເກີດຈາກການຣະເມີດສັນຍາ, ການດໍາເນີນການຜລິດທຸຣະກິດ ຕາມທີ່ບົ່ງໄວ້ຢູ່ໃນມາດຕຣາ 2 ແລະມາດຕຣາ 1 ກໍກໍານົດເອົາໄວ້ເຖິງຫຼັກການ, ຣະບຽບການ ແລະມາດຕຣາການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະການກວດກາວຽກງານ ແກ້ໄຂຂໍ້ຂັດແຍ່ງທາງເສຖກິດ ເພື່ອແກ້ໄຂຢ່າງສັນຕິວິທີ, ເປັນທັມ ແລະ ວ່ອງໄວ.

ແລະກົດໝາຍວ່າດ້ວຍອາກອນມູນຄ່າເພີ້ມປີ 2014 ຊຶ່ງແມ່ນອາກອນ ທີ່ເກັບຈາກການຊົມໃຊ້ສິນຄ້າ ແລະການບໍຣິການ ຢູ່ພາຍໃນປະເທສ ໂດຍແມ່ນຜູ້ຊົມໃຊ້ສຸດທ້າຍເປັນຜູ້ຈ່າຍ. ໃນນັ້ນມາດຕຣາ 16 ກໍານົດເອົາໄວ້ວ່າ:

1. ອັດຕຣາ 10% ສໍາລັບສິນຄ້າ ແລະການບໍຣິການ ທີ່ນໍາເຂົ້າ, ຜລິດ, ຊົມໃຊ້ຢູ່ພາຍໃນລາວ ຮວມທັງການສົ່ງອອກ ຊັພຍາກອນທັມຊາດ ທີ່ບໍ່ແມ່ນຜລິຕພັນ ສໍາເຣັດຮູບ.

2. ອັດຕຣາ 0% ສໍາລັບວັດຖຸດິບ, ສານເຄມີ, ວັດຖຸປະກອນ, ເຄື່ອງໃຊ້ແລະພາຫະນະການຜລິດ ທີ່ເປັນຜລິຕພັນພາຍໃນ ແລະນໍາເຂົ້າຈາກ ຕ່າງປະເທສ ຊຶ່ງພາຍໃນປະເທສຜລິດບໍ່ໄດ້ ຫລືຜລິດໄດ້ ແຕ່ບໍ່ພຽງພໍ ເພື່ອນໍາໃຊ້ເຂົ້າໃນການຜລິດ ແລະ ການລົງທຶນ ທີ່ເປັນຊັພສົມບັດ ຄົງທີ່ ແລະສິນຄ້າ, ຊັພຍາກອນທັມຊາດ ທີ່ເປັນຜລິຕພັນສໍາເຣັດຮູບ ທີ່ສົ່ງອອກຕ່າງປະເທສ.

ມີການສັນນິຖານກັນວ່າ ໃນຮ່າງກົດໝາຍວ່າດ້ວຍ ອາກອນມູນຄ່າເພີ້ມສະບັບປັບປຸງ ຊຶ່ງຈະຖືກສເນີຕໍ່ກອງປະຊຸມ ສະພາແຫ່ງຊາດ ນັ້ນຈະໄດ້ປັບປຸງມາດຕຣາ 16 ທີ່ໄດ້ມີການປັບປຸງມາແລ້ວເທື່ອນຶ່ງ ເມື່ອປີ 2013 ນັ້ນ ອາຈມີການປັບປຸງຕື່ມອີກ.

ປັດຈຸບັນ ສປປລາວ ມີກົດໝາຍທັງໝົດ 132 ສະບັບ. ໃນນັ້ນຂົງເຂດການປົກຄອງ ແລະຄຸ້ມຄອງຣັຖ 38 ສະບັບ, ຂົງເຂດເສຖກິດ 65 ສະບັບ ແລະຂົງເຂດວັທນະທັມ-ສັງຄົມ 29 ສະບັບ ແຕ່ຫຼາຍຄົນເວົ້າວ່າ ກົດໝາຍເຫລົ່ານີ້ ບໍ່ມີຜົລສັກສິດ, ບໍ່ເຂັ້ມງວດໃນການຈັດຕັ້ງ ປະຕິບັດ, ແມ່ນແຕ່ຜູ້ນໍາສູງສຸດ ຂອງພັກປະຊາຊົນປະຕິວັດລາວ ຜູ້ຜູກຂາດອໍານາດເອງ ກໍຍັງຮັບຮູ້ຢູ່ໃນກອງປະຊຸມໃຫຍ່ຂອງພັກທີ່ຜ່ານມາ.