ເປັນຫຍັງ ປະຊາຄົມ ໂລກ ຈຶ່ງໃຫ້ ຄວາມ ສົນໃຈ ໃນການ ຫາຍຕົວໄປ ຂອງ ທ່ານ ສົມບັດສົມພອນ ນັກ ພັທນາ ຂອງລາວ ແລະ ເປັນຫຍັງ ຄອບຄົວ ຂອງ ທ່ານ ສົມບັດ ຈີ່ງໄດ້ ຮັບຄວາມ ເຫັນອົກ ເຫັນໃຈ ຈາກ ສັງຄົມ.
ມາຮອດ ປັດຈຸບັນ ການ ຫາຍຕົວໄປ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ຍັງຄົງ ບໍ່ເຫັນ ຮ່ອງຮອຍ ແລະ ຍັງ ບໍ່ຮູ້ວ່າ ຊະຕາກັມ ຂອງ ທ່ານ ຈະເປັນ ແນວໃດ ແຕ່ ສິ່ງທີ່ເຫັນ ໄດ້ຢ່າງ ຊັດເຈນ ກໍຄື ປະຊາຄົມ ໂລກ ກໍໃຫ້ ຄວາມສົນໃຈ ແລະ ສື່ມວນຊົນ ສາກົນ ກໍສົນໃຈ ເຣື້ອງ ການລັກພາ ຕົວ ທ່ານ ສົມບັດ ໄປ.
ທີ່ຜ່ານມາ ເຈົ້າໜ້າທີ່ ຂັ້ນສູງ ຈາກ ຫລາຍໆ ປະເທດ ກໍໄດ້ ທວງຖາມ ຣັຖບານ ລາວ ຢ່າງ ຕໍ່ເນື່ອງ ກ່ຽວກັບ ການສືບສວນ ສອບສວນ ຫາຕົວ ທ່ານ ສົມບັດ ສົມພອນ ໂດສະເພາະ ເຈົ້າໜ້າທີ່ ຂັ້ນສູງ ຂອງ ສະຫະຣັຖ ອະເມຣິກາ, ອອສເຕຣເລັຍ, ເຢຣະມັນ ແລະ ຣັຖສະພາ ຢູໂຣບ ແລະ ກຸ່ມ ສິດທິມະນຸດ ຕ່າງໆ.
ເມື່ອ ທ້າຍເດືອນ ເມສາ ທີ່ຜ່ານມາ ຍານາງ ອືງ ຊຸຍ ເມັງ, ຊາວ ສິງກະໂປ ພັລຍາ ຂອງ ທ່ານ ສົມບັດ ໄດ້ເດີນທາງ ມາ ນະຄອນ ຫລວງ ວໍຊິງຕັນ ສະຫະຣັຖ ອະເມຣິກາ ເພື່ອ ພົບກັບ ເຄືອຂ່າຍ ອົງການ ຈັດຕັ້ງ ທາງ ສັງຄົມ ຢູ່ ສະຫະຣັຖ ແລະ ພ້ອມທັງ ພົບປະ ເຈົ້າໜ້າທີ່ ຂັ້ນສູງ ຂອງ ສະຫະຣັຖ ເພື່ອ ຮຽກຮ້ອງ ໃຫ້ ຣັຖບານ ສະຫະຣັຖ ທວງຖາມ ໄປຍັງ ຣັຖບານ ລາວ ໃນການ ຊອກຫາ ຕົວ ທ່ານ ສົມບັດ ສົມພອນ ເພື່ອ ໃຫ້ ທ່ານ ກັບມາຫາ ຄອບຄົວ ຢ່າງ ປອດໄພ. ຍານາງ ອືງ ຊຸຍ ເມັງ ກ່າວວ່າ:
"ຮ້ອງຂໍ ຣັຖບານ ສະຫະຣັຖ ຊ່ວຍໄດ້ ຜັກດັນ ໃຫ້ລາວ ເນາະ ກະ ຊອກຫາ ສົມບັດ ຊອກຫາ ສົມບັດ ໃຫ້ເພີ່ນ ກັບຄືນ ສູ່ ຄອບຄົວ ດ້ວຍຄວາມ ປອດໄພ".
ນອກຈາກນີ້ ຍານາງ ກໍຍັງໄດ້ ຮຽກຮ້ອງ ແລະ ລໍຖ້າຂ່າວ ຄາວຈາກ ທາງການລາວ: ກໍ ພຍາຍາມ ສຸດຂີດ ເນາະ ກະຮ້ອງຂໍ ຣັຖບານ ຫັ້ນລະ ຫລື ວ່າ ຂັ້ນເທີງ ສົ່ງຂ່າວ ສົ່ງຂ່າວ ແດ່ ສົມບັດ ຢູ່ໄສ ຮອດ ປັດຈຸບັນ ບໍ່ມີຂ່າວ ຫຍັງເລີຍ ບໍ່ຮູ້ວ່າ ເພີ່ນ ຢູ່ໄສ ບໍ່ຮູ້ວ່າ ເພີ່ນຍັງ ຫລື ວ່າບໍ່ຍັງ ສິ່ງທີ່ ຂ້າພະເຈົ້າ ຢາກໄດ້ ຢາກໄດ້ ຂ່າວ ຢາກໄດ້ ຂ່າວ ເພີ່ນຢູ່ໄສ ແດ່ ເພີ່ນຍັງຢູ່ ບໍ່ ກະທໍ່ນັ້ນ.
ການເດີນທາງ ມາ ສະຫະຣັຖ ອະເມຣິກາ ຂອງ ຍານາງ ອືງ ຊຸຍເມັງ ກໍເພື່ອ ຕ້ອງການ ຢາກ ຈະເປີດ ເຜີຍແພ່ ໃຫ້ຄົນ ຢູ່ ສະຫະຣັຖ ໄດ້ຮູ້ ກ່ຽວກັບ ກໍຣະນີ ການຫາຍຕົວ ໄປ ຂອງຜົວ ຂອງຕົນ ກໍຄື ທ່ານ ສົມບັດ.
ທີ່ ຜ່ານມາ ໃນລະດັບ ອາຊຽນ ຣັຖບານ ສິງກະໂປ ກໍໄດ້ ສະແດງ ບົດບາດ ໃນຖານະ ປະເທດ ສະມາຊິກ ອາຊຽນ ເພື່ອ ຮຽກຮ້ອງ ໃຫ້ ຣັຖບານ ເລັ່ງຊອກຫາ ຕົວ ທ່ານ ສົມບັດ.
ທ່ານ ສົມບັດ ສົມພອນ ເປັນນັກ ພັທນາ ອາວຸໂສ ດີເດັ່ນ ຂອງລາວ ຈົນໄດ້ຮັບ ຣາງວັນ ຣາມອນ ແມັກ ໄຊໄຊ ປີ 2005.
ອີງຕາມ ຫລັກຖານ ຈາກກ້ອງ ວົງຈອນປິດ, ທ່ານ ສົມບັດ ສົມພອນ ຖືກລັກ ພາຕົວ ໃນວັນທີ 15 ທັນວາ ປີ 2012 ເວລາ ປະມານ 18 ໂມງ ຫລື 6 ໂມງແລງ ເຫດການ ເກີດຂຶ້ນ ໃນມື້ນັ້ນ ເມື່ອຣົດ ຂອງ ທ່ານ ຖືກ ເຈົ້າໜ້າທີ່ ຕຳຫຣວດ ຈະຣາຈອນ ຢຸດຢູ່ ປ້ອມຍາມ ຢູ່ໃກ້ກັບ ໂຮງຮຽນ ການຊ່າງ ລາວ-ເຢັຽຣະມັນ, ຖະໜົນ ທ່າເດື່ອ ເຂດບ້ານ ວັດນາກ, ເມືອງ ສີສັດຕະນາກ, ນະຄອນ ຫລວງ ວຽງຈັນ.
ຈົນມາ ເຖີງ ປັດຈຸບັນ ການ ສູນຫາຍ ຂອງ ທ່ານ ສົມບັດ ກໍຜ່ານໄປ ຫລາຍ ກວ່າ 500 ວັນ ປະຊາຄົມ ໂລກ ກໍຍັງ ສືບຕໍ່ ທວງຖາມ ຣັຖບານ ລາວ ກ່ຽວກັບ ຄວາມ ຄືບໜ້າ ໃນການ ຊອກຫາ ຕົວ ທ່ານ ສົມບັດ ແລະ ຍັງໃຫ້ ຄວາມ ສົນໃຈ ໃນ ເຣື້ອງນີ້ ແລ້ວ ເປັນຫຍັງ ປະຊາຄົມ ໂລກ ຈຶ່ງໃຫ້ ຄວາມສົນໃຈ ໃນການ ຫາຍຕົວໄປ ຂອງ ທ່ານ ສົມບັດ ສົມພອນ?
ຄຳຕອບ ກໍຄື ຫລັກຖານ ຈາກ ກ້ອງ ວົງຈອນປິດ ທີ່ ສະແດງ ໃຫ້ເຫັນ ຊັດເຈນ ວ່າ ທ່ານ ສົມບັດ ຖືກລັກ ພາຕົວ ຢູ່ຕໍ່ໜ້າ ປ້ອມຍາມ ຕຳຫຣວດ ແລະ ມີ ເຈົ້າໜ້າທີ່ ຕຳຫຣວດ ສອງຄົນ ເຫັນ ເຫດການ. ເຖີງວ່າ ເຈົ້າໜ້າທີ່ ຂັ້ນສູງ ຈາກ ກະຊວງ ປ້ອງກັນ ຄວາມ ສະຫງົບ ຈະ ປະຕິເສດ ວ່າບໍ່ມີ ສ່ວນ ກ່ຽວຂ້ອງ ໃນການ ລັກພາຕົວ ທ່ານ ສົມບັດ ໄປກໍຕາມ, ແຕ່ຄົນ ທົ່ວໄປ ກໍ ຍັງບໍ່ເຊື່ອ ໃນການ ຊີ້ແຈງ ຂອງ ເຈົ້າໜ້າທີ່ ລາວ.
ຮູບພາບ ການ ລັກພາຕົວ ທ່ານ ສົມບັດ ແມ່ນ ຮູບພາບ ທີ່ໄດ້ ຈາກ ເຈົ້າໜ້າທີ່ ຕຳຫຣວດ ຢູ່ ສູນ ຄວບຄຸມ ກ້ອງ ວົງຈອນປິດ ຂອງ ກອງ ບັນຊາການ ຕຳຫຣວດ ຈະຣາຈອນ ນະຄອນ ຫລວງ ໂດຍ ແມ່ນ ຄອບຄົວ ຂອງ ທ່ານ ສົມບັດ ໃຊ້ ໂທລະສັບ ມືຖື ຖ່າຍເອົາ ຢູ່ໜ້າຈໍ ຄອມພິວເຕີ ຈາກ ເຈົ້າໜ້າທີ່ ຕຳຫຣວດ, ແຕ່ບໍ່ແມ່ນ ພາບວີດີໂອ ທີ່ ເປັນຕົ້ນ ສະບັບ. ຕໍ່ມາ ຄອບຄົວ ທ່ານ ສົມບັດ ໄດ້ໄປຂໍ ພາບ ວີດີໂອ ທີ່ເປັນຕົ້ນ ສະບັບ ແຕ່ ເຈົ້າໜ້າທີ່ ບໍ່ຍອມໃຫ້.
ຄຳຖາມ ກໍຄືວ່າ ເປັນຫຍັງ ເຈົ້າໜ້າທີ່ ຈຶ່ງບໍ່ຍອມ ເອົາພາບ ວີດີໂອ ທີ່ ເປັນຕົ້ນ ສະບັບ ໃຫ້ ຄອບຄົວ ທ່ານ ສົມບັດ? ຄົນເຂົາ ກໍໃຫ້ ທັສນະ ວ່າ ພາບ ວີດີໂອ ແມ່ນມີ ຄວາມ ຈະແຈ້ງ ແລ້ວຈະ ສາມາດ ບອກເຖີງ ຫລັກຖານ ວ່າ ເຈົ້າໜ້າທີ່ ຕຳຫຣວດ ຜູ້ທີ່ຢຸດ ຣົດ ທ່ານສົມບັດ ນັ້ນ ແມ່ນໃຜ, ສັງກັດ ຢູ່ກອງ ບັນຊາການ ໃດ.
ແລ້ວ ເປັນຫຍັງ ຣັຖບານ ເຈົ້າໜ້າທີ່ ທາງການ ລາວ ຈຶ່ງ ບໍ່ຮັບເອົາ ການ ຊ່ວຍເຫລືອ ທາງດ້ານ ເຕັກນິກ ທີ່ ຫລາຍ ປະເທດ ສະເໜີ ໃຫ້ການ ຊ່ວຍເຫລືອ? ແລ້ວ ເປັນຫຍັງ ຈະຕ້ອງ ປະຕິເສດ ການ ຊ່ວຍເຫລືອ?
ຄຳຖາມ ເຫລົ້ານີ້ ບໍ່ສາມາດ ໄດ້ຮັບ ຄວາມ ກະຈ່າງແຈ້ງ ຈາກ ທາງການ ລາວ ຈຶ່ງເຮັດໃຫ້ ຄົນ ເຂົ້າໃຈວ່າ ເຈົ້າໜ້າທີ່ ຕຳຫຣວດ ບາງຄົນ ມີສ່ວນ ຮູ້ເຫັນ ໃນການ ລັກພາ ຕົວ ທ່ານ ສົມບັດ ສົມພອນ ໃນຄັ້ງນີ້.
ອີກ ປະການ ນຶ່ງ ກໍຄື ສຳນັກ ຂ່າວ ຣະດັບ ໂລກ ໄດ້ນຳ ສະເໜີ ຂ່າວ ກ່ຽວກັບ ທ່ານ ສົມບັດ ສົມພອນ ຫລາຍກວ່າ 200 ຂ່າວ ແລະ ມີການ ນຳ ສະເໜີ ຂ່າວ ຢ່າງ ຕໍ່ເນື່ອງ ທັນທີ ທີ່ມີການ ເຄື່ອນໄຫວ ກິຈກັມ ກ່ຽວກັບ ທ່ານ ສົມບັດ ສົມພອນ. ນີ້ຄື ປັດຈັຍ ນຶ່ງ ທີ່ເຮັດໃຫ້ ຄົນທົ່ວໄປ ເຊື່ອວ່າ ເຈົ້າໜ້າທີ່ ຂອງ ທາງການ ລາວ ບາງຄົນ ມີສ່ວນ ຮູ້ເຫັນໃນ ການ ຫາຍຕົວໄປ ຂອງ ທ່ານ ສົມບັດ.
ສຳນັກ ຂ່າວ ຕ່າງໆ ທີ່ ມີຊື່ສຽງ ຣະດັບ ໂລກ ໄດ້ນຳ ສະເໜີ ຂ່າວ ນັບແຕ່ ທ່ານ ສົມບັດ ສົມພອນ ຖືກ ລັກພາຕົວ ໄປ ເພາະວ່າ ສຳນັກ ຕ່າງ ປະເທດ ເປັນຂ່າວ ທີ່ມີຄວາມ ເປັນ ອິສຣະ ສູງ ທາງການ ລາວ ບໍ່ສາມາດ ແຊກແຊງ ແລະ ບໍ່ສາມາດ ຫ້າມການ ນຳສະເໜີ ຂ່າວໄດ້ ສິ່ງ ດັ່ງກ່າວ ຍິງເຮັດໃຫ້ ເຣື້ອງ ທ່ານ ສົມບັດ ບໍ່ມີວັນ ວ່າຈະມິດ ງຽບໄປ.
ຂໍ້ມູນຂ່າວ ທີ່ເຜີຍແພ່ ທາງ ສຳນັກຂ່າວ ຕ່າງໆ ແລະ ຂໍ້ມູນ ທີ່ຜ່ານ ສື່ສັງຄົມ ອອນລາຍ - ເຟສບຸກ ຢູທູບ ໄດ້ສະທ້ອນ ກັບ ແລະ ສົ່ງຜົນ ຕໍ່ພາບພົດ ຂອງ ຣັຖບານ ລາວ ມາຕລອດ. ຈາກ ເຫດການ ທັງໝົດ ທີ່ນຳ ມາສະເໜີ ກໍພໍສລຸບ ໄດ້ວ່າ ການທີ່ ປະຊາຄົມ ໂລກ ໃຫ້ ຄວາມສົນໃຈ ເຣື້ອງ ການຫາຍຕົວໄປຂອງ ທ່ານ ສົມບັດ ສົມພອນ ກໍຍ້ອນວ່າ: ເຫດຜົນ ອັນທີ 1 ກໍຄື:
ມີຫລັກຖານ ປະຈັກຕາ ຄືພາບ ວີດີໂອ ຈາກ ກ້ອງ ວົງຈອນປິດ,
ເຫດຜົນ ອັນທີ 2 ກໍຄື ສື່ມວນຊົນ ຣະດັບ ສາກົນ ໃຫ້ຄວາມ ສົນໃຈ ແລະ ພາບທີ່ ອອກມາ ສະແດງ ໃຫ້ເຫັນວ່າ ທ່ານ ສົມບັດ ສົມພອນ ເປັນບຸກຄົນ ທີ່ຖືກບັງ ໃຫ້ ສູນຫາຍ ສາບສູນ ໂດຍ ຕາມ ຫລັກຖານ ແລ້ວ ສະແດງ ໃຫ້ເຫັນວ່າ ເຈົ້າໜ້າທີ່ ຕຳຫຣວດ ຢູ່ໃນ ເຄື່ອງແບບ ສອງຄົນ ມີສ່ວນ ຮູ້ເຫັນ ໃນເຣື້ອງ ດັ່ງກ່າວ ມັນຈຶ່ງ ບໍ່ແມ່ນ ເຣື້ອງແປກ ທີ່ ຄອບຄົວ ຂອງ ທ່ານ ສົມບັດ ສົມພອນ ຈະໄດ້ຮັບ ຄວາມເຫັນອົກ ເຫັນໃຈ ຈາກ ປະຊາຄົມ ໂລກ ແລະ ຄົນລາວ ທັງປະເທດ.
