ລົມເຣື້ອງຂ່າວ 02-08-2014

0:00 / 0:00

ຮູບການກະເສດພັນທະສັນຍາ ທີ່ກໍ່ໃຫ້ເກີດໜີ້ສິນ ແກ່ ຊາວກະສິກອນ ແມ່ນຮູແບບ 2 ບວກ 3 ໝາຍຄວາມວ່າ ຊາວກະສິກອນ ປະກອບ ສ່ວນ ສອງຢ່າງຄື: ດິນ ແລະແຮງງານ ສ່ວນວ່າ ບໍຣິສັດ ປະກອບສ່ວນ ສາມຢ່າງຄືແນວພັນ, ວິຊາການ, ປຸ໋ຍ-ຢາຂ້າແມງໄມ້ ແລ້ວຫລັງ ຈາກ ຂາຍຜລິຕພັນ ມາໄດ້ແລ້ວ ຫັກຄ່າໃຊ້ຈ່າຍ ອອກໝົດ ສ່ວນທີ່ເຫລືອ ຈຶ່ງເປັນກຳໄຣ ມາແບ່ງບັນກັນ ສອງຝ່າຍ.

ຫລັງຈາກທີ່ມີການ ດໍາເນີນໄປແລ້ວ ຜົນປະກົດວ່າ ຊາວກະສິກອນ ຕົກເປັນໜີ້ ບໍຣິສັດ ເຊັ່ນຕົວຢ່າງ: ຊາວກະສິກອນ ປູກອອ້ຍ ປະມານ 400 ຄອບຄົວ ຢູ່ເມືອງໄຊບູຣີ ແຂວງ ສວັນນະເຂດ ກາຍເປັນໜີ້ ບໍຣິສັດນໍ້າຕານ ມິຕລາວ ຜູ້ນຶ່ງບໍ່ຕໍ່າກ່ວາ 50 ລ້ານກີບ ໃນລະຍະ 3 ປີ ຜ່ານມາ ຍ້ອນໄປເຊັນ ສັນຍາກັບບໍຣິສັດ ເຊິ່ງຊາວກະສິກອນເອງ ຕ້ອງໄດ້ຈ່າຍຄ່າວິຊາການ, ບຸກເບີກເນື້ອທີ່ດິນ, ຄ່າແນວພັນ, ຄ່າປຸ໋ຍ ແລະ ຢາປາບ ສັດຕຣູພືດ ເປັນຕົ້ນ. ສາເຫດກໍຄື ພາກຣັຖເອງ ບໍ່ມີຄວາມເຄັ່ງຄັດ ໃນການເຈຣະຈາ ກັບບໍຣິສັດ ຕ່າງປະເທດ ບໍ່ເວົ້າຈາກັນ ຣະອຽດກັບບໍຣິສັດ ຕ່າງປະເທດວ່າ ການທີ່ຈະເຂົ້າມາລົງທຶນໃນເຣື້ອງນີ້ ຈະຕ້ອງດຳເນີນຕາມກົດໝາຍແນວໃດ ສັນຍາຕ້ອງເຮັດແນວໃດ ຈະຮັບຊື້ຜົນຜລິດ ຈາກຊາວກະສິກອນ ໃນຣາຄາເທົ່າໃດ. ແລະອີກຢ່າງນຶ່ງກໍຄື ພາກຣັຖບໍ່ໄດ້ ໃຫ້ຄວາມຮູ້ກ່ຽວກັບ ການກະເສຖກັມ ແບບ ພັນທະສັນຍາ ແກ່ຊາວກະສິກອນ.

ຜົນກະທົບ ທາງດ້ານ ສິ່ງແວດລ້ອມ ແລະ ຄົນ ເນື້ອທີ່ປ່າໄມ້ ຖືກທຳລາຍ, ສານເຄມີ ຕົກຄ້າງ, ບັນຫາ ສຸຂພາບ ຂອງຊາວ ກະສິກອນ, ຊາວບ້ານໄປ ຫາຢູ່ກາກິນ ບໍ່ໄດ້ ຕົວຢ່າງ ຢູ່ບ້ານເຊກະໝານ ເມືອງພູວົງ ແຂວງ ອັດຕະປື ຊາວບ້ານບໍ່ກ້າ ເກັບເຫັດກິນ ຢູ່ໃກ້ສວນອ້ອຍ ສັດລ້ຽງ ຂອງຊາວບ້ານຕາຍ. ແລະ ສຸດທ້າຍກໍຄື ຊາວກະສິກອນ ຕົກເປັນໜີ້ ຈາກການເຮັດ ການກະເສດ ແບບສັນຍາ 2 ບວກ 3.

ກໍຣະນີເພີ້ມຕື່ມ ຢູ່ແຂວງ ຫລວງນໍ້າທາ ເມື່ອກາງປີຜ່ານມານີ້ ຊາວສວນຢາງ ບໍ່ສາມາດຂາຍ ນໍ້າຢາງ ຕາມຣາຄາຕລາດ ໃນປະເທດຈີນ. ພໍ່ຄ້າຊາວຈີນ ຜູ້ຮັບຊື້ ມີແຕ່ອ້າງວ່າ ຣາຄາຢາງ ໃນຕລາດ ຕົກຕໍ່າ. ບັດຣາຄາຢາງ ໃນຕລາດ ປະເທດຈີນ ຖີບສູງຂື້ນ ແທນທີ່ເຂົາເຈົ້າ ຈະສາມາດ ຂາຍນໍ້າຢາງ ໄດ້ໃນຣາຄາ ສູງຄືຣາຄາ ໃນຕລາດ ແຕ່ພໍ່ຄ້າຊາວຈີນ ຊໍ້າພັດ ອ້າງເຫດຜົນວ່າ ຄວາມຕ້ອງການ ມີຫນ້ອຍ.

ຍັງບໍ່ເທົ່ານັ້ນ ທາງການຈີນ ກໍານົດໃຫ້ນໍາເຂົ້າ ຢາງ ຈາກແຂວງ ຫລວງນໍ້າທາ ມີແຕ່ 2,000 ໂຕນ ຕໍ່ປີ ເຮັດໃຫ້ຈໍານວນຢາງ ທີ່ບໍ່ສາມາດ ສົ່ງອອກຂາຍໄດ້ ກອງຢູ່ໃນສາງ ມີເພີ້ມຂຶ້ນ. ທາງໂຮງງານ ຕ້ອງຊື້ຢາງ ຈາກຊາວ ກະສິກອນ ໃນຣາຄາຕໍ່າ. ພໍ່ຄ້າຈີນ ບາງຈໍານວນ ສວຍ ໂອກາດ ຊື້ໃນ ຣາຄາຖືກ ເພື່ອລັກລອບ ສົ່ງອອກໄປ ປະເທດຈີນ. ຊາວສວນຢາງ ກໍພາກັນ ຫລຸບທຶນ ແລະ ເປັນໜີ້ ເປັນສິນ ທະນາຄານ. ຢູ່ແຂວງ ຜົ້ງສາລີ ກໍເຊັ່ນດຽວກັນ ຊາວ ກະສິກອນ ປູກຢາງພາຣາ ກໍຖືກ ພໍ່ຄ້າຊາວຈີນ ບຸບຣາຄາ.