ຣັຖບານລາວຖືກທັກທ້ວງຈາກ ສາກົນ

0:00 / 0:00

ການ ປະຕິບັດ ສິດທິ ມະນຸດ ໃນລາວ ກໍາລັງ ຢູ່ພາຍໃຕ້ ການທັກທວງ ຂອງ ອົງການ ສິດທິ ມະນຸດ ໃນ ທົ່ວໂລກ, ກ່ອນທີ່ ທາງການ ສປປລາວ ຈະຂຶ້ນ ຣາຍງາ ການ ປະຕິບັດ ສິດທິ ມະນຸດ ທີ່ ສປປລາວ ມີ ພັນທະ ຕໍ່ ກອງປະຊຸມ ສະຫະ ປະຊາຊາດ ຊຶ່ງ ຈະມີຂຶ້ນ ໃນ ວັນທີ 20 ມົກກະຣາ 2015 ນີ້. ສົມເນ ວິທຍຸ ເອເຊັຽເສຣີ ໄດ້ ຮວບຮວມ ເອົາ ຣາຍງານ ຈາກ ອົງການ ຕ່າງໆ ປະກອບ ກັບ ການສໍາ ພາດ ທ່ານ ເຫລັກ ແກ້ວຫານາມ ຈາກ ສູນສຶກສາ ບັນຫາ ເອເຊັຽ ແລະ ລາວ ຢູ່ ສະຫະຣັຖ ອະເມຣິກາ ມາ ສະເໜີທ່ານ

ກອງປະຊຸມ ສະຫະ ປະຊາຊາຕ ວ່າດ້ວຍ ການທົບທວນ ປະຈໍາ ຣະຍະ ກ່ຽວກັບ ການ ປະຕິບັດ ສິດທິ ມະນຸດ ໃນ 193 ປະເທດ ໃນ ທົ່ວໂລກ ຫລື ມີຊື່ ຫຍໍ້ວ່າ UPR ຊຶ່ງ ຈະມີຂຶ້ນ ທີ່ ນະຄອນ ເຈນີວາ ປະເທດ ສະວິດເຊີແລັນ ໃນ ວັນທີ 20 ມົກກະຣາ 2015 ນີ້, ສປປ ລາວ ກໍາລັງ ຖືກຕໍານິ ຕິຕຽນ ຈາກ ອົງການ ຈັດຕັ້ງ ທາງ ສັງຄົມ ແລະ ອົງການ ປົກປ້ອງ ສິດທິ ມະນຸດ ໃນທົ່ວໂລກ ຫລາຍຂຶ້ນ.

ການທົບທວນ ປະຈໍາ ຣະຍະ ກ່ຽວກັບ ການ ປະຕິບັດ ສິດທິ ມະນຸດ ຂອງລາວ ເທື່ອນີ້ ເປັນເທື່ອ ທີສອງ. ເທື່ອທໍາອິດ ມີ ຂຶ້ນເມື່ອ ວັນທີ່ 4 ພຶສພາ ປີ 2010. ກ່ອນໜ້າ ກອງ ປະຊຸມ ຈະມີຂຶ້ນ ເທື່ອນີ້ ຫລາຍ ອົງການ ຈັດຕັ້ງ ທາງສັງຄົມ ທີ່ ກ່ຽວຂ້ອງ ກັບ ສິດທິ ມະນຸດ ພາກສ່ວນ ອົງການ ສະຫະ ປະຊາຊາຕ ແລະ ຣັຖບານ ລາວ ໄດ້ສົ່ງ ຣາຍງານ ຂອງຕົນ ເຂົ້າໄປ ຍັງ ຄນະ ຮັບຜິດຊອບ ໃນການ ທົບທວນ ນີ້ ໝົດແລ້ວ.

ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ລາວ ເກືອບທຸກ ອົງການ ໄດ້ຍົກ ບັນຫາ ການຣະເມີດ ສິດທິ ມະນຸດ ໃນລາວ ໂດຍສະເພາະ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ໃນລາວ ທີ່ ຖືກລັກ ພາໂຕໄປ ເມື່ອ ວັນທີ່ 15 ທັນວາ ປີ 2012 ຂຶ້ນມາ ທວງຖາມ ຕໍ່ ຣັຖບານ ລາວ ເພາະວ່າ ເມື່ອເບິ່ງຕາມ ຮູບພາບ ວີດີໂອ ຂອງ ກ້ອງ ວົງຈອນປິດ ຫລາຍຄົນ ກໍວ່າ ທາງການລາວ ມີສ່ວນ ຮູ້ເຫັນນໍາ ເຖິງແມ່ນ ຣັຖບານລາວ ປະຕິເສດ ວ່າ ບໍ່ຮູ້ ບໍ່ເຫັນ ແລະ ບໍ່ຈັກ ກໍຕາມ ແລະ ມັນເປັນ ການຣະເມີດ ສິດທິ ມະນຸດ ໂດຍ ເຈຕນາ.

ອົງການ ສໍາຄັນໆ ທີ່ຕໍ່ສູ້ ເຣື້ອງ ການຣະເມີດ ສິດທິ ມະນຸດ ໃນລາວ ກໍມີຄື: ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ທີ່ ມີ ສໍານັກງານ ຢູ່ ຢູໂຣບ, ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ ມີ ສໍານັກງານ ຢູ່ ປະເທດ ເຢັຽຣະມັນ, ສະພາ ເອເຊັຽ ເພື່ອ ສິດທິ ມະນຸດ, ເວທີ ເອເຊັຽ ແລະ ເວທີ ປະຊາຊົນ ເອເຊັຽ- ຢູໂຣບ, ອົງການ ສິ້ງຊອມ ສິດທິ ມະນຸດ ທີ່ມີ ສໍານັກງານ ໃຫຍ່ ຢູ່ ສະຫະຣັດ ອະເມຣິກາ, ກໍັມມາທິການ ສາກົນ ເພື່ອ ຄວາມ ຍຸຕິທັມ ແລະ ອົງການ ໃຫ້ ຄວາມ ຊ່ວຍເຫລືອ ສິດທິ ມະນຸດ ສາກົນ.

ເຣື້ອງ ການຣະເມີດ ສິດທິ ມະນຸດ ໃນລາວ ມີຄວາມຈິງ ແນວໃດແດ່ ນັ້ນ ຂ້າພະເຈົ້າ ໄດ້ມີ ໂອກາດ ສັມພາດ ທ່ານ ເຫລັກ ແກ້ວຫານາມ ຜູ້ຕາງໜ້າ ສູນ ຄົ້ນຄວ້າ ບັນຫາ ເອເຊັຽ ແລະ ລາວ ປະຈໍາ ສະຫະຣັດ ອະເມຣິກາ. ເຊີນທ່ານ ຮັບຟັງສຽງ ຕໍ່ໄປໄດ້...