ຂ.ຊຽງຂວາງ ບໍ່ມີທຶນ ກູ້ ຣະເບີດ

ຈໍາປາທອງ
2018.03.12
F-UXO ພະນັກງານໜາວຍ ເກັບກູ້ຣະເບີດ ທີ່ຕົກຄ້າງ ກໍາລັງຝຶກວິທີ ຄົ້ນຫາຣະເບີດ ທີ່ຝັງດິນ
RFA

ອໍານາດການປົກຄອງ ແຂວງຊຽງຂວາງ ຕ້ອງການເຈົ້າໜ້າທີ່ ເກັບກູ້ຣະເບີດ ບໍ່ທັນແຕກຫຼາຍຂຶ້ນ ເພື່ອເຮັດໃຫ້ ວຽກງານນັ້ນ ດໍາເນີນໄປ ໄດ້ໄວ ກວ່າເກົ່າ ແຕ່ຣັຖບາລ ສປປລາວ ບໍ່ມີງົບປະມານ ໃຫ້ຕື່ມ ໃນຂນະທີ່ຫຼາຍປະເທສ ກໍໃຫ້ການຊ່ອຍເຫຼືອ ເປັນຕົ້ນ ສະຫະຣັຖ ອາເມຣິກາ ກໍຊ່ອຍເຫລືອ ໃນດ້ານນີ້ 90 ລ້ານໂດລາ ສະຫະຣັຖ ໃນຣະຍະ 3 ປີ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ເກັບກູ້ຣະເບີດບໍ່ທັນແຕກ ປະຈໍາແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ມິນາ 2018 ນີ້ວ່າ ປັດຈຸບັນ ມີພະນັກງານ ເກັບກູ້ຣະເບີດ 198 ຄົນ, ຕ້ອງຕື່ມອີກ, ຖ້າມີຈໍານວນເຖິງ 300 ຄົນອາຈຊອກຄົ້ນຫາ ແລະເກັບກູ້ໄດ້ຫລາຍຂື້ນ:

“ຈໍານວນພະນັກງານເຮົາທັງໝົດມີ 198 ຄົນ ເຮັດວຽກຢູ່ຊຽງຂວາງເຮົາເນາະ ລະມີຢູ່ 12 ທິມງານກວດກູ້ ກໍຕ້ອງການຕື່ມ, ແຕ່ມັນກໍ ຫຍຸ້ງຍາກ ບັນຫາທຶນຮອນ ຖ້າວ່າຮອດ 300 ຄົນ ປີນື່ງກໍອາດຈະໄດ້ປະມານ 1,000 ເຮັກຕາຫາ 2,000 ກໍຈະແກ້ຕົກ ໄດ້ຫລາຍ.”

ແລະເຈົ້າໜ້າທີ່ເກັບກູ້ຣະເບີດ ບໍ່ທັນແຕກນາງນຶ່ງ ທີ່ເປັນຫົວໜ້າຈຸ ກໍເວົ້າຜ່ານທາງ website ຂອງອົງການ Legacies of War ເຖິງໜ້າທີ່ ແລະຄວາມຮູ້ສຶກ ຂອງຕົນ ທີ່ໄດ້ປະກອບສ່ວນ ເຂົ້າໃນວຽກງານ ການສໍາຣວດ ແລະເກັບກູ້ຣະເບີດ ບໍ່ທັນແຕກຢູ່ ແຂວງສວັນນະເຂດ ໃນຣະຫວ່າງປະຕິບັດງານ ຢູ່ນັ້ນບາງຕອນວ່າ:

"ຂ້າພະເຈົ້າແມ່ນເປັນຫົວໜ້າຈຸ ລູກຈຸລວມມີ 6 ຄົນ ຈຸດປະສົງ ກໍເພື່ອຄົ້ນຫາລູກຣະເບີດ ລູກກະບາງ ຣະເບີດລູກຫວ່ານ ຄວາມພາກ ພູມໃຈ ກ່ຽວກັບ ໜ້າວຽກໂຕນີ້ ເພື່ອຢາກໃຫ້ພໍ່ແມ່ ປະຊາຊົນຫຼຸດພົ້ນຈາກ ການສູນເສັຍແຂ່ງຂາ ຫລືວ່າເສັຍຊີວິດ."

ໃນຣະຫວ່າງ ການຢ້ຽມຢາມ ສປປລາວ ເມື່ອຕົ້ນເດືອນ ກັນຍາ 2016 ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະຣັຖ ອາເມຣິກາ ກໍໄດ້ປະກາດວ່າ ສະຫະຣັຖ ອາເມຣິກາ ຈະໃຫ້ການຊ່ອຍເຫລືອ ເພີ້ມຂຶ້ນເປັນສອງເທົ່າ ໃນວຽກງານເກັບກູ້ຣະເບີດ ທີ່ຍັງບໍ່ທັນແຕກ ຫລື UXO ແກ່ ສປປລາວ ຈາກ 15 ລ້ານໂດລາສະຫະຣັຖ ໃນຣະຍະປີທີ່ຜ່ານມາ ເປັນ 30 ລ້ານໂດລາ ໃນປີຕໍ່ມາ.

ກ່ຽວກັບການເພີ່ມການຊ່ອຍເຫລືອທີ່ວ່ານີ້ ທ່ານ ບາຣັກ ໂອບາມາ ກ່າວຕໍ່ປະຊາຊົນລາວ ໃນມື້ວັນທີ 7 ກັນຍາ 2016 ຢູ່ນະຄອນຫລວງ ວຽງຈັນ ຕອນນຶ່ງວ່າ:

"ມື້ນີ້ ຂ້າພະເຈົ້າຂໍປະກາດຢ່າງພາກພູມໃຈວ່າ ສະຫະຣັຖ ອາເມຣິກາ ຈະເພີ່ມທຶນຊ່ອຍເຫຼືອ ໃນແຕ່ລະປີ 2 ເທົ່າ ຄືເຖິງ 90 ລ້ານໂດລາ ສະຫະຣັຖໃນຣະຍະ 3 ປີຕໍ່ໜ້າ ເພື່ອຊ່ວຍລາວ ຂຍາຍວຽກງານດ້ານນີ້ ຂອງຕົນ."

ການຊ່ອຍເຫລືອເປັນຈໍານວນ ທັງໝົດ 90 ລ້ານໂດລາ ໃນຣະຍະສາມປີຕໍ່ໜ້າ ຈະສນັບສນູນ ໃນວຽກງານສໍາຣວດຣະດັບຊາດໃນການ ຊອກຫາ ຣະເບີດທີ່ຍັງບໍ່ ທັນແຕກ, ການເກັບກູ້, ການສຶກສາຄວາມສ່ຽງ ແລະການຊ່ອຍເຫລືອ ສໍາລັບຜູ້ເຄາະຮ້າຍ.
ທ່ານ ບາຣັກ ໂອບາມາ ກ່າວວ່າ:

“ພວກເຮົາຫວັງຢ່າງຍິ່ງວ່າ ການຕັດສິນໃຈໃນການໃຫ້ທຶນນີ້ ຈະເປັນບາດກ້າວອັນສໍາຄັນ ໃນວຽກງານຕໍ່ໜ້າ ເພື່ອຫລຸດຜ່ອນ ຜົລຮ້າຍ ຣະເບີດ, ການເກັບກູ້ຣະເບີດ, ໃຫ້ການຊ່ອຍເຫລືອຜູ້ລອດຊີວິດ ແລະການຊ່ອຍເຫລືອເພື່ອສ້າງອະນາຄົດ ທີ່ດີກວ່າ ໃຫ້ກັບ ປະຊາຊົນລາວ.

ພ້ອມກັນນັ້ນທ່ານກໍ ກ່າວວ່າ:

"ໃນນາມປະທານາທິບໍດີ ສະຫະຣັຖອາເມຣິກາ, ຂ້າພະເຈົ້າເຊື່ອວ່າ ມັນແມ່ນພັນທະ ທາງດ້ານສິນທັມ ແລະມະນຸດສະທັມ ຂອງພວກເຮົາ ຢ່າງແທ້ຈິງ ທີ່ຈະຊ່ອຍເຫລືອ ໃນວຽກງານເກັບກູ້ຣະເບີດນີ້”.

ເວົ້າເຖິງການຊອ່ຍເຫລືອ ທີ່ວ່ານັ້ນ ຍານາງ ຈັນນະພາ ຄໍາວົງສາ ຜູ້ສ້າງຕັ້ງທັງເປັນ ຜູ້ອໍານວຍການຝ່າຍບໍຣິຫານອົງການ Legacies of War ທີ່ນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາ ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອກ່ອນນັ້ນວ່າ:

"ຊ່ອຍສາມແນວນໍ ທີນຶ່ງຫັ້ນ ເກັບກູ້ຣະເບີດ ອັມທີສອງນີ້ ຊ່ອຍສອນເດັກນ້ອຍນໍວ່າ ຣະເບີດນີ້ອັນຕະຣາຍ ໃຫ້ເດັກນ້ອຍຢູ່ລາວນໍຮູ້ ອັນທີ ສາມນີ້ ເງິນນີ້ສິໄປຊ່ອຍຄົນ ຖືກຣະເບີດ ແຕກຫັ້ນນະ ຄົນເຈັບ ຄົນເສັຍອົງຄະ ແລະລາງເທື່ອຄັນໄປໂຮງໝໍຫັ້ນນະ ລາງເທື່ອກະຄົນ ບໍ່ມີເງິນເຣຶ່ອງໄປໂຮງໝໍນໍ ຕ້ອງໄດ້ເອົາຂາໃໝ່ນໍ ຫລືວ່າອີ່ຫຍັງຫັ້ນນະ ຊ່ອຍຄ່າຂາທຽມໃຫ້ ຊ່ອຍເງິນລາງ ເທື່ອ ສາມແນວນີ້ແຫລະ."

ສະຫະຣັຖອາເມຣິກາ ມີຄວາມມຸ້ງໝັ້ນ ໃນການຊ່ອຍເຫຼືອ ສປປລາວ ໃຫ້ຫລຸດຜ່ອນຄວາມສ່ຽງ ຂອງພັຍອັນຕະລາຍ ຈາກຣະເບີດບໍ່ທັນ ແຕກ. ໃນຣະຍະ 7 ປີທີ່ຜ່ານມາ ສະຫະຣັຖອາເມຣິກາ ໄດ້ເຮັດວຽກຢ່າງໃກ້ຊິດ ກັບຣັຖບາລ ສປປລາວ ແລະສາກົນ ໃນການພັທນາ ວິທີການສໍາຣວດ ຄັ້ງທໍາອິດທີ່ຖືກຕ້ອງ ໃນການຊອກຄົ້ນ ຫາຣະເບີດທີ່ຍັງບໍ່ທັນແຕກໃນລາວ ແລະສຸມໃສ່ການຊ່ອຍເຫລືອໃນວຽກງານການ ເກັບກູ້ຣະເບີດນັ້ນ.

ດ້ວຍທຶນຊ່ອຍເຫລືອຄືດັ່ງກ່າວ ສະຫະຣັຖອາເມຣິກາ ຈະຂຍາຍການຮ່ວມມືກັບ ຄນະກໍາມະການຄຸ້ມຄອງແຫ່ງຊາດ ກ່ຽວກັບການແກ້ໄຂ ບັນຫາ ຣະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ, ກັບອົງການເກັບກູ້ຣະເບີດ ແລະອົງການອື່ນໆທີ່ປະຕິ ບັດວຽກງານ ມະນຸດສະທໍາກ່ຽວກັບວ  ຽກງານການເກັບກູ້ຣະເບີດບໍ່ທັນແຕກ ແລະອົງການຈັດຕັ້ງສາກົນ ແລະທ້ອງຖິ່ນອື່ນໆ.

ກອງທຶນຊ່ອຍເຫລືອທີ່ີວ່ານີ້ ຍັງຈະສນອງການບໍຣິການ ໃຫ້ແກ່ຜູ້ທີ່ຍັງມີຊີວິດຈາກ ອຸປະຕິເຫດຣະເບີດ ບໍ່ທັນແຕກ ແລະຄອບຄົວ ຂອງເຂົາເຈົ້າ ແລະໃຫ້ການຊ່ວຍ ເຫລືອດ້ານການຝຶກອົບຮົມ ໃຫ້ແກ່ສະຖາບັນແຫ່ງຊາດ ທີ່ໃຫ້ການເບິ່ງແຍງ ໃນວຽກງານ ນີ້. ພ້ອມກັນນັ້ນ ກໍຈະສ້າງຄວາມເຂັ້ງແຂງ ໃນການຊ່ອຍເຫລືອເບື້ອງຕົ້ນ ແລະການຊ່ອຍເຫລືອສຸກເສີນ ຂອງສຸກສາລາ ແລະອາສາສມັກບ້ານ ໃນແຂວງຕ່າງໆ ທີ່ໄດ້ຮັບຜົລກະທົບ ຢ່າງຫລວງຫລາຍ ແລະກິຈກໍາຕ່າງໆໃນການປູກຈິດສໍານຶກ  ຕໍ່ກັບຄວາມສ່ຽງ ທີ່ຈະຊ່ວຍໃຫ້ພົລເມືອງລາວ ໂດຍສະເພາະ ແມ່ນເດັກນ້ອຍ ສາມາດຮັບຮູ້ໄດ້ ກ່ຽວກັບອັນຕະລາຍແລະຜົລຮ້າຍຂອງຣະເບີດບໍ່ທັນແຕກນັ້ນ.

ເວົ້າເຖິງຜົລກະທົບຈາກຣະເບີດທີ່ບໍ່ທັນແຕກ ຊຶ່ງຕົກຄ້າງຢູ່ລາວ ເວົ້າສະເພາະຢູ່ແຂວງຊຽງຂວາງ ເຈົ້າໜ້າທີ່ປະຈໍາ ໂຮງໝໍແຂວງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ມີນາ 2018 ນີ້ວ່າ ນັບຕັ້ງແຕ່ກາງປີ 2017 ມາ ຢູ່ໂຮງໝໍແຂວງນີ້ ມີຜູ້ຖືກເຄາະຮ້າຍ ຈາກເຫດຣະເບີດ ບໍ່ທັນແຕກເຂົ້າມາປີ່ນປົວ ທຸກເດືອນ ທັງເດັກນ້ອຍ ແລະຜູ້ໃຫຍ່

"ກໍຍັງມີຢູ່ ເດັກນ້ອຍຫຼືຜູ້ໃຫຍ່ ກໍຍັງມີຢູ່ຈາກຣະເບິດ ທີ່ບໍ່ທັນແຕກເນາະ ເພາະວ່າມັນຢູ່ຕາມພື້ນຖານເຮົາຫັ້ນ ມີການກໍ່ສ້າງບໍ ເຮັດທໍາການທຸຣະກິດຕ່າງໆຫັ້ນນະ ຂຸດດິນເຮັດໄຮ່ເຮັດສວນ ແລ້ວມັນກໍຈະເກິດ ບັນຫາຣະເບິດທີ່ບໍ່ທັນແຕກ ແລ້ວກໍມາໂຮງໝໍ ພວກເຮົາກໍຈະພົບເລື້ອຍໆຢູ່."

ຂ່າວວ່າ ຢູ່ແຂວງຊຽງຂວາງ ເມື່ອປີ 2017 ມີຄົນເສັຍຊີວິດຈາກຣະເບີດບໍ່ທັນແຕກ 1 ຄົນ ແລະບາດເຈັບ 16 ຄົນ. ເລີ້ມຕັ້ງແຕ່ປີ 1993 ມາ ຣັຖບາລ ສະຫະຣັຖ ອາເມຣິກາ ກໍໃຫ້ທຶນຊ່ອຍເຫລືອໃນວຽກງານຕ່າງໆ ທີ່ກ່ຽວຂ້ອງກັບຣະເບີດທີ່ຍັງບໍ່ທັນແຕກຢູ່ ສປປລາວ ຫລາຍກວ່າ 100 ລ້ານໂດລາ ສະຫະຣັຖ.

ຫລັງໆມານີ້ ຣັຖບາລສະຫະຣັຖອາເມຣິກາ ກໍໄດ້ມອບທຶນຊ່ອຍເຫລືອ ແກ່ອົງການເກັບກູ້ຣະເບີດ ແມັກປະຈໍາລາວ ເພື່ອໃຊ້ເຂົ້າ ໃນການສໍາຣວດ ແລະການເກັບກູ້ຣະເບີດ ທີ່ບໍ່ທັນແຕກໃນ 3 ຕົວເມືອງເປົ້າໝາຍ ຢູ່ແຂວງຊຽງຂວາງ ທີ່ກວມເອົາ 94 ໝູ່ບ້ານໃນ ເນື້ອທີ່ ປະມານ 4,680 ເຮັກຕາ ແລະຈະໃຊ້ເຂົ້າໃນການເກັບກູ້ຣະເບີດ ທີ່ບໍ່ທັນແຕກ ໃນເນື້ອທີ່ປະມານ 340 ເຮັກຕາຢູ່ເຂດເມືອງ ໜອງແຮດ, ເມືອງຄູນ ແລະເມືອງຜາໄຊ ຂະນະທີ່ປີ 2017 ທົ່ວແຂວງເກັບກູ້ໄດ້ປະມານ 10 ປາຍພັນເຮັກຕາ.
ແລະລ້າສຸດນີ້ ຣັຖບາລສະຫະຣັຖອາເມຣິກາ ກໍໄດ້ມອບພາຫະນະ ແລະອຸປກອນພາກສນາມ ໃຫ້ແກ່ໂຄງການເກັບກູ້ຣະເບີດແຫ່ງຊາດລາວ ໃນມື້ວັນທີ 12 ມົກກະຣາ 2018 ຊຶ່ງໃນນັ້ນມີຣົດ 15 ຄັນ ໃຫ້ໂຄງການດັ່ງກ່າວ ແລະມອບອຸ ປະກອນພາກສນາມໃຫ້

15 ທິມເກັບກູ້ຣະເບີດ ທີ່ກໍລັງປະຕິບັດໜ້າທີ່ຢູ່ ແຂວງ ສວັນນະເຂດ, ຄໍາມ່ວນ ແລະແຂວງອັດຕະປື ທີ່ມີມູນຄ່າທັງໝົດ 1,250,000 ໂດລາສະຫະຣັຖ. ມາດາມ ຣີນາ ປິດເຕີ ທູດສະຫະຣັຖອາເມຣິກາ ປະຈໍາລາວ  ກ່າວໃນພິທີມອບ-ຮັບ ເຄື່ອງຊ່ອຍເຫລືອ ນັ້ນວ່າ:

“ການສນັບສນູນການເກັບກູ້ຣະເບີດ ຂອງໂຄງການນີ້ ແມ່ນໄດ້ສະທ້ອນໃຫ້ເຫັນ ເຖິງການຮ່ວມມືຢ່າງໃກ້ຊິດ ຣະຫວ່າງຣັຖບາລສະ ຫະຣັຖອາເມຣິກາ ແລະຣັຖບາລແລະປະຊາຊົນ ສປປລາວ ເປັນເວລາຫຼາຍກວ່າສອງທົສວັດ ເພື່ອແກ້ໄຂບັນຫາຄົງຄ້າງ ມາແຕ່ປາງສົງຄາມ”.

ແລະການຊ່ວຍເຫລືອນັ້ນ ແມ່ນພາກສ່ວນນຶ່ງ ຂອງທຶນຊ່ວຍເຫລືອ 90 ລ້ານໂດລາ ຂອງສະຫະຣັຖ ອາເມຣິກາ ໃນຣະຍະ 3 ປີຄືທີ່ວ່າມານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.