ລາວ ກືນບໍ່ເຂົ້າ-ຄາຍບໍ່ອອກ! ຊອກຫາ ສົມບັດ


2013.09.06
f-sombat ຊາວເອເຊັຽ ທ້ອນໂຮມ ເພື່ອ ທັກທ້ວງຮຽກຮ້ອງ ໃຫ້ຣັຖບານ ສປປ ລາວ ສືບສວນແກ້ໄຂ ການຫາຍສາບສູນ ຂອງທ່ານສົມບັດ ສົມພອນ
sombath.org

 

ກໍຣະນີການລັກພາຕົວ ທ່ານ ສົມບັດ ສົມພອນ ອາຍຸ 62 ປິີ, ນັກພັທນາດີເດັ່ນຂອງລາວ ທີ່ໄດ້ຮັບ ຣາງວັນແມັກໄຊໄຊ ໃນປີ 2005 ເຮັດໃຫ້ ຣັຖບານລາວຕ້ອງຕົກຢູ່ ໃນສະຖານະການ ລໍາບາກ.

ອີິງຕາມຫລັກຖານຈາກກ້ອງວົງຈອນປິດພົບວ່າ ທ່ານ ສົມບັດສົມພອນ ຖືກເຈົ້າໜ້າທີ່ ຕໍາຣວດຈະຣາຈອນຢຸດລົດໃນວັນທີ 15 ທັນວາ 2012 ເວລາປະມານ 18 ໂມງ ຢູ່ປ້ອມຕໍາຣວດ ຕໍ່ໜ້າໂຮງຮຽນ ການຊ່າງ ລາວ-ເຢັຽຣະມັນ ຖນົນທ່າເດື່ອ ຢູ່ເຂດເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ໃນຂນະທີ່ກໍາລັງກັບເມືອບ້ານ, ຕໍ່ມາ ທ່ານ ກໍລົງຈາກຣົດ ແລ້ວຍ່າງເຂົ້າໄປໃນປ້ອມຕໍາຫຣວດ ຈາກນັ້ນມີຊາຍ ຄົນນຶ່ງໜຸ່ງເສື້ອກັນລົມສີດໍາ ຂີ່ຣົດຈັກມາຈອດຢູ່ໃກ້ປ້ອມຕໍາຣວດດັ່ງກ່າວ ແລ້ວແລ່ນເຂົ້າໄປໃນປ້ອມ ຈາກນັ້ນກໍອອກມາແລ້ວຂັບເອົາຣົດ ຂອງທ່ານໄປ ຊຶ່ງເບິ່ງແລ້ວຄືວ່າ ຊາຍຜູ້ນັ້ນໄປເອົາກະແຈຣົດ ຂອງ ທ່ານສົມບັດ, ຕໍ່ມາບໍ່ດົນກໍມີຣົດກະບະສີ bronze ເງິນຂັບມາຈອດ ຢູ່ໜ້າປ້ອມ ພ້ອມທັງເປີດໄຟ ຂໍທາງ ແລ້ວກໍມີຊາຍສອງຄົນ ນໍາຕົວເອົາທ່ານສົມບັດຂຶ້ນຣົດໄປ ຈາກນັ້ນກໍບໍ່ເຫັນທ່ານອີກເລີຍ ນັບແຕ່ ມື້ນັ້ນ ເປັນຕົ້ນມາ ຈົນມາເຖິງປັດຈຸບັນ ກໍເປັນເວລາ 8 ເດືອນກວ່າແລ້ວ.

ຫລັກຖານປະຈັກຕາ ຈາກກ້ອງວົົງຈອນປິດ ສະແດງໃຫ້ເຫັນຊັດເຈນວ່າ ທ່ານສົມບັດ ສົມພອນ ຖືກລັກພາຕົວໄປ ຢູ່ໜ້າປ້ອມຕໍາຣວດ ໂດຍມີ ເຈົ້າໜ້າທີ່ຕໍາຣວດ ປະຈໍາປ້ອມ ເຫັນເຫດການ. ມີຄົນສົງໃສວ່າ ເຈົ້າໜ້າທີ່ຕໍາຣວດດັ່ງກ່າວ ມີສ່ວນກ່ຽວຂ້ອງ ໃນການລັກພາຕົວ ທ່ານໄປ ເຖິງວ່າຈະບໍ່ສາມາດເຫັນໜ້າເຈົ້າໜ້າທີ່ຕໍາຣວດ ບໍ່ເຫັນໜ້າບຸກຄົນທີ່ນໍາທ່ານຂຶ້ນຣົດໄປ ແລະບໍ່ເຫັນປ້າຍທະບຽນ ຣົດກະບະ ສີ bronze ເງິນ ທີ່ເອົາຕົວທ່ານໄປ ເນື່ອງຈາກວ່າພາບວີດີໂອ ຈາກກ້ອງວົງຈອນປິດ ໄດ້ມາ ຈາກທີມງານ ຂອງທ່ານສົມບັດ ໃຊ້ໂທຣະສັບ ມືຖື ຖ່າຍເອົານໍາ ເຈົ້າໜ້າທີ່ຕໍາຣວດ ຢູ່ກອງບັນຊາ ການຕໍາຣວດ ຈະຣາຈອນ ນະຄອນຫລວງ ໃນຕອນເຊົ້າ ຂອງວັນຈັນ ທີ 17 ທັນວາ 2012.

ເປັນຫຍັງ ຄົນຈຶ່ງສົງໃສວ່າ ເຈົ້າໜ້າທີ່ຕໍາຣວດ ຮູ້ເຫັນໃນການ ລັກພາຕົວ ທ່ານສົມບັດ?

ຍ້ອນວ່າວັນຕໍ່ມາ ຄອບຄົວ ແລະ ທີມງານຂອງທ່ານ ສົມບັດ ກໍໄປຂໍພາບວີດີໂອ ທີ່ເປັນຕົ້ນສະບັບ ຈາກເຈົ້າໜ້າທີ່ ຕໍາຣວດ ອີກເທື່ອນຶ່ງ ເພື່ອນໍາມາເປັນຫລັກຖານ ໃນການຊອກຫາ ຕົວທ່ານ, ແຕ່ເຈົ້າໜ້າທີ່ ບໍ່ຍອມໃຫ້ ແລະບໍ່ອະນຸຍາດ ໃຫ້ເຂົ້າໃກ້ສູນຂໍ້ມູນ ກ້ອງວົງຈອນປິດ ເລີຍ.

ຜ່ານມາສະຖານທູດສະຫະຣັຖອະເມຣິກາ ປະຈໍາສປປລາວ ແລະ ເຈົ້າໜ້າທີ່ຈາກສະຫະພາບຢູໂຮບເຄີຍສເນີໃຫ້ການ ຊ່ວຍເຫລືອທາງ ດ້ານວິຊາການ ໃນການກວດສອບພາບວີດີໂອຢູ່ກ້ອງວົງຈອນປິດ ແຕ່ ທາງການລາວ ກໍປະຕິເສດຕໍ່ຂໍ້ສເນີ ໂດຍອ້າງວ່າ ມັນກ່ຽວກັບ ຄວາມໝັ້ນຄົງຂອງຊາດ.

ຫລາຍຄົນກໍມີຄໍາຖາມວ່າ ຖ້າເຈົ້າໜ້າທີ່ຕໍາຣວດ ບໍ່ມີສ່ວນກ່ຽວຂ້ອງ ແລະຖ້າເຈົ້າໜ້າທີ່ ມີຄວາມຈິງໃຈ ເປັນຫຍັງ ເຈົ້າໜ້າທີີ່ ບໍ່ຍອມເອົາ ວີດີໂອຕົ້ນສະບັບໃຫ້ຄອບຄົວຜູ້ກ່ຽວ? ແລະເປັນຫຍັງຈຶ່ງບໍ່ຍອມ ຮັບເອົາ ການຊ່ວຍເຫລືອ? ທັ້ງໆທີ່ມັນ ບໍ່ກ່ຽວຂ້ອງ ກັບເລື່ອງຄວາມ ໝັ້ນຄົງ, ແຕ່ກົງກັນຂ້າມ ແຫ່ງເປັນການສົ່ງເສີມ ບົດບາດ ຂອງເຈົ້າໜ້າທີ່ລາວ ໃນຖານະທີ່ ສປປລາວ ເປັນປະເທດນຶ່ງ ທີ່ໄດ້ລົງນາມ ໃນສົນທິ ສັນຍາສາກົນ ວ່າດ້ວຍການປັກປ້ອງ ທຸກຄົນຈາກການ ຫາຍສາບສູນ ແບບບັງຄັບ.

ເປັນຫຍັງ ທ່ານ ສົມບັດ ສົມພອນ ຈຶ່ງຖືກລັກພາຕົວ?

ເຫດຜົນໃນການລັກພາຕົວ ອາດຈະເປັນຍ້ອນວ່າ ອົງການຈັດຕັ້ງ ທາງສັງຄົມລາວ ເລີ່ມມີການເຕີບໂຕຂຶ້ນ ແລະເລີ່ມທີ່ຈະກ້າທັກທ້ວງ ກ່ຽວກັບກໍຣະນີໂຄງການ ທີ່ບໍ່ມີຄວາມໂປ່ງໄສເປັນຕົ້ນແມ່ນເຣື້ອງ ສໍາປະທານທີ່ດິນ, ເຂື່ອນ, ການຄ້າຂາຍໄມ້ເຖື່ອນແລະສິ່ງແວດລ້ອມ ຊຶ່ງໄປຂັດຜົນປະໂຫຍດ ຂອງບາງກຸ່ມ.

ຫລາຍໂຄງການ ທີ່ບໍ່ມີຄວາມໂປ່ງໄສ ຖືກເປີດເຜີຍຕໍ່ທາງສາທາລະນະ ແລະ ສື່ອອນລາຍ ເປັນຕົ້ນການຄ້າໄມ້ເຖື່ອນຢູ່ພາກໃຕ້ຂອງລາວ ໄປປະເທດເພື່ອນບ້ານ ຊຶ່ງລາຍງານໂດຍ ອົງການສືບສວນ ທາງດ້ານສະພາບແວດລ້ອມ ຫລື EIA, ການສໍາປະທານທີ່ດິນທີ່ໄປກວມ ເອົາດິນ ຂອງຊາວບ້ານ ການຈັບກຸມຊາວ ບ້ານເຣື້ອງຂໍ້ຂັດແຍ່ງທີ່ດິນ.

ກອງປະຊຸມ ພາກປະຊາຊົນ ເອເຊັຍ-ຢູໂຣບ ຊຶ່ງຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ແຕ່ວັນທີ 16-19 ເດືອນ ຕຸລາປີ 2012, ເປັນເວທີ ໃຫ້ພາກປະຊາຊົນ ຫລາຍກວ່າ 40 ປະເທດທັງໃນຢູໂຣບ ແລະເອເຊັຍ  ໄດ້ມາແລກປ່ຽນບັນຫາກັນແລະຮັບຮູ້ບັນຫາຂອງປະເທດລາວ, ໃນນັ້ນ ທ່ານສົມບັດເປັນຜູ້ນຶ່ງທີ່ເປັນຕົວຕັ້ງຕົວຕີ ທີ່ຊຸກຍູ້ເຣື້ອງ ຈັດກອງປະຊຸມ. ແຕ່ໃນເວລາດໍາເນີນກອງປະຊຸມ ປະກົດມີການກີດກັ້ນ ແລະ ນາບຂູ່ຜູ້ເຂົ້າຮ່ວມທີ່ເປັນຄົນລາວ ໂດຍເຈົ້າໜ້າທີິ່ລາວ ແລະເຈົ້າໜ້າທີ່ ບໍ່ເອົາຖແລງການ ຂອງພາກປະຊາຊົນ ສະບັບພາສາ ລາວ ອອກມາແຈກ, ເຈົ້າໜ້າທີ່ ຖ່າຍຮູບບັນທຶກ ເອົາຜູ້ທີ່ເປັນ ວິທະຍາກອນ ແລະ ຜູ້ສະແດງ ຄໍາຄິດ-ຄໍາເຫັນ ທຸກຄົນທີ່ເປັນ ຄົນລາວ ແລະ ຢູ່ສູນພາສາຝຼັ່ງ ໃນຫົວຂໍ້ກ່ຽວກັບ ປະເດັນທີ່ດິນ ມີຜູ້ຍິງຄົນນຶ່ງ ສະແດງຄໍາເຫັນ ກ່ຽວກັບ ກໍຣະນີ ການປູກຢາງພາຣາ ທີ່ສົ່ງຜົນກະທົບ ຕໍ່ການດໍາຣົງຊີວິດ ຂອງປະຊາຊົນກໍຖືກເຈົ້າໜ້າທີ່ນາບຂູ່ ແລະຖືກປະນາມວ່າ ຂາຍຊາດ ແລະ ນອກຈາກນັ້ນ ຫລັງຈາກຜູ້ຍິງ ຄົນນັ້ນ ກັບເມື່ອບ້ານ ເຈົ້າໜ້າທີ່ຕໍາຣວດ ຍັງນໍາໄປສືບສວນ ຢູ່ບ້ານນໍາອີກ. ເຈົ້າໜ້າທີ່ ຫ້າມບໍ່ໃຫ້ແຈກເຜີຍແພ່ ວີີຊີດີ “ຄວາມສຸກຂອງປະເທດ ລາວ”  ເຊິ່ງຈະຮວບຮວມເອົາ ຂໍ້ຄິດເຫັນ ຂອງບຸກຄົນ ຈາກຫລາຍກຸ່ມ ແລະ ມີບາງຕອນ ທ່ານສົມບັດ ໄດ້ເວົ້າ ຢູ່ໃນວີຊີດີວ່າ:

“ຖ້າຢູ່ໂຮງຮຽນສອນໃຫ້ເຮົາແຂ່ງຂັນໃຫ້ເກັ່ງກວ່າໝູ່ຫລືວ່າໄດ້ຄະແນນຫລາຍກວ່າໝູ່ຊນະໝູ່ຢູ່ເລື້ອຍໆອັນນັ້ນແມ່ນຄວາມສຸກຊົ່ວຄາວ ດົນໄປຊນະຜູ້ນີ້ແລ້ວຊນະຜູ້ໜ້າຜູ້ຮື ບໍ່ສຸດຈັກເທື່ອເພາະການສຶກສາ ແລະການພັທນາຂອງພວກເຮົາເຮັດໃຫ້ພວກເຮົາຫລົງທາງກໍເລີຍ ເດີນຕາມຄວາມສຸກ ທີ່ເປັນຂອງປອມ”.

ແລະຍັງມີສຽງສໍາພາດ ປະຊາຊົນ ກ່ຽວກັບຄວາມສຸກ ອີກຫລາຍຢ່າງ ເຊິ່ງທັງໝົດ ສ່ວນໃຫຍ່ແມ່ນຕ້ອງການຄວາມສຸກທາງໃຈ ທີ່ສວນ ທາງກັບຄວາມສຸກ ຈາກວັດຖຸ ຫລື ການພັທນາ ເອົາວັດຖຸເປັນຕົວຕັ້ງ. ແນວຄິດດັ່ງກ່າວ ພັດໄປສວນທາງ ກັບແນວຄິດ ການພັທນາ ໂດຍຖືເອົາວັດຖຸ ເປັນຕົວຕັ້ງ ອັນເປັນວຽກງານ ການພັທນາເສຖກິດ-ສັງຄົມ ເຊິ່ງອາດຈະເຮັດ ໃຫ້ຜູ້ວາງ ນະໂຍບາຍ ບາງທ່ານບໍ່ພໍໃຈ ຈົນມີຄໍາສັ່ງ ຫ້າມບໍ່ໃຫ້ເຜີຍແພ່ ວີຊີດີ ດັ່ງກ່າວຢູ່ໃນ ທີ່ປະຊຸມ ພາກປະຊາຊົນ.

ນອກຈາກນີ້ກ່ອນກອງປະຊຸມພາກປະຊາຊົນ ທ່ານສົມບັດ ໄດ້ຂຽນບົດຄວາມທີ່ມີຫົວຂໍ້ວ່າ ຟັງສຽງປະຊາຊົນເຊິ່ງເປັນບົດຄວາມສຸດທ້າຍ ຂອງ ທ່ານສົມບັດ ທີ່ໂພສລົງເຜີຍແພ່ ໃນ website ຂອງ Google ເນື້ອໃນບົດຄວາມນັ້ນ ຮຽກຮ້ອງ ໃຫ້ຣັຖບານ ຟັງສຽງປະຊາຊົນ ສິ່ງດັ່ງກ່າວ ເຮັດໃຫ້ເຈົ້າໜ້າທີ່ ບາງທ່ານ ບໍ່ພໍໃຈ ທ່ານສົມບັດ ເພາະວ່າ ໃນປະເທດ ທີ່ປົກຄອງ ໂດຍລະບົບພັກດຽວປະຊາຊົນຈະຕ້ອງ ຟັງຜູ້ນໍາ ແລະ ເປັນໄປບໍ່ໄດ້ ທີ່ຜູ້ນໍາຈະມາຟັງ ປະຊາຊົນ.

ການຫາຍສາບສູນ ຂອງທ່ານສົມບັດ ເປັນການນາບຂູ່ ໃຫ້ອົງການ ຈັດຕັ້ງທາງສັງຄົມ ເກີດຄວາມຢ້ານກົວ ໃນການອອກມາ ທັກທ້ວງ ໂຄງການຂນາດໃຫຍ່ ແລະບໍ່ກ້າເຮັດວຽກກັບຊຸມຊົນ ອີກຕໍ່ໄປ ແລະ ກໍປະກົດ ຜົນໃຫ້ເຫັນ ຢ່າງຊັດເຈນ ມາຮອດປັດຈຸບັນ ບັນຍາກາດ ການເຮັດວຽກ ຂອງອົງການຈັດຕັ້ງ ທາງສັງຄົມ ຢູ່ຖ່າມກາງຄວາມຢ້ານກົວ. - ມິດງຽບ ບໍ່ມີໃຜກ້າເວົ້າ ເລື່ອງ ທ່ານ ສົມບັດ, ບໍ່ມີໃຜກ້າ ອອກຄວາມຄິດ ຄວາມເຫັນ ໃນເວລາທີ່ ປະຊຸມ ກັບພາກລັດ.

ນອກຈາກນີ້ ບຸກຄົນທີ່ໃກ້ຊິດ ທ່ານສົມບັດ ໃຫ້ທັສນະ ວ່າຖ້າບໍ່ມີ ຫລັກຖານ ຈາກກ້ອງວົງຈອນປິດ ທີ່ສະແດງ ໃຫ້ເຫັນນັ້ນ ບໍ່ພຽງແຕ່ ທ່ານສົມບັດ ເທົ່ານັ້ນທີ່ຖືກລັກພາຕົວ, ແຕ່ຍັງຈະມີບຸກຄົນໃດບຸກຄົນນຶ່ງທີ່ ເປັນນັກພັທນາ ອາດຈະຖືກລັກພາຕົວ ໄປຕື່ມອີກ ກໍເປັນໄດ້. ແລ້ວເປັນຫຍັງ ຣັຖບານລາວ ຈຶ່ງຖືກກົດດັນ ຢ່າງຕໍ່ເນື່ອງ?

ເຖິງວ່າເຈົ້າໜ້າທີ່ລາວມີຖແລງການອອກມາສາມສະບັບໂດຍປະຕິເສດວ່າບໍ່ໄດ້ມີສ່ວນໃນເຣື້ອງການລັກພາຕົວ ທ່ານສົມບັດ ແຕ່ຢ່າງໃດ ແລະໃຫ້ເຫດຜົນວ່າການລັກພາຕົວຂອງທ່ານສົມບັດ  ອາດເປັນເຣື້ອງ ຂັດແຍ່ງຜົນປໂຍດສ່ວນຕົວ ຫຼືການຂັດແຍ່ງ ທາງທຸຣະກິດ, ແຕ່ຄອບຄົວ ທ່ານສົມບັດ ບໍ່ເຊື່ອວ່າເປັນແນວນັ້ນ ຢ່າງແນ່ນອນ.

ຍ້ອນວ່າທາງການລາວບໍ່ສາມາດຕອບຄໍາຖາມປະຊາຄົມໂລກໄດ້ ຢ່າງຈະແຈ້ງ, ຍ້ອນວ່າມີຫລັກຖານຈາກກ້ອງວົງຈອນປິດ ຍ້ອນວ່າທາງ ການລາວບໍ່ຍອມເອົາພາບວີດີໂອຕົ້ນສະບັບໃຫ້ຄອບຄົວ ທ່ານສົມບັດ ຊຶ່ງເຮັດໃຫ້ສິ່ງທີ່ທາງການລາວອອກມາຊີ້ແຈງ ບໍ່ມີນໍ້າໜັກພຽງພໍ, ຍ້ອນວ່າທ່ານສົມບັດ ເປັນບຸກຄົນທີ່ຮູ້ຈັກກັນດີໄປທົ່ວໂລກ ມີເຄືອຂ່າຍກວ້າງຂວາງໃນຖານະນັກພັທນາ, ນາງອືງຊຸຍເມງ ຜູ້ເປັນພັລຍາ ສັນຊາດ ສິງກະໂປ ກ້າຕໍ່ສູ້ ຮຽກຮ້ອງຄວາມເປັນທໍາໃຫ້ແກ່ສາມີ.

ຫລ້າສຸດເມື່ອວັນທີ 25-27 ສິງຫາ ທີ່ຜ່ານມາ ສະມາຊິກຣັຖສະພາຢູໂຣບ ຈາກປະເທດເດັນໝາກ ທ່ານ ໂຊເຣນ ຊອງເດີກາດ ພ້ອມ ດ້ວຍຄນະ ກໍເດີນທາງໄປນະຄອນຫລວງວຽງຈັນ ເພື່ອຖາມເຖິງ ຄວາມຄືບໜ້າ ນໍາເຈົ້າໜ້າທີ່ລາວ ກ່ຽວກັບການສືບສວນ ຫາຕົວ ທ່ານ ສົມບັດ, ແຕ່ກໍຍັງ ບໍ່ໄດ້ຄໍາຕອບ ທີ່ຊັດເຈນ ຄືເກົ່າ ຫລັງຈາກ ຄນະຜູ້ແທນ ຈາກ ສະຫະພາບ ຢູໂຣບ ແລະ ຣັຖສະພາ ອາຊຽນ ເຄີຍ ເດີນ ທາງໄປພົບ ທາງການລາວ ມາແລ້ວສອງຄັ້ງ ກ່ຽວກັບ ຄວາມຄືບໜ້າ ການສືບສວນ ສອບສວນ ຫາທ່ານສົມບັດ. ແລະໃນເດືອນ ຕຸລາ ທີ່ຈະມາ ເຖິງນີ້ ເຈົ້າໜ້າທີ່ ຜູ້ແທນ ຈາກ ສະຫະພາບ ຢູໂຣບ ກໍຈະເດີນ ທາງໄປພົບ ເຈົ້າໜ້າທີ່ ຂັ້ນສູງ ຂອງລາວອີກ ເພື່ອຖາມ ເຖິງ ຄວາມຄືບໜ້າ ອີກເທື່ອນຶ່ງ.

ພາບພົດ ຂອງຣັຖບານລາວ ປັດຈຸບັນ ແລະ ໃນອະນາຄົດ?.

ພາບພົດ ຂອງຣັຖບານ ຈະເດັ່ນທີ່ສຸດ ໃນເວລທີ ສາກົນ ຖ້າບໍ່ເກີດ ກໍຣະນີ ການລັກພາຕົວ ທ່ານສົມບັດ ສົມພອນ ແລະ ນຶ່ງອາທິດ ກ່ອນການ ລັກພາຕົວ ທ່ານສົມບັດ ສົມພອນ ທາງການລາວ ໄດ້ ເນຣະເທດ ນາງ ອານາ ໂຊຟີ Gindroz ຜູ້ອໍານວຍການ ອົງການ ຈັ້ດຕັ້ງ ທີ່ບໍ່ຂຶ້ນ ກັບຮັຖບານ ຊື່ວ່າ ອົງການ Helvitas ປະຈໍາລາວ ໃນຂໍ້ຫາ ລະເມີດກົດ ລະບຽບຂອງ ສປປລາວ ແຕ່ພັດບໍ່ໄດ້ ມີຄໍາ ຕັດສິນ ຂອງສານ ແຕ່ຢ່າງໃດ.

ສື່ມວນຊົນຕ່າງປະເທດ ກໍາລັງ ວິພາກວິຈານ ຣັຖບານລາວ ຢ່າງໜັກໜ່ວງ ແລ້ວເຮັດໃຫ້ເກີດ ພາບທາງລົບທີ່ສຸດສໍາລັບ ຣັຖບານລາວ ໃນວັນທີ 28 ສິງຫາ 2013 ສໍານັກຂ່າວ ບີບີຊີ ຂອງອັງກິດ ໄດ້ຣາຍງານ ໃນຫົວຂໍ້ Laos accused of lying over Sombath Somphone abduction  ທີ່ພໍແປ ເປັນລາວວ່າ ປະເທດລາວ ຕົກເປັນຈໍາເລີຍ ໃນຂໍ້ຫາ ເວົ້າຂີ້ຕົວະ ກ່ຽວກັບເຣື້ອງ ການລັກພາຕົວ ທ່ານ ສົມບັດ ນອກຈາກນີ້ ຍັງມີອີກ ຫລາຍ ສໍານັກຂ່າວ ທີ່ສເນີຂ່າວ ແລະ ວິພາກວິຈານ ຣັຖບານລາວ ຢ່າງຕໍ່ເນື່ອງ ເຊັ່ນກັນ.

ທາງການລາວຖືກກົດດັນຈາກພາຍນອກ ແຕ່ພັດຫັນໄປກົດດັນ ອົງການຈັດຕັ້ງ ທາງສັງຄົມ ພາຍໃນ ແລະ ແຫ່ງເຮັດໃຫ້ສະຖານະການ ຍິງເຄັ່ງຕຶງ ຂຶ້ນກວ່າເກົ່າ ຊື່ງຣັຖບານ ໄດ້ເວົ້າ ກ່ຽວກັບ ອົງການ ຈັດຕັ້ງ ທາງສັງຄົມ ໃນຕອນນຶ່ງ ຂອງມະຕິ ຂອງກອງປະຊຸມ ຣັຖບານ ສມັຍສາມັນ ປະຈໍາເດືອນ ມົກຣາ 2013 ວ່າ:

“ສືບຕໍ່ເອົາໃຈໃສ່ວຽກງານປ້ອງການຊາດ ປ້ອງກັນຄວາມສະຫງົບ ວຽກງານກໍ່ສ້າງຮາກຖານ, ຄຸ້ມຄອງການເຄື່ອນໄຫວ ອົງການຈັດຕັ້ງ ບໍ່ຂຶ້ນ ກັບຣັຖບານ, ອົງການ ຈັດຕັ້ງ ທາງສັງຄົມ, ມູນນິທິ ແລະ ອື່ນໆ ໃຫ້ຮັດກຸມ ແລະ ແທດເຖິງ ຕົວຈິງຕື່ມ ເນື່ອງຈາກວ່າ ອິດທິ ກໍາລັງ ປໍລະປັກ ແລະ ກຸ່ມຄົນບໍ່ດີ ນັບມື້ ນັບຕັ້ງໜ້າ ເຄື່ອນໄຫວມ້າງເພ ແລະ ຫັນປ່ຽນ ໂດຍສັນຕິ ຕໍ່ປະເທດເຮົາ”.

ສິ່ງດັ່ງກ່າວຍິ່ງບໍ່ເປັນ ຜົນດີິຕໍ່ຣັຖບານລາວໃນອະນາຄົດ ຖ້ານັກພັທນາຜູ້ໃດຜູ້ນຶ່ງສູນຫາຍໄປອີກທາງການລາວຍິ່ງຈະຖືກ ກົດດັນໄປອີກ ຫລາຍເທົ່າ ແລະຈະບໍ່ສາມາດປະຕິເສດຄວາມຮັບຜິດຊອບໄດ້ ບໍ່ວ່າເຈົ້າໜ້າທີ່ ຈະມີສ່ວນກ່ຽວຂ້ອງຫລືບໍ່ກໍຕາມ ເພາະວ່າ ພຽງແຕ່ເຣື້ອງ ການຫາຍຕົວ ຂອງທ່ານ ສົມບັດ ກໍຍັງເຮັດໃຫ້ ຣັຖບານ ລາວ ກືນບໍ່ເຂົ້າ ຄາຍ ບໍ່ອອກ ຢູ່ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.