ຈີນ ແຕ່ງຕັ້ງ ປະທານ ປະເທດ ແລະ ນາຍົກ ຣັຖມົນຕຣີ ຄົນໃໝ່ ພ້ອມກັບ ເຈົ້າໜ້າທີ່ ຣະດັບສູງ ຕຳແໜ່ງ ສຳຄັນໆ ໃນ ກອງປະຊຸມ ສະພາ ປະຊາຊົນ ແຫ່ງຊາຕ ຈີນ ຄັ້ງທີ 12 ໃນກາງເດືອນ ມີນາ ນີ້, ໃນຂະນະທີ່ ຊາວໂລກ ພວມຕິດຕາມ ເບິ່ງ ນະໂຍບາຍ ປາບປາມ ການສໍ້ຣາສ ບັງຫລວງ ແລະ ແຜນ ປະຕິຮູບ ເສຖກິຈ-ສັງຄົມ ຂອງຈີນ.
ກອງປະຊຸມ ສະພາ ປະຊາຊົນຈີນ ຄັ້ງທີ່ 12 ທີ່ຈັດຂຶ້ນ ໃນເດືອນມີນານີ້ ທີ່ມະຫາສາລາ ປະຊາຊົນ ກຸງປັກກິ່ງ, ໃນຕອນເຊົ້າ ຂອງວັນທີ 14 ໄດ້ມີການແຕ່ງຕັ້ງທ່ານ ຊີ໋ ຈິ່ນປິ໋ງ ເປັນປະທານ ປະເທດ ແທນທ່ານ ຮູ ຈິ໋ນຕ໋າວ ແລະ ວັນທີ 15 ແຕ່ງຕັ້ງ ທ່ານ ລີ ເກກ໋ຽງ ເປັນນາຍົກ ຣັຖມົນຕຣີ ແທນທ່ານ ເວິ໋ນ ເຈັຍບ໋າວ. ພ້ອມກັນນັ້ນ ກໍຍັງມີການແຕ່ງຕັ້ງ ຕຳແໜ່ງເຈົ້າໜ້າທີ່ ຣະດັບສູງ ທີ່ສຳຄັນໆ ອີກດ້ວຍ.
ໃນກອງປະຊຸມສະພາ ປະຊາຊົນຈີນ ທີ່ກຸງປັກກິ່ງ ໄດ້ປະກາດ ວ່າ "ທ່ານ ຊີ໋ ຈິ່ນປິ໋ງ ຖືກເລືອກໃຫ້ເປັນ ປະທານປະເທດ". ການແຕ່ງຕັ້ງ ຕຳແໜ່ງຜູ້ນຳຣະດັບສູງສຸດ ຂອງສາທາຣະນະ ປະຊາຊົນ ຈີນ ຄັ້ງນີ້ ນັບວ່າ ເປັນຂັ້ນຕອນ ສົມບູນ ຂອງການສົ່ງຕໍ່ ອໍານາດ ທີ່ມີຂຶ້ນ ໃນທຸກໆສິບປີ. ທ່ານ ຊີ໋ ຈິ່ນປິ໋ງ, ອາຍຸ 59 ປີ, ຜູ້ຊຶ່ງດຳຣົງຕຳແໜ່ງ ເລຂາທິການ ຂອງຄະນະກັມມະການກາງ ພັກຄອມມິວນິສ ຈີນ ມາຕັ້ງແຕ່ ເດືອນພຶສຈິກາ ປີ 2011 ແລະ ຍັງໄດ້ຮັບມອບໝາຍ ໃຫ້ເປັນປະທານ ຄະນະກັມມະການກາງ ກອງທັບ ແຫ່ງ ສາທາຣະນະຣັຖ ປະຊາຊົນຈີນນີ້, ໄດ້ຄະແນນສນັບສນູນ 2,952 ສຽງ ຈາກສະມາຊິກສະພາ ປະຊາຊົນຈີນ, ມີ 3 ສຽງບໍ່ອອກສຽງ ແລະ 1 ສຽງ ທີ່ຄັດຄ້ານ, ຊຶ່ງໝາຍຄວາວ່າ ທ່ານໄດ້ຮັບສຽງສນັບສນູນ ເຖິງ 99.9 ສ່ວນຮ້ອຍ.
ທ່ານ ຊີ໋ ຖືກເລືອກໃຫ້ເປັນ ຜູ້ນຳສູງສຸດ ຂອງ ສາທາຣະນະຣັດ ປະຊາຊົນຈີນ ທ່າມກາງ ການຕິດຕາມເບິ່ງ ຂອງຊາວໂລກ ກ່ຽວກັບ ນະໂຍບາຍປາບປາມ ການສໍ້ຣາສບັງຫລວງ, ການປະຕິຮູບເສຖກິດ-ສັງຄົມ, ບັນຫາ ມົລພິດ ໃນອາກາດ ແລະ ນ້ຳ, ການຍົກຣະດັບ ຄຸນພາບຊີວິດ, ການເຫລື່ອມລ້ຳ ຣະຫວ່າງ ຄົນຮັ່ງ ແລະ ຄົນທຸກ ພາຍໃຕ ຜູ້ນຳຊຸດໃໝ່ ພ້ອມກັບ ການຂຍາຍອຳນາດ ທາງການທະຫານ ຂອງຈີນ.
ທ່ານ ຊີອິຈີໂຣະ ທາກາຊີ (Seiichiro Takagi), ຜູ້ສ່ຽວຊານ ກ່ຽວກັບ ຈີນ ຈາກສະຖາບັນ ພົວພັນ ຕ່າງປະເທດ ຂອງຍີ່ປຸ່ນ, ເວົ້າວ່າ:
“ສິ່ງທີ່ປະທັບໃຈ ພວກເຮົາ ຫລາຍທີ່ສຸດ ແມ່ນການຍ້ຳ ທີ່ທ່ານ ຊີ໋ ຈະປາບປາມ ການສ້ຣາສບັງຫລວງ. ແຕ່ວ່າ ຂ້າພະເຈົ້າ ຍັງຄ້າງຄາໃຈ ຢູ່ວ່າ ທີ່ທ່ານ ຊີ໋ ເວົ້າໜ້ອຍທີ່ສຸດ ກ່ຽວກັບ ກົນໄກ ໃນການຮັບມື ກັບການສໍ້ຣາສບັງຫລວງ. ມາເຖິງປັຈຈຸບັນນີ້ ຍັງບໍ່ທັນເປັນທີ່ ແຈ່ມແຈ້ງເທື່ອວ່າ ທ່ານ ຊີ໋ ຈະແກ້ໄຂບັນຫາ ການສໍ້ຣາສບັງຫລວງ ດ້ວຍວີທີໃດ. ແຕ່ທ່ານ ຮູ້ຢ່າງແຈ່ມແຈ້ງ ວ່າ ມັນເປັນບັນຫາ ທີ່ຮ້າຍແຮງ.”
ໃນຖານະ ເປັນປະທານ ປະເທດຈີນ, ທ່ານ ຊີ໋ ຕ້ອງເຮັດໜ້າທີ່ ຄວາມເປັນຜູ້ນຳ ໃຫ້ແກ່ ປະຊາຊົນ, ທ່ານຕ້ອງຮັກສາ ສາຍສັມພັນ ຣະຫວ່າງ ຈີນ ກັບປະເທດອື່ນໆ ຢູ່ໃນໂລກ ໃນຂະນະທີ່ ອິດທິພົນ ທາງດ້ານເສຖກິຈ ແລະ ການເມືອງ ຂອງຈີນ ພວກຂຍາຍອອກໄປ ອາດສ້າງຄວາມເຂັ່ງຕຶງ ໃນພາກພື້ນໄດ້, ຊຶ່ງທ່ານ ທາກາຊິ໋ ກ່າວວ່າ ມັນເປັນຄວາມຈິງ ທີ່ຈີນ ໃຫ້ການເຄົາຣົບ ແກ່ ສະຫະຣັຖ. ປັຈຈຸບັນ ປະທານປະເທດຈີນ ມີທ່າທີ ຄ້າຍກັບວ່າ ຫລີກລ້ຽງ ການປະເຊີນໜ້າ.
“ການທ່ອມໂຕ ໃນຂະນະທີ່ ຕົນເອງ ກຳລັງ ອ່ອນແຮງ ແລະ ຈາກນັ້ນ ລໍຖ້າ ໂອກາດ ທີ່ເໝາະສົມ. ການກະທຳດັ່ງກ່າວ ແມ່ນໄດ້ຮັບການພິຈາຣະນາ ເພື່ອໃຫ້ມີການປະຕິບັດ ໂດຍທົ່ວໄປ ໃນປະເທດຈີນ ໃນວຽກງານ ການພົວພັນ ຕ່າງປະເທດ. ແຕ່ໃນຂະນະທີ່ຈີນ ມີຄວາມເຂັ້ມແຂງຂຶ້ນ ການທ່ອມຕົວ ດັ່ງກ່າວ ຈະສະແດງຕົວອອກມາ ໂດຍມຸ້ງໃສ່ ສະຫະຣັຖ ອາເມຣິກາ.”
ບັນດາ ນັກວິເຄາະ ການເມືອງ ເຄີຍເວົ້າວ່າ ທ່ານ ຊີ໋ ຈິ໋ນປິ໋ນ ຖືວ່າ ເປັນຜູ້ນຳ ທີ່ບຸຄລິ ຣຽບງ່າຍ ເປັນກັນເອງ ແຕກຕ່າງກັນ ເລຂາທິການພັກ ຄົນກ່ອນໆ ທີ່ຕ້ອງການພິທີກັມ ທີ່ສົມກຽດ ໃນການປະກົດຕົວ ໃນສາທາຣະນະ. ນັກວິເຄາະ ທ່ານນຶ່ງ ເວົ້າວ່າ ຄະນະບໍຣິຫານ ຂອງທ່ານ ຊີ໋ ເປັນຜູ້ຮັບພາລະ ມາຈາກ ປະທານປະເທດ ຮູ໋ ຈິນຕ໋າວ ທີ່ກຳລັງຫລຸດພົ້ນ ຈາກຕຳແໜ່ງ, ຊຶ່ງມີເຫດການ ບໍ່ພໍໃຈ ຂອງປະຊາຊົນ ກ່ຽວກັບ ຄວນໝອກ ເປັນພິດ, ນ້ຳດື່ມເປິເປື້ອນ, ອາການເປັນພິດ ແລະ ການປະພຶດ ນອກກົດໝາຍ ຂອງ ຜູ້ທີ່ມີອຳນາດ ແລະ ຄົນຮັ່ງມີ.
ທ່ານ ກ່າວຕື່ມວ່າ ເຖິງຢ່າງໃດ ກໍຕາມ, ຄະນະຜູ້ນຳຈີນ ຍັງປະຕິເສດ ການຮຽກຮ້ອງ ຂອງປັນຍາຊົນ ແລະ ນັກເຄື່ອນໄຫວ ເພື່ອໃຫ້ມີການປ່ຽນແປງດ້ານການເມືອງ ທີ່ດີກ່ວາ, ໂດຍເວົ້າວ່າ ການເມືອງປັຈຈຸບັນ ຈຳກັດ ໂອກາດ ໃນການບັນລຸເປົ້າໝາຍສິ່ງໃດສິ່ງນຶ່ງ ຢ່າງຫລວງຫລາຍ.
ສ່ວນທ່ານ ເຈັນ ປິ໋ງ, ຜູ້ກໍ່ຕັ້ງ ວາລະສານ ຊັ໋ນ ວິກລີວ໌ (Sun Weekly) ທີ່ມີສຳນັກງານ ຢູ່ ຮົງ ກົງ ເວົ້າວ່າ ຖ້າຫາກວ່າ ຜູ້ນຳຈີນ ບໍ່ເຣີ້ມ ປະຕິຮູບ ປະຊາທິປະໄຕ, ບໍ່ມີບ່ອນໃດ ຫລົງເຫລືອ ໄວ້ໃຫ້ ພວກຂະເຈົ້າ ທີ່ຈະເດີນທາງ ຕໍ່ໄປອີກແລ້ວ. ອຳນາດ ທີ່ບໍ່ມີການຄວບຄຸມ ໃນທີ່ສຸດ ມັນຈະທຳລາຍ ໂຕເອງ. ແລະວ່າ ປະຊາຊົນ ລຸກຂຶ້ນປະທ້ວງ ເພາະວ່າ ພວກຂະເຈົ້າ ໝົດຫົນທາງ ໃນດຳຣົງຊີວິດ ຢູ່ຕໍ່ໄປ. ເຊັ່ນເກີດເຫດການ ອາກາດ ເປັນພິດ, ດິນເປັນພິດ ແລະ ນ້ຳເປັນພິດ ດັ່ງທີ່ບໍ່ເຄີຍມີມາກ່ອນ ໃນຂະນະທີ່ ຄວາມເປັນທັມ ໃນສັງຄົມ ຕົກຕ່ຳ ທີ່ສຸດ.
ເຖິງແມ່ນວ່າ ຣັຖບານຊຸດໃໝ່ ຂອງຈີນ ຈະມີສິ່ງທ້າຫລາຍໆຢ່າງ, ແຕ່ສິ່ງທີ່ນັກວິເຄາະ ຫລາຍໆຄົນຫລິ້ງເຫັນວ່າ ຜູ້ນຳຊຸດໃໝ່ ຂອງຈີນ ໃຫ້ຄວາມສຳຄັນ ຫລາຍທີ່ສຸດ ກໍຄື ແສນຍານຸພາບ ຂອງກອງທັບ ເພື່ອຊີງຕຳແໜ່ງມະຫາອຳນາດ ຂອງໂລກ ຈາກສະຫະຣັຖ, ໂດຍອີງໃສ່ ບົດປາໃສ ຫລາຍໆເທື່ອ ຂອງທ່ານ ຊີ໋ ຈິ່ນປິ໋ງ ພາຍຫລັງ ທີ່ໄດ້ເຂົ້າຮັບຕຳແໜ່ງ ເລຂາທິການພັກຄອມມິວນິສ ແລະ ປະທານ ກັມມາທິການກາງ ທະຫານ ກ່ຽວກັບ ຄວາມຝັນ ອັນສູງສຸດ ຂອງຈີນ, ຊຶ່ງເປັນການຮຽນແບບມາຈາກ ສະຫະຣັຖ ອາເມຣິກາ ຫລື ສັງຄົມ ອຸດົມຄະຕິ ຂອງຊາວ ອາເມຣິກັນ ໃນຂະນະທີ່ ຄວາມຝັນ ອັນສູງສຸດ ຂອງຊາວອະເມຣິກັນ ຄື ການຂຍັນເຮັດວຽກໜັກ ເພື່ອຄວາມສຳເລັດ ໃນຊີວິດ. ຄວາມຝັນ ຂອງຊາວຈີນ ໃນທັສນະ ຂອງ ທ່ານ ຊີ໋ ຈິ່ນປິ໋ງ, ກັບກາຍເປັນ ຄວາມທະເຍີທະຍານ ດ້ານການທະຫານ ເພື່ອແຂ່ງຂັນ ກັບ ມະຫາອຳນາດໂລກ ໃນປັຈຈຸບັນ ຄື ສະຫະຣັຖ.
ສິ່ງທີ່ສະແດງໃຫ້ເຫັນວ່າ ທ່ານ ຊີ໋ ຈິ່ນປິ໋ງ ມີນະໂຍບາຍ ພັທນາ ກອງທັບໃຫ້ ລ້ຳໜ້າໄປ ຢ່າງກ້ວາງໄກ ເພື່ອແຂ່ງຂັນ ກັບສະຫະຣັຖ ກໍຄື ໃນເວລາ ທີ່ທ່ານ ກ່າວປາໃສ ກ່ຽວກັບ ຄວາມຝັນ ຂອງຈີນ ເທື່ອທຳອິດ. ໃນປຶ້ມຫົວນຶ່ງ ທີ່ຖືກຂຽນຂຶ້ນ ເມື່ອ 3 ປີກ່ອນ ທີ່ມີເນື້ອໃນ ສົ່ງເສີມ ໃຫ້ຣັຖບານຈີນ ເພີ້ມແສນຍານຸພາບ ໃຫ້ແກ່ກອງທັບ ເພື່ອໃຫ້ເທົ່າທຽມ ກັບສະຫະຣັຖ ເພື່ອຄອງຄວາມເປັນເຈົ້າໂລກ ແທນຊາວອະເມຣິກັນ ຊຶ່ງປຶ້ມຫົວດັ່ງກ່າວ ຖືກຫ້າມ ບໍ່ໃຫ້ຂາຍໃນປະເທດຈີນ ເພາະຢ້ານວ່າ ຈະກະທົບກະເທື່ອນ ຄວາມສາຍສັມພັນ ຣະຫວ່າງ ຈີນ ແລະ ສະຫະຣັຖ. ບັດນີ້ ປຶ້ມດັ່ງກ່າວ ກໍໄດ້ຮັບອະນຸຍາດ ໃຫ້ຂາຍ ໃນປະເທດຈີນແລ້ວ.
ພາຍຫລັງ ທີ່ເຂົ້າຮັບຕຳແໜ່ງ ເລຂາທິການ ພັກຄອມມິວນິສ ໄດ້ບໍ່ດົນ, ທ່ານຊີ໋ ກໍໄດ້ອອກເດີນທາງ ສຳຣວດ ກອງທັບບົກ, ກອງທັບເຮືອ ຮວມເຖິງ ສະຖານນີ ຕິດຕັ້ງ ຂີປະນາວຸດຂອງຈີນ ຢ່າງຕໍ່ເນື່ອງ. ແລະ ໃນຂະນະທີ່ ກວດກາເຮືອພິຄາດໄຮ໋ກ໋າວ, ຊຶ່ງອອກລາຕເວນ ໃນເຂດທີ່ມີຄວາມຂັດແຍ່ງກັນ ຢູ່ທະເລຈີນໃຕ້, ທ່ານ ຊີ໊ ຍັງໄດ້ກ່າວຍ້ຳປໂຍກ ທີ່ມີຄວາມເຂົ້າໃຈ ກັນວ່າ ເປັນການປະກາດ ຈຸດຢືນ ໃນການພັທນາ ແສນຍານຸພາບ ທາງທະຫານ ຢ່າງແຈ່ມແຈ້ງ, ໂດຍກ່າວວ່າ ຊາຕຈີນ ຈະກັບມາຍິ່ງໃຫຍ່ໄດ້ ຕ້ອງອາສັຍປັດໃຈ ສອງຢ່າງ ຄື ຄວາມອຸດົມສົມບູນ ດ້ານເສຖກິຈ ແລະ ຄວາມເຂັ້ມແຂງ ດ້ານການທະຫານ.
ນອກຈາກນັ້ນ, ຣັຖສະພາຈີນ ຍັງມີທ່າທີ່ ສອດຄ່ອງກັບ ວິສັຍທັດ ຂອງຜູ້ນຳ ທ່ານນີ້, ຊຶ່ງຫລ້າສຸດ ກ່ອນການ ປະກາດ ຕຳແໜ່ງ ປະທານປະເທດ ຂອງທ່ານ ຊີ໋ ບໍ່ເທົ່າໃດມື້, ກໍມີການປະກາດ ງົປມານ ດ້ານປ້ອງກັນຊາດ ຂຶ້ນ ເຖິງ 10 ສ່ວນຮ້ອຍ. ແລະ ຍັງປະກາດ ເຫດຜົລວ່າ ການເພີ້ມງົປມາ ການທະຫານ ເທື່ອນີ້ ເປັນໄປ ເພື່ອຄວາມໝັ້ນຄົງ ໃນພື້ນທີ່ເກາະ ໃນທະເລຈີນໃຕ້.
ເຖິງຢ່າງໃດກໍຕາມ, ທ່າທີ່ແຂງແກ່ນ ຂອງຜູ້ນຳຈີນ ຊຸດໃໝ່ ທີ່ນຳໂດຍ ທ່ານ ຊີ໋ ຈິ໋ນພິ໋ງນີ້, ເຣີ້ມເຮັດໃຫ້ ຜູ້ນຳຫລາຍໆ ປະເທດ ເປັນຫ່ວງ, ໂດຍສະເພາະ ຍີ່ປຸ່ນ ແລະ ກຸ່ມປະເທດ ອາຊຽນ ທີ່ມີຄວາມຂັດແຍ່ງ ກັບຈີນ ໃນທະເລຈີນໃຕ້, ຮວມເຖິງ ສະຫະຣັຖ ມະຫາອຳນາດ ຄູ່ແຂ່ງຄົນ ສຳຄັນ ຂອງຈີນ ວ່າ ເປົ້າໝາຍ ທີ່ຣັຖບານຈີນ ຕັ້ງໄວ້ ວ່າ ຈະຄອງຄວາມເປັນນຶ່ງ ໃນໂລກ ໃຫ້ໄດ້ ພາຍໃນປີ 2049 ເພື່ອເປັນການສເລີມສລອງ ຄົບຮອບ 100 ປີ ທີ່ພັກຄອມມິວນິສ ປົກຄອງຈີນ ອາດຈະໄວກ່ວາ ຫລາຍໆຝ່າຍຄຶດ ເອົາໄວ້, ຊຶ່ງຈະເຮັດໃຫ້ ການເມືອງໂລກ ປ່ຽນໂສມໜ້າໄປຢ່າງຊິ້ນເຊີງ.
