ປະຊາຊົນຮຽກຮ້ອງ ຣັຖບານ ແກ້ໄຂບັນຫາ
2020.11.18

ກອງປະຊຸມສມັຍສາມັນ ເທື່ອທີ 10 ຂອງ ສະພາແຫ່ງຊາດຊຸດ ທີ 8 ທີ່ໄດ້ດໍາເນີນມາເປັນເວລາ 16 ມື້ ປິດລົງພາຍຫລັງໄດ້ຮັບຜ່ານບົດ ຣາຍງານ ຫລາຍສະບັບຂອງຣັຖບາລ, ອົງການກວດກາ ຣັຖບາລ, ອົງການກວດສອບແຫ່ງຣັຖ ແລະອົງການຕຸລາການ ແລະ ຮັບຮອງ ເອົາກົດໝາຍ 5 ສະບັບ ໃນຂນະທີ່ ສປປລາວ ປະເຊີນກັບບັນຫາຫຍູ້ງຍາກຫຼາຍຢ່າງ ເປັນຕົ້ນທາງເສຖກິດ-ການເງິນ ແລະ ການແບກ ຫາບໜີ້ສິນ ທີ່ໜັກໜ່ວງຂຶ້ນ ຖ້າມກາງການຣະເມີດກົດຣະບຽບກົດໝາຍ ຢ່າງຮ້າຍແຮງ.
ພາຍຫລັງກອງປະຊຸມໄດ້ດໍາເນີນມາຕັ້ງແຕ່ຕອນເຊົ້າ ຂອງ ວັນທີ 27 ຕຸລາ ແລະ ໄດ້ປິດລົງໃນຕອນບ່າຍຂອງ ວັນທີ 17 ພຶສຈິກາ ນີ້ ຍານາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານສະພາແຫ່ງຊາດ ໄດ້ກ່າວປິດກອງປະຊຸມ ທີ່ມີ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ເຂົ້າຮ່ວມນັ້ນວ່າ:
”ໃນນາມປະທານກອງປະຊຸ ຂ້າພະເຈົ້າ ຂໍປະກາດ ອັດກອງປະຊຸມ ສມັຍສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 8 ຢ່າງເປັນ ທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ ຂໍຂອບໃຈ.“
ກອງປະຊຸມສະພາແຫ່ງຊາດ ເທື່ອນີ້ ສະມາຊິກສະພາ ໄດ້ສເນີຫລາຍບັນຫາ ຫຍຸ້ງຍາກ ໃຫ້ຣັຖບາລແກ້ໄຂ ຮວມທັງບັນຫາການເງິນ, ໜີ້ສິນ, ບັນຫາທີ່ດິນ, ການຄ້າຢາເສບຕິດ, ຄ້າມະນຸດ, ການຣະເມີດ ຣະບຽບກົດໝາຍ ຊຶ່ງປັດຈຸບັນມີ 147 ສະບັບ ແລະຈະປະກາດ ໃຊ້ຕື່ມອີກ 5 ສະບັບ ຊຶ່ງກອງປະຊຸມ ສະພາແຫ່ງຊາດ ເທື່ອນີ້ ໄດ້ຮັບຮອງເອົາແລ້ວ.
ກອງປະຊຸມສະພາໄດ້ພິຈາຣະນາ ແລະຮັບຮອງເອົາ ບົດຣາຍງານການຈັດຕັ້ງ ປະຕິບັດແຜນພັທນາ ເສຖກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕຣາ ປະຈໍາປີ 2020 ແລະທິດທາງແຜນການ ປະຈໍາປີ 2021; ບົດຣາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະແຜນການ ປະຈໍາປີ 2021; ຮ່າງບົດຣາຍງານການຈັດຕັ້ງປະຕິບັດ ແຜນພັທນາ ເສຖກິດ-ສັງຄົມ 5 ປີ ຄັ້ງທີ VIII, ແຜນງົບປະມານ ແຫ່ງຣັດ 5 ປີ 2016-2020 ແລະ ຮ່າງ ແຜນພັທນາເສຖກິດ-ສັງຄົມ 5 ປີ ຄັ້ງທີ IX 2021-2025 ແລະ ແຜນງົບ ປະມານແຫ່ງຣັດ 5 ປີ 2021-2025.
ພ້ອມກັນນັ້ນ ກອງປະຊຸມກໍໄດ້ຮັບຟັງກ່ຽວກັບ ບົດຣາຍງານຜົລການກວດສອບ ຂອງອົງການກວດສອບແຫ່ງຣັຖ ແລະອົງການກວດກາ ຣັຖບາລ, ບົດຣາຍງານກ່ຽວກັບ ການປະຕິບັດວຽກງານ ຂອງສານ ປະຊາຊົນສູງສຸດ ແລະ ອົງການອັຍການ ປະຊາຊົນສູງສຸດ ຊຶ່ງ ປະທານສະພາແຫ່ງຊາດ ສເນີໃຫ້ 2 ອົງການ ດັ່ງກ່າວແກ້ໄຂບັນຫາ ຕ່າງໆ ຍ້ອນມີຄວາມບົກຜ່ອງ:
“ຈໍາກັດປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຢູ່ໃນຖັນແຖວສະມາຊິກພັກ ພະນັກງານຈໍານວນນຶ່ງ ໃຫ້ຫລຸດລົງເທື່ອລະກ້າວ.”
ກອງປະຊຸມໄດ້ຄົ້ນຄວ້າ ແລະ ພິຈາຣະນາຮັບຮອງ ເອົາຮ່າງກົດໝາຍຈໍານວນ 5 ສະບັບ ດັ່ງທີ່ ຍານາງ ປານີ ຢາທໍ່ຕູ້ ກ່າວໃນໂອກາດ ປິດກອງປະຊຸມວ່າ;
“ກອງປະຊຸມ ໄດ້ຮັບຮອງເອົາກົດໝາຍຈໍານວນ 5 ສະບັບໂດຍຄະແນນສຽງສ່ວນຫຼາຍ ເພື່ອເພີ່ມເຄື່ອງມື ຄຸ້ມຄອງຣັຖ ໃຫ້ແກ່ຂແນງການ ທີ່ກ່ຽວຂ້ອງ ຄືກົດໝາຍວ່າດ້ວຍຊັ້ນນັກການທູດ, ກົດໝາຍວ່າດ້ວຍຊາວໜຸ່ມລາວ, ກົດໝາຍວ່າດ້ວຍການຮ່ວມມື ຣະຫວ່າງ ປະເທດທາງ ອາຍາ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ ແລະ ກົດໝາຍ ວ່າດ້ວຍການກວດສອບແຫ່ງຣັຖ.”
ເວົ້າສະເພາະກົດໝາຍວ່າດ້ວຍການຮ່ວມມື ຣະຫວ່າງປະເທດທາງອາຍາ ທີ່ທ່ານ ວິໄລ ຫລ້າຄໍາຟອງ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ໄດ້ສເນີໃຫ້ກອງປະຊຸມສະພາແຫ່ງຊາດ ພິຈາຣະນາ ຮ່າງກົດໝາຍດັ່ງກ່າວ ແລະຮ່າງກົດໝາຍນັ້ນຖືກຮັບຮັບຮອງເອົາດ້ວຍສຽງສ່ວນຫລາຍ ຊຶ່ງໃນນັ້ນ ທ່ານໄດ້ເວົ້າເຖິງອາສຍາກໍາຢູ່ ສປປລາວ ວ່າ ຂຍາຍຕົວ ແລະມີທ່າອ່ຽງເພິ່ມຂຶ້ນ:
”ບັນຫາການກໍ່ອາຊຍາກັມ, ແລະ ອາຊຍາກັມຂ້າມຊາດ ທີ່ມີການຂຍາຍຕົວ ແລະ ມີທ່າອ່ຽງ ເພີ່ມທະວີຂຶ້ນ ເປັນຕົ້ນການຄ້າມະນຸດ, ການຄ້າຢາເສບຕິດ, ການຄ້າ ຂາຍສັດນໍ້າສັດປ່າ, ການໂຈຣະກັມຂໍ້ມູນ ທາງດ້ານອິເລັກໂຕຣນິກ, ການຟອກເງິນ, ການກໍ່ການຮ້າຍ, ການສນອງທຶນໃຫ້ ການກໍ່ການຮ້າຍ ແລະ ອື່ນໆ ທີ່ກະທົບຕໍ່ຄວາມໝັ້ນຄົງ, ຄວາມສງົບ ແລະ ຄວາມປອດພັຍ ຣະຫວ່າງຣັຖ ແລະ ພາກພື້ນ ແລະ ສາກົລ.”
ທັ້ງນີ້ກໍເພື່ອແນໃສ່ເຮັດໃຫ້ ສປປລາວ ຫລຸດພົ້ນອອກຈາກບັນຊີສີເທົາ; ເພື່ອຂໍຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງທີ່ວ່ານີ້ ໃນມື້ວັນທີ 16 ພຶສຈິກາ ນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາ ກັມມາທິການກົດໝາຍ ສະພາແຫ່ງຊາດ ແລະ ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ແຕ່ບໍ່ສາມາດຕິດຕໍ່ໄດ້, ມີແຕ່ຫ້ອງວ່າການ ກະຊວງປ້ອງກັນຄວາມສງົບ ເວົ້າວ່າ ໃຫ້ພົວພັນກັບພາກສ່ວນທີ່ ກ່ຽວຂ້ອງ ແລະ ກົມກົດໝາຍ ກະຊວງຍຸຕິທັມ ຊຶ່ງເຈົ້າໜ້າທີ່ກ່າວວ່າ ຫລັງຈາກກົດໝາຍສະບັບ ນີ້ຖືກຮັບຮອງເອົາແລ້ວ ກໍຈະມີການປັບປຸງ ຮຽບຮຽງ ຕາມການສເນີໃນກອງກອງປະຊຸມ ສະພາແຫ່ງຊາດນັ້ນກ່ອນ.
ກ່ອນໜ້ານີ້ ເຈົ້າໜ້າທີ່ ທະນາຄານແຫ່ງ ສປປລາວ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່ານັບແຕ່ ສປປລາວ ເຂົ້າເປັນສະມາຊິກ ຂອງກຸ່ມປະເທດ ຕໍ່ຕ້ານການຟອກເງິນ ເອເຊັຍ-ປາຊີຝິກ ປີ 2007 ໄດ້ຮັບການ ປະເມີນ ຄັ້ງທໍາອິດ ໃນປີ 2010 ທີ່ໄດ້ຈັດໃຫ້ ສປປລາວ ຕົກຢູ່ໃນບັນຊີ ສີເທົາ ທີ່ມີຜົນກະທົບຕໍ່ພາບພົດ ແລະຊື່ສຽງຂອງປະເທດ ທັງໃນດ້ານການເມືອງ ແລະ ສັງຄົມ, ຈະມີຄວາມສ່ຽງສູງ ໃນການຟອກເງິນ ແລະ ການສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ດ້ານເສຖກິຈ ກໍຈະຖືກຈໍາກັດ, ການລົງທຶນຂອງຕ່າງປະເທດ ກໍຈະຫລຸດລົງ ເພາະ ຂາດຄວາມເຊື່ອໝັ້ນ.
ເວົ້າເຖິງຮ່າງກົດໝາຍ ທີ່ຣັຖມົນຕຣີກະຊວງປ້ອງກັນ ຄວາມສງົບ ໄດ້ສເນີຕໍ່ກອງ
ປະຊຸມສະພາແຫ່ງຊາດ ທີ່ວ່ານັ້ນ ທ່ານ ສົມໄຊ ສີຫາຈັກ ສະມາຊິກສະພາ ແຫ່ງຊາດ ເຂດ 15 ແຂວງຈໍາປາສັກ ກ່າວຕອນນຶ່ງວ່າ ກົດໝາຍນີ້ຈະເປັນພື້ນຖານ ໃຫ້ແກ່ການແກ້ໄຂບັນຫາ ຍ້ອນການກໍ່ອາຊຍາກັມ ຢູ່ລາວ ນັບມື້ຂຍາຍ ດັ່ງທີ່ທ່ານກ່າວວ່າ:
“ການທີ່ພວກເຮົາໄດ້ສ້າງກົດໝາຍ ດັ່ງກ່າວນີ້ລະແມ່ນມັນຈະເປັນພື້ນຖານ ໃຫ້ແກ່ປະເທດເຮົາໃນ ປັດຈຸບັນ ຍ້ອນວ່າ ການກໍ່ອາຊຍາກັມ ທີ່ເກີດຂຶ້ນ ຢູ່ໃນປັດຈຸບັນນີ້ ແມ່ນນັບມື້ແຜ່ຂຍາຍ ຈັ່ງຊີ້ແຫລະເຫັນວ່າ ກົດດັ່ງກ່າວນີ້ ແມ່ນມີຄວາມສໍາຄັນຫລາຍ.”
ໃນກອງກອງປະຊຸມ ເທື່ອນີ້ 5 ກະຊວງໄດ້ຊີ້ແຈງອະທິບາຍ ກ່ຽວກັບບັນຫາທີ່ສົ່ງຜົລກະທົບ ຕໍ່ການຈັດຕັ້ງປະຕິບັດ ແຜນພັທນາເສຖກິດ -ສັງຄົມ ເປັນຕົ້ນແມ່ນການສນອງແຫລ່ງທຶນ ເພື່ອ ສົ່ງເສີມທຸຣະກິດ ຂນາດນ້ອຍ ແລະ ຂນາດກາງ; ໄດ້ມີການແຕ່ງຕັ້ງ ສະມາຊິກຣັຖບານ 2 ຄົນ ຄື ທ່ານ ທອງຈັນ ມະນີໄຊ ເປັນຣັຖມົນຕຣີ ກະຊວງພາຍໃນ, ແລະທ່ານ ຄໍາເຈນ ວົງໂພສີ ເປັນ ຣັຖມົນຕຣີ ຫົວໜ້າຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ.
ໃນຂນະດຽວກັນ ກອງປະຊຸມກໍໄດ້ເວົ້າເຖິງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດຕໍ່ໄປ ຊຶ່ງອີງຕາມຣັຖ ດໍາຣັຖ ຂອງປະທານປະເທດ ວ່າດ້ວຍການ ປະກາດວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ 2 ລົງວັນທີ 21 ຕຸລາ 2020, ວັນເລືອກຕັ້ງ ສະມາຊິກສະພາ ດັ່ງກ່າວ ກໍານົດໃສ່ວັນອາທິດ ວັນທີ 21 ກຸມພາ 2021.
ໃນໄລຍະກອງປະຊຸມ ມີໜ່ວຍງານຮັບໂທຣະສັບ ສາຍດ່ວນ ເລກ 156 ເປີດຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີຂອງປະຊາຊົນ ໃນໂມງ ຣັຖການ ແລະ ມີໂທຣະສານ ຫລື ສົ່ງເປັນຈົດໝາຍ ທາງໄປສະນີ, ອີແມວ ເຖິງວັນທີ 16 ພຶສຈິກາ ຄືກ່ອນມື້ປິດກອງປະຊຸມ ສະພາແຫ່ງຊາດນັ້ນ. ແຕ່ເທົ່າທີ່ຜ່ານມາ ກໍເຫັນວ່າ ບໍ່ມີຜູ້ສົນໃຈໂທຫາ ພໍເທົ່າໃດ ຍ້ອນວ່າ ສເນີບັນຫາໄປແລ້ວ ກໍບໍ່ໄດ້ຮັບການແກ້ໄຂ.