ທ.ສົມບັດຫາຍໄປບໍ່ແມ່ນເຣື້ອງ ສ່ວນຕົວ

0:00 / 0:00

ຕລອດ ເວລາ ເກືອບ 2 ປີ ທີ່ ທ່ານ ສົມບັດ ສົມພອນ ຖືກ ລັກພາຕົວ ແລະ ຍັງບໍ່ຮູ້ ຂ່າວຄາວໃດໆ ທັງໝົດ ແຕ່ໃນ ເວລາ ດຽວກັນ ກໍມີຂ່າວ ລືຕາມມາ ວ່າ ທ່ານ ສົມບັດ ສົມພອນ ຖືກ ລັກພາຕົວ ຍ້ອນ ມີຂໍ້ ຂັດແຍ່ງ ທຸຣະກິດ ສ່ວນຕົວ, ມີການ ເອົາເງິນ ຈັດ ກອງ ປະຊຸມ ພາກ ປະຊາຊົນ ແລະ ນຳພາ ນັກຮຽນ ມາ ປະທ້ວງ.

ທີ່ກ່າວມາ ທັງໝົດ ນັ້ນ ແມ່ນ ຂ່າວລື ທີ່ ເກີດຂຶ້ນ ຫລັງຈາກ ທ່ານ ສົມບັດ ຖືກ ລັກພາຕົວ ໄປ, ແຕ່ ຍານາງ ອຶງ ຊຸຍເມັງ ພັລຍາ ຂອງ ທ່ານ ສົມບັດ ຢືນວ່າ ການຫາຍໄປ ຂອງ ທ່ານ ສົມບັດ ບໍ່ເປັນ ເຊັ່ນນັ້ນ ເດັດຂາດ ແລະ ຍານາງ ກໍຍັງລໍຖ້າ ຮັບຂ່າວ ແລະ ຄຳຕອບ ຈາກ ເຈົ້າໜ້າທີ່ ທາງການລາວ.

ໃນອີກ ບໍ່ພໍ ເທົ່າໃດມື້ ກໍຈະຮອດ ວັນທີ 15 ທັນວາ ຊຶ່ງ ເປັນ ວັນຄົບຮອບ 2 ປີ ທີ່ ທ່ານ ສົມບັດ ສົມພອນ ນັກ ພັທນາ ອາວຸໂສ ດີເດັ່ນ ຂອງລາວ ທີ່ ຖືກລັກພາ ຕົວໄປ ຢູ່ຕໍ່ ໜ້າປ້ອມ ຕຳຣວດ ຈະຣາຈອນ ກົງກັນຂ້າມ ກັບ ໂຮງຮຽນ ການ ຊ່າງ ລາວ-ເຢັຽຣະມັນ ຖນົນ ທ່າ ເດື່ອ ເມືອງ ສີສັດຕະນາກ ນະຄອນ ຫຼວງ ວຽງຈັນ.

ຂ້າພະເຈົ້າ ໄດ້ ມີໂອກາດ ສຳພາດ ຍານາງ ອຶງ ຊຸຍ ເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ແລະ ກໍຮູ້ ຄວາມຈິງ ຂໍ້ນຶ່ງວ່າ ໃນຖາ ນະ ຜູ້ເປັນ ພັລຍາ ກໍຍັງຄົງ ລໍຖ້າ ການ ກັບມາ ຂອງ ສາມີ ຢູ່: ສຽງສຳພາດ...

ທ່ານ ຜູ້ຟັງ ກ່ຽວກັບ ຂ່າວລື ທີ່ ເກີດຂຶ້ນ ຫລັງຈາກ ທ່ານ ສົມບັດ ຖືກລັກພາ ຕົວໄປ ແລະ ພັລຍາ ຂອງ ທ່ານ ກໍຢືນຢັນ ວ່າບໍ່ເປັນ ເຊັ່ນນັ້ນ ເພາະ ທ່ານ ສົມບັດ ບໍ່ເປັນ ຄົນ ແບບນັ້ນ ແລະ ກ່ຽວກັບ ຄວາມຮູ້ສຶກ ຂອງຜູ້ ເປັນ ພັລຍາ ຄົງຈະ ບໍ່ຕ້ອງ ອະທິບາຍ ວ່າ ຄິດ ແນວໃດ, ແຕ່ສິ່ງທີ່ ສະແດງ ໃຫ້ເຫັນ ກໍຄື ການ ລໍຄອຍຖ້າ ຜູ້ເປັນ ສາມີ ກັບມາ ຢ່າງບໍ່ສິ້ນ ຫວັງ ເຖີງວ່າ ການ ລໍຄອຍນັ້ນ ຈະບໍ່ມີ ຄຳຕອບ ວ່າ ອີກດົນ ປານໃດ ເວລາໃດ ທ່ານ ສົມບັດ ຈະກັບມາ.