ລາວ-ວຽດນາມຮັດແໜ້ນດີ້ນ ບໍ່ຫຼຸດ

ຈໍາປາທອງ
2016.05.18
F-Lao-Viet ຜູ້ນໍາຊຸດໃໝ່ ຂອງ ສປປລາວ ຕ້ອງໄປຕາມແນວທາງ ຂອງ ວຽດນາມ ຕໍ່ໄປ ແລະຈະໜັກໄປໜ້າ ຂັດຂືນບໍ່ໄດ້
Citizen Journalist

ທ່ານ ທອງລຸນ ສີສຸລິດ ກັມການກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ, ນາຍົກ ຣັຖມົນຕຣີ ຊຶ່ງເປັນບຸກຄົນ ສໍາຄັນ ທີ່ສຸດ ອັນດັບສອງ ຂອງ ສປປລາວ ໄປຢ້ຽມຢາມ ວຽດນາມ ເພື່ອ ເພີ້ມທະວີ ສາຍພົວພັນ ມິຕພາບ, ຄວາມສາມັກຄີ ພິແສດ ແລະ ການຮ່ວມມື ຮອບດ້ານ ກັບ ວຽດນາມ ໃຫ້ແໜ້ນແຟ້ນ ຂຶ້ນກວ່າເກົ່າ ຕໍ່ໄປ ແຕ່ວັນທີ 15 ຫາ 17 ພຶສພາ 2016 ພາຍຫລັງ ຜູ້ນໍາ ສູງສຸດ ຂອງ ສປປລາວ ຄື ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄນະ ບໍຣິຫານງານ ສູນກາງພັກ, ປະທານ ປະເທສ ໄດ້ ໄປຢ້ຽມຢາມ ວຽດນາມ 3 ວັນ ແຕ່ວັນທີ 25 ຫາ 27 ເມສາ ຄືຣະຍະ ຫ່າງກັນ ພຽງສອງ ອາທິດປາຍ ເທົ່ານັ້ນ.

ກ່ຽວກັບເຣື່ອງ ທີ່ວ່ານີ້ ເຈົ້າໜ້າທີ່ ຄົນສໍາຄັນ ຂອງລາວ ເວົ້າ ໃນວັນທີ 16 ພຶສພາ ວ່າ ເຖິງມີ ການຢ້ຽມຢາມ ໄປມາຫາສູ່ກັນ ຣະຫວ່າງ ຜູ້ນໍາ ສອງປະເທສ ນີ້ຫລາຍຂຶ້ນ ແຕ່ກໍຍັງ ເຫັນວ່າ ການພົວພັນ ຮວມມືກັນ ນັ້ນ ຍັງຄືເກົ່າຢູ່ ແລະ ຈະຮູ້ຕື່ມ ພາຍຫລັງ ການສລຸບ ແລະ ເຜີຍແພ່ ຜົລການ ຢ້ຽມຢາມ ວຽດນາມ ຂອງ ທ່ານ ທອງລຸນ ນັ້ນກ່ອນ.

ໃນຣະຫວ່າງ ການຢ້ຽມຢາມ ທີ່ວ່ານັ້ນ ຜູ້ນໍາຂອງ ສອງປະເທສ ສປປລາວ ແລະ ສສວຽດນາມ ໄດ້ປະຕິບັດ ຂໍ້ຕົກລົງ ຕ່າງໆ ຂອງສອງ ກົມການເມືອງ ສູນກາງພັກ ປະຕິບັດ ບົດບັນທຶກ ຄັ້ງທີ 38 ຂອງຄນະ ກັມມາທິການ ຮ່ວມມື ຣະຫວ່າງ ສອງ ຣັຖບາລ, ໄດ້ເວົ້າເຖິງ ທັງການຮ່ວມມື ຢ່າງແໜ້ແຟ້ນ ຮວມທັງ ຣະຫວ່າງ ກະຊວງ ກັບ ກະຊວງ, ຣະຫວ່າງ ແຂວງກັບແຂວງ ແລະ ຣະຫວ່າງ ແຂວງຊາຍແດນ, ຍົກສູງ ຄຸນນະພາບ ຂອງການຮ່ວມມື ທາງດ້ານ ການສຶກສາ, ວັທນະທັມ-ສັງຄົມ, ວຽກງານ ການຕ່າງ ປະເທສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.