ຜູ້ນໍາລາວຍົກສູງ ວຽດນາມ

ຈໍາປາທອງ
2015.09.03
F-Lao-viet.jpg ສປປ ລາວ ສສວຽດນາມ ມີຄວາມສັມພັນ ແບບພິເສດ
Photo: RFA

ການສເລີມ ສລອງ ວັນຊາດ ສສວຽດນາມ 2 ກັນຍາ ຄົບຮອບ 70 ປີ ຢູ່ ຫໍວັທນະທັມ ແຫ່ງຊາດ ທີ່ ນະຄອນຫຼວງ ວຽງຈັນ, ໃນ ວັນທີ 1 ກັນຍາ 2015 ມີຄວາມ ສຳຄັນ ຫຼາຍ ສຳລັບ ຜູ້ນຳ ລາວ. ແຕ່ ປະຊາຊົນ ລາວ ທົ່ວໄປ ຖືວ່າ ເປັນ ເຣຶ່ອງ ທັມດາ.

ທ່ານ ທອງສິງ ທຳມະວົງ ກັມການ ກົມ ການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ, ນາຍົກ ຣັຖມົນຕຣີ ຊຶ່ງ ເປັນ ບຸກຄົນ ສຳຄັນ ທີ່ສຸດ ຄົນທີ ສາມ ຂອງ ສປປ ລາວ, ກ່າວ ໃນງານ ໂຮມ ຊຸມນຸມ ສລອງ ວັນຊາດ ນັ້ນວ່າ:

"ການສເລີມ ສລອງ 70 ປີ ຂອງ ສ.ສ.ວຽດນາມ ໃນມື້ນີ້ ພັກ-ຣັຖ ປະຊາຊົນ ລາວ ບັນດາ ເຜົ່າ, ມີຄວາມ ເອກອ້າງ ທະນົງໃຈ ແລະ ພາກພູມໃຈ ເປັນຢ່າງຍິ່ງ, ທີ່ ເຫັນວ່າ ໄຊຊນະ ວຽດນາມ ນັ້ນ ສປປ ລາວ ພວກເຮົາ ກໍໄດ້ ປະກອບ ສ່ວນ ຢ່າງຕັ້ງໜ້າ ຕາມຄວາມ ສາມາດ ແລະ ເງື່ອນໄຂ ຂອງຕົນ".

ທ່ານ ເວົ້າວ່າ ສາຍພົວພັນ ມິຕພາບ ອັນເປັນ ມູນເຊື້ອ ຄວາມ ສາມັກຄີ ພິເສດ, ແລະ ການຮ່ວມມື ຮອບດ້ານ ຣະຫວ່າງ ສອງ ປະເທສ ລາວ-ວຽດນາມ ແມ່ນ ເປັນສິ່ງທີ່ ມີຄຸນຄ່າ ທີ່ສຸດ ແລະ ມີນຶ່ງດຽວ ໃນ ໂລກ, ແລະວ່າ ການຮ່ວມມື ຊ່ວຍເຫລືອ ກັນແລະກັນ ຂອງ ສອງຊາດ ລາວ-ວຽດນາມ, ໄດ້ເປັນ ພື້ນຖານ ສຳຄັນ ທີ່ສ້າງ ຄວາມເຂັ້ມແຂງ ທາງດ້ານ ການພັທນາ ເສຖກິດ-ສັງຄົມ ຂອງ ສອງ ປະເທສ ໃຫ້ມີ ຄວາມ ເຂັ້ມແຂງ ຮອບດ້ານ.

ທ່ານ ທອງສິງ ໃຫ້ຄວາມ ສໍາຄັນ ແລະ ຕີຣາຄາ ວຽດນາມ ສູງ ວ່າ, ປະເທສ ຊາດ ວຽດນາມ, ປະຊາຊົນ ວຽດນາມ ແມ່ນ ປະເທສ ຊາດ ແມ່ນ ປະຊາຊົນ ວິຣະຊົນ, ທັງ ໃນຣະຍະ ຕໍ່ສູ້ ກູ້ຊາດ ກໍຄື ຣະຍະ ສ້າງສາ ແລະ ພັທນາ ປະເທສ ຊາດ. ພ້ອມກັນນັ້ນ ທ່ານ ກໍເວົ້າວ່າ, ການ ຊ່ວຍເຫລືອ ຂອງ ວຽດນາມ ແມ່ນ ໃຫຍ່ຫລວງ, ທັນການ ແລະ ມີ ປະສິດທິຜົລ. ການ ຕີຣາຄາ ທີ່ວ່ານັ້ນ ແມ່ນນອນ ຢູ່ ໃນຄຳເວົ້າ ຂອງ ທ່ານ ຈູມມາລີ ໄຊຍະສອນ ຜູ້ນຳ ສູງສຸດ ຂອງ ສປປລາວ ເມື່ອ 5 ປີ ກ່ອນ ທີ່ວ່າ,

"ພັກແລະຣັຖ ໄດ້ຢຶດໝັ້ນ ຢ່າງ ສເມີຕົ້ນ ສເມີປາຍ ສາຍ ພົວພັນ ມິຕພາບ ອັນຍິ່ງໃຫຍ່, ຄວາມ ສາມັກຄີ ພິເສດ, ແລະ ການຮ່ວມມື ຮອບດ້ານ ກັບ ສ.ສ;ວຽດນາມ… ອັນ ພົ້ນເດັ່ນ ແມ່ນໄດ້ ສຳເຣັດ ໂຄງການ ຮຽບຮຽງ ປະຫວັດສາດ ການຮ່ວມ ສຳພັນ ສູ້ຮົບ, ແລະ ຄວາມ ສາມັກຄີ ພິເສດ ໃນຫລາຍ ສິບປີ ທີ່ ຜ່ານມາ, ເພື່ອເປັນ ເອກກະສານ ສຳລັບ ການຮຽນຮູ້ ແລະ ສຶກສາ ອົບຮົມ ປະຊາຊົນ ສອງຊາດ ໂດຍ ສະເພາະ ຄົນ ລຸ້ນໜຸ່ມ ໃຫ້ປົກປັກ ຮັກສາ ແລະເສີມຂຍາຍ ມູນເຊື້ອ ອັນດີງາມ ນັ້ນ ຕໍ່ໆໄປ".

ໃນ ໂອກາດ ສລອງ ວັນຊາດ ວຽດນາມ ຄົບຮອບ 70 ປີ ນີ້ ຝ່າຍ ວຽດນາມ, ດຣ. ຫງວຽນ ແມັ້ງ ຮຸ່ງ ທູດ ວຽດນາມ ປະຈຳ ສປປລາວ ກໍໄດ້ເລົ່າ ຄືນ ເຖິງ ຜົລງານ ແລະ ໄຊຊນະ ຂອງ ວຽດນາມ ຕລອດ 70 ປີ ຜ່ານມາ ພາຍໃຕ້ ການນຳພາ ຂອງ ພັກ ຄອມມິວນິສ ວຽດນາມ, ແລະ ໄດ້ ຕີຣາຄາ ສູງ ສາຍພົວພັນ ແລະ ການ ຮ່ວມມື ຣະຫວ່າງ ສອງພັກ ສອງຣັຖ ແລະ ປະຊາຊົນ ສອງຊາດ ລາວ-ວຽດນາມ, ຕລອດ ຣະຍະ ຫລາຍ ທົສວັດ ຜ່ານມາ.

ໃນປີ 2015 ນີ້ ລາວ-ວຽດນາມ ໄດ້ຮ່ວມ ລົງນາມ ໃນ ສັນຍາ ການຄ້າ ຊາຍແດນ ນຳກັນ ໂດຍການ ຈັດຕັ້ງ ປະຕິບັດ ກົນໄກ “ປະຕູດຽວ ຈຸດດຽວ” ຢູ່ດ່ານ ຊາຍແດນ ສາກົນ ລາວບາວ ແດນສະຫວັນ. ພ້ອມກັນ ນັ້ນ ຣັຖບາລ ວຽດນາມ ຍັງໄດ້ ຕົກລົງ ມອບທຶນ ການສຶກສາ ໃຫ້ ນັກສຶກສາ ລາວ ຈຳນວນ 1,000 ທຶນ ແລະ ຣັຖບາລ ສປປລາວ ກໍໄດ້ ມອບທຶນ ການສຶກສາ ໃຫ້ ນັກສຶກສາ ວຽດນາມ ມາສຶກສາ ຢູ່ ປະເທສ ລາວ ຈຳນວນ 60 ທຶນ; ສະຖານີ ໂທຣະທັດ ຂອງ ທາງການ ລາວ ກໍອອກຂ່າວ ເປັນ ພາສາ ວຽດນາມ, ໃນ ໂອກາດ ສລອງ ວັນຊາດ ວຽດນາມ ນີ້. ວຽດນາມ ມີຫຼາຍ ໂຄງການ ຮ່ວມມື ທັງ ພາກຣັຖ ຣະຫວ່າງ ກະຊວງ ແລະ ຂແນງການ ຕ່າງໆ ແລະ ພາກ ເອກກະຊົນ ທີ່ ມາລົງທຶນ ຢູ່ລາວ.

ເວົ້າເຖິງ ສັນຕິພາບ, ສະເຖັຽຣະພາບ, ມິຕພາບ, ການຮ່ວມມື ແລະ ການພັທນາ ຢູ່ ພາກພື້ນ ແລະ ໃນໂລກ ທູດ ວຽດນາມ ກໍເວົ້າວ່າ ວຽດນາມ ແລະ ລາວ ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນ ພາຣະກິດ ດັ່ງກ່າວ, ຂນະທີ່ ຫລາຍຄົນ ເວົ້າວ່າ ວຽດນາມ ແລະຈີນ ຂັດແຍ່ງ ກັນແຮງ ໃນເຣຶ່ອງ ເຂດນ້ຳ ດິນແດນ ໃນ ທະເລຈີນ ໃຕ້, ຊຶ່ງ ວຽດນາມ ເອີ້ນວ່າ ທະເລ ຕາເວັນອອກ ນັ້ນ.

ການສລອງ ວັນຊາດ ວຽດນາມ ຄົບຮອບ 70 ປີ ຢູ່ ນະຄອນຫຼວງ ວຽງຈັນ ປີ ນີ້, ປາກົດວ່າ ມີແຕ່ ຄນະນໍາ ຂອງ ພັກແລະຣັຖ ສປປລາວ ສົນໃຈ ຢາກເຮັດ ໃຫ້ ຄຶກຄື້ນ. ສ່ວນວ່າ ປະຊາຊົນ ທົ່ວໄປ ແມ່ນ ແຕ່ຢູ່ ໃນ ນະຄອນຫຼວງ ວຽງຈັນ ເອງ ກໍຍັງ ບໍ່ຮູ້ ເຣຶ່ອງ ນີ້.

ເມື່ອຫວນຄືນ ເຖິງການ ພົວພັນ, ການ ຮ່ວມມື ແລະ ການຊ່ວຍເຫລືອ ຢ່າງ ໃຫຍ່ຫລວງ ຂອງ ວຽດນາມ, ແກ່ ກໍາລັງ ຝ່າຍຊ້າຍ ຝ່າຍແນວລາວ ຮັກຊາດ ສມັຍສົງຄາມ ໃນ ເອກກະສານ ທີ່ ຄນະ ໂຄສະນາ ອົບຮົມ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ພິມ ຈໍາໜ່າຍ ເມື່ອປີ 1985 ເວົ້າວ່າ, ໃນ ສມັຍກ່ອນ ມີ ສະຫາຍ ວຽດນາມ ບໍ່ຈັກວ່າ ເທົ່າໃດ ຄົນ ໄດ້ກິ້ງເກືອກ ລີເລືອ ຢູ່ນໍາ ປະຊາຊົນ ລາວ, ບໍ່ວ່າຢູ່ ໃນ ກໍຣະນີ ໃດ ແລະ ບ່ອນໃດ, ສອງອ້າຍນ້ອງ ລາວ-ວຽດນາມ ລ້ວນແຕ່ ໄດ້ຮ່ວມ ເປັນ ຮ່ວມຕາຍ ນໍາກັນ… ແລະວ່າ ສອງ ອ້າຍນ້ອງ ແບ່ງສຸກ ແບ່ງທຸກ, ເຂົ້າເມັດຫັກ ຜັກເສັ້ນດຽວ ກໍແບ່ງ ຖ່ອງກັນ….

ຟັງເບິ່ງ ແລ້ວ ຄືວ່າ ລາວ-ວຽດນາມ ເປັນມິດ ຕາຍ ກັນແທ້ໆ. ແຕ່ຕາມ ຄໍາເວົ້າ ຂອງ ນັກ ວິເຄາະ ສະພາບການ ໃນລາວ ທີ່ ຣັຖ ມິນນິໂຊຕາ ສະຫະຣັຖ ອະເມຣິກາ ແລ້ວ ແມ່ນວ່າ:

"ວັນຊາດ ຄົບຮອບ 70 ປີ ຂອງ ວຽດນາມ ນີ້ ແມ່ນຜູ້ຂ້າ ຄິດວ່າ ວຽດນາມ ຫັ້ນໄປ ຢູ່ແຈໃດ ກະຢາກ ປະກາດ ອິດທິພົນ ບໍ່ ອິດທິພົນ ຈັ່ງໃດ ຄັນເຂົ້າມາ ປະກາດ ວັນຊາດ ຢູ່ ໃນລາວ ເພີ່ມ ມາສລອງ ກັນຢູ່ ໃນ ເມືອງ ວຽງຈັນ ນີ້ ກະບໍ່ ແຕກຕ່າງ ຫຍັງ ແຫລະ ເພີ່ນ ປະກາດ ຈຸດຢືນ ຂອງ ເພີ່ນວ່າ ນີ້ເດີລາວ ນີ້ເປັນ ວຽດນາມ ແວັສ ແລ້ວເດີ ເຂົ້າມາ ສລອງ ວັນຊາດ ຢູ່ໃນລາວ, ມາສລອງ ຫາ ເຮັດອີ່ຫຍັງ ຢູ່ໃນຫັ້ນ ວັນ ຊາດ ຢູ່ໃນລາວ ຄັນເພີ່ນວ່າ ເປັນ ອ້າຍນ້ອງ ທີ່ ຮັກແພງ ເຂົ້າ ເມັດຫັກ ຜັກເສັ້ນນຶ່ງ ກໍແບ່ງປັນ ກັນກິນ ແລະ ບາດນີ້ ຄັນລາວ ເກີດ ບັນຫາ ຂຶ້ນ ເປັນຫຍັງ ຈຶ່ງ ບໍ່ມາຊ່ອຍ ລາວ ແນ່ ຍົກຕົວຢ່າງ ເງິນລາວ ຝືດ ເຄືອງ ກະບໍ່ເຫັນ ພິມ ເງິນດົ້ງ ຫັ້ນ ເຂົ້າມາ ຄໍ້າປະກັນ ແນ່, ບາດນີ້ ໄມ້ລາວ ພັດ ຕັດອອກໄປ ດິນດອນ ຕອນຫຍ້າ ຢູ່ ແຂວງ ພາກໃຕ້ ຂອງລາວ ຫັ້ນ ກະແມ່ນ ວຽດນາມ ເປັນ ເຈົ້າຂອງ ແລ້ວ ເຮົາຄວນ ເບິ່ງກັນ ຄັກໆໃດ ພີ່ນ້ອງ ທີ່ວ່າເພີ່ມ ມາສລອງ ວັນຊາດ ຢູ່ໃນ ຫັ້ນ, ມາເບິ່ງ ແລ້ວ ຄັນວ່າ ເປັນ ອ້າຍນ້ອງກັນ ຫັ້ນນະ ຢາກໃຫ້ ເພິ່ນກວດ ດີເເອັນເອ ຫັ້ນ ໃສ່ກັນ ລອງເບິ່ງ ສາກ່ອນ ການ ນຸ່ງຖື ຂນົບ ທັມນຽມ ພາສາ ປາກເວົ້າ ອັກສອນສາດ ຄືວ່າໄກ ກັນ ຮາວ ຂອບຟ້າ ກັບເຫວ ເລິກແທ້, ດຽວນີ້ ຣັຖບາລ ລາວ ຫັ້ນ ທີ່ເພີ່ນ ເອີ້ນກັນວ່າ ພວກສລາດ ສ່ອງໄສ ທັງຫລາຍ ຍັງແລ້ວ ແມ່ນ ວຽດນາມ ເປັນຜູ້ ບົ່ງຊີ້ບອກ ໃຊ້ ແບບນັ້ນ ບອກໃຫ້ ລາວ ເຮັດແບບນີ້ ອັນນີ້ບໍ ເພີ່ນວ່າ ເປັນ ອ້າຍນ້ອງ ທີ່ຮັກແພງ ເຂົ້າເມັດຫັກ ຜັກເສັ້ນນຶ່ງ ກໍແບ່ງ ກັນກິນ ຜູ້ຂ້າ ຄິດວ່າ ອັນນັ້ນ ເປັນຄໍາ ຍ້ອງໃຊ້ ຊື່ໆ ເດີ, ຍົກ ຕົວຢ່າງ ບັນຫາ ນ້ອຍໆ ເທົ່ານັ້ນນະ ວຽດນາມ ເຂົ້າມາ ຊ່ວຍບໍ ຍົນຕົກ ເຫັນ ບໍຄົນ ວຽດນາມ ປ່ຽນ ຊຸດໃສ່ ຊຸດ ມະນຸດກົບ ເຂົ້າມາ ງົມ ເອົາຊາກສົບ ຍົນຕົກ ຫັ້ນ ເຫັນບໍ ວຽດນາມ ເຂົ້າມາ ຊ່ວຍ ເຮືອຫລົ້ມ ຫວ່າງມໍ່ໆ ມານີ້ ລູກຫລານ ລາວ ຂ້າມ ຝັ່ງ ໄປຮຽນ ໜັງສື ຢູ່ທາງບ້ານ ປາກງື່ມ ນີ້ ເຫັນບໍ່ ວຽດນາມ ໃສ່ຊຸດ ມະນຸດ ກົບ ເຂົ້າມາ ງົມກັນ ຢູ່ໃນ ຫັ້ນ, ອ້າຍນ້ອງກັນ ແບບໃດ, ຂ້າພະເຈົ້າ ແນມບໍ່ເຫັນ ຫຍັງນະ ມີຕັ້ງແຕ່ ຄຳ ຕົວະຍົວະ ແລະ ຍ້ອງໃຊ້ ທັງ ນັ້ນ ຍ້ອງໃຊ້ ພວກ ຜູ້ນຳ ດຶງ ພວກຜູ້ນຳ ຂຶ້ນມາ ເປັນຮຸ່ນ ຢູ່ ໃນອຳນາດ ຜົລປະໂຫຍດ ແມ່ນ ກົມກອງ ຂອງ ວຽດນາມ ທີ່ ມີ ອິດທິພົນ ຢູ່ ເບື້ອງຫລັງ ພວກນີ້ ພຸ້ນ ເປັນຜູ້ໄດ້".

ແລະ ທ່ານ ສົມຈິດ ສຸວັນນະຄີລີ ນັກ ເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ຣັຖ ເທັກຊັສ ກໍມີຄວາມ ເຫັນວ່າ:

"ອັນນີ້ນີ່ ຄວາມເວົ້າ ແບບ ໃຫ້ຈົບ ໃຫ້ງາມ ຄວາມຈິງ ແລ້ວ ເປັນຫຍັງ ວຽດນາມ ຈຶ່ງມາ ກິ້ງເກືອກ ລີເລືອ ຢູ່ນຳຄົນ ລາວ ປະຊາຊົນ ລາວ ມັນເຫັນຜົນ ປະໂຫຍດ ລາຍໄດ້ ຈາກ ປະເທດລາວ ແຕ່ສໍາລັບ ປະຊາຊົນ ລາວ ນີ້ ບໍ່ເຄີຍມີ ລາຍໄດ້ ຈາກ ວຽດນາມ ຈັກເທື່ອ ມີແຕ່ ວຽດນາມ ມາໄດ້ຈາກ ລາວ ຫັ້ນນະ ບໍ່ໄດ້ມີ ຄວາມຫວັງ ຫຍັງ ປະຊາຊົນ ລາວ ນອກຈາກ ທີ່ວ່າ ພັກຣັຖ ເພິ່ນມີ ຄວາມຫວັງ ຢາກມີ ອຳນາດ ເທົ່ານັ້ນ, ຄວາມ ສຸກທຸກ ຫລືວ່າ ປ້ອງກັນ ອຳນາດ ເພິ່ນ ໝົດ ເທົ່ານັ້ນ ເພື່ອເພິ່ນ ຊິໄດ້ມີ ໂອກາດ ໄດ້ ກອບໂກຍ ຊັບ ສົມບັດ ໃນ ປະເທດ ເປັນຊັບ ໃນດິນ ສິນໃນນ້ຳ ຕັດໄມ້ ເບາະ ບໍ່ເງິນ ບໍ່ຄຳ ອີ່ຫຍັງ ເພິ່ນ ຢາກໃຫ້ ວຽດນາມ ມາປ້ອງກັນ ໝົດ ແລ້ວ ລາວ ກັບ ວຽດນາມ ຫັ້ນນະ ຊິ ໄປ ແບ່ງທຸກ ແບ່ງສຸກ ກັນໄດ້ ວິທີໃດ ຍ້ອນ ເຫດຜົນ ອັນໃດ ຫັ້ນນ້າ ຈຶ່ງມາ ແບ່ງສຸກ ແບ່ງທຸກ ກັນຫັ້ນ ເພາະວ່າ ລາວ ກະຢູ່ ແຕ່ ລາວ ວຽດນາມ ກະ ຢູ່ແຕ່ ວຽດນາມ ແລ້ວມັນ ເຣື່ອງ ຫຍັງ ຄັນເວົ້າ ເຣື່ອງ ກ່ຽວກັບ ສົງຄາມ ກະ ສົງຄາມ ວຽດນາມ ບໍ່ແມ່ນ ສົງຄາມ ລາວ ໃນ ສມັຍກ່ອນ ຫັ້ນນ່າ ກະຫຍັງ ຜົນປະໂຫຍດ ອັນດຽວ ຄັນເວົ້າ ຫັ້ນ ນ່າ".

ສັງລວມ ແລ້ວ ຫລາຍຄົນ ເຫັນວ່າ ການສລອງ ວັນຊາດ ວຽດນາມ ຄົບຮອບ 70 ປີ ຢູ່ ນະຄອນຫລວງ ວຽງຈັນ ໃນ ວັນທີ 1 ກັນຍາ 2015 ນີ້ ມີຜົລປໂຍດ ຫລາຍ ສຳລັບ ຜູ້ນຳ ລາວ ດັ່ງນັ້ນ ຈຶ່ງຕ້ອງການ ຮັກສາ ສາຍພົວພັນ ມິດຕະພາບ, ຄວາມ ສາມັກຄີ ພິເສດ ແລະ ການຮ່ວມມື ຮອບດ້ານ ກັບ ວຽດນາມ ນັ້ນເອົາໄວ້, ເຖິງແມ່ນວ່າ ປະຊາຊົນ ລາວ ທົ່ວໄປ ບໍ່ໃຫ້ ຄວາມ ສໍາຄັນ ກໍຕາມ. ແລະ ການສລອງ ວັນຊາດ ວຽດນາມ ທີ່ຜູ້ນໍາ ລາວ ຖືວ່າມີ ຄວາມ ສໍາຄັນ ຍິ່ງນີ້ ມີຂຶ້ນ ໃນຂນະ ທີ່ ທ່ານ ຈູມມາລີ ໄຊຍະສອນ ຜູ້ນຳ ສູງສຸດ ຂອງລາວ ບໍ່ຢູ່ ໃນ ປະເທສ, ໄປເຂົ້າ ຮ່ວມພິທີ ຣະນຶກ ວັນ ໄຊຊນະ ຍີ່ປຸ່ນ ແລະ ຟາສິສ ຄົບຮອບ 70 ປີ ຢູ່ ຈີນ ຊຶ່ງ ເປັນ ປະເທສ ທີ່ ມີຄວາມ ຂັດແຍ່ງ ກັນແຮງ ໃນບັນຫາ ເຂດນໍ້າ ດິນແດນ ຢູ່ ທະເລຈີນ ໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.