ທາງການຄົ້ນຫາສາເຫດ ຂົວ ອູ່ຂາດ

0:00 / 0:00

ສາຍກ້າບເໜັ່ງຈ່ອງ ຂົວອູ່ ຂ້າມນໍ້າແຊງ ຂ້າງນຶ່ງຂາດ ໂດຍທີ່ຍັງ ບໍ່ຮູ້ສາເຫດ ຢູ່ ບ້ານວັງໄບ ເມືອງວຽງຄໍາ ແຂວງ ຫຼວງພຣະບາງ ເຮັດໃຫ້ນັກຮຽນ ຕົກລົງນໍ້າ 57 ຄົນ. ມີຜູ້ເສັຽຊີວິດ 2 ຄົນ ເມື່ອວັນສຸກ ທີ 30 ກັນຍາ ນັ້ນ ໄດ້ເຮັດໃຫ້ ປະຊາຊົນ ວິຈານກັນວ່າ ການກໍ່ສ້າງຂົວ ຂາດ ມາຕຖານ ແລະ ການສ້ອມແປງ ພ້ອມທັງ ຍັງຂາດ ການແນະນໍາ ເຣື່ອງ ຄວາມປອດພັຍ. ຈໍາປາທອງ ມີຣາຍງານ ມາສເນີ ທ່ານ.