ມາດາມ ອຶງຊຸຍເມັງ ຄອງຖ້າ ຄໍາຕອບ

ມະນີຈັນ
2017.12.20
F-Sombath ຣົດຈິບ ຄູ່ໃຈຂອງທ່ານ ສົມບົດ ສົມພອນ ບໍ່ຫນ້າເຊື່ອວ່າຈະຫາຍໄປພ້ອມກັບທ່ານ ແລະ ກໍຫາບໍ່ເຫັນ ທັງຄົນທັງຣົດເປັນຄັນ
Sombath Somphone facebook page

5 ປີ ຜ່ານໄປແລ້ວ ທີ່ ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນ ຈາກກາງນະຄອນຫລວງວຽງຈັນ ໃນມື້ວັນທີ 15 ທັນວາ 2012 ແຕ່ມາດາມ ອຶງຊຸຍເມັງ ຜູ້ເປັນພັລຍາ ກໍຍັງບໍ່ມີທ່າທີ ວ່າຈະສິ້ນຫວັງ ແລະຢືນຢັນວ່າ ຈະຄອຍຖ້າ ຈະທວງຖາມ ຈົນກວ່າຈະໄດ້ຄໍາຕອບ ຈາກທາງການລາວ ວ່າມີຫຍັງເກີດຂຶ້ນ ກັບຜູ້ເປັນສາມີ ແລະສາມີຢູ່ໃສ ຂະນະທີ່ອົງການຈັດຕັ້ງສາກົນ 120 ປາຍອົງການ ຮວມທັງສ່ວນ ບຸກຄົນ ທັງຄົນລາວແລະຕ່າງປະເທດ ກໍເປັນກໍາລັງໃຈໃຫ້ ມາດາມ ພ້ອມທັງຊ່ວຍທວງຖາມ ຮຽກຮ້ອງແບບດຽວກັນນັ້ນ ເຖິງຣັຖບານສປປ ລາວ ເພື່ອໃຫ້ຄໍາຕອບ.

ແຕ່ໃນເວລາດຽວກັນ ກໍຍັງມີຜູ້ອົດທີ່ຈະເຫັນ ຄວາມໂສກເສົ້າຂອງ ມາດາມ ຕໍ່ໄປອີກບໍ່ໄດ້ນັ້ນ ກໍຢາກໃຫ້ມາດາມ ເຊົາທວງຖາມ ເພາະຄົງ ຈະບໍ່ໄດ້ຄໍາຕອບຈາກ ທາງການລາວຢູ່ດີ ແລະກໍຄົງເປັນຄືກັນກັບ ຫລາຍໆກໍຣະນີ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ໄປກ່ອນນັ້ນ.

ໃນງານຖແລງຂ່າວທີ່ສະໂມສອນ ນັກຂ່າວຕ່າງປະເທດຢູ່ບາງກອກປະເທດໄທ ເມື່ອວັນທີ 7 ທັນວາ 2017 ເນື່ອງໃນໂອກາດວັນຄົບຮອບ 5 ປີ ທີ່ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນໄປນັ້ນ ມາດາມ ອຶງຊຸຍເມັງ ຢືນຢັນອີກເທື່ອວ່າ ຈະທວງຖາມ ທາງການລາວ ຈົນວ່າຈະໄດ້ຄໍາຕອບ:

"5 yrs, 5 yrs I am still haunted everyday by images of what happened to him. I live with this. This is a living nightmare. People have asked me why do you still campaign? Why you still push to find Sombath? You should realize that people who had disappeared in Laos have never come back! 5 ປີແລ້ວ ພາບເຫດການ ທີ່ເກີດຂຶ້ນກັບ ສົມບັດ ຍັງຫລອກຫລອນຂ້ອຍ ຢູ່ທຸກໆມື້. ຂ້ອຍມີຊີວິດ ຢູ່ກັບຝັນຮ້າຍ ອັນນີ້. ມີຄົນຖາມຂ້ອຍວ່າເປັນຫຍັງ ຈຶ່ງຍັງທວງໃຫ້ ຊອກຫາ ສົມບັດ ຢູ່ຄວນຮັບຮູ້ໄດ້ແລ້ວວ່າ ຄົນທີ່ຫານສາບສູນ ຢູ່ລາວໄປກ່ອນນັ້ນ ກໍບໍ່ມີໃຜໄດ້ກັບຄືນມາ."

ດັ່ງນັ້ນຈຶ່ງຄວນກັບໄປສິງກະໂປ ປະເທດຂອງເຈົ້າແລະລືມເຫດການ ທີ່ໄດ້ເກີດຂຶ້ນນັ້ນເພາະສົມບັດ ກໍຈະບໍ່ມີວັນກັບຄືນມາອີກ ເຈົ້າກັບໄປ ມີຊີວິດເປັນ ປົກກະຕິສະ:

"my answer is how can you find normalcy some one who is so much a part of yourself has been removed from you and you don’t know what happened how can I stop this is why I continue to say ແຕ່ຄໍາຕອບ ຂອງ ຂ້ອຍຄື ຈະໃຫ້ຂ້ອຍໄປມີຊີວິດ ເປັນປົກຕິໄດ້ແນວໃດ ໃນເມື່ອຜູ້ທີ່ເປັນສ່ວນນຶ່ງຂອງຂ້ອຍ ຖືກແຍກອອກຈາກໂຕຂ້ອຍໄປ ໂດຍທີ່ບໍ່ຮູ້ຈັກວ່າ ມີຫຍັງ ເກີດຂຶ້ນກັບເຂົາແທ້ ດັ່ງນັ້ນຂ້ອຍຈຶ່ງຢຸດບໍ່ໄດ້ ຕ້ອງທວງຖາມ ຊອກຫາສົມບັດ ຕໍ່ໄປ -ມາດາມ ກ່າວ."

ເມື່ອຍ້ອນຄືນຫລັງໄປເມື່ອຕອນແລງ ວັນທີ 15 ທັນວາ ປີ 2012 ຕາມພາບໃນກ້ອງວົງຈອນປິດ, ຣົດຈິບທີ່ ທ່ານ ສົມບັດ ຂັບໄປນັ້ນຖືກ ຕໍາຣວດຢຸດ ທ່ານ ສົມບັດ ອອກຈາກຣົດຈິບ ຍ່າງເຂົ້າໄປ ໃນປ້ອມຍາມຂອງ ຕໍາຣວດ ຕໍາຣວດຍັງຢືນຢູ່ບ່ອນນັ້ນ ບຶດນຶ່ງກໍເຫັນຜູ້ຊາຍ ຂີ່ຣົດຈັກ ມາຈອດຢູ່ຂ້າງ ແລ້ວເຂົ້າໄປໃນຣົດຈິບ ຄັນດັ່ງກ່າວແລ້ວກໍຍ່າງເຂົ້າໄປ ປ້ອມຍາມຂອງຕໍາຣວດ ເມື່ອອອກມາແລ້ວກໍຂັບຣົດຈິບ ຂອງ ທ່ານ ສົມບັດ ໜີໄປ ຊຶ່ງເຂົ້າໃຈວ່າເຂົາໄປ ເອົາກະແຈຣົດຈິບ.

ເວລານັ້ນຕໍາຣວດຍັງຢືນຢູ່ແຄມທາງ ບຶດນຶ່ງຣົດກະບະສີຂາວ ກໍແລ່ນມາຈອດ ຢູ່ຕໍ່ໜ້າຕໍາຣວດ ຕໍ່ມາກໍເຫັນທ່ານ ສົມບັດ ຖືກ ຊຸກຂຶ້ນຣົດ ແລ້ວກໍມີຄົນ ຂັບພາໜີໄປ ຢ່າງໄວວາ. ທາງການລາວຍອມຮັບແຕ່ກັບບອກວ່າຢຸດ ເພື່ອກວດໜັງສືຣົດ ແລ້ວກໍປ່ອຍໃຫ້ໄປ ແລະຫຼັງຈາກນັ້ນ ຕໍາຣວດ ກໍປະຕິເສດວ່າ ທ່ານ ສົມບັດ ບໍ່ໄດ້ຖືກຈັບ.

ແຕ່ເມື່ອພາບກ້ອງວົງຈອນປິດ ຖືກເຜີຍແຜ່ອອກໄປ ໃນຖແລງການຂອງຕໍາຣວດ ເວົ້າວ່າທ່ານ ສົມບັດ ອາດຖືກລັກພາຕົວ ຍ້ອນສາເຫດ ຂໍ້ຂັດແຍ່ງ ທາງທຸຣະກິດ ສ່ວນຕົວ. ຂະນະທີ່ທ່ານ ບໍ່ເຄີຍມີຜົລປະໂຫຍດ ທາງທຸຣະກິດໃດໆເລີຍ. ຕລອດຊີວິດຂອງ ທ່ານ ແມ່ນເຮັດວຽກ ຝຶກອົບຮົມ ເຣື່ອງການພັທນາຊຸມຊົນ ພັທນາຊາວໜຸ່ມລາວ ເຮັດວຽກໃນຂົງເຂດ ການພັທນາການສຶກສາ ບໍ່ເຄີຍມີການຕິດຕໍ່ ທາງທຸຣະກິດ ໃດໆກັບໃຜ ຊຶ່ງຫາກເບິ່ງພາບວີດີໂອ ກ່ຽວກັບເຫດການ ໃນມື້ນັ້ນແລ້ວ ໃນຫົວຂອງຂ້ອຍ ເຊື່ອແນ່ວ່າ ສົມບັດ ຖືກເຈົ້າໜ້າທີ່ ທາງການເອົາ ຕົວໄປ ແລະຖືກບັງຄັບໃຫ້ ຫາຍສາບສູນ:

"in my mind there is no doubt that SB has been taken away by state agent and has been disappeared."

ແລະວ່າເຖິງແນວໃດກໍເປັນໜ້າທີ່ ເປັນຄວາມຮັບຜິດຊອບຂອງຕໍາຣວດ ທີ່ຈະຕ້ອງຫາຕົວຜູ້ກະທໍາ ຖ້າຫາກວ່າ ທາງຣັຖ ບໍ່ໄດ້ເປັນຜູ້ ກະທໍາ. ຄໍາຮ້ອງຮຽນທາງຈົດໝາຍ ມາດາມກໍໄດ້ຂຽນເຖິງ ທາງການ ແຕ່ທາງຕໍາຣວດ ກໍບໍ່ຕິດຕໍ່ມາຫາ ມາດາມ ເລີຍ ພາຍຫລັງທີ່ໄດ້ພົບພໍ້ ກັບເພີ່ນ 2-3 ເທື່ອໃນເບື້ອງຕົ້ນ ຊຶ່ງກໍເປັນໜ້າສົງໃສວ່າເປັນຫຍັງ ເຈົ້າໜ້າທີ່ທາງການລາວ ຈຶ່ງບໍ່ມາພົບພໍ້ ກັບຄອບຄົວ ຜູ້ເຄາະຮ້າຍ ຂະນະທີ່ເພີ່ນ ໄດ້ອອກຖແລງຂ່າວ 2 ເທື່ອ.

ໃນກອງປະຊຸມຖແລງຂ່າວນັ້ນ ມາດາມ ອຶງຊຸຍເມັງ ກໍກ່າວທົບທວນອີກເທື່ອນຶ່ງ ເຖິງຜົລງານຂອງຜູ້ເປັນສາມີ ທີ່ໄດ້ເຮັດເພື່ອຊຸມຊົນ ຊາວລາວ ໂດຍສະເພາະ ໃນເຂດຊົນນະບົດ ຕລອດ 30 ປາຍປີນັ້ນ ຊຶ່ງມາດາມ ເຊື່ອວ່າ ຫາກສົມບັດ ຍັງຢູ່ ທຸກບ່ອນທີ່ ສົມບັດໄປ ສົມບັດ ກໍຍັງຈະສືບຕໍ່ມີຄວາມສໍາຄັນ ໃນຄວາມດີທີ່ ສົມບັດ ເຮັດເພື່ອຜູ້ຄົນ ທີ່ຢູ່ອ້ອມຂ້າງ ຍ້ອນວ່າ ນັ້ນຄືສິ່ງທີ່ ສົມບັດ ເປັນໂດຍພະຍາມ ເຮັດວຽກ ຄືກັບຄົນລາວ ທັມດາສາມັນ ບໍ່ແມ່ນນັກການເມືອງ ບໍ່ທະເຍີທະຍານທາງການເມືອງ ເປັນລູກຊາວນາ ທີ່ທຸກຍາກ ເຮັດວຽກເພື່ອ ປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນ ທີ່ເປັນຄືພໍ່ແມ ຂອງສົມບັດເອງ ເປັນຄືປະຊາຊົນ ທີ່ອາສັຍຢູ່ໃນຊຸມຊົນ ຊຶ່ງເປັນບ່ອນທີ່ສົມບັດ ໄດ້ເຕີບໃຫຍ່ມາ -ມາດາມກ່າວ.

"So that’s why he always spends his life working with community on improvement agriculture, on community development improvement, water sanitation, on improvement education, health ດັ່ງນັ້ນຈຶ່ງວ່າ ເປັນຫຍັງ ສົມບັດ ຈຶ່ງໃຊ້ຊີວິດ ຂອງຕົນ ເຮັດວຽກກັບຊຸມຊົນ ປັບປຸງການກະ ເສດ ພັທນາຊຸມຊົນ ເຮັດໃຫ້ນໍ້າສະອາດ ມີອະນາມັຍ ປັບປຸງການສຶກສາ ແລະສຸຂພາບ."

ແລະໃນລະຍະ ທົດສວັດທີ່ຜ່ານມາ ສົມບັດ ແມ່ນເຮັດວຽກຢ່າງໃກ້ຊິດ ກັບເຣື່ອງການສຶກສາ ໂດຍສະເພາະ ການສຶກສາ ກັບຄົນວັຍໜຸ່ມ. ສົມບັດ ເຊື່ອວ່າ ຢູ່ລາວຍັງມີຫລາຍບັນຫາ ທ້າທາຍ ທີ່ຈໍາເປັນຈະຕ້ອງໄດ້ ແກ້ໄຂ ໂດຍປະຊາຊົນ ລາວເອງ. ສົມບັດ ເວົ້າວ່າ ແມ່ນຄົນ ວັຍໜຸ່ມ ທີ່ຈະຕ້ອງໃຊ້ຫົວຄິດ ປະດິດສ້າງ ຂອງພວກເຂົາເຈົ້າ ປ່ຽນແປງ ສິ່ງທີ່ພວກເຂົາເຈົ້າບໍ່ມັກ ໃນຊຸມຊົນນັ້ນ ຫລືວ່າຫາວິທີທາງ ປັບປຸງສະພາບນັ້ນ ໃຫ້ດີຂຶ້ນ. ນັ້ນຄືສາເຫດທີ່ເຮັດໃຫ້ ສົມບັດ ເລັ່ງໃສ່ການຝຶກອົບຮົມຄົນວັຍໜຸ່ມ

"and his vision is very simple… it is education in a… not school… not schooling education in terms of opening people’s mind questioning teaching them skills to ask the right questions to analize to see and what can they do ແລະວິສັຍທັດ ຂອງສົມບັດ ແມ່ນງ່າຍໆ ຄືການສຶກສາໃນວົງກວ້າງ ບໍ່ແມ່ນພຽງແຕ່ການສຶກສາ ໃນໂຮງຮຽນເປັນການ ສຶກສາ ເປີດກວ້າງແນວຄິດ ຂອງຄົນ, ຕັ້ງຄໍາຖາມ ສອນຂະເຈົ້າ ໃຫ້ຮູ້ຈັກຖາມແບບ ຖືກຕ້ອງ ວິເຄາະ-ເຫັນບັນຫາ ແລະສາມາດ ເຮັດຫຍັງກໍໄດ້.

ອັນສໍາຄັນຄື ການສຶກສາ ຈະຕ້ອງຕິດພັນກັບວັທນະທັມລາວ ແລະສະພາບແວດລ້ອມຂອງລາວ. ....sombath always says more than 90% of the Lao people now maybe less are farmers. They depend on land for their living. If we do not protect the land ensure the land the air the water sustained… ສົມບັດ ມັກເວົ້າຢູ່ເລື້ອຍໆວ່າ ເມື່ອກ່ອນ ຄົນລາວ 90 ປາຍເປີເຊັນ ເປັນຊາວນາ ແຕ່ດຽວນີ້ອາດໜ້ອຍກວ່ານັ້ນ ທີ່ເພິ່ງພາທີ່ດິນ ເພື່ອ ມີຊີວິດຢູ່ ຫາກບໍ່ປົກປ້ອງທີ່ດິນ ອາກາດແລະນໍ້າເພື່ອຊີວິດ ທີ່ຍືນຍາວນັ້ນ ກໍເທົ່າກັບວ່າ ທໍາລາຍພື້ນຖານຂອງຊີວິດພວກເຮົາ. ພວກເຮົາເປັນສ່ວນນຶ່ງຂອງທັມຊາດ ພວກເຮົາບໍ່ທໍາລາຍທັມຊາດ ຫາກທໍາລາຍທັມຊາດກໍເທົ່າກັບວ່າທໍາລາຍພວກເຮົາເອງ."

ການຈັດງານຖແລງຂ່າວ ຄົບຮອບ 5 ປີ ທີ່ທ່ານ ສົມບັດ ສົມພອນ ໄດ້ຖືກບັງຄັບໃຫ້ຫາຍສາບສູນໄປ ຄັ້ງນີ້ຄືທຸກຄັ້ງທີ່ຜ່ານໆມາ ມີທັງຄວາມໂສກເສົ້າເສັຽໃຈ ອາໄລອາວອນ ນໍາທ່ານ ເມື່ອເວົ້າເຖິງຊີວິດ, ຄວາມຕັ້ງໃຈ ແລະຜົລງານຂອງທ່ານຕລອດ 30 ປາຍປີທີ່ໄດ້ກັບຄືນມາ ຊ່ວຍສ້າງສາພັທນາ ປະເທດຊາດເມື່ອສໍາເຣັດການສຶກສາ ທີ່ຣັຖ Hawai ສະຫະຣັຖອາເມຣິກາ.

ງານຖແລງຂ່າວດັ່ງກ່າວ ມີຜູ້ເຂົ້າຮ່ວມຈາກສະຖານທູດ ປະເທດຕ່າງໆ ປະຈໍາປະເທດໄທ ຮວມທັງ ອັງກິດ ອອສເຕຣເລັຽ ການາດາ ແລະຜູ້ຕາງໜ້າ ຈາກອົງການຈັດຕັ້ງສາກົລຕ່າງໆ ແລະທັງປະຊາຊົນທັມດາສາມັນເຂົ້າຮ່ວມ. ໃນນັ້ນກໍມີທັງທ່ານ Phil Robertson ຮອງຜູ້ ອໍານວຍການອົງການສິດທິມະນຸດ Human Rights Watch ປະຈໍາພາກພື້ນເອເຊັຽ ທີ່ເປັນຜູ້ອຳນວຍຄວາມສະດວກ ໃນການດໍາເນີນ ກອງປະຊຸມຖແລງຂ່າວ ຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.