ລາວ ສົ່ງກະດູກ ທະຫານ ວຽດນາມເໜືອ ຄືນ

ຈໍາປາທອງ
2017.05.28
f-khao (ຊ້າຍ)ພັນເອກ ຂາວ ອິນສີຊຽງໃໝ່ ອະດີດນາຍທະຫານ ຊັ້ນພັນໂທ ກອງທັບ ແຫ່ງພຣະຣາຊອານາຈັກລາວ ໜ່ວຍຣົບພິເສດ ແອັສຊີຢູ
RFA

ສົງຄາມວຽດນາມ ຢູ່ປະເທສລາວ ເປັນຕົ້ນ ແຕ່ຕົ້ນຊຸມປີ 1960 ເຖິງຕົ້ນຊຸມປີ 1970 ເຮັດໃຫ້ທະຫານ ວຽດນາມເໜືອ ເປັນແສນໆຄົນ ເຂົ້າສູ້ຣົບ ແລະຜ່ານລາວ ລົງສູ່ພາກໃຕ້ ວຽດນາມ ແລະ ເຂົ້າໄປ ກໍາພູຊາ ຊຶ່ງຫລາຍຄົນ ເວົ້າວ່າ ໄດ້ເສັຍຊີວິດ ຢູ່ລາວ ຢ່າງໜ້ອຍ ຫລາຍໝື່ນຄົນ, ຊຶ່ງທາງການ ຄອມມິວນິສວຽດນາມ ພຍາຍາມ ຊອກຄົ້ນຫາ ເອົາກະດູກ ແລະ ສິ່ງເສດເຫລືອ ຕ່າງໆ ຂອງພວກເຂົາ ກັບຄືນປະເທສ ຂນະທີ່ ເມື່ອກ່ອນ ທັງພວກຄອມມິວນິສ ວຽດນາມ, ແນວລາວຮັກຊາດ ແລະ ທາງການ ສປປລາວ ໄດ້ປະຕິເສດ ມາ ໂດຍຕລອດວ່າ ບໍ່ມີທະຫານ ວຽດນາມເໜືອ ເຂົ້າມາສູ້ຣົບ ໃນລາວ.

ເພື່ອເປັນການຢືນຢັນວ່າມີ ທະຫານວຽດນາມເໜືອ ເຂົ້າມາສູ້ຣົບ ໃນລາວ ຫລືບໍ່ນັ້ນ ນາຍທະຫານ ກອງທັບ ແຫ່ງ ພຣະຣາຊອານາຈັກ ລາວ ແລະ ໜ່ວຍຣົບພິເສດ ແອັສຊີຢູ ເວົ້າວ່າມີແທ້ ດັ່ງທີ່ພັນເອກ ຂາວ ອິນສີຊຽງໃໝ່ ອາດີດ ນາຍທະຫານ ຊັ້ນພັນໂທ ກອງທັບແຫ່ງ ພຣະຣາຊອານາຈັກລາວ ແລະ ພັນເອກ ໜ່ວຍຣົບພິເສດ ແອັສຊີຢູ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ພຶສພາ 2017 ຊຶ່ງ ເບື້ອງຕົ້ນ ທ່ານກ່າວ ເຖິງການສູ້ຣົບ ໃນບັ້ນຣົບຕ່າງໆ ໃນທົ່ວປະເທສ ຕັ້ງແຕ່ເໜືອ ຕລອດໃຕ້ ວ່າ ລ້ວນແລ້ວແຕ່ ໄດ້ສູ້ຣົບກັບ ທະຫານ ວຽດນາມເໜືອ: ສຽງ...

ເກືອບ 20 ປີທີ່ຜ່ານມາ ທາງການວຽດນາມ ແລະ ສປປລາວ ໄດ້ຊອກຫາ ແລະ ຄົ້ນພົບກະດູກ ທະຫານ ວຽດນາມເໜືອ ທີ່ເສັຍຊີວິດ ໃນບັ້ນຣົບຕ່າງໆ ໃນທົ່ວ ປະເທສລາວ ໃນສມັຍສົງຄາມ ວຽດນາມ ເປັນຕົ້ນ ບັ້ນຣົບນໍ້າບາກ, ບັ້ນຣົບ ຫລວງນໍ້າທາ, ບັ້ນຣົບ ທົ່ງໄຫຫີນ, ບັ້ນຣົບ ລາມເຊິນ 719 ແລະ ໄດ້ສົ່ງໄປ ວຽດນາມແລ້ວ 23 ພັນ ປາຍຄົນ. ຕາມຣາຍງານ ຂອງ ເມນາເຈີອອນໄລນ໌ ທີ່ອີງໃສຂໍ້ມູນ ຂອງສື່ມວນຊົນ ທາງການວຽດນາມ ເມື່ອປີກາຍ ຂນະທີ່ ພັນເອກ ຂາວ ອິນສີຊຽງໃໝ່ ຄາດວ່າໃນສມັຍ ສົງຄາມ ທະຫານວຽດນາມເໜືອ ເສັຍຊີວິດໃນບັ້ນຣົບ ຕ່າງໆຢູ່ລາວ ບໍ່ຕໍ່າກວ່າ 60-70 ພັນຄົນ ຊຶ່ງມັນ ກົງກັນຂ້າມ ກັບຄໍາເວົ້າ ຂອງ ຜູ້ນໍາພັກ ຄອມມິວນິສ ວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ທີ່ຫຼາຍຄົນ ເວົ້າວ່າເປັນການ ປະຕິເສດ ຄວາມຈິງ ຖ້າບໍ່ມີມາ ຣົບຫຼາຍແທ້ໆນັ້ນ ເປັນຫຍັງຈຶ່ງມີການ ຊອກຄົ້ນແລະສົ່ງກະດູກ ທະຫານວຽດນາມເໜືອ ໄປວຽດນາມຫລາຍເຖິງ 23 ພັນ ປາຍຄົນ ຄືທີ່ວ່ານັ້ນ,

ຊຶ່ງຫລ້າສຸດ ສິ່ງທີ່ຊີ້ໃຫ້ຮູ້ແຈ້ງຕື່ມ ຄືຂ່າວວຽງຈັນໃໝ່ ຂອງທາງການ ສປປລາວ ເອງກໍຣາຍງານ ໃນມື້ວັນທີ 18 ພຶສພາ 2017 ນີ້ວ່າມີພິທີ ມອບ-ຮັບ ກະດູກທະຫານ ວຽດນາມ ໃນປາງສົງຄາມ ຢູ່ລາວ ໂດຍແມ່ນ ຄນະພັກ ອໍານາດ ການປົກຄອງ ນະຄອນຫຼວງວຽງຈັນ ເປັນ ຜູ້ມອບ ແລະ ຄນະພັກ ອໍານາດ ການປົກຄອງ ແຂວງຮ່າຕິ່ງ ຂອງວຽດນາມ ເປັນຜູ້ຮັບ ຂນະທີ່ ການຄົ້ນຫາ ສິ່ງເສດເຫລືອ ຂອງທະຫານ ແລະພົລເຮືອນ ອາເມຣິກັນ ຢູ່ລາວ ໃນ 31 ປີມານີ້ໄດ້ 273 ຄົນ, ສ່ວນອີກ 300 ຄົນ ຍັງກໍາລັງ ຊອກຄົ້ນຫາ ຢູ່ຕໍ່ໄປ.

ພັນເອກ ຂາວ ອິນສີຊຽງໃໝ່ ອາດີດນາຍທະຫານ ຊັ້ນພັນໂທ ກອງທັບ ແຫ່ງ ພຣະຣາຊອານາຈັກລາວ ແລະ ພັນເອກ ໜ່ວຍຣົບພິເສດ ແອັສຊີຢູ ໄດ້ຜ່ານ ໂຮງຮຽນ ນາຍຮ້ອຍ ຢູ່ປະເທສລາວ, ໄດ້ໄປຝຶກ ວິຊາທະຫານ ຢູ່ ປະເທສຝຣັ່ງເສສ ແລະ ສະຫະຣັຖ ອະເມຣິກາ, ເປັນຄຣູສອນ ວິຊາທະຫານ, ປະຕິບັດງານ ຮ່ວມກັບ CIA ເປັນເວລາ 6 ປີ, ໄດ້ໄປສູ້ຣົບ ຢູ່ຫລາຍໆແຫ່ງ ຕັ້ງແຕ່ເໜືອ ຕລອດໃຕ້ ຂອງລາວ, ໄດ້ຖືກໄປ ສໍາມະນາ ຢູ່ເຂດເໜືອ ທາງເລກ 9 ແຂວງ ສະຫວັນນະເຂດ ທີ່ຕິດກັບ ຊາຍແດນ ວຽດນາມ ເປັນເວລາ 12 ປີ ຄືແຕ່ປີ 1975 ເຖິງປີ 1987 ແລະໄດ້ມາຢູ່ ສະຫະຣັຖ ອະເມຣິກາ ໃນປີ 1990.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.