ທາງສ້າງບໍ່ແລ້ວປະໃຫ້ ເປັນຝຸ່ນ ເປັນຕົມ

ໄຊຍາ
2018.07.20
F-Road ສະພາບເສັ້ນທາງທີ່ສ້າງບໍ່ແລ້ວ ໃນຍາມແລ້ງ
RFA/TP

ການກໍ່ສ້າງເສັ້ນທາງ ໃນນະຄອນຫລວງວຽງຈັນ ເພີ່ມຂຶ້ນເຣື້ອຍໆ ຍ້ອນການຂຍາຍຕົວຂອງເທສບານ ແລະປະຊາກອນເພີ່ມຂຶ້ນ. ທາງການ ໄດ້ທຸ້ມງົບປະມານ ຈຳນວນຫລາຍເຂົ້າໃນການພັທນາໂຄງຮ່າງ ແຕ່ລະປີ ແຕ່ມາປະເມີນແລ້ວ ແຕ່ລະໂຄງການ ນັ້ນສ້າງບໍ່ແລ້ວສົມບູນຈັກ ໂຄງການ.

ເຊິ່ງເຮັດໃຫ້ການສັນຈອນໄປມາ ຂອງປະຊາຊົນລຳບາກ ພ້ອມທັງຜູ້ທີ່ອາສັຍຢູ່ແຄມທາງ ຜູ້ທີ່ຄ້າຂາຍ ກໍ່ທົນທຸກກັບສະພາບຂີ່ຝຸ່ນມາຫຼາຍປີ ເພື່ອໃຫ້ສະທ້ອນເຖິງ ຄວາມເດຶອດຮ້ອນ ຂອງປະຊາຊົນ ພວກເຮົາມີການສຳພາດ ປະຊາຊົນ ຜູ້ທີ່ໄດ້ສະແດງ ຄວາມຄິດເຫັນ ຕໍ່ບັນຫາ ດັ່ງກ່າວ.

ຕໍ່ບັນດັ່ງກ່າວ ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ຣາຍງານຕໍ່ ກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງ ສະພາປະຊາຊົນ ນະຄອນຫລວງວ່າ: ນັບແຕ່ປີ 2011 ຮອດປະຈຸບັນມີ ໂຄງການລົງທຶນ ກ່ອນ 24 ໂຄງການ ມີຄວາມຍາວ 248,81 ກິໂລແມັດ ມຸນຄ່າ 4.931,59 ຕື້ກີບ ໃນນີ້ ກຳລັງສືບຕໍ່ກໍ່ສ້າງ 11 ໂຄງການ, ສຳເຣັດ 13 ໂຄງການ. ໂຄງການຫັນຊັບສິນເປັນທຶນ 2 ໂຄງການມູນຄ່າ 859,81 ຕື້ກີບ ເຊິ່ງສຳເຣັດ 1 ໂຄງການ.

ປະຈຸບັນ ການກໍ່ສ້າງທາງ ແຕ່ຖະໜົນໄກສອນ (ບ້ານພະຂາວ) ຫາ ໂຮງແຮມຄອນປະສົງ ຫາ ບ້ານຫ້ວຍຫົງ ຫາ ບ້ານໜອງພະຍາ (ທາງດົງໂດກ-ສີເກີດ) ຍັງຊັກຊ້າບໍ່ເປັນໄປຕາມແຜນການ ຍ້ອນບໍຣິສັດ ຂາດສະພາບຄ່ອງດ້ານການເງິນ ບໍ່ສາມາດ ຊອກທຶນມາສືບຕໍ່ ໂຄງການໄດ້. ອີກດ້ານນຶ່ງ ຣັຖ ບໍ່ສາມາດ ສຳລະສະສາງ ໜີ້ ໃຫ້ບໍຣິສັດ ຍ້ອນງົບປະມານມີຈຳກັດ.

ສ່ວນເສັ້ນທາງສາມແຍກ ຈີ່ນາຍໂມ້-ບໍ່ໂອ-ຊາຍຟອງ ສຳເຣັດ 44% ເຊິ່ງບໍຣິສັດກໍ່ຢຸດຊົ່ວຄາວຍ້ອນ ຂາດທຶນໝູນວຽນ ເສັ້ນທາງດັ່ງກ່າວ ຍາວ 14 ກິໂລແມັດ.

ນອກຈາກນີ້ ຍັງມີອີກຫລາຍເສັ້ນທາງ ທີ່ຢູ່ໃນຣະວ່າງການກໍ່ສ້າງ ແຕ່ກໍ່ຢຸດກການກໍ່ສ້າງໄປ ໂດຍໃນຣາຍງານ ບໍ່ໄດ້ໃຫ້ຣາຍລະອຽດວ່າ ຈະເຣີ້ມດຳເນີນການສ້າງຄືນເມື່ອໃດ. ດັ່ງນັ້ນ ປະຊາຊົນ ກໍ່ຕ້ອງທົນຮັບຄວາມລຳບາກໄປ ຍາມຝົນນໍ້າກໍ່ຖ້ວມ ຍາມແລ້ງ ກໍ່ມີຂີ້ຝຸ່ນຂີ້ໄງ່ ເປັນຜົນກະທົບ ຕໍ່ສຸຂພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.