ຊາວບ້ານຢືບ ປ່ວຍໃນຄຸກ ຖືກປ່ອຍປະ

0:00 / 0:00

ທ້າວ ບຸນແລງ ອາຍຸ 37 ປີ, ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ທີ່ຖືກຈັບຍ້ອນບັນຫາທີ່ດິນ ໃນກາງປີ 2017, ປັດຈຸບັນກໍາລັງ ເຈັບປ່ວຍໜັກ ຢູ່ໃນຄຸກ ບໍ່ສາມາດຍ່າງໄປມາໄດ້. ຊາວບ້ານຢຶບຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ທ້າວ ບຸນແລງ ມີອາການ ແຂນ-ຂາ ລ່ອຍ ຈົນບໍ່ສາມາດຍ່າງໄດ້ ແລະ ຍັງບໍ່ໄດ້ຖືກນຳໄປຫາທ່ານໝໍ.