ຄົນງານລາວມີສິດສູ້ຄະດີ

0:00 / 0:00

ທາງການ ສປປລາວ ເວົ້າວ່າ ຄອບຄົວ ຂອງ ຄົນງານລາວ 3 ຄົນ ຄື ທ້າວ ສົມພອນ ພິມມະສອນ, ນາງ ຫລອດຄໍາ ທັມມະວົງ ແລະ ທ້າວ ສຸການ ໃຈທັດ ທີ່ຖືກ ທາງການລາວ ຈັບໃສ່ຄຸກ ໃນຂໍ້ຫາ ມີຄວາມຜິດ ທາງການເມືອງ ນັ້ນ ມີສິດ ຮຽກຮ້ອງ ຂໍຄວາມ ເປັນທັມ ເພື່ອຂໍໃຫ້ ທາງການລາວ ຜ່ອນໂທດໃຫ້. ດັ່ງ ເຈົ້າໜ້າທີ່ ຕໍາຣວດ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 8 ມິຖຸນາ 2016 ນີ້ວ່າ:

"ມີຫັ້ນແລ້ວ ຍາດພີ່ນ້ອງ ກະມີສິດ ຂໍຄວາມເປັນທັມ ນໍາພັກນໍາຣັຖ ເຂົາກະມີສິດ ຢູ່ດອກ ພົລເມືອງນະ ຄວາມຜິດ ເຂົາກະມີ ເຂົາກະຮັບ ສາຣະພາບ ແນວໃດ ເຂົາກໍຮ້ອງຂໍ ດ້ວຍດີ ນໍາຣັຖບາລ ເຮົາຫັ້ນແຫຼະ ຣັຖບາລລາວ ກໍຈະມີການ ພິຈາຣະນາ".

ທ່ານເວົ້າວ່າ ເມື່ອທາງ ເຈົ້າໜ້າທີ່ ສອບສວນລະອຽດ ກໍສົ່ງຄະດີ ໄປໃຫ້ສານ. ຫາກ ສານເຫັນວ່າ ຜູ້ຕ້ອງຫາ ກະທໍາຄວາມຜິດ ໄປໂດຍ ຮູ້ເທົ້າ ບໍ່ເຖິງການ ຫລື ຖືກ ຄົນບາງກຸ່ມ ຊັກຈູງ ໄປໃນທາງຜິດ ຜູ້ຕ້ອງຫາ ທັງໝົດ ກໍອາຈ ໄດ້ຮັບໂທດ ທີ່ບໍ່ຮຸນແຮງ ຫລື ເບົາສຸດ ກໍອາຈມີແຕ່ ຖືກສຶກສາ ອົບຮົມ ເພື່ອໃຫ້ເປັນ ບົດຮຽນ ແກ່ສັງຄົມ.

ເຖິງຢ່າງໃດ ກໍຕາມ ບໍ່ມີທາງ ທີ່ຜູ້ຕ້ອງຫາ ທັງ 3 ຄົນ ຈະຫລຸດຈາກ ຄວາມຜິດ ຍ້ອນມີ ຫລັກຖານ ການກະທໍາ ຄວາມຜິດ ຢ່າງ ຈະແຈ້ງ ຢູ່ແລ້ວ. ໃນຂນະດຽວກັນ ທ່ານກໍວ່າ ຄອບຄົວ ຂອງຜູ້ຕ້ອງຫາ ສາມາດ ຈ້າງ ທະນາຍຄວາມ ມາຊ່ວຍ ສູ້ຄະດີ ໄດ້ເຊັ່ນກັນ, ແຕ່ຕ້ອງເປັນ ໄປຕາມທີ່ ກົດໝາຍ ກໍານົດໄວ້. ປັຈຈຸບັນ ຜູ້ຕ້ອງຫາ ທັງສາມຄົນ ຍັງຖືກຂັງຢູ່ ແລະ ໃນສະພາບ ຄືກັນກັບ ນັກໂທດ ທົ່ວໄປ.

ທີ່ຜ່ານມາ ສະມາຊິກ ໃນ ບາງຄອບຄົວ ຂອງ ຄົນງານລາວ ຜູ້ທີ່ຖືກຈັບ ຍັງບໍ່ຮູ້ຊໍ້າວ່າ ລູກຫລານ ຂອງຕົນ ມີຄວາມຜິດ ຫຍັງແທ້ ຮູ້ແຕ່ວ່າ ຖືກຕັ້ງຂໍ້ຫາ ປັ່ນປ່ວນ ແລະ ບິດເບືອນ ນະໂຍບາຍ ພັກ-ຣັຖ ແຕ່ບໍ່ມີ ໂອກາດໄດ້ ເຂົ້າໄປຢ້ຽມຢາມ ກັນເລີຍ ຍ້ອນ ທາງການ ບໍ່ອະນຸຍາດ.

ແລະເມື່ອບໍ່ດົນ ມານີ້ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ ກໍໄດ້ອອກ ຖແລງການ ຮຽກຮ້ອງ ໃຫ້ ທາງການລາວ ປ່ອຍຕົວ ຄົນງານລາວ ທັງ 3 ຄົນ ຢ່າງຮີບດ່ວນ ໂດຍ ປາສຈາກ ເງື່ອນໄຂ, ເພາະການຈັບກຸມ ເປັນການລະເມີດ ສິດທິ ມະນຸດ.