ເຂື່ອນແຕກ,ພັຍນໍ້າຖ້ວມ ປະຊາຊົນ ລໍາບາກ

ອະວາຣີ
2018-10-11
ອີແມວລ໌
ຄໍາເຫັນ
Share
ພິມ
ໃນວັນທີ 25 ສິງຫາ ຜ່ານມານີ້ ຫຼາຍບ້ານໃນເຂດລ້ອງງື່ມ ໂດຍສະເພາະ ບ້ານໃນເຂດເມືອງທຸຣະຄົມ ເມືອງວຽງຄຳ ເມືອງແກ້ວອຸດົມ ແຂວງວຽງຈັນ
ໃນວັນທີ 25 ສິງຫາ ຜ່ານມານີ້ ຫຼາຍບ້ານໃນເຂດລ້ອງງື່ມ ໂດຍສະເພາະ ບ້ານໃນເຂດເມືອງທຸຣະຄົມ ເມືອງວຽງຄຳ ເມືອງແກ້ວອຸດົມ ແຂວງວຽງຈັນ
RFA/LX

ປະຊາຊົນ ແລະປະເທດລາວ ເສັຍຫາຍໜັກ ຈາກເຫດການເຂື່ອນແຕກ ແລະ ນ້ຳຖ້ວມ ໃນປີນີ້. ຣັຖບານລາວ ທີ່ຂາດເຂີນ ງົບປະມານ ຢູ່ແລ້ວ ແຮ່ງຈະບໍ່ມີເງິນ ຊ່ວຍເຫລືອ ປະຊາຊົນ ຜູ້ປະສົບພັຍພິບັດ ຊຶ່ງອາດຈະຂາດເຂີນ ອາຫານໃນປີນີ້ ແລະປີໜ້າ.

ໃນດ້ານການສູນເສັຍຊີວິດ, ແຕ່ກ່ອນ ນາຍົກຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ປະກາດວ່າ ຄົນສູນຫາຍຈາກ ເຂື່ອນເຊປຽນ- ເຊນ້ຳນ້ອຍ ແຕກ ມີທັງໝົດ 131 ຄົນ ແຕ່ຕໍ່ມາ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສນາມໄຊ ແຂວງອັດຕະປື ບ່ອນເຂື່ອນແຕກ ໃຫ້ສຳພາດແກ່ ວິທຍຸເອເຊັຍເສຣີ ວ່າ:

“ຈຳນວນຄົນທີ່ສູນຫາຍ ທີ່ບໍ່ເຫັນໃນເມື່ອກ່ອນ 131 ຫັ່ນ ແຕ່ວ່າມີຈຳນວນນຶ່ງ ກໍເຫັນຄືນມາຈຳນວນຫລາຍ ຫລ້າສຸດໄດ້ກອບກູ້ ຈາກພາກ ສນາມ 34 ສົບ.”

ຫລ້າສຸດ ຄນະກັມມະການແກ້ໄຂ ໄພພິບັດແຫ່ງຊາດລາວ ຣາຍງານວ່າ ແຕ່ກ່ອນຄົນຫາຍສາບສູນ 131 ຄົນ ຍ້ອນເຂື່ອນແຕກ ແຕ່ຕໍ່ມາ 66 ຄົນຍັງມີ ຊີວິດຢູ່ ແລະໄດ້ມາສເນີໂຕ ກັບເຈົ້າໜ້າທີ່ ແລ້ວ; ໃນຂນະດຽວກັນ ກໍຄົ້ນພົບສົບ ທັງໝົດ 34 ສົບ ໝາຍຄວາມວ່າ ຈຳນວນຄົນຫາຍສາບສູນ ຍ້ອນເຂື່ອນແຕກແທ້ໆ ແມ່ນ 31 ຄົນ ແລະ ອີກ 6 ຄົນ ເສັຍຊີວິດ ຢູ່ໂຮງໝໍ.ໂທຣະພາບ ແຫ່ງຊາດ ລາວ ຣາຍງານເມື່ອອາທິດ ກ່ອນວ່າ ໃນທົ່ວປະເທດ ມີຄົນເສັຍຊີວິດ ຍ້ອນໄພພິບັດນ້ຳຖ້ວມ ທັງໝົດ 55 ຄົນ ໃນນັ້ນ 40 ຄົນ ເສັຍຊີວິດ ຍ້ອນເຂື່ອນແຕກ.

ແຕ່ອົງການຂ່າວຕ່າງປະເທດ ຣາຍງານເມື່ອທ້າຍເດືອນກໍຣະກະດາ ວ່າ ນອກຈາກຈຳນວນ ຜູ້ເສັຍຊີວິດຂ້າງເທິງນີ້ ເຫດການເຂື່ອນແຕກ ຍັງເຮັດໃຫ້ ຄົນສູນຫາຍ ແບບບໍ່ຮູ້ຊະຕາກັມ ອີກ ພັນກວ່າ ຄົນ.

ໃນດ້ານເສຖກິດ, ດຣ. ລຽນ ກິແກ້ວ ຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ້ ຣາຍງານ ຕໍ່ກອງປະຊຸມ ປະເມີນຜົນເສັຍຫາຍ ຈາກໄພພິບັດ ເມື່ອທ້າຍເດືອນກັນຍາ ທີ່ຜ່ານມາວ່າ ທົ່ງນາ ຂອງ ປະຊາຊົນ ໃນທົ່ວປະເທດ ຖືກນ້ຳຖ້ວມ ເຖິງນຶ່ງແສນເຮັກຕາ ທົ່ງນາ ຢູ່ແຂວງຄຳມ່ວນ ຖືກນ້ຳຖ້ວມ ແລະເສັຍຫາຍ ຫລາຍກວ່າໝູ່ ແລະຣະບົບຊົລປະທານ ກວ່າ 600 ແຫ່ງ ເປ່ເພ.

ລວມມູນຄ່າຄວາມເສັຍຫາຍ ທັງໝົດ ໃນທົ່ວປະເທດກວ່າ 527 ຕື້ກີບ ຫລື ປະມານ 62 ລ້ານດອນລ່າ ສະຫະຣັດ.

ນາງ Kaarina Immonen ຜູ້ຕາງໜ້າໂຄງການພັທນາ ສະຫະປະຊາຊາດ ຫລື UNDP ປະຈຳລາວ ຣາຍຕໍ່ກອງປະຊຸມ ວ່າ ປະຊາຊົນລາວເຖິງ 1 ລ້ານ 4 ແສນຄົນ ໄດ້ຮັບຜົນກະທົບ. ແນ່ນອນວ່າ ຄວາມເສັຍຫາຍ ທັງໝົດນີ້ ຈະເຮັດໃຫ້ການສ້າງສາ ພັທນາເສຖກິດ ໃນລາວຊັກຊ້າ.  ເມື່ອຕົ້ນເດືອນຕຸລາ ທະນາຄານໂລກ ຣາຍງານວ່າ ເສຖກິດຂອງລາວ ຈະຂຍາຍຕົວຊ້າ ລົງໃນປີນີ້ ຄືຈະຂຍາຍ ພຽງແຕ່ 6.7 ສ່ວນຮ້ອຍ ຫລຸດຈາກ 6.9 ສ່ວນຮ້ອຍ ທີ່ຣັຖບານລາວ ໄດ້ຕັ້ງເປົ້າໝາຍເອົາໄວ້.

ນັກຊ່ຽວຊານທາງດ້ານສິ່ງແວດລ້ອມ ຄາດວ່າ ການປ່ຽນແປງ ຂອງດິນຟ້າອາກາດ ຈະເຮັດໃຫ້ປະເທດລາວ ປະສົບກັບໄພແຫ້ງແລ້ງ ແລະໄພນ້ຳຖ້ວມ ເລື້ອຍຂື້ນ ແລະການຜລິດອາຫານຢູ່ ລາວ ກໍຈະຫລຸດລົງ ປະມານ 10 ສ່ວນຮ້ອຍ ພາຍໃນປີນີ້ ແລະປີໜ້າ ແລະແຮ່ງຈະຫລຸດລົງ ເຖິງນຶ່ງສ່ວນສາມ ພາຍໃນປີ 2050.

ແຕ່ສາມມື້ຕໍ່ມາ ທ່ານ ລຽນ ທິແກ້ວ ຣັຖມົນຕຣີ ກະຊວງກະສິກັມ ແລະປ່າໄມ້ ຖແລງກັບນັກຂ່າວ ວ່າ ປະເທດລາວ ຈະບໍ່ຂາດເຂີນ ເຂົ້າກິນ ພຽງແຕ່ຈະປະສົບ ກັບບັນຫາຫຍຸ້ງຍາກ ຊົ່ວຄາວ ໃນຣະຍະໃດນຶ່ງ ເທົ່ານັ້ນ. ຣັຖບານມີແຜນຊຸກຍູ້ ສົ່ງເສີມໃຫ້ຊາວນາລາວ ປູກເຂົ້ານາແຊງ ໃນທ້າຍປີນີ້ ແລະຕົ້ນປີໜ້າ ໃຫ້ຫລາຍຂຶ້ນ.

ທາງດ້ານວັດຖຸສິ່ງຂອງ ເປັນຕົ້ນຖນົນຫົນທາງ ກໍເປ່ເພຫລາຍ ຍ້ອນນ້ຳຖ້ວມ. ຖນົນຫົນທາງ ເຖິງ 500 ກິໂລແມັດ ຖືກນ້ຳຖ້ວມ ເປ່ເພ ເຈື່ອນ ແລະຂົວ ກໍຫັກຫລາຍບ່ອນ ເຊັ່ນຂົວນ້ຳເຊື່ອງ ທີ່ ແຂວງຫລວງພະບາງ ຊຶ່ງເປັນຂົວຖນົນຫລວງ ເລກທີ່ 13 ເໜືອ ແລະ ກໍເປັນເສັ້ນທາງ ຄົມມະນາຄົມ ທີ່ສຳຄັນ ຣະຫວ່າງພາກເໜືອ ກາງແລະໃຕ້ ຂອງລາວ. ເວົ້າສະເພາະ ຢູ່ແຂວງ ຫົວພັນ ເຈົ້າໜ້າທີ່ ຫ້ອງການປົກຄອງແຂວງ ກໍຣາຍງານຜົນເສັຍຫາຍວ່າ:

“ຫົວພັນນີ່ ຜົນກະທົບຕໍ່ຄອບຄົວ ຫລືວ່າຊີວິດການເປັນຢູ່ ແທ້ກະຫລາຍ ເສັຍຫາຍຫລາຍທ່ົງນາ ກະທົບຕໍ່ການຄົມມະນາຄົມ ທາງຫລວງໄປ ອຸດົມໄຊ ຊຽງຂວາງ ໄປມານີ່ ບໍ່ສະດວກເນາະ ເທສບານ ຕໍ່ເທສບານ ຣະຫວ່າງຄຸ້ມບ້ານ ຕໍ່ຄຸ້ມບ້ານ ກໍໜັກໜ່ວງ ໄປມາກໍບໍ່ໄດ້ເນາະ.”

ນອກຈາກນີ້ ແຂວງຫົວພັນ ຍັງເປັນແຂວງທີ່ມີຄົນເສັຍຊີວິດ ຍ້ອນໄພນ້ຳຖ້ວມ ປີນີ້ຫລາຍທີ່ ສຸດ ຄື 7 ຄົນ ຮອງຈາກ ແຂວງອັດຕະປື ທີ່ປະສົບກັບໄພພິບັດ ເຂື່ອນແຕກ;

ຖນົນຫົນທາງ ໃນແຂວງ ຫົວພັນເສັຍຫາຍ 77 ເສັ້ນ, ໂຮງຮຽນເປ່ເພ 24 ແຫ່ງ ແລະທົ່ງນາ ເສັຍຫາຍ 2,000 ເຮັກຕາຣ໌, ປະຊາຊົນກວ່າ 5,000 ຄົນ ໄດ້ຮັບຜົນກະທົບ.

ຢູ່ແຂວງຫລວງພຣະບາງ ເຮືອນປະຊາຊົນກວ່າ 40 ຫລັງໃນບ້ານຫ້ວຍເຫລັກ ເມືອງງອຍ ຖືກດິນເຈື່ອນທັບ. ປັດຈຸບັນ ຊາວບ້ານຍັງອາໃສ ຢູ່ຕູບຜ້າເຕັ້ນຢູ່ ພ້ອມຂາດເຂີນ ອາຫານການກິນ ລໍຖ້າເຄື່ອງຊ່ວຍເຫລືອ ເປັນຕົ້ນ ລໍຖ້າອາຫານ ແລະສັງກະສີເພື່ອປຸກເຮືອນໃໜມ່.

ຢູ່ເມືອງແລະແຂວງອື່ນໆ ກໍເຊັ່ນດຽວກັນ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຍັງລໍຖ້າການຊ່ວຍເຫລືອ ເປັນຕົ້ນ ປະຊາຊົນທີ່ອາໃສຢູ່ ແຄມນ້ຳງື່ມ ທີ່ຖືກນ້ຳຖ້ວມ ຍ້ອນເຂື່ອນນ້ຳງື່ມນຶ່ງ ປ່ອຍນ້ຳ ກໍຍັງຫວັງວ່າ ຈະໄດ້ຮັບຄວາມເຫັນໃຈ ຈາກຣັຖບານ ເຖິງຣັຖບານ ຈະປະກາດ ແລ້ວກໍຕາມ ວ່າຈະບໍ່ໃຫ້ ການຊ່ວຍເຫລືອ ແກ່ພວກເຂົາເຈົ້າ.

ເຕັມຫນ້າ