ພົລເມືອງຖືກຕີໃຫ້ຍອມ ຮັບຜິດ

0:00 / 0:00

ປະຊາຊົນຜູ້ເຄາະຮ້າຍ ຊື່ ທ້າວ ສີບຸນເຮືອງ ອາຊີບກັມມະກອນ ຮຽກຮ້ອງຂໍຄວາມເປັນທັມ ຈາກ ເຈົ້າໜ້າທີ່ຕຳຣວດຂັ້ນສູງ ເນື່ອງຈາກ ຖືກເຈົ້າໜ້າທີ່ ບ້ານຈອມມະນີ ຕີ ໃນຂນະທີ່ສືບສວນ ເພື່ອໃຫ້ຜູ້ກ່ຽວຍອມຮັບ ສາຣະພາບວ່າ ງັດຣົດໃຫຍ່ ສອງຄັນ ວາງຢາເບື່ອໃສ່ ເຕົ້ານົມແລ້ວຫຼັກເອົາ ໂທສະສັບ ໄອໂຟນ ແລະ ຫົວເຫວີຍ ທີ່ຢູ່ໃນຣົດ ເຊີ່ງເຫດການດັ່ງກ່າວ ຜ່ານມາໄດ້ 7 ເດືອນ ແລ້ວ ຄະດີຍັງບໍ່ມີ ຄວາມຄືບໜ້າ. ດັ່ງຜູ້ເຄາະຮ້າຍໄດ້ເວົ້າເຫດການທີ່ເກີດຂຶ້ນ ຕໍ່ຜູ້ສື່ຂ່າວ RFA ເມື່ອ 16 ມິຖຸນາ ນີ້: ເຊີນທ່ານ ຟັງສຽງການສັມພາດ: