ໃນມື້ວັນພຸດ ວັນທີ 16 ມົກກະຣາ ເວລາ 10 ໂມງ 30 ທີ່ ສະມາຄົມ ນັກຂ່າວ ຕ່າງປະເທດ ບາງກອກ ຄນະຕົວແທນ ສະມາຊິກ ສະພາ ຈາກ ປະເທດອາຊຽນ ໄດ້ໃຫ້ ຖແລງຂ່າວ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ວ່າພາຍຫລັງ ທີ່ໄດ້ ພົບປະກັບ ເຈົ້າຫນ້າທີ່ ຂັ້ນສູງ ຂອງລາວແລ້ວ ກໍໄດ້ຮັບ ຄຳຕອບ ທີ່ຍັງບໍ່ ແຈ່ມແຈ້ງ. ດຣ Walden Bello ສະມາຊິກ ສະພາ ຟີລີປິນ ກ່າວວ່າ:
"ທາງການລາວ ບອກພວກທ່ານວ່າ: ຫລັງຈາກການ ສືບສວນ ເປັນເວລາ ນຶ່ງເດືອນແລ້ວ ເຈົ້າຫນ້າທີ່ລາວ ບໍ່ມີສ່ວນ ພົວພັນ ກ່ຽວກັບ ເຣື້ອງນີ້ ແລະ ພວກທ່ານ ກໍໄດ້ບອກກັບ ເຈົ້າຫນ້າທີ່ລາວ ວ່າຂໍ້ມູນ ຍັງບໍ່ເປັນທີ່ ເຊື່ອຖືໄດ້ ແລະ ຖ້າຫາກວ່າ ພວກທ່ານຍອມຮັບ ເອົາສີ່ງທີ່ ທາງການລາວ ເວົ້າມານັ້ນ ກໍຈະເຮັດໃຫ້ ເສັຽພາບພົດ ຄວາມເຊື່ອຫມັ້ນ ໃນການ ສືບສວນຄະດີ ດັ່ງກ່າວ".
ທ່ານ Walden Bello ກ່າວຕໍ່ໄປວ່າ ຫລັງຈາກ ໄດ້ຮັບການ ຮ້ອງຂໍຈາກ ຄນະກັມມະການ ເອເຊັຽ-ຢູໂຣບ ໃຫ້ຊ່ອຍຕິດຕາມ ເຣື້ອງນີ້ ສະມາຊິກ ຣັຖສະພາ ອາຊຽນ ກໍໄດ້ເດີນທາງ ໄປຍັງ ປະເທດລາວ ໃນມື້ວັນທີ 13-15 ມົກກະຣາ 2013 ເພື່ອພົບກັບ ເຈົ້່າຫນ້າທີ່ ຣະດັບສູງ ຂອງ ຣັຖບານລາວ. ຫລັງຈາກ ໄດ້ກັບມາ ພວກເຮົາຈື່ງ ມີການຖແລງຂ່າວ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ ຊຶ່ງຍັງບໍ່ ຊັດເຈນ ຈາກ ຄຳອະທິບາຍ ຂອງ ທາງການລາວ. ໃນຖແລງການ ຮ່ວມ ທາງການລາວ ກໍຍັງ ປະຕິເສດ ຢູ່ວ່າ ບໍ່ມີສ່ວນ ພົວພັນ ກັບ ການຫາຍໄປ ຂອງ ທ່ານສົມບັດ.
ຄນະສະມາຊິກ ສະພາອາຊຽນ ທີ່ເດີນທາງໄປ ສປປລາວ ເທື່ອນີ້ ແມ່ນໄປຈາກ ປະເທດ ຟີລີປິນ ມາເລເຊັຽ ແລະ ອິນໂດເນເຊັຽ.
