ອຶງຊຸຍມິງຂໍຄວາມເຫັນໃຈໃນ ສະຫະຣັດ

0:00 / 0:00

ນັບເປັນ ເວລາ 500 ວັນ ແລ້ວ ທີ່ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ດີເດັ່ນ ຂອງລາວ ໄດ້ ຫາຍສາບສູນ ໄປຈາກ ສັງຄົມ ລາວ ທີ່ ປ້ອມຍາມ ຕໍາຫຣວດ ກາງ ນະຄອນ ຫລວງ ວຽງຈັນ ແຕ່ ມາດາມ ອຶງ ຊຸຍ ເມັງ ຜູ້ເປັນ ພັລຍາ ກໍຍັງ ຄອງຄອຍ ການ ກັບມາ ຂອງ ສາມີ. ເຖິງວ່າ ຈະບໍ່ມີ ຂ່າວຄາວ ຄືບໜ້າ ໃດໆ ຈາກ ການສືບສວນ ຂອງ ທາງການ ລາວ ກໍຕາມ.

ຕລອດ ເວລາ ຜ່ານມາ ມາດາມ ໄດ້ ພຍາຍາມ ຮຽກຮ້ອງ ຈາກ ທຸກ ພາກສ່ວນ ເປັນຕົ້ນ ກໍແມ່ນ ທາງການ ລາວ ຊ່ວຍ ສືບສວນ ຫາ ທ່ານ ໃຫ້ໄດ້ ກັບຄືນມາ ດ້ວຍຄວາມ ປອດພັຍ. ພ້ອມກັນນັ້ນ ກໍໄດ້ ຮຽກຮ້ອງ ໃຫ້ ອົງການ ຈັດຕັ້ງ ໃນ ປະເທດ ຕ່າງໆ ຊ່ວຍ ຊຸກຍູ້ ຣັຖບານ ລາວ ໃຫ້ ສືບສວນ ຫາ ສາມີ ຂອງ ມາດາມ.

ມາດາມ ອຶງຊຸຍມິງ ມີ ໂອກາດ ມາ ຢ້ຽມຢາມ ສະຫະຣັຖ ອະເມຣິກາ ແຕ່ ທ້າຍເດືອນ ເມສາ ຈົນຮອດ ປັຈຈຸບັນ ມີຄວາມ ສໍາຄັນ ຕໍ່ ການສືບສວນ ຊອກຫາ ສາມີ ຂອງ ມາດາມ, ຈົນຮອດ ທຸກມື້ນີ້ ທາງການ ລາວ ກໍຍັງ ບໍ່ສາມາດ ເຮັດໃຫ້ ທ່ານ ສົມບັດ ກັບຄືນມາ ໄດ້.

ມາດາມ ອຶງຊຸຍມິງ ໄດ້ ອະທິບາຍ ຕໍ່ ມວນຊົນ ຢູ່ເມືອງ Eugene ໃນ ວັນທີ 21 ເມສາ ແລະ ວັນທີ 22 ເມສາ ຢູ່ທີ່ ມະຫາ ວິທຍາລັຍ ປ໊ອຕແລັນ ທີ່ ຣັຖ ອໍຣິກັນ ແລະ ຢູ່ ນະຄອນ ຫລວງ ວໍຊິງຕັນ ມາດາມ ອຶງຊຸຍມິງ ໄດ້ ອະທິບາຍ ທີ່ ຕຶກ ຣັຖສະພາ ສະຫະຣັຖ ແລະ ໃຫ້ ສໍາພາດ ສື່ມວນຊົນ ໃນວັນ ທີ 29 ເມສາ 2014.

ໃນການ ໃຫ້ ສໍາພາດ ສື່ມວນຊົນ ຢູ່ ນະຄອນ ຫລວງ ວໍຊິຕັນ ມາດາມ ອຶງຊຸຍມິງ ໄດ້ ເວົ້າເຖິງ ເປົ້າໝາຍ ຂອງການ ເດີນທາງ ມາ ສະຫະຣັຖ ຄັ້ງນີ້ວ່າ ເພື່ອ ຍົກຣະດັບ ບັນຫາ ທີ່ ເກີດຂຶ້ນ ກັບສາມີ ໃຫ້ ຊາວໂລກ ໄດ້ຮັບຮູ້ ຫລາຍຂຶ້ນ ເພື່ອ ຮຽກຮ້ອງ ຂໍຄວາມ ເຫັນໃຈ:

"ຂ້າພະເຈົ້າ ຄິດວ່າ ຕົ້ນຕໍ ແລ້ວ ກໍມາ ເພື່ອ ຍົກບັນຫາ ທີ່ເກີດຂຶ້ນ ກັບ ທ່ານ ສົມບັດ ໃຫ້ ຜູ້ຄົນຮູ້. ຣັຖບານ ສະຫະຣັຖ ໄດ້ສນັບ ສນູນ ຄວາມ ພຍາຍາມ ໃນການ ຮຽກຮ້ອງ ໃຫ້ ຣັຖບານ ລາວ ເລັ່ງລັດ ການສືບສວນ ຊອກຫາ ວ່າ ທ່ານ ສົມບັດ ຢູ່ໃສ ແລ້ວ ໃຫ້ສົ່ງ ເພິ່ນ ກັບ ມາຫາ ຂ້າພະເຈົ້າ ແລະ ຄອບຄົວ ຂອງເພິ່ນ ຢ່າງປອດພັຍ".

ຜ່ານມາ ມາດາມ Hillary Clinton ອະດີດ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ແລະ ທ່ານ John Kerry ຣັຖມົນຕຣີ ການຕ່າງ ປະເທດ ຄົນ ປັຈຈຸບັນ ກໍໄດ້ ສົ່ງ ສານ ເຖິງ ຣັຖບານ ລາວ ສະແດງ ຄວາມວິຕົກ ກັງວົນ ໃນສິ່ງ ທີ່ ເກີດຂຶ້ນ ກັບ ທ່ານ ສົມບັດ ສົມພອນ. ພ້ອມ ດຽວກັນ ກໍ ສັລເສີນ ຣັຖບານ ລາວ ໃນຄວາມ ພຍາຍາມ ເປີດກວ້າງ ແລະ ເຂົ້າຮ່ວມ ກັບ ປະຊາຄົມ ພາກພື້ນ ແລະ ຣະດັບ ໂລກ. ທຸກຄວາມ ພຍາຍາມ ນັ້ນ ປາກົດວ່າ ໄດ້ຮັບ ຜົລກະທົບ ອັນບໍ່ດີ ຍ້ອນການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະ ໄດ້ຮຽກຮ້ອງ ໃຫ້ ຣັຖບານ ລາວ ໃຫ້ ຄໍາຕອບ ຕໍ່ ມາດາມ ອຶງຊຸຍມິງ ແລະ ຄອບຄົວ ແລະ ໃຫ້ ເລັ່ງລັດ ການ ສືບສວນ ເພື່ອ ໃຫ້ ໄດ້ຕົວ ທ່ານ ສົມບັດ ກັບມາ ຢ່າງ ປອດພັຍ.

ມາດາມ ອຶງຊຸຍມິງ ມາ ນະຄອນ ຫລວງ Washington DC ນີ້ ກໍເພື່ອ ຮຽກຮ້ອງ ໃຫ້ ຣັຖບານ ສະຫະຣັຖ ແລະ ສະພາ Congress ຊຸກຍູ້ ໃຫ້ ຣັຖບານ ລາວ ແກ້ໄຂ ກໍຣະນີ ທ່ານ ສົມບັດ ຊຶ່ງ ມາດາມ ເຫັນວ່າ ມັນສ້າງ ຄວາມ ເສັຽຫາຍ ໃຫ້ພາບພົດ ຂອງ ສປປລາວ. ມາດາມ ກ່າວວ່າ ຈຸດປະສົງ ທີ່ມາ ສະຫະຣັຖ ຄັ້ງນີ້ ບໍ່ແມ່ນ ອື່ນໄກ ມີແຕ່ ຢາກໃຫ້ ຜູ້ເປັນ ສາມີ ໄດ້ກັບ ຄືນມາຫາ ຄອບຄົວ ເທົ່ານັ້ນ:

"ຈຸດປະສົງ ອັນນຶ່ງ ອັນດຽວ ຂອງ ຂ້າພະເຈົ້າ ຄືເຫັນ ສາມີ ຂອງ ຂ້າພະເຈົ້າ ກັບມາ ບ້ານ ແລະ ນີ້ຄື ສາເຫດ ທີ່ ຂ້າພະເຈົ້າ ເດີນທາງ ມາ ທີ່ນີ້".

ພ້ອມກັນ ນັ້ນ ມາດາມ ກໍວ່າ ມາເພື່ອ ພົບປະກັບ ພາກ ປະຊາ ສັງຄົມ ເພື່ອໃຫ້ ຜູ້ຄົນ ທີ່ບໍ່ທັນ ໄດ້ຮູ້ຂ່າວ ກ່ຽວກັບ ເຣື່ອງ ທີ່ເກີດຂຶ້ນ ກັບ ທ່ານ ສົມບັດ ສົມພອນ ນັ້ນຮູ້ ແລະ ແລກປ່ຽນ ຂໍ້ມູລ ຄວາມຈິງ ນໍາກັນ ອັນເປັນການ ສົ່ງເສີມ ກໍາລັງ ແຮງ ໃນ ການ ຮຽກຮ້ອງ ຂໍຄວາມ ເປັນທັມ, ຂໍໃຫ້ ຣັຖບານ ລາວ ຊ່ວຍ ຊອກຫາ ທ່ານ ສົມບັດ ໃຫ້ ພົບ.

ມາດາມ ອຶງຊຸຍມິງ ບອກວ່າ ໄດ້ພົບປະ ກັບ ເຈົ້າໜ້າທີ່ ສະຫະຣັຖ ຮວມທັງ ໃນ ທໍານຽບ ຂາວ ນັ້ນ ຍັງໄດ້ ເວົ້າເຖິງ ພາກ ປະຊາ ສັງຄົມ ໃນລາວ ທີ່ ດໍາເນີນ ວຽກງານ ແບບ ຣະມັດ ຣະວັງ ຫລາຍຂຶ້ນ. ໃນນັ້ນ ມີທັງການ ຫລຸດຜ່ອນ ກິຈກັມ ຂອງ ພວກ ເຂົາເຈົ້າ ລົງ ນໍາດ້ວຍ.

ມາດາມ ເວົ້າເຖິງ ວຽກງານ ການ ພັທນາ ຊຸມຊົນ ຂອງ ທ່ານ ສົມບັດ, ເຖິງ ຄວາມ ບໍ່ເຫັນພ້ອມ ນໍາ ຄໍາສເນີ ທີ່ວ່າ ໃຫ້ ບັນດາ ປະເທດ ທີ່ ຊ່ວຍເຫຼືອ ລາວ ນັ້ນຕັດ ການ ຊ່ວຍເຫລືອ ເພື່ອເປັນການ ກົດດັນ ຣັຖບານ ລາວ ຫລາຍຂຶ້ນ ໃນ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ. ມາດາມ ວ່າ ຫລາຍ ໂຄງການ ເພື່ອການ ພັທນາ ທີ່ ຕ່າງ ປະເທດ ຊ່ວຍລາວ ເປັນ ໂຄງການ ເພື່ອ ສນັບສນູນ ຄວາມ ສາມາດ ຂອງ ຣັຖບານ ລາວ ໃຫ້ບັນລຸ ເປົ້າໝາຍ ສະຫັດສວັດ ສະຫະ ປະຊາຊາດ ຫລື ແອັມດີຈີ ຊຶ່ງເປັນ ໂຄງການ ທີ່ມີ ປະໂຫຍດ ແລະ ສົມຄວນ ມີຕໍ່ໄປ. ມາດາມ ອຶງຊຸຍມິງ ກ່າວເຖິງ ເຣື່ອງນີ້ ວ່າ:

"ທ່ານ ສົມບັດ ບໍ່ ຕ້ອງການ ໃຫ້ ຣັຖບາລ ຕ່າງ ປະເທສ ຕັດການ ຊ່ວຍເຫລືອ ການພັທນາ ປະເທສ ລາວ ເປັນວິທີ ກົດດັນ ລາວ ນັ້ນ. ຫາກຮູ້ວ່າ ທ່ານມີ ຈຸດປະສົງ ແນວໃດ ແລະ ທ່ານ ເຮັດວຽກ ເພື່ອຫຍັງ ທ່ານ ສົມບັດ ຈະເປັນຄົນ ສຸດທ້າຍ ທີ່ຈະ ສນັບສນູນ ການຕັດ ໂຄງການ ທຸກຢ່າງ ທີ່ ຈະມີຜົລ ກະທົບ ໄປໃນທາງ ບໍ່ດີ ທີ່ ຈະມີຕໍ່ ວິຖີ ຊີວິດ ການເປັນຢູ່ ຂອງ ປະຊາຊົນ".

ຢູ່ ນະຄອນ ຫລວງ ວໍຊິຕັນ ດີຊີ ມາດາມ ອຶງຊຸຍມິງ ກ່າວຕອບ ຄໍາຖາມ ຂອງ ສື່ມວນຊົນ ໂດຍເລີ່ມ ຈາກ ເຫດການ ທີ່ ເກີດຂຶ້ນ ກັບ ສາມີ ໃນ ມື້ວັນ ທີ 15 ທັນວາ 2012 ຢູ່ ປ້ອມຍາມ ຕໍາຫຣວດ ຕາມ ເສັ້ນທາງ ວຽງຈັນ -ທ່າເດື່ອ ຊຶ່ງ ເປັນທາງ ກັບບ້ານ ຂອງ ທ່ານ ໂດຍໄດ້ ສະແດງ ຮູບພາບ ຈໍານວນ ນຶ່ງ ທີ່ເຫັນໃນ ກ້ອງ ວົງຈອນປິດ ຢູ່ຕໍ່ໜ້າ ປ້ອມຍາມ ຕໍາຣວດ ນັ້ນ.

ມາດາມ ວ່າ ເວົ້າເຖິງ ຂ່າວຄາວ ກ່ຽວກັບ ທ່ານ ສົມບັດ ສົມພອນ ມາດາມ ບໍ່ ໄດ້ຍິນ ຫຍັງໝົດ; ມືດ ແປດດ້ານ ບໍ່ຮູ້ວ່າ ແມ່ນຫຍັງ ເກີດຂຶ້ນ ກັບ ເພິ່ນ, ມີຫຍັງ ເກີດຂຶ້ນ ກັບ ຣົດຈິບ ທີ່ ເພິ່ນຂີ່; ບໍ່ມີຜູ້ໃດ ອອກມາ ເວົ້າເຖິງ ຜູ້ຂີ່ ຣົດຈັກມາ ແລະ ຄົນຂັບ ຣົດຈິບ ຂອງເພິ່ນ ໄປ ແລະ ກໍບໍ່ມີ ຜູ້ໃດເລີຍ ອອກມາ ເວົ້າ ກ່ຽວກັບ ຣົດກະບະ ທີ່ເອົາຕົວ ເພິ່ນໄປ:

"ດັ່ງນັ້ນ ລະ ຂ້າພະເຈົ້າ ຈຶ່ງວ່າ ຢູ່ຖ້າມກາງ ຄວາມ ມືດມົນ. 500 ມື້ ຜ່ານໄປ ແລ້ວ ມາຮອດ ມື້ນີ້ ພາຍຫລັງ ທີ່ເພິ່ນ ຖືກລັກ ພາຕົວ.

ຕາມກ້ອງ ວົງຈອນປິດ ບົ່ງບອກ ວ່າ ທ່ານ ສົມບັດ ຖືກ ຜູ້ຊາຍ ສອງຄົນ ບັງຄັບ ໃຫ້ຂຶ້ນຣົດ ກະບະ ແລະ ຂັບໜີໄປ. ກ່ຽວກັບ ເຣື່ອງນີ້ ຣັຖບານ ລາວ ໄດ້ອອກ ຖແລງການ ມາແລ້ວ 3 ສະບັບ ແຕ່ລະ ສະບັບ ມີເນື້ອຫາ ພື້ນຖານ ຄ້າຍຄື ກັນ ທັງໝົດ ໂດຍຣະບຸ ວ່າ ທ່ານ ສົມບັດ ອາຈຖືກ ລັກພາຕົວ ຍ້ອນ ບັນຫາ ຂັດແຍ້ງ ສ່ວນຕົວ ຫລື ທາງ ທຸຣະກິດ; ທາງການ ລາວ ບໍ່ມີສ່ວນ ພົວພັນ ນໍາ ແລະ ວ່າ ຕໍາຫຣວດ ຢຸດຣົດ ທ່ານ ກໍເພື່ອ ກວດໜັງສື ຣົດ ຕາມ ປົກກະຕິ, ໄດ້ສົ່ງ ໜັງສື ຣົດ ຄືນໃຫ້ ແລະ ກໍບໍ່ຮູ້ວ່າ ມີຫຍັງ ເກີດຂຶ້ນ ກັບ ທ່ານ. ທາງການ ລາວ ໃຫ້ ຄໍາໝັ້ນ ວ່າ ຈະສືບສວນ ຫາ ຕໍ່ໄປ.

ກ່ຽວກັບ ເຣື່ອງນີ້ ຜ່ານມາ ສະຫະຣັຖ ອະເມຣິກາ ແລະ ປະເທດ ປະຊາ ທິປະຕັຍ ອື່ນໆ ກໍຮຽກຮ້ອງ ໃຫ້ ມີການ ຕິດຕາມ ຊອກຫາ ທ່ານ ສົມບັດ ແຕ່ ຣັຖບານ ລາວ ກໍເວົ້າ ພຽງແຕ່ວ່າ ການ ສືບສວນ ຍັງ ດໍາເນີນ ຕໍ່ໄປ ແລະ ໄດ້ ປະຕິເສດ ຄໍາສເນີ ກ່ຽວກັບ ການ ຊ່ວຍເຫລືອ ທາງດ້ານ ເທັກນິກ ຂອງ ຕ່າງ ປະເທສ ໃນການ ເບິ່ງ ແລະ ຕີຣາຄາ ຮູບ ໃນກ້ອງ ວົງຈອນປິດ ບັນທຶກ ເອົາໄວ້.

ມາດາມ ອຶງຊຸຍມິງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ເປັນຄົນ ສິງກະໂປ, ເປັນ ອະດີດ ເຈົ້າໜ້າທີ່ ອົງການ ແມ່ ແລະ ເດັກ ຢູນີແຊັຟ ຢູ່ລາວ ຢູ່ຈີນ ແລະ ຢູ່ ຕີມໍແລສເຕ ຫລື ຕີມໍ ຕາເວັນອອກ. ມາດາມ ໃຊ້ ຊີວິດ ຢູ່ລາວ ເປັນ 30 ກວ່າ ປີແລ້ວ ແລະ ຈະຢູ່ ລາວ ຕໍ່ໄປ ຄອງຖ້າ ສາມີ ກັບມາ.