ບັນຫາສິດທິມະນຸດ ຢູ່ລາວ: ຜູ້ຣາຍງານ ພິເສດ

ອຸ່ນແກ້ວ ສຸກສະຫວັນ
2019-04-04
ອີແມວລ໌
ຄໍາເຫັນ
Share
ພິມ
ຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ສາສດາຈານ Philip Alston (ສີ່ຈາກຊ້າຍ) ໃນຕອນທີ່ ປະຕິບັດໜ້າທີ່ ໃນ ສປປລາວ
ຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ສາສດາຈານ Philip Alston (ສີ່ຈາກຊ້າຍ) ໃນຕອນທີ່ ປະຕິບັດໜ້າທີ່ ໃນ ສປປລາວ
Photo Courtesy of: Bassam Khawaja

ທ່ານ Philip Alston ຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ໄດ້ເຂົ້າມາເຮັດວຽກ ຢູ່ປະເທດລາວ ແຕ່ວັນທີ 18-28 ມີນາ ທີ່ຜ່ານມາ ເພື່ອກວດກາວຽກງານຫລຸດຜ່ອນຄວາມທຸກຍາກ ແລະ ບັນຫາການລະເມີດສິດທິມະນຸດ.

ອີງຕາມບົດຣາຍງານ ທີ່ທ່ານໄດ້ອອກເຜີຍແຜ່ ໃນວັນທີ 28 ມີນາ, ບັນຫາສິດທິມະນຸດ ຢູ່ປະເທດລາວ ຍັງບໍ່ທັນໄດ້ຮັບການປັບປຸງ ແລະ ປະຊາຊົນຍັງຖືກລະເມີດສິດທິຂັ້ນພື້ນຖານ.

ຊາວບ້ານຢຶບເມືອງທ່າແຕງ ແຂວງເຊກອງ 15 ຄົນຖືກຈັບ ແຕ່ປີ 2017 ເປັນຕົ້ນມາ ຍ້ອນຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດຢາງພາຣາຂອງ ວຽດນາມ, ຈົນມີຊາວບ້ານ 1 ຄົນ ເສັຍຊີວິດຢູ່ໃນຄຸກ, ຖືກປ່ອຍຕົວ 4 ຄົນ ແລະຍັງເຫລືອຢູ່ໃນຄຸກ ອີກ 10 ຄົນ. ການຈັບກຸມຊາວບ້ານ ຄັ້ງນີ້ ບໍ່ມີການຕັ້ງຂໍ້ຫາແຕ່ຢ່າງໃດ ແລະ ບໍ່ມີການດຳເນີນຄະດີ ຕາມຂະບວນການຍຸຕິທັມ.

ທ່ານ Philip Alston ຜູ້ຣາຍງານພິເສດຂອງສະຫະປະຊາຊາດ ໄດ້ກ່າວໃນເວລາທີ່ມີການຖະແຫລງຂ່າວ ໃນວັນທີ 28 ມີນາ ຕອນນຶ່ງວ່າ: ຊາວບ້ານຈຳນວນດັ່ງກ່າວຖືກຈັບຂັງຄຸກ ແລະເຂົາເຈົ້າກໍຍັງຖືກຂັງຄຸກຢູ່ ແລະກໍຣະນີ ນີ້ແມ່ນເກີດຂຶ້ນມາດົນແລ້ວ ໂດຍບໍ່ມີຄວາມຄືບໜ້າ ໃນການສືບສວນຄະດີ ແລະ ບໍ່ມີການຕັ້ງຂໍ້ຫາຫຍັງແກ່ຊາວບ້ານ.

ປະເທດລາວ ມີນະໂຍບາຍຫັນດິນເປັນທຶນ ໂດຍຣັຖບານໄດ້ໃຫ້ສຳປະທານທີ່ດິນ ຫລາຍກວ່າ 1,700 ໂຄງການ ທີ່ໄປກວມເອົາທີ່ດິນຂອງ ປະຊາຊົນ ແລະເຮັດໃຫ້ເຂົາເຈົ້າໄດ້ຮັບຄວາມເສັຽຫາຍ ອັປໂຍດ.

ປະຊາຊົນຕ້ອງຖືກຍົກຍ້າຍ ອອກຈາກໂຄງການພັທນາຂອງຣັຖ ບໍ່ວ່າຈະເປັນໂຄງການ ທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນ ນະຄອນຫລວງວຽງຈັນ ໄປຫາວັງວຽງ, ໂຄງການປູກໄມ້ອຸດສາຫະກັມ, ໂຄງການເຂື່ອນໄຟຟ້າ, ໂຄງການບໍ່ແຮ່ ແລະ ໂຄງການອື່ນໆ ທີ່ນຳໃຊ້ທີ່ດິນຂອງປະຊາຊົນ. ຄ່າຊົດເຊີຍທີ່ຈ່າຍໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ບໍ່ເໜາະສົມກັບຣາຄາ ທ້ອງຕລາດ ແລະ ປະຊາຊົນບາງຈຳນວນ ກໍບໍ່ໄດ້ຄ່າຊົດເຊີຍ. ນອກຈາກນີ້ ໂຄງການດັ່ງກ່າວ ຍັງສົ່ງຜົນຕໍ່ການ ຄ້ຳປະກັນ ສະບຽງອາຫານຂອງ ເຂົາເຈົ້າ.

ການຈຳກັດ ສິດທິທາງການດ້ານປາກເວົ້າ ຂອງສື່ມວນຊົນ ແລະ ອົງການຈັດຕັ້ງພາກປະຊາສັງຄົມ ຫລື CSO, ການຈັບກຸມ ແລະ ການເຮັດໃຫ້ບຸກຄົນ ຫາຍສາບສູນ ເຮັດໃຫ້ບໍ່ ມີການແລກປ່ຽນຂໍ້ຄິດເຫັນ ແລະແນວທາງແກ້ໄຂບັນຫາ ເທົ່າທີ່ຄວນຈະເປັນ ອີງຕາມ ບົດລາຍງານຂອງ ທ່ານ Philip Alston.

ອົງການຈັດຕັ້ງພາກປະຊາສັງຄົມ ຢູ່ປະເທດລາວ ຖືກຄຸກຄາມໃນການເຮັດວຽກ ພັທນາຢູ່ປະເທດລາວ ແລະ ຍັງມີການລັກພາຕົວ ເຮັດໃຫ້ບຸກຄົນ ຕ້ອງຫາຍສາບສູນ ເພື່ອເປັນການນາບຂູ່ ອົງການຈັດຕັ້ງທາງສັງຄົມໃຫ້ມິດງຽບ.

ທ່ານ Philip Alston ກ່າວຕອນນຶ່ງວ່າ ມີການໄປຄຸກຄາມຜູ້ນຳອົງການຈັດຕັ້ງ ພາກປະຊາສັງຄົມ ຄື ທ່ານ ສົມບັດ ສົມພອນ ເຮັດໃຫ້ທ່ານຕ້ອງຫາຍສາບສູນ ເພື່ອເປັນສັນຍານບອກ ໃຫ້ ອົງການຈັດຕັ້ງພາກປະຊາສັງຄົມ ຮູ້ວ່າຖ້າ ທ່ານ ສົມບັດ ຖືກເຮັດ ໃຫ້ຫາຍສາບສູນໄດ້ ຄົນອື່ນກໍຈະຫາຍສາບສູນໄດ້ຄືກັນ ສະນັ້ນໃຫ້ມິດງຽບ.

ປະເທດລາວເລີ້ມຖືກສາກົນຈັບຕາເລື້ອງການບັນຫາ ການລະເມີດສິດທິມະນຸດຫລາຍຂຶ້ນ ຫລັງຈາກ ທີ່ມີການລັກພາຕົວ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສດີເດັ່ນຂອງລາວໃນວັນທີ 15 ທັນວາ ປີ 2012. ການລັກພາຕົວ ທ່ານ ສົມບັດ ສົມພອນ  ເກີດຂຶ້ນຢູ່ ຕໍ່ໜ້າປ້ອມຍາມຕຳຣວດ ຢູ່ຖະໜົນທ່າເດື່ອ ກົງກັນຂ້າມກັບໂຮງຮຽນການຊ່າງ ລາວ-ເຢັຽຣະມັນ ໂດຍມີເຈົ້າໜ້າທີ່ຕຳຣວດ ຢູ່ໃນເຄື່ອງ ແບບຮູ້ເຫັນນຳ, ອີງຕາມຫລັກຖານຈາກກ້ອງວົງຈອນປິດ.

ສະຫະພາບຢູໂຣບ ແລະຣັຖສະພາອາຊຽນ ກໍໄດ້ເຂົ້າມາ ທວງຖາມຣັຖບານລາວໃນການຊອກຫາຕົວ ທ່ານ ສົມບັດ ສົມພອນ. ນອກຈາກນີ້ ຍັງມີອົງການຈັດຕັ້ງສາກົນ ແລະຫລາຍປະເທດໄດ້ຮຽກຮ້ອງ ໃຫ້ທາງການລາວຊອກຫາຕົວ ທ່ານ ສົມບັດ ແລະ ໃຫ້ສົ່ງຕົວທ່ານກັບຄືນ ມາຫາຄອບຄົວ ດ້ວຍຄວາມປອດໄພ. ການລັກພາຕົວ ທ່ານ ສົມບັດ ສົມພອນ ເປັນກໍຣະນີການບີບປັງຄັບໃຫ້ບຸກຄົນຕ້ອງຫາຍສາບສູນ.

ນອກຈາກນີ້ ຍັງມີການອອກດຳຣັດສະບັບໃໝ່ໃນປີ 2017 ເພື່ອປ່ຽນແທນສະບັບເກົ່າປີ 2009 ທີ່ໃຫ້ອຳນາດຣັຖບານ ຢ່າງກວ້າງຂວາງ ເພື່ອຈຳກັດ ແລະ ຫ້າມການເຮັດກິຈກັມ ຂອງອົງການຈັດຕັ້ງທາງສັງຄົມ.

ໃນບົດຣາຍງານຂອງທ່ານ Philip Alston ໄດ້ລະບຸອີກວ່າ: ວິທີການທີ່ຣັຖບານເຮັດນັ້ນກໍຄື ເຂົາເຈົ້າບໍ່ຈຳເປັນຕ້ອງຈັບກຸມອົງການຈັດຕັ້ງ ທາງສັງຄົມ, ພຽງແຕ່ບໍ່ອະນຸມັດໃບສະເໜີໃຫ້ການເຮັດວຽກ ຂອງອົງການຈັດຕັ້ງພາກສັງຄົມເທົ່ານັ້ນ.

ນອກຈາກນີ້ ຍັງເວົ້າເລື້ອງບັນຫາການເຕີບໂຕ ທາງດ້ານເສດຖະກິດບໍ່ໄດ້ໃຫ້ຜົນປະໂຫຍດ ຫຍັງຕໍ່ປະຊາຊົນສ່ວນໃຫຍ່, ດັ່ງ ທ່ານ Philip Alston ກ່າວອີກຕອນນຶ່ງວ່າ:

"ຄວາມຈິງ ຄືວ່າ ຮູບແບບການພັທນາເສຖກິດ ໃຫ້ປະໂຫຍດແຕ່ຄົນຮັ່ງມີ ແລະຄົນຊັ້ນກາງເທົ່ານັ້ນ, ແຕ່ປະຊາຊົນສ່ວນໃຫຍ່ ຍັງບໍ່ໄດ້ຮັບ ຜົນປະໂຫຍດ ຈາກການເຕີບໂຕທາງເສຖກິດ. ຍິ່ງໄປກ່ວານັ້ນ ມັນຍິ່ງກໍ່ໃຫ້ເກີດຜົນເສັຍຕໍ່ ຂະແໜງການສາທາ, ການສຶກສາ ແລະ ການ ປະກັນສັງຄົມ. ປະຊາຊົນ ບໍ່ມີລະບົບການສຶກສາ ທີ່ໄດ້ມາດຕະຖານ, ມີສຸຂອະນາມັຍຕ່ຳ ແລະ ຣັຖບານບໍ່ໄດ້ລົງທຶນ ໃສ່ການ ພັທນາຄົນ ທີ່ຄວນຈະເປັນ."

ແຕ່ເຈົ້າໜ້າທີ່ທາງການລາວ ກໍບໍ່ເຫັນດີກັບສິ່ງທີ່ ທ່ານ Philip Alston ຜູ້ຣາຍງານພິເສດຂອງສະຫະປະຊາຊົນ ໄດ້ຣາຍງານໄປ.

ເພື່ອສອບຖາມຂໍ້ມູນເພີ້ມເຕີມກ່ຽວກັບບັນຫາສິດທິມະນຸດ, ເອເຊັຍເສຣີ ໄດ້ໂທຫາ ທ່ານ ບຸນເກີດ ສັງສົມສັກ ຣັຖມົນຕຼີ ປະຈຳຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຼີ ຜູ້ທີ່ຮັບຜິດຊອບວຽກງານ ສິດທິມະນຸດ ແລະ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມ ສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ແຕ່ ທັງສອງທ່ານ ບໍ່ສະດວກທີ່ໃຫ້ຄຳເຫັນ ໃນເລື້ອງນີ້.

ແຕ່ ທ່ານ ເພັດວັນໄຊ ຄູນສະກຸນ ເຈົ້າໜ້າທີ່ກະຊວງການຕ່າງປະເທດ ໄດ້ກ່າວຕໍ່ສຳນັກ ຂ່າວ AP ຕອນນຶ່ງວ່າ: ຂໍ້ມູນທີ່ນັກຂ່າວໄດ້ ໄປນັ້ນອາດຈະມີຄວາມລຳອຽງ. ຂ້າພະເຈົ້າ [ທ່ານ ເພັດວັນໄຊ] ໄດ້ພົບກັບ ຄົນລາວທີ່ເຮັດວຽກທີ່ປະທັບໃຈ ເພື່ອສົ່ງເສີມ ຊຸມຊົນ ແລະໃຫ້ການສຸຂສຶກສາ ແລະການສຶກສາ ໃນເຂດຫ່າງໄກ, ແລະ ເຈົ້າໜ້າທີ່ ຣັຖບານຫລາຍທ່ານ ກໍໄດ້ອຸທິດຕົນ ແລະ ກະຕືລືລົ້ນ ຊອກຫາທາງອອກທີ່ມີປະສິດທິຜົນ.

ວຽກງານການລຶບລ້າງຄວາມທຸກຍາກຍັງຄົງດຳເນີນໄປ ແບບບໍ່ສົມດູນກັນ ເຊັ່ນປະຊາຊົນ 40 ເປີເຊັນ ຢູ່ຊົນນະບົດ ຍັງຄົງທຸກຍາກ ໃນຂນະທີ່ ຢູ່ເຂດຕົວເມືອງ ມີປະຊາຊົນ ທຸກຍາກພຽງແຕ່ 10 ເປີເຊັນເທົ່ານັ້ນ.

ບັນຫາການຢຽວຢາ ຜູ້ທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ກໍຍັງຄົງເປັນໄປຢ່າງຊັກຊ້າ ແລະ ຍັງມີຂໍ້ຈຳກັດການ ຊ່ວຍເຫລືອ ທາງດ້ານການເງິນ ໂດຍສະເພາະ ປະຊາຊົນໄດ້ຮັບອັດຕຣາກິນ ພຽງແຕ່ 5 ພັນກີບ ຕໍ່ມື້ ນຶ່ງຄົນ ເທົ່ານັ້ນ, ໄດ້ຮັບເງິນ ເດືອນລະ 1 ແສນ ກີບ, ໄດ້ຮັບເຂົ້າກິນ 20 ກິໂລກຼັມ ຕໍ່ຄົນເທົ່ານັ້ນ ຊຶ່ງເຂົາເຈົ້າດຳລົງຊີວິດດ້ວຍທຸກຍາກ.

ຊົນຊາດ-ຊົນເຜົ່າ ຫລືຊົນເຜົ່າພື້ນເມືອງທີ່ກວມເອົາ 45 ເປີເຊັນ ຂອງພົລເມືອງລາວທັງມົດ ຍັງຄົງປະສົບບັນຫາອັດຕຣາຄວາມທຸກຍາກສູງ ຍ້ອນວ່າເຂົາເຈົ້າບໍ່ສາມາດເຂົ້າເຖິງ ຖະໜົນຫົນທາງ, ສາທາຣະນະສຸຂ, ການສຶກສາ, ໄຟຟ້າ ແລະນ້ຳສະອາດ.

ຄໍາເຫັນ (1)
Share

(

ທ່ານເພັດວັນໄຊ ນັ້ນເພີ່ນມີແຕ່ໄດ້ພົບປະໂອລົມນໍາແຕ່ເຈົ້າໜ້າທີ່, ພະນັກງານ ຫຼື ວ່າໜວ່ຍງານທີ່ກ່ວຽຂອ້ງເທົ່ານັ້ນ ຄັນຖ້າວ່າພວກໜ່ວຍງານເລົ້ານີ້ວ່າທຸກຢ່າງໂອເຄ ພວກເພີ່ນກໍໂອເຄໝົດ ເພາະລະບົບການບໍລິຫານຂອງພວກເພີ່ນນັ້ນ ມັນເປັນແບບນີ້ ຕັ້ງແຕ່ເລີ້ມຕົ້ນພຸ້ນ, ເພາະທ່ານເພັດວັນໄຊ ເພີ່ນບໍ່ໄດ້ລົງມາຖາມພວກຂ້ອຍວ່າ ເປັນແນວໃດກ່ຽວກັບການບໍລິຫານ ຂອງພວກໜ່ວຍງານຂອງລັດ ຂອງພັກ ແລະບໍ່ເຄີຍມີພາກສ່ວນອື່ນໆເລີຍທີ່ລົງມາພົວພັ ນກັບປະຊາຊົນເລີຍ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Apr 10, 2019 07:17 AM

ເຕັມຫນ້າ