ສົນທິສັນຍາ ລາວ-ວຽດນາມ

ຈໍາປາທອງ
2017.07.26
F-Laos-Vietnam ມິຕພາບ ຄວາມສາມັກຄີ ພິເສດ ແລະການຮ່ວມມື ຮອບດ້ານ ລາວກັບວຽດນາມ
Public Domain

ຄວາມສາມັກຄີພິເສດ, ການພົວພັນ ມິຕພາບ ແລະ ການຮ່ວມມື ຮອບດ້ານ ຣະຫວ່າງ ສປປລາວ ແລະ ສ.ສ.ວຽດນາມ ຕັ້ງຢູ່ ບົນພື້ນຖານ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ປີ 1977 ແລະໃນປີ 2017 ນີ້ ຜູ້ນໍາ ພັກ-ຣັຖ ສອງປະເທສ ກໍພາກັນ ສລອງວັນ ຄົບຮອບ 40 ປີ ແລະ ສລອງວັນ ສ້າງຕັ້ງ ສາຍພົວພັນ ທາງການທູດ ຄົບຮອບ 55 ປີ ຊຶ່ງ ພາກັນຖືວ່າ ເປັນໄຊຊນະ ອັນຍິ່ງໃຫຍ່ຂອງ ລາວ-ວຽດນາມ ໃນຂນະທີ່ ປະຊາຊົນລາວ ຜູ້ຮັກຫອມ ເອກກະຣາດ, ເປັນເຈົ້າຕົນເອງ ແລະ ຄວາມເປັນທັມ ແລະຫຼາຍໆອົງການຈັດຕັ້ງ ຂອງຊຸມຊົນລາວ ເພື່ອສິດທິມະນຸດ ແລະ ປະຊາທິປະໄຕ ຮວມທັງ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທສ ເຢັຍຣະມັນ ແລະ ອົງການລາວ ເສຣີ Free Laos Campaign ທີ່ ສະຫະຣັຖ ອະເມຣິກາ ຖືວ່າ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ທີ່ວ່ານັ້ນ ແມ່ນ ອໍານວຍ ຜົລປໂຍດ ໃຫ້ວຽດນາມ ຝ່າຍດຽວ ໃນການ ປະຕິບັດ ນະໂຍບາຍ ຄອບຄອງລາວ ແລະ ເປັນການເສັຍໄຊ ອັນໃຫຍ່ຫຼວງ ຂອງ ປະຊາຊົນລາວ. ດັ່ງ ທີ່ທ່ານ ອິນຊີທອງ ນັກຮຽນຮູ້ ປັນຍາຊົນ, ຄນະນໍາອົງການ ລາວເສຣີ ໄດ້ກ່າວຕໍ່ ວິທຍຸ ເອເຊັຍເສຣີ ເມື່ອໄວ້ມານີ້ ຕອນນຶ່ງວ່າ:

ໃນຂນະດຽວກັນ ຫລາຍຄົນກໍເວົ້າວ່າ ໃນການພົວພັນ ແລະ ຮ່ວມມືກັນ ຣະຫວ່າງ ສປປລາວ ແລະ ວຽດນາມ ທີ່ວ່ານັ້ນ ເກືອບວ່າ ທັງໝົດ ແມ່ນວຽດນາມ ໄດ້ຮັບຜົລປໂຍດ ແຕ່ຝ່າຍດຽວ ຍ້ອນຜູ້ນໍາພັກ ຄອມມິວນິສ ວຽດນາມ ມີອໍານາດເໜືອກວ່າ ຜູ້ນໍາພັກ ປະຊາຊົ ປະຕິວັດ ລາວ ທີ່ອາສັຍ ກໍາລັງວຽດນາມ ໃນການເຂົ້າຍຶດ ຄອງອໍານາດ ໃນສມັຍສົງຄາມ ແລະ ຄໍ້າຊູອໍານາດ ນັ້ນໄວ້ຕລອດ ຣະຍະ 42 ປີມານີ້. ຜູ້ນຳພັກ ຄອມມິວນິສ ວຽດນາມ ກໍາຂອດຕັດສິນ ໃນທຸກດ້ານ ຢູ່ ສປປລາວ ນັບຕັ້ງແຕ່ ແນວທາງ, ແຜນ ນະໂຍບາຍ, ແຜນ ພັທນາ ເສຖກິດສັງຄົມ ແຫ່ງຊາດ ໃຊ້ວິທີການ ເລິກແລບ ນຽບນຽນ ຈົນເຮັດໃຫ້ ຫລາຍໆຄົນ ເວົ້າວ່າ ມີຄົນຈໍານວນ ບໍ່ໜ້ອຍ ຫລົງເຊື່ອວ່າ ລາວ ເປັນປະເທສ ເອກກະຣາດ, ເປັນເຈົ້າ ຕົນເອງ. ດັ່ງທ່ານ ບາຣະມີ ນິດທິວົງ ນັກຮຽນຮູ້ ປັນຍາຊົນ ຄນະພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ, ຄນະນໍາ ອົງການ ນັກວິຊາການ ໜຸ່ມລາວ ເພື່ອ ປະຊາທິປະໄຕ ທີ່ ສະຫະຣັຖ ອະເມຣິກາ ໄດ້ກ່າວຕໍ່ ວິທຍຸ ເອເຊັຍເສຣີວ່າ:

ແຕ່ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງ ຄວາມສາມັກຄີ, ການພົວພັນ ແລະ ການຮ່ວມມື ຣະຫວ່າງ ສປປລາວ ແລະ ສສວຽດນາມ ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການ ສູນກາງພັກ ປະຊາຊົນ ປະຕິວັດລາວ, ຣັຖມົນຕຣີ ກະຊວງ ການຕ່າງປະເທສ ສປປລາວ ເວົ້າຜ່ານ ໂທຣະທັດ ຂອງທາງການລາວ ວ່າ ສອງປະເທສ ສືບຕໍ່ ຊ່ວຍເຫລືອ ຊຶ່ງກັນແລະກັນ ໃນການພັທນາ ເສຖກິດ-ສັງຄົມ.

ຜູ້ນຳທັງສອງປະເທສ ເວົ້າວ່າ ມາເຖິງປັດຈຸບັນ ມີການຄ້າ ນໍາກັນເຖິງ 823 ລ້ານ ໂດລາ ສະຫະຣັຖ, ການລົງທຶນ ກໍເວົ້າວ່າ ມາເຖິງເດືອນ ກຸມພາ 2017 ນີ້ ວຽດນາມ ລົງທຶນ ຢູ່ລາວ 408 ໂຄງການ ເປັນມຸນຄ່າ ເຖິງ 3 ຕື້ 700 ໂດລາ ສະຫະຣັຖ. ໃນນັ້ນ ມີທັງໂຄງການ ສ້າງທໍ່ ສົ່ງນໍ້າມັນ 2 ທໍ່ ເພື່ອສົ່ງນໍ້າມັນ ເບັນຊິນ ແລະ ນໍ້າມັນ ດີເຊລ ຈາກທ່າເຮືອ ຫ່ອນລາ (Hon La) ແຂວງກວາງບິ່ງ ວຽດນາມ ມາ ແຂວງຄໍາມ່ວນ ຂອງລາວ ທີ່ມີຄວາມຍາວ 306 ກິໂລແມັດ, ສ້າງ ສະຖານີ ສູບນໍ້າມັນ, ສາງເກັບມ້ຽນ ນໍ້າມັນ ແລະ ໂຮງກັ່ນນໍ້າມັນ, ເປັນມູນຄ່າ ທັງໝົດ ຫຼາຍຮ້ອຍ ລ້ານ ໂດລາ ສະຫະຣັຖ.

ການລົງທຶນຂອງວຽດນາມ ຢູ່ລາວ ມີຜົລປໂຍດ ສໍາລັບ ການພັທນາ ເສຖກິດ-ສັງຄົມ ຂອງລາວ ຫຼືບໍ່ນັ້ນ ທ່ານ ບາຣະມີ ໃຫ້ຄວາມເຫັນວ່າ:

ເວົ້າເຖິງໂຄງການ ອັນທີ່ເອີ້ນວ່າ ຊ່ວຍເຫລືອລ້າ ຫລາຍຄົນ ກໍສັງເກດເຫັນວ່າ ຄວາມເປັນຈິງແລ້ວ ບໍ່ແມ່ນການ ຊ່ວຍເຫລືອລ້າ ແຕ່ມັນ ເປັນການ ຊ່ວຍເຫລືອ ເພື່ອຫວັງຜົລປໂຍດ ຫລາຍທົບ ທຽບໃສ່ ການຊ່ວຍເຫລືອນັ້ນ ເຊັ່ນຕົວຢ່າງ ຊ່ວຍສ້າງ ຫໍພັກ ນັກກິລາ ຊີເກມ ຢູ່ເຂດດົງໂດກ ນະຄອນຫລວງ ວຽງຈັນ ແຕ່ໃຫ້ຣັຖບາລ ສປປລາວ ອະນຸມັດ ໃຫ້ວຽດນາມ ສໍາປະທານ ທີ່ດິນ ແລະຕັດໄມ້ ຢູ່ແຂວງ ອັດຕະປື ເປັນຈໍານວນ ຫລວງຫລາຍ ແລ້ວຂົນໄປ ວຽດນາມ.

ວຽດນາມ ໄດ້ມາຊ່ວຍເຫລືອ ສປປລາວ ຮອບດ້ານ ແລະເມື່ອທ້າຍເດືອນ ມິນາ ທີ່ຫາກໍ ຜ່ານມານີ້ ກໍຊ່ວຍ ວຽກງານດ້ານພາສີ ສ່ວຍສາ ອາກອນ ແລະ ຄັງເງິນ ແຫ່ງຊາດ ໃນຂນະທີ່ 10 ປີ ຜ່ານມານີ້ ຣັຖບາລ ສປປລາວ ຕິດໜີ້ ບໍຣິສັດ ເອກກະຊົນຫຼາຍ ເຖິງ 13 ພັນຕື້ກີບ ຫລືປະມານ 1 ຕື້ 580 ລ້ານ ໂດລາ ສະຫະຣັຖ ຍ້ອນວ່າໄດ້ ໃຫ້ ບໍຣິສັດ ເອກກະຊົນ ລົງທຶນ ສ້າງກ່ອນ ຫລາຍໂຄງການ ເປັນຕົ້ນ ໂຄງການ ສ້າງຖນົນ ຫົນທາງ ແລ້ວບໍ່ມີເງິນ ໃຊ້ແທນຄືນ. ໃນນັ້ນຮວມທັງ ໂຄງການສ້າງ ເສັ້ນທາງ ເລກທີ 16 ຢູ່ແຂວງເຊກອງ ມູນຄ່າ 77 ລ້ານໂດລາ ນໍາດ້ວຍ.

ທາງດ້ານວັທນະທັມ ກໍມີການແລກປ່ຽນ ຊຶ່ງກັນແລະກັນ ຮວມທັງ ການສະແດງ ສິລປະ ວັນນະຄະດີ ຊຶ່ງໃນໂອກາດ ສລອງສອງວັນ ທີ່ວ່າມານັ້ນ ທັງສອງຝ່າຍ ກໍໄດ້ຈັດ ການສະແດງ ສິລປະ ວັນນະຄະດີ ຢູ່ນະຄອນຫຼວງ ວຽງຈັນ ແລະ ກຸງຮ່າໂນ້ຍ ໄປພ້ອມໆກັນ ໃນມື້ວັນທີ 18 ກໍຣະກະດາ ນີ້. ແລະເມື່ອຕົ້ນ ເດືອນທັນວາ ປີກາຍ ທ່ານ ບຸນຍັງ ວໍລະຈິດ ຫົວໜ້າ ພັກ ປະຊາຊົນ ປະຕິວັດລາວ ກໍໄດ້ຕ້ອນຮັບ ເຍົາວະຊົົນ ວຽດນາມ ທີ່ມາຢ້ຽມຢາມ ລາວ ຂນະທີ່ ຜູ້ນໍາພັກ ຄອມມິວນິສ ວຽດນາມ ພຍາຍາມ ໃຫ້ຄົນຮຸ່ນໃໝ່ ຊາວໜຸ່ມ ເຍົາວະຊົນ ສອງປະເທສ ວຽດນາມ-ລາວ ຕ້ອງເອົາໃຈໃສ່ ຄົ້ນຄວ້າ ແລະຮໍ່າຮຽນ ມູນເຊື້ອ ສາຍພົວພັນ, ຄວາມສາມັກຄີ ວຽດນາມ-ລາວ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ.

ແຕ່ສັງເກດເຫັນວ່າ ວຽດນາມ ບໍ່ພຽງແຕ່ ບໍ່ມີຄວາມຈິງໃຈ ໃນການພົວພັນ ທາງດ້ານວັທນະທັມ ກັບລາວ ເພື່ອປົກປັກ ຮັກສາ ແລະ ພັທນາ ດ້ານນີ້ໄປ ໃນທາງທີ່ດີ ເທົ່ານັ້ນ ແຕ່ຫລາຍຄົນ ຍັງເວົ້າວ່າ ຍັງລົບລູ່ ກຽດສັກສີ ຂອງແມ່ຍິງນໍາດ້ວຍ ເຊັ່ນ ວຽດນາມ ໄດ້ຈັດຕັ້ງ ໃຫ້ແມ່ຍິງ ເຕັ້ນເປືອຍກາຍ ຫລື ປະໂປ້ ຢູ່ໃນຖໍ້າ ທີ່ ເມືອງວຽງໄຊ, ແຂວງຫົວພັນ, ລັກເອົາ ພຣະພຸທຮູບ ເກົ່າແກ່ ໄປຈາກວັດອົງຕື້ ກາງ ນະຄອນຫລວງວຽງຈັນ ນັ້ນເປັນຕົ້ນ.

ແລະດ້ານການສຶກສາ ຂ່າວວ່າ ປັດຈຸບັນ ຢູ່ວຽດນາມ ມີຊາຍໜຸ່ມ ນັກສຶກສາ ລາວ ຮຽນ ຢູ່ວຽດນາມ 5,000 ຄົນ ຄືມີຫລາຍກວ່າ ຢູ່ທຸກ ປະເທສ ທີ່ໃຫ້ທຶນ ການສຶກສາ ຮວມເຂົ້າກັນ ແຕ່ສັງເກດ ເຫັນວ່າ ເມື່ອຮຽນຈົບ ມາແລ້ວ ບໍ່ມີ ຄຸນນະພາບ, ບໍ່ມີວຽກ ເຮັດງານທໍາ ເປັນຈໍານວນ ບໍ່ໜ້ອຍ ໃນທົ່ວປະເທສ.

ແຕ່ເຖິງຢ່າງໃດກໍຕາມ ຜູ້ນໍາພັກ ຄອມມິວນິສ ວຽດນາມ ກໍຍັງ ພຍາຍາມ ຊຸກຍູ້ ສົ່ງເສີມໃຫ້ ຊາວໜຸ່ມລາວ ຮຽນ ພາສາ ວຽດນາມ ແລະ ໃຫ້ຊາວໜຸ່ມ ວຽດນາມ ຮຽນ ພາສາລາວ ຊຶ່ງ ທ່ານ ບາຣະມີ ເວົ້າວ່າ:

ບົນພື້ນຖານ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ທີ່ວ່ານີ້ 2 ປະເທສ ໄດ້ມີການ ຕົກລົງກັນ ຫລາຍຢ່າງ ແບບຮອບດ້ານ ນໍາກັນ ຕລອດ 40 ປີ ມານີ້ ເວົ້າສະເພາະ ປີທີ່ແລ້ວ ແລະປີນີ້ ສັງເກດ ເຫັນວ່າ ພາຍຫຼັງທີ່ ຜູ້ນໍາພັກ-ຣັຖ ສປປລາວ ທັງທ່ານ ບຸນຍັງ ວໍລະຈິດ ຫົວໜ້າພັກ ແລະທັງເປັນ ປະທານ ປະເທສ, ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ແລະ ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາ ແຫ່ງຊາດ ໄປຢ້ຽມຢາມ ວຽດນາມ ແລ້ວ ຄນະຜູ້ແທນ ຂັ້ນສູງ ຂອງວຽດນາມ ກໍມາ ຢ້ຽມຢາມ ລາວ.

ຜູ້ນຳທັງສອງຝ່າຍ ໄດ້ມີສັນຍາ ແລະຂໍ້ຕົກລົງ ນໍາກັນ ຫຼາຍສະບັບ ຄືໃນຕົ້ນ ເດືອນຕຸລາ 2016 ທ່ານ ຈິງ ດິງ ຢຸ້ງ ຮອງນາຍົກ ຣັຖມົນຕຣີ ວຽດນາມ ກໍໄດ້ມາ ຢ້ຽມຢາມ ສປປລາວ ແລະ ໄດ້ມີການລົງນາມ ໃນສັນຍາ ເອກກະສານ 5 ສະບັບ ກ່ຽວກັບ ການຮ່ວມມື ແລະ ການຊ່ວຍເຫລືອ ຮວມທັງ ບົດບັນທຶກ ຊ່ວຍຈໍາ ຣະຫວ່າງ ຣັຖບາລ ຂອງ ສອງປະເທສ ກ່ຽວກັບ ການຮ່ວມມື ພັທນາ ໂຄງການ ໄຟຟ້າ ນໍ້າຕົກ ຢູ່ລາວ ແລະ ສ້າງສູນ ພາສາ ວຽດນາມ ຢູ່ ມະຫາວິທຍາໄລ ສຸພານຸວົງ ແລະ ມະຫາ ວິທຍາໄລ ຈໍາປາສັກ.

ແລະເດືອນຕໍ່ມາ ທ່ານ ຫງວຽນ ຟູ ຈ້ອງ ຫົວໜ້າພັກ ຄອມມິວນິສ ວຽດນາມ ກໍມາຢ້ຽມຢາມ ລາວ ໃນທ້າຍເດືອນ ພຶສຈິກາ ແລະ ມີການລົງນາມ ໃນ ເອກກະສານ ຮ່ວມມື ຣະຫວ່າງ ສອງພັກ ແລະ ສອງຣັຖ ຈໍານວນ 7 ສະບັບ ທີ່ມີທັງ ບົດບັນທຶກ ຊ່ວຍຈໍາ ວ່າດ້ວຍການ ມອບໂຄງການ ຊ່ວຍເຫລືອ ສ້າງ ຫໍສະພາ ແຫ່ງຊາດ ຫລັງໃໝ່ ຂອງ ສປປລາວ.

ແລະໃນທ້າຍເດືອນເມສາ ທີ່ຫາກໍຜ່ານມານີ້ ທ່ານ ຫງວຽນ ຊັວນ ຟຸກ ນາຍົກ ຣັຖມົນຕຣີ ວຽດນາມ ກໍໄດ້ມາ ຢ້ຽມຢາມ ສປປລາວ ແລະ ໄດ້ມີການປຶກສາ ຫາລື ກັບຄູ່ ຕໍາແໜ່ງ ຝ່າຍລາວ ຂອງ ທ່ານ ກ່ຽວກັບ ການທົບທວນ ການປະຕິບັດ ຖແລງການຮ່ວມ ແລະ ຂໍ້ຕົກລົງ ຕ່າງໆ ເປັນຕົ້ນແມ່ນ ຜົລຂອງ ກອງປະຊຸມ ຄັ້ງທີ 39 ຂອງ ຄນະກໍາມະການ ຮ່ວມມື ສອງຝ່າຍ ຂອງ ສອງຣັຖບາລ ແລະ ຕົກລົງ ຮ່ວມມືກັນ ໃນເອກກະສານ 9 ສະບັບ ຮວມທັງ ຂໍ້ຕົກລົງ ຣະຫວ່າງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ວ່າດ້ວຍການ ຮ່ວມລົງທຶນ ສ້າງທ່າເຮືອ ຫວຸ້ງອ່າງ ເປັນທ່າເຮືອ ລາວ-ວຽດນາມ.

ເບິ່ງລວມແລ້ວ ເຫັນວ່າ ການພົວພັນ ແລະ ການຮ່ວມມື ບົນພື້ນຖານ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ລາວ-ວຽດນາມ ນັ້ນກວມເອົາ ທຸກຂົງເຂດ ວຽກງານ ແຕ່ຫລາຍຄົນ ເວົ້າວ່າ ສິ່ງດັ່ງກ່າວ ແມ່ນຜູ້ນໍາພັກ ຄອມມິວນິສ ວຽດນາມ ເປັນຜູ້ໄດ້ ຮັບຜົລປໂຍດ ເກືອບວ່າ ທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.