ຄໍາສັ່ງ 18 ຂໍ້ ຕ້ານພະຍາດ ໂຄວິດ-19

ຈໍາປາທອງ
2020.03.31
f-thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ
Screen captured

ມາເຖິງມື້ວັນທີ 29 ມິນານີ້ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງ ວ່າດ້ວຍການເພິ່ມທະວີມາດຕະການສະກັດກັ້ນ, ກັນການຣະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານ ພຍາດໂຄວິດ-19 ຕື່ມອີກ 18 ຂໍ້ ພາຍຫລັງ ທີ່ໄດ້ປະກາດ ມາຕການ 9 ຂໍ້ ເພື່ອປ້ອງກັນ ແລະ ຄວບຄຸມພຍາດ ໂຄວິດ-19 ແລະ ໄດ້ວາງມາຕການຕື່ມອີກ 6 ຂໍ້ ທີ່ທາງການລາວ ຖືເປັນມາຕການ ເຂັ້ມງວດ ຫລັງຈາກ ມີການສັ່ງປິດດ່ານຊາຍແດນ ແລະ ຄົນງານລາວ ຫລາຍພັນຄັນ ຊຶ່ງບາງຂ່າວວ່າຫລາຍໝື່ນຄົນ ພາກັນຫລັ່ງໄຫລ ກັບຄືນປະເທດ ທັງທີ່ຜ່ານດ່ານ ຊາຍແດນ ແລະ ລັກຂີ່ເຮືອຂ້າມ ແມ່ນໍ້າຂອງ ຈາກປະເທດໄທ ເຂົ້າມາລາວ ທີ່ທາງການ ບໍ່ສາມາດ ຢັບຢັ້ງໄດ້.

ຄໍາສັ່ງດັ່ງກ່າວ ມີຜົນສັກສິດນັບແຕ່ມື້ວັນທີ 30 ມິນາ ຫາ ວັນທີ 19 ເມສາ 2020 ແຕ່ຄໍາສັ່ງນັ້ນເວົ້າໃນຂໍ້ທີ 2 ວ່າ ໃຫ້ພະນັກງານ, ຣັຖກອນ ຢຸດການມາເຮັດວຽກ ຢູ່ຫ້ອງການ ແຕ່ວັນທີ 1 ຫາວັນທີ 11 ເມສາ 2020 ແລະ ສືບຕໍ່ພັກບຸນປີໃໝ່ລາວ ຮອດວັນທີ 19 ເມສາ ຍົກເວັ້ນຜູ້ທີ່ໄດ້ຮັບມອບໝາຍ ໃຫ້ປະຈໍາການ ແລະ ຜູ້ທີ່ເຮັດວຽກກ່ຽວ ກັບການສະກັດກັ້ນ, ກັນ ການຣະບາດ, ຄວບຄຸມ ແລະປິ່ນປົວ ຜູ້ຕິດເຊື້ອ ພຍາດ ໂຄວິດ-19.

ເມື່ອເວົ້າເຖິງຄໍາສັ່ງທີ່ວ່ານີ້ ວ່າຈະໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງໄດ້ ຫລືບໍ່ນັ້ນ ທ່ານ ພູພຽງ ວໍຣະຈິດ ປະທານອົງການ ມໍຣະດົກລາວ ທີ່ສະຫະຣັຖ ອາເມຣິກາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນຕອນຄໍ່າ ຂອງມີວັນອາທິດ ທີ 29 ມິນານີ້ວ່າ ປະຕິບັດບໍ່ໄດ້ ຍ້ອນວ່າ ສປປລາວ ເປັນປະເທດທີ່ມີການປົກຄອງ ແບບຄອມມິວນິສພັກດຽວ:

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.