ວັນແມ່ຍິງສາກົນ ຄົບຮອບ 103

0:00 / 0:00

ຫລາຍໆ ປະເທດ ແລະ ອົງການ ຈັດຕັ້ງຕ່າງໆ ສລອງວັນ ແມ່ຍິງ ສາກົນ ຄົບຮອບ 103, ໃນນັ້ນ ກໍມີການ ຮຽກຮ້ອງ ໃຫ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເອົາໃສ່ ປາບປາມ ການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ລົງໂທດ ພວກທີ່ ກະທຳຜິດ ຢ່າງຈິງຈັງ. ສເນີໂດຍ : ຈະເຣີນສຸຂ

ໃນໂອກາດ ຄົບຮອບ 103 ປີ ຂອງ ວັນແມ່ຍິງ ສາກົນ, ວັນທີ 8 ເດືອນມີນາ ປີ 2013 ນີ້, ຊາວໂລກ, ຮວມທັງ ອົງການຈັດຕັ້ງ ສາກົນ, ພາກຣັຖ, ພາກເອກຊົນ ແລະ ສ່ວນບຸກຄົນ ພາກັນ ສລອງ ວັນດັ່ງກ່າວ ຢ່າງເປັນຂະບວນ.

ໃນການສລອງດັ່ງກ່າວ ອົງການຈັດຕັ້ງສຳຄັນໆ ກໍໄດ້ຕັ້ງເປົ້າໝາຍ ໃນການປະຕິບັດງານ ແລະ ຮຽກຮ້ອງ ພວກສ່ວນ ທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ ແລະ ປະຕິບັດ ຕໍ່ເພດຍິງ ຢ່າງຍຸຕິທັມ, ພ້ອມກັບລົງໂທດ ພວກທີ່ລະເມີດ ແລະ ກະທຳຄວາມຜິດຕ່າງໆ ຕໍ່ເພດຍິງ. ອົງການຈັດຕັ້ງ ທີ່ເປັນຕົວຕັ້ງຕົວຕີ ໃນການເບິ່ງແຍງ ແລະ ເອົາໃຈໃສ່ ເພດຍິງ ສ່ວນຫລາຍ ກໍແມ່ນ ອົງການຈັດຕັ້ງ ສາກົນຕ່າງໆ, ໃນນັ້ນ ກໍມີ ໂຄງການພັທນາ ສະຫະປະຊາຊາຕ, ຊຶ່ງໃນປີນີ້ ເພິ່ນໄດ້ ຕັ້ງຫົວຂໍ້ ວ່າ:

“ສັນຍາ ຄື ສັນຍາ: ເຖິງເວລາແລ້ວ ທີ່ຈະຕ້ອງ ຍຸຕິ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ.”

ໃນຂະນະດຽວກັນ, ຫົວໜ້າບໍຣິຫານ ໂຄງການ ພັທນາ ສະຫະປະຊາຊາຕ, ຍານາງ ເຮເລັ໋ນ ຄລາກຄ໌, ໄດ້ຮຽກຮ້ອງ ໃຫ້ເພີ້ມຄວາມພະຍາຍາມ ຂຶ້ນຕື່ມ ໃນທົ່ວໂລກ ເພື່ອຍຸຕິ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ, ໂດຍເອີ້ນ ການໃຊ້ຄວາມຮຸນແຮງດັ່ງກ່າວ ວ່າ ຄືກັນກັບ ອາວຸດສົງຄາມ ໃນຫລາຍໆແຫ່ງ ຢູ່ໃນໂລກ ແລະ ເປັນສິ່ງກີດຂວາງ ອັນຍິ່ງໃຫຍ່ ໃນການສ້າງຄວາມສເມີພາບ ແລະ ການພັທນາ. ຫົວຂໍ້ ການປະຕິບັດງານ ໃນປີນີ້ ມີຂຶ້ນ ເພື່ອເປັນການກະຕຸ້ນໃຫ້ເຫັນ ເຖິງ ການກະທຳ ທີ່ໂຫດຮ້າຍ, ການຂົ່ມຂືນສຳເລົາ ຢ່າງກ້ວາງຂວາງ ໃນເອເຊັຍ, ເພື່ອຮຽກຮ້ອງ ຄວາມສົນໃຈ ຈາກຊາວໂລກ ກ່ຽວກັບ ການໃຊ້ຄວາມຮຸນແຮງ ທາງເພດ ແລະ ກະຕຸ້ນ ໃຫ້ມີການຕໍ່ຕ້ານ ຢ່າງກ້ວາງຂວາງ.

ຍານາງ ເຮເລັ໋ນ ຄລາກຄ໌ ກ່າວວ່າ “ບັດນີ້ ມັນຮອດເວລາແລ້ວ ໃນການເພີ້ມມາຕການ ປະຕິບັດງານ ເພື່ອເຮັດໃຫ້ ການໃຊ້ຄວາມຮຸນແຮງ ຕໍ່ເພດຍິງ ສິ້ນສຸດໄປ. ໃນປີ 1995, ທີ່ກອງປະຊຸມ ແມ່ຍິງສາກົນ ຄັ້ງທີ 4, ຣັຖບານ ປະເທດຕ່າງໆ ໄດ້ກຳນົດ ການໃຊ້ຄວາມຮຸນແຮງ ຕໍ່ເພດຍິງນັ້ນ ວ່າ ເປັນການລະເມີດ ສິທທິມະນຸສ ແລະ ເປັນອຸປສັກ ຕໍ່ ເປົ້າໝາຍຄວາມສຳເລັດ ໃນການສ້າງ ຄວາມສເມີພາບ, ການພັທນາ ແລະ ການສ້າງສັນຕິພາບ. ພ້ອມດຽວກັນນັ້ນ, ນາງ ຍັງໄດ້ຮຽກຮ້ອງ ໃຫ້ເພີ້ມມາຕການ ເພື່ອປ້ອງກັນ ບໍ່ໃຫ້ການໃຊ້ຄວາມຮຸນແຮງ ທາງເພດ ເກີດຂຶ້ນເລີຍ, ໂດຍອະທິບາຍວ່າ ພວກເຮົາ ຄວນເຮັດວຽກຮ່ວມກັນ ເພື່ອໃຫ້ຜູ້ຊາຍ ແລະ ໜຸ່ມນ້ອຍ ທັງຫລາຍ ມີສ່ວນຮ່ວມ ໃນການປ້ອງກັນ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ, ຊຶ່ງເປັນນຶ່ງ ອົງປະກອບ ຂອງ ເລຂາທິການ ສະຫະປະຊາຊາຕ, ທ່ານ ບ໋ານ ກີ-ມູນ ກ່ຽວກັບ ການຣະດົມ ເພື່ອກຳຈັດ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ. ຍານາງ ໄດ້ອະທິບາຍ ໂດຍຍົກຕົວຢ່າງ ປະສົບການ ການເຮັດວຽກ ໃນຫລາຍໆປະເທດ ໃນຕອນນຶ່ງວ່າ:

“ຂ້າພະເຈົ້າ ປະທັບໃຈຫລາຍ ໃນເວລາ ທີ່ໄປເຮັດວຽກ ຢູ່ປະເທດອີຣັກ ເມື່ອເດືອນມໍ່ໆມານີ້ ເພື່ອພົບພໍ້ກັບ ແມ່ຍິງ ແລະ ພາກປະຊາສັງຄົມ ຜູ່ທີ່ເປັນສ່ວນນຶ່ງ ຂອງ ໂຄງການພັທນາ ສະຫະປະຊາຊາຕ. ໃນການຜັກດັນ ຄັ້ງຍິ່ງໃຫຍ່ ທີ່ພວກເຮົາ ພວມເຮັດ ຢູ່ໃນປະເທດ ອີຣັກ ແມ່ນຊ່ອຍເຫລືອ ປະຊາຊົນ ປາບປາມ ການໃຊ້ຄວາມຮຸນແຮງ ໃນຄອບຄົວ ຊຶ່ງພວກເຮົາ ໄດ້ເຮັດວຽກ ຮ່ວມກັບ ພາກປະຊາສັງຄົມ, ໄດ້ເຮັດວຽກ ຮ່ວມກັບເຈົ້າໜ້າທີ່ ຕຳຣວດ, ຊຶ່ງ ພວກຂະເຈົ້າ ໄດ້ປະຕິບັດວຽກງານ ດັ່ງກ່າວ ຢ່າງຈິງຈັງ, ຊຶ່ງໝາຍຄວາມວ່າ ໄດ້ມີການຝຶກອົບຮົມ ເຈົ້າໜ້າທີ່ ຍຸຕິທັມ, ໂດຍເຮັດໃຫ້ ທັງລະບົບ ດຳເນີນໄປ ໃນທິດທາງດຽວກັນ ເພື່ອຮັບປະກັນວ່າ ປະເທດດັ່ງກ່າວ ຈະບໍ່ປ່ອຍໃຫ້ ພວກທີ່ກະທຳຜິດ ຫລີກລ້ຽງ ຈາກການລົງໂທດ ໄປໄດ້.”

ນາງ ກ່າວຕື່ມວ່າ ການຕໍ່ສູ້ ດັ່ງກ່າວ ບໍ່ພຽງແຕ່ ເປັນການປາບປາມ ທີ່ສຳຄັນ ໃນຕົວມັນເອງ, ແຕ່ການໃຊ້ຄວາມຮຸນແຮງ ໂດຍອີງໃສ່ເພດນີ້ ມີຄວາມໝາຍວ່າ ບໍ່ມີຄວາມຍຸຕິທັມ ຣະຫວ່າງ ຜູ້ຊາຍ ແລະ ຜູ້ຍິງ ຊຶ່ງເກີດຂຶ້ນ ໃນທົ່ວໂລກ. ໃນເມື່ອເປັນແນວນັ້ນ, ມັນຈຳເປັນ ທີ່ຈະຕ້ອງໄດ້ແກ້ໄຂ ຖ້າຫາກວ່າ ພວກເຮົາ ບັນລຸເປົ້າໝາຍ ການພັທນາ ສຫັສວັສ ແລະ ເລັ່ງການພັທນາ ໃຫ້ກ້ວາງຂວາງກ່ວາເກົ່າ.

ສ່ວນ ເລຂາທິການ ສະຫະປະຊາຊາຕ, ທ່ານ ບານ ກີ-ມູນ, ກ່າວໃນໂອກາດ ຄົບຮອບ ວັນແມ່ຍິງສາກົນ ປີນີ້ ວ່າ “ພວກເຮົາ ຄວນຫວນຄືນເບິ່ງ ປີທີ່ມີການກໍ່ອາສຍາກັມຫລາຍ ຊຶ່ງສ້າງຄວາມຕົກໃຈ ໃຫ້ແກ່ຊາວໂລກ ກ່ຽວກັບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ, ແລະ ກັບມາຖາມຕົວເຮົາເອງ ວ່າ ເຮົາ ຈະນຳຕົວຂອງເຮົາ ໄປສູ່ອະນາຄົດ ທີ່ດີກ່ວານີ້ ໄດ້ຢ່າງໃດ.

ທ່ານ ຍົກຕົວຢ່າງເຫດການ ທີ່ເກີດຂຶ້ນ ກັບເພດຍິງ ວ່າ: ມີຍິງສາວຄົນນຶ່ງ ຖືກພວກແກ໋ງ ຂົ່ມຂືນຈົນເສັຍຊີວິດ. ແລະ ອີກເຫດການນຶ່ງ ມີຍິງສາວ ຂ້າຕົວເອງຕາຍ ຍ້ອນຄວາມອັບອາຍ ທີ່ເກີດຈາກ ການກະທຳຜິດ ຂອງຄົນອື່ນ. ນອກຈາກນັ້ນ, ກໍມີເຫດການນຶ່ງ ທີ່ເດັກຍິງ ຖືກຍິງຕາຍ ຍ້ອນຄວາມກ້າ ເພື່ອສແວງຫາ ການສຶກສາ. ການກະທຳ ແບບປ່າເຖື່ອນ ເຫລົ່ານັ້ນ, ທີ່ປັ່ນປ່ວນໄປທົ່ວໂລກ, ແລະ ເປັນອີກສ່ວນນຶ່ງ ຂອງບັນຫາໃຫຍ່ໆທັງຫລາຍ ທີ່ແຜ່ກະຈາຍໄປທົ່ວທຸກໆສັງຄົມ ແລະ ທຸກໆຊີວິຕ. ທ່ານ ກ່າວຕື່ມວ່າ ປີນີ້, ພວກເຮົາ ມາຫັນປ່ຽນເຫດການ ດັ່ງກ່າວ ໃສ່ພາກປະຕິບັດຕົວຈິງ. ພວກເຮົາ ປະກາດວ່າ ພວກເຮົາ ຈະລົງໂທດ ພວກທີ່ ກະທຳຜິດ ຕໍ່ແມ່ຍິງ, ພ້ອມດຽວກັນນັ້ນ, ກໍຈະບໍ່ອະນຸຍາດ ໃຫ້ແມ່ຍິງ ເປັນຜູ້ໄດ້ຮັບໂທດ ຍ້ອນການຖືກທຳຮ້າຍ ທີ່ພວກຂະເຈົ້າ ໄດ້ຮັບ. ພວກເຮົາ ສືບຕໍ່ ສັນຍາ ເພື່ອປາບປາມ ການຄຸກຄາມນີ້ ໃນທຸກຫົນທຸກແຫ່ງ ທີ່ເກີດຂຶ້ນ, ບໍ່ວ່າ ຈະຢູ່ຕາມບ້ານເຮືອນ, ສະຖານທີ່ ທຸຣະກິຈ, ໃນເຂດສົງຄາມ ແລະ ໃນປະເທດຕ່າງໆ ທີ່ບໍ່ມີການເໜັງຕີງຫຍັງເລີຍ. ສ່ວນ ທູຕສັນຖະວະໄມຕຣີ ໂຄງການພັທນາ ສະຫະປະຊາຊາຕ, ນັກສະແດງນຳຊາຍ ຊາວ ສເປນິສ໌ ກໍໄດ້ສະແດງ ຄວາມເປັນຫ່ວງ ກ່ຽວກັບ ການທຳຮ້າຍແມ່ຍິງ ແລະ ລະເມີດທາງເພດ, ໂດຍສະເພາະ ເດັກຍິງ ທີ່ມີອາຍຸ ບໍ່ທັນບັນລຸນິຕິພາວະ, ຊຶ່ງທ່ານ ກ່າວອອກທາງ ຢູທູບ ໃນຕອນນຶ່ງວ່າ:

“ມີເຖິງ 60 ສ່ວນຮ້ອຍ ຂອງ ຈຳນວນແມ່ຍິງ ໃນໂລກ ທີ່ປະສົບກັບການທຳຮ້າຍ ທາງຮ່າງກາຍ ແລະ ທາງເພດ ໃນຊີວິດ ຂອງຂະເຈົ້າ ແລະ ເຄິ່ງນຶ່ງ ຂອງຈຳນວນ ທີ່ຖືກລ່ວງເກີນ ທາງເພດ ແມ່ນຜູ້ຍິງ ອາຍຸ ຕ່ຳກ່ວາ 16 ປີ. ການກະທຳດັ່ງກ່າວ ເປັນເຣື້ອງທີ່ຮັບບໍ່ໄດ້ ແລະ ມັນຕ້ອງຖືກກຳຈັດໃຫ້ໝົດໄປ ຕັ້ງແຕ່ນີ້ ເປັນຕົ້ນໄປ. ຜູ້ຊາຍ ທີ່ແທ້ຈິງ ຈະບໍ່ທຳຮ້າຍ ແມ່ຍິງ.”

ທ່ານ ກ່າວຕື່ມວ່າ ໃນແຕ່ລະປີ ມີຈຳນວນແມ່ຍິງ ແລະ ເດັກຍິງ 200 ລ້ານຄົນ ຖືກຕົວະຍົວະ ແລະ ບັງຄັບ ໃຫ້ເປັນໂສເພນີ, ບັງຄັບໃຊ້ແຮງງານ ແລະ ເປັນແຮງງານຂ້າທາດ. ແມ່ຍິງເຫລົ່ານັ້ນ ສ່ຽງຕໍ່ການຕິດເຊື້ອໂຣກ ຕ່າງໆ ເປັນຕົ້ນ HIV/AIDS, ແມ່ຍິງເຫລົ່ານີ້ ແມ່ນ ນ້ອງສາວ, ລູກສາວ, ແມ່ເຖົ້າ ແລະ ເປັນແມ່ ຂອງພວກເຮົາ, ຊຶ່ງເປັນເຣື້ອງທີ່ຮັບບໍ່ໄດ້ ແລະ ຕ້ອງຖືກກຳຈັດ. ດັ່ງນັ້ນ ທ່ານຮຽກຮ້ອງ ຂໍຄວາມຮ່ວມມືກັບທຸກໆຄົນ ເພື່ອປາບປາມ ການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ແລະ ວ່າ ຖ້າຫາກວ່າ ຜູ້ໃດ ເຫັນເຫດການເກີດຂຶ້ນ ຈົ່ງເຮັດສິ່ງໃດສິ່ງນຶ່ງ ເພື່ອແກ້ໄຂບັນຫາ.

ພ້ອມດຽວກັນນັ້ນ, ຍານາງ ເຮເລັນ ຄລາກຄ໌, ກ່າວຕື່ມວ່າ ການປ້ອງກັນ ແລະ ກຳຈັດ ຄວາມຮຸນແຮງ ຕໍ່ແມ່ຍິງນີ້ ຈຳເປັນຕ້ອງມີ ຜູ້ນຳ ແລະ ນັກການເມືອງ ໃຫ້ການສນັບສນູນ ໂດຍສນອງ ທັງ ພາກປະຕິບັດ ແລະ ບຸຄະລາກອນຕ່າງໆ, ຮວມທັງ ການດັດແກ້ ແລະ ການປະຕິບັດ ກົດໝາຍ ເພື່ອແກ້ໄຂ ແລະ ລົງໂທດ ທຸກຮູບແບບ ຂອງການທຳຮ້າຍແມ່ຍິງ ແລະ ເດັກຍິງ. ໃນຫລາຍກ່ວາ 35 ປະເທດ, ປັຈຈຸບັນ ການໃຊ້ຄວາມຮຸ່ນແຮງ ເພື່ອມີເພດສັມພັນ ກັບພັລຍານັ້ນ ຍັງບໍ່ທັນຖືວ່າ ເປັນການກະທຳຜິດເທື່ອ, ແລະ ແມ່ຍິງ ຫລາຍກ່ວາ 630 ລ້ານຄົນ ດຳຣົງຊີວິດ ຢູ່ໃນປະເທດ ທີ່ມີການໃຊ້ຄວາມຮຸນແຮງ ໃນຄອບຄົວ ຍັງບໍ່ທັນ ພິຈາລະນາວ່າ ເປັນການກະທຳຜິດ ຫລື ອາສຍາກັມເທື່ອ. ແຕ່ວ່າ ການເພີ້ມຂຶ້ນ ຂອງແມ່ຍິງ ທີ່ຖືກທຳຮ້າຍນີ້ ສະແດງໃຫ້ເຫັນວ່າ ສັນຍາ ທີ່ຈະກຳຈັດ ເຣື້ອງດັ່ງກ່າວ ຍັງບໍ່ທັນບັນລຸ ເປົ້າໝາຍ ດັ່ງນັ້ນ ຍານາງ ຈຶ່ງຮຽກຮ້ອງ ທຸກໆຣັຖບານ, ພາກປະຊາສັງຄົມ, ເຈົ້າໜ້າທີ່ ປະຕິບັດກົດໝາຍ ແລະ ຍຸຕິທັມ ໃຫ້ຮ່ວມມືຮ່ວມໃຈ ກັນ ປາບປາມ ການກະທຳດັ່ງກ່າວ ໃຫ້ໝົດໄປ ຈາກສັງຄົມ.