0:00 / 0:00
ສປປ ລາວ ຈະ ປະກາດ ວ່າ ປະເທດ ປອດຈາກ ການບໍ່ຮູ້ ໜັງສື ໃນ ບໍ່ດົນນີ້, ຫຼັງຈາກ ທີ່ ແຂວງ ໄຊສົມບຸນ ໄດ້ຢືນຢັນ ໄດ້ ບັນລຸ ເປົ້າໝາຍ ແລ້ວ ໃນ ເດືອນ ທີ່ ຜ່ານມາ, ໃນຂນະທີ່ ຫຼາຍໆຄົນ ເວົ້າວ່າ ເປັນ ໄປບໍ່ໄດ້ ຍ້ອນວ່າ ຍັງມີ ພົລເມືອງ ລາວ ທີ່ຢູ່ໃນ ເຂດ ຊົນນະບົດ ຍັງບໍ່ຮູ້ ໜັງສື ຫຼາຍຢູ່.
ພົລເມືອງ ລາວ ຈົບ ການສຶກສາ ຊັ້ນປະຖົມ ບໍາຣຸງ ທົ່ວ ປະເທດ, ຊຶ່ງ ທ່ານ ພັນຄໍາ ວິພາວັນ ກັມມະການ ກົມ ການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ, ຣັຖມົນຕຣີ ກະຊວງ ສຶກສາ ທິການ ແລະ ກິລາ ປະກາດວ່າ, ຈະຈັດ ພິທີ ຣະດັບຊາດ ເພື່ອ ປະກາດ ຜົລສໍາເຣັດ ດັ່ງກ່າວ ໃນທ້າຍ ເດືອນ ສິງຫາ ນີ້.
ໃນ ກອງປະຊຸມ ຜູ້ ບໍຣິຫານ ການສຶກສາ ແລະ ກິລາ ທົ່ວ ປະເທດ, ເມື່ອ ເດືອນ ມິຖຸນາ 2015 ທີ່ ມະຫາວິທຍາໄລ ແຫ່ງຊາດ, ທ່ານ ພັນຄໍາ ວິພາວັນ ໄດ້ກ່າວ ໃນ ຕອນນຶ່ງ ກ່ຽວກັບ ການ ປະກາດ ປະເທດ ປອດຈາກ ການກືກ ໜັງສື ວ່າ: ເຊີນ ທ່ານ ຮັບຟັງ ຕໍ່ໄປ ໄດ້.
