ສລອງວັນຄຣູ ວັນບັນຫາ ຄ້າງຄາ

ມະນີຈັນ
2018.10.10
f-teacher ນັກສຶກສາ ວິທຍາໄລຄຣູ ແຂວງຫຼວງນໍ້າທາ
RFA/VD

ສປປລາວ ສລອງວັນຄຣູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 24 ປີ ຢູ່ຕາມໂຮງຮຽນຕ່າງໆ ທົ່ວປະເທດລາວ ເພື່ອຣະນຶກເຖິງຄຸນງາມຄວາມດີ ຂອງຄຣູ ຜູ້ທີ່ຖືກັນວ່າເປັນແມ່ພິມ ຂອງຊາດ ທີ່ມີຄວາມສໍາຄັນ ຕໍ່ການພັທນາຊັພຍາກອນມະນຸດ, ເສຖກິດ ແລະ ສັງຄົມ ຂອງປະເທດ ໃຫ້ຈະເຣີນຮຸ່ງເຮືອງ.

ຢູ່ແຂວງສະຫວັນນະເຂດ ກໍໄດ້ຈັດງານສລອງວັນຄຣູ ໃນມື້ວັນທີ 5 ໂດຍມີການມອບດອກໄມ້ ຂອງຂວັນໃຫ້ຄຣູ ຮວມທັງເລົ່າປວັດ ຂອງ ນາຍຄຣູ "ຄໍາ" ຜູ້ເປັນຄຣູດີເດັ່ນຂອງລາວຄົນທໍາອິດ ແລະມີການແຂ່ງຂັນກິລາ ສິລປະວັນນະຄະດີນໍາດ້ວຍ. ດັ່ງຄຣູ ຢູ່ແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ:

"ຈະມີການຈັດທຸກປີ ເພື່ອສເລີມສລອງວັນຄົບຮອບ ປີນີ້ 24 ປີ ທາງໂຮງຮຽນ ຂອງພວກເຮົາ ໄດ້ຈັດກິຈກັມຫລາຍຢ່າງ ເປັນຕົ້ນກະແມ່ນ ກິລາ ແຕ່ລະປະເພດ ລະກະສິລປະ ຣະຫວ່າງຄຣູ ກັບນັກຮຽນ ແລ້ວກໍມີການສັງສັນກັນແນ່."

ໃນມື້ດຽວກັນນັ້ນ ຢູ່ນະຄອນຫລວງວຽງຈັນ ທີ່ມະຫາວິທຍາລັຍແຫ່ງຊາດ ກະຊວງສຶກສາທິການ ແລະກິລາກໍໄດ້ຈັດພິທີ ສລອງວັນຄຣູຂຶ້ນ ຊຶ່ງມີຣັຖມົນຕຣີ, ຄຣູ ອາຈານ ແລະເຈົ້າໜ້າທີ່ ຂັ້ນສູງທີ່ອອກບໍານານແລ້ວ ເຂົ້າຮ່ວມຫລາຍທ່ານ. ໃນໂອກາດນີ້ ຍານາງ ແສງເດືອນ ຫລ້າຈັນທະບູນ ຣັຖມົນຕຣີ ສຶກສາທິການແລະກິລາ ໄດ້ກ່າວເຖິງຜົລງານ ຂອງຄຣູ ແລະຄວາມສໍາຄັນ ຂອງວຽກງານການສຶກສາ ວ່າ ມາເຖິງປັດຈຸບັນ ຄຸນນະພາບການສຶກສາ ໃນທຸກຣະດັບຂອງລາວ ແມ່ນໄດ້ຮັບ ການປັບປຸງດີຂຶ້ນ ແລະກໍໄດ້ຮັບຄໍາຍ້ອງຍໍ ຈາກຣັຖບານ ທຸກໆປີ ທີ່ສັລເສີນຜົລສໍາເຣັດຂອງຄຣູ. ແລະວ່າຄຣູ ຄວນສືບຕໍ່ປັບປຸງວິທີສອນ ຂອງຕົນເພື່ອຮັບປະກັນ ຄຸນນະພາບ ຂອງນັກຮຽນ.

ການສລອງວັນຄຣູແຫ່ງຊາດ ປິ 2018 ນີ້ດໍາເນີນໄປຂນະທີ່ ສປປລາວ ຍັງປະເຊີນກັບຫລາຍບັນຫາ ທາງດ້ານການສຶກສາ ຮວມທັງການ ຂາດເຂີນຄຣູ ຊຶ່ງໃນສົກສຶກສາປີ 2018-2019 ນີ້ຕ້ອງການຄຣູ ເຖິງ 20 ພັນຄົນ ໃນທົ່ວປະເທດລາວ. ຍົກຕົວຢ່າງ ແຂວງອຸດົມໄຊ ຢູ່ເມືອງຮຸນ ຕ້ອງການຄຣູຕື່ມອີກ ຫລາຍສິບຄົນ.

ສໍາລັບແຂວງຜົ້ງສາລີ ສະເພາະເມືອງຍອດອູ ກໍເຫັນວ່າມີບັນຫາແນວດຽວກັນນັ້ນ.ຕາມຄໍາເວົ້າຂອງເຈົ້າໜ້າທີ່ເມືອງ ທ່ານນຶ່ງຕໍ່ RFA, ທົ່ວເມືອງມີໂຮງ ຮຽນເກືອບ 80 ແຫ່ງ ແຕ່ໂຮງຮຽນທີ່ຂາດຄຣູ ມີ 20 ປາຍແຫ່ງ:

"ຄຣູຍັງບໍ່ພໍສ່ວນຫລາຍມັນເຂດ ຊົນເຜົ່າມັນມີຊົນເຜົ່າລີຊູ ເຂດຜາແດງບາງໂຮງຮຽນ ກໍມີຄູຜູ້ນຶ່ງ ຕ້ອງໄດ້ສອນໝົດໂຮຮຽນ ໝົດທຸກວິຊາ."

ຫາກເບິງໄປທາງແຂວງພາກໃຕ້ ເຊັ່ນແຂວງສາລະວັນ ສະເພາະໂຮງຮຽນຊັ້ນປະຖົມ ເຈົ້າໜ້າທີ່ສຶກສາແຂວງທ່ານນຶ່ງ ກໍບອກວ່າຍັງຂາດຄຣູ ຫລາຍ ຍ້ອນທາງກະຊວງ ໃຫ້ໂຄຕ້າໜ້ອຍ. ປັດຈຸບັນ ໂຮງຮຽນປະຖົມ ສ່ວນຫລາຍຕ້ອງສອນຫ້ອງຄວບ. ໂຮງຮຽນບາງບ່ອນ ການສອນ ບໍ່ໄດ້ມາຕຖານ ເປັນຕົ້ນການສອນພາສາອັງກິດ ໃນຣະດັບ ຊັ້ນປະຖົມ, ເຮັດໃຫ້ການຮຽນຕໍ່ ໃນຣະດັບຊັ້ນມັທຍົມ ລໍາບາກ.

ນອກຈາກນັ້ນ ກໍຍັງມີບັນຫາເຣື່ອງຄຣູອາສາສມັກ ທີ່ສອນບໍ່ໄດ້ເງິນເດືອນ ເປັນເວລາຫລາຍປີ ແຕ່ຍັງບໍ່ໄດ້ບັນຈຸເຂົ້າເປັນຣັຖກອນ. ຍົກຕົວຢ່າງ ແຂວງເຊກອງ ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ບອກວ່າທົ່ວແຂວງ ມີຄຣູອາສາສມັກ ຫລາຍຮ້ອຍຄົນ ຊຶ່ງ ສ່ວນໃຫຍ່ ສອນມາໄດ້ 3 ຫາ 5 ປີ ແລ້ວແຕ່ກໍບໍ່ຖືກບັນຈຸ ເຂົ້າເປັນຣັຖກອນ ຍ້ອນໂຄຕ້າມີໜ້ອຍ. ໃນປີ 2018 ນີ້ ຄືທາງກະຊວງສຶກສາທິການ ແບ່ງໃຫ້ 50 ຄົນເທົ່ານັ້ນ:

"ທັງໝົດທັງມວນ 58 ໃນນັ້ນຄຣູ 54 ບໍຣິຫານ 4 ມັນກະບໍ່ພໍຫັ້ນແຫຼະນະ ສເນີ 100 ຄົນແມ່ນຄວາມຕ້ອງການໃໝ່ 2018 ບໍ່ພໍແຫຼະນໍ."

ຍິ່ງໄປກວ່ານັ້ນ ຍັງມີຄຣູອາສາສມັກບາງຄົນສອນມາໄດ້ 6 ປີແລ້ວແຕ່ກໍຍັງບໍ່ຖືກບັນຈຸ ເປັນຄຣູຣັຖກອນກໍມີ, ຕົວຢ່າງແຂວງສາລະວັນ ມີຄຣູທັງໝົດ 400 ປາຍຄົນ ຊຶ່ງໃນນັ້ນມີຄຣູອາສາສມັກ ເກືອບຮອດ 150 ຄົນ -ຕາມຄໍາເວົ້າ ຂອງນາງຄຣູ ຜູ້ນຶ່ງຢູ່ແຂວງສາລະວັນ.

ນອກຈາກບັນຫາ ຄຣູອາສາສມັກ ຄຣູ ບໍ່ພຽງພໍແລ້ວກໍຍັງມີບັນຫາອື່ນໆອີກ ຮວມທັງເງິນເດືອນ ຄຣູໜ້ອຍ ບໍ່ພໍຢູ່ພໍກິນ ດັ່ງນັ້ນຈຶ່ງມີຄຣູ ຈໍານວນນຶ່ງ ຮຽກຮ້ອງໃຫ້ຣັຖບານ ເບິ່ງຄືນຕື່ມ, ເບິ່ງແຍງເຣື່ອງສຸຂພາບ ສວັດດີພາບຂອງຄຣູ ນໍາດ້ວຍ:

"ກໍບໍ່ຕໍານິຣັຖດອກ ເພິ່ນກໍຊ່ວຍ ແຕ່ວ່າສວັດດີການສັງຄົມ ບໍ່ທັນໄດ້ດີ ວັນຄຣູ ກໍຮຽກຮ້ອງ ຢາກໄດ້ເງິນນໍ້າມັນໃຫ້ຂຶ້ນຕື່ມ ແລ້ວກໍໃຫ້ອອກທັນ ຄັນເປັນໄປໄດ້ຢາກໃຫ້ເພິ່ນເສີມ ຂຶ້ນຕົວນີ້ ຄືເງິນເດືອນເຮົາມັນ ກໍໜ້ອຍຫັ້ນນະ ມັນກໍບໍ່ກຸ້ມບໍ່ພໍໃຊ້ ຄ່ານໍ້າຄ່າໄຟ ກໍຄືກັນ ຂໍຕົວນີ້ແຫລະ ສາມລະຮຽກຮ້ອງ ຄ່າປິ່ນປົວຟຣີ ເວລາເຈັບເປັນນີ໋ ເພິ່ນກໍເບິ່ງຢູ່ ແຕ່ວ່າເຮົາຕ້ອງແລ່ນເອກສານ ຫລາຍອັນຫລາຍແນວຫັ້ນນະ."

ຄໍາຮຽກຮ້ອງດັ່ງກ່າວມີຂຶ້ນ ຂນະທີ່ຄ່າຄອງຊີບຖີບຕົວສູງຂຶ້ນ ເຮັດໃຫ້ຄຣູຈໍານວນຫລາຍ ກໍພາກັນໄປເຮັດວຽກເສີມ ຫລືສອນໜັງສື ນອກໂຮງຮຽນ ເພື່ອມີຣາຍໄດ້ກຸ້ມຕົນເອງ ແລະລ້ຽງຄອບຄົວ.

ຢ່າງໃດກໍຕາມ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຫ້ອງການສຶກສາທິການ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 9 ຕຸລານີ້ແລ້ວແມ່ນວ່າ ທາງກະຊວງ ຍັງບໍ່ມີແຜນ ຍົກຣະດັບຄຸນນະພາບຊີວິດ ແລະສວັດດີການໃຫ້ຄຣູຣັຖກອນເທື່ອ ຫາກຍັງເລັ່ງໃສ່ຍົກຣະດັບ ຄຸນນະພາບ ໂຮງຮຽນ ທົ່ວປະເທດກ່ອນ:

"ສວັດດີການເປັນບຸກຄົນ ຍັງບໍ່ທັນມີງົບ ເພາະວ່າຄຣູຣັຖກອນ ຄົນຫລາຍຫັ້ນນະ ແຕ່ວ່າເຮົາກໍຊ່ວຍຢູ່ ຄືວ່າສ້າງໂຮງຮຽນຫ່າງໄກ ສອກຫລີກ ອຸປກອນກິລາ ບານເຕະບານຕີເຮົາກໍຊ່ອວຍ ເປັນນໍ້າປະປາ ກໍໄປຕັ້ງໃຫ້ແລ້ວ ຊ່ວຍຫລາຍຢ່າງຫັ້ນນະ ສວັດດີການຄຣູ ຍັງບໍ່ທັນມີງົບ ເທື່ອແຕ່ຕົວນີ້ຫັ້ນຊ່ວຍເຫລືອ ໂຮງຮຽນຫ່າງໄກສອກຫລີກ ໄປກ່ອນ ຖ້າມີງົບນໍາຫລັງເພິ່ນຈັ່ງສິຊ່ອຍ."

ແຕ່ເຖິງຢ່າງໃດກໍຕາມ ໃນຣະຫວ່າງການສລອງວັນຄຣູ ແຫ່ງຊາດ ທີ 7 ຕຸລາ ຄົບຮອບ 24 ປີ ປີນີ້ ກະຊວງສຶກສາທິການແລະກິລາ ໄດ້ເນັ້ນເຖິງຜົລສໍາເຣັດ ຕ່າງໆໃນການພັທນາການສຶກສາ ແລະແຜນການຂັ້ນຕໍ່ໄປ ຂອງຕົນ ໄດ້ສໍາເຣັດວິສັຍທັສ ປີ 2030 ເພື່ອໃຫ້ ປະຊາຊົນລາວ ທຸກຄົນເຂົ້າເຖິງ ການສຶກສາ ທີ່ມີຄຸນນະພາບ ຢ່າງເທົ່າທຽມກັນ.

ຫາກສາມາດບັນລຸ ໄດ້ຄືດັ່ງທີ່ວ່ານັ້ນ ຊັພຍາກອນມະນຸດລາວ ກໍຈະສາມາດ ແຂ່ງຂັນໃນຕລາດແຮງງານ ຕ່າງປະເທດໄດ້.

ພ້ອມກັນນັ້ນ ກໍວ່າຍັງມີແຜນໃຫ້ປະຊາຊົນລາວ ທົ່ວປະເທດ ໄດ້ຮຽນຮອດມັທຍົມຕົ້ນ ໃນປີ 2025 ແລະມັທຍົມປາຍ ໃນປີ 2030. ແຕ່ ໃນປັດຈຸບັນ ການສຶກສາຢູ່ ສປປ ລາວ ຍັງຢູ່ໃນຖັນແຖວຫລັງໆ ຂອງ 10 ປະເທດ ສະມາຊິກອາຊຽນ ຢູ່, ຍັງຂາດເຂີນ ໂຮງຮຽນ, ທັງຄຣູສອນ ແລະອຸປກອນການຮຽນ ການສອນ ຢ່າງຫລວງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.