ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35

ພູວົງສ໌
2019.11.04
F-Asean ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ ປະເທດໄທ ເປັນເຈົ້າພາບ ຣະຫວ່າງວັນທີ 2 ຫາ 4 ເດືອນພຶສຈິກາ 2019
RFA

ທ່ານ ປຣະຢຸດ ຈັນໂອຊາ, ນາຍົກຣັຖມົນຕຣີໄທ ກ່າວເປີດກອງປະຊຸມ ໃນມື້ວັນທີ 3 ພຶສຈິກາ ປີ 2019, ໂດຍເວົ້າວ່າ ອາຊຽນກຳລັງ ປະເຊີນ ກັບບັນຫາທ້າທາຍ ແລະ ຄວາມບໍ່ແນ່ນອນເພີ້ມຂຶ້ນເລື້ອຍໆ ຍ້ອນເສຖກິຈໂລກ ຂຍາຍໂຕຊ້າ, ຄວາມຂັດແຍ້ງ ດ້ານການຄ້າ, ອາຊຍາກັມຂ້າມຊາດ, ເທັກໂນໂລຢີ ທີ່ກ້າວກະໂດດ ຈົນໄປຮອດການປ່ຽນແປງສະພາບອາກາດ ແລະ ບັນຫາສິ່ງແວດລ້ອມ. ການຮ່ວມມື ໃນຂົງເຂດ ແລະ ກັບໂລກ ຈະສາມາດຜ່ານຜ່າບັນຫາດັ່ງກ່າວເຫຼົ່ານີ້ໄດ້. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

“ທ່ານຜູ້ມີກຽດທີ່ເຄົາຣົພ ໃນປັດຈຸບັນ ອາຊຽນກຳລັງປະເຊີນ ກັບຄວາມທ້າທາຍ ແລະ ຄວາມບໍ່ແນ່ນອນເພີ້ມຂຶ້ນເລື້ອຍໆ ບໍ່ວ່າຈະເປັນຍ້ອນ ເສຖກິຈໂລກຊະລໍໂຕຊ້າ, ຄວາມຂັດແຍ່ງທາງດ້ານການຄ້າ ແລະ ບັນຫາອື່ນໆ ຣະຫວ່າງປະເທດ. ບັນຫາ ອາຊຍາກັມ, ເທັກໂນໂລຢີ ທີ່ກ້າວກະໂດດ ໄປຮອດການປ່ຽນແປງ ສະພາບອາກາດ, ບັນຫາສິ່ງແວດລ້ອມ. ດ່ັງນັ້ນ, ການເປັນຫຸ້ນສ່ວນ ແລະ ຄວາມແໜ້ນແຟ້ນກັບ ນາໆຊາຕ ເປັນສິ່ງສຳຄັນ ທີ່ຈະເຮັດໃຫ້ອາຊຽນ ຜ່ານຜ່າຄວາມທ້າທາຍ ດັ່ງກ່າວໄປໄດ້.”

ທ່ານ ປຣະຢຸດ ຍັງໄດ້ຮຽກຮ້ອງ ໃຫ້ອາຊຽນ ສືບຕໍ່ສນັບສນູນ ການຄ້າກັບຫຼາຍປະເທດ ໃນໂລກ ແລະ ພາກພື້ນ ບົນພື້ນຖານຄວາມຮ່ວມມື ຂອງອົງການການຄ້າໂລກ, ກອງທຶນສາກົນ ແລະ ຂົງເຂດ ເພື່ອກະຕຸ້ນເສຖກິຈ, ການຄ້າ ແລະ ການລົງທຶນ ໃນອາຊຽນໃຫ້ຫຼາຍຂຶ້ນ ໃນ ອະນາຄົດ. ອາຊຽນຕ້ອງຍຶດຫມັ້ນໃນການເຊື່ອມຕໍ່ ທາງດ້ານເສຖກິຈ ແລະ ການຄ້າ ກັບທຸກປະເທດໃນໂລກ ແລະ ໃນຂົງເຂດ ເພື່ອປູທາງ ໄປສູ່ຄວາມຮັ່ງມີ ແລະ ຄວາມອຸດົມສົມບູນ ຂອງປະຊາຄົມອາຊຽນ ໃນທົສວັດຕໍ່ໄປ.

“ການສ້າງສເຖັຽຣະພາບທີ່ຮັ່ງມີ ແລະ ຍືນຍົງຜ່ານຂໍ້ຕົກລົງຫຸ້ນສ່ວນເສຖກິຈ ຂອງພາກພື້ນ ເພື່ອຊ່ອຍກະຕຸ້ນ ການຂຍາຍໂຕທາງດ້ານ ເສຖກິຈ, ການຄ້າ ແລະ ການລົງທຶນ. ລວມທັງສົ່ງເສີມຣະບົບ ການຄ້າ ທະວິພາຄີ ພາຍໃຕ້ຂອບເຂດ ຂອງອົງການ ການຄ້າໂລກ. ຄວບຄູ່ໄປກັບການຮ່ວມມື ທາງດ້ານເສຖກິຈ ຣະດັບພາກພື້ນ ແລະ ອະນຸພາກພື້ນ ຈະເປັນພູມຄຸ້ມກັນ ທາງດ້ານເສຖກິຈ ໃຫ້ກັບອາຊຽນ ແລະ ພາກພື້ນ ໃນອະນາຄົດ.”

ສຳລັບກອງປະຊຸມກັບປະເທດຄູ່ເຈຣະນາຕ່າງໆ ເປັນຕົ້ນ ຈີນ, ຍີ່ປຸ່ນ, ເກົາຫລີໃຕ້, ສະຫະຣັຖ ແລະ ອື່ນໆ, ໂດຍສະເພາະແມ່ນກອງປະຊຸມ ອາຊຽນ-ຈີນ ຫຼື ອາຊຽນບວກ 1, ທັງສອງຝ່າຍໄດ້ຕົກລົງສືບຕໍ່ ການພົວພັນທາງດ້ານເສຖກິຈ, ການຄ້າ ແລະ ການລົງທຶນ ຣະຫວ່າງກັນ. ຈີນຈະເພີ້ມການລົງທຶນ ໃນອາຊຽນຫຼາຍຂຶ້ນ ໃນອະນາຄົດ.

ສຳລັບກອງປະຊຸມ ອາຊຽນ ສະຫະປະຊາຊາຕນັ້ນ, ເລຂາທິການໃຫຍ່ອົງການ ສະຫະປະຊາຊາຕ, ທ່ານ Antonio Guterres ໄດ້ ສັລເສີນອາຊຽນ ໃນຄວາມຄືບຫນ້າ ທາງດ້ານເສຖກິຈ, ແຕ່ເປັນຫ່ວງກ່ຽວກັບບັນຫາ ຊາວໂຣຮິນຢາ ໃນພະມ້າ.

ສຳລັບບັນຫາຄວາມຂັດແຍ້ງ ໃນທະເລຈີນໃຕ້ນັ້ນ, ອາຊຽນຍັງເປັນຫ່ວງ ຢາກໃຫ້ມີການລົງນາມ ໃນສັນຍາກົດຣະບຽບ ການເດີນເຮືອເສຣີ ທາງທະເລ ໃນເຂດດັ່ງກ່າວ ຫຼື Code of Conduct ຢ່າງຈິງຈັງ ເພື່ອຫຼີກລ້ຽງບັນຫາ ຂໍ້ຂັດແຍ້ງ ຣະຫວ່າງ ປະເທດມະຫາອຳນາດ ທີ່ ຈະເກີດຂຶ້ນໃນເຂດດັ່ງກ່າວ ທີ່ຈະເປັນພັຍອັນຕະຣາຍຕໍ່ອາຊຽນໄດ້.

ກອງປະຊຸມອາຊຽນຄັ້ງນີ້, ສິ້ນສຸດລົງໃນມື້ວັນທີ 4 ພຶສຈິກາ 2019 ແລະ ປະທານວຽນກອງປະຊຸມອາຊຽນ ຕໍ່ໄປ ແມ່ນປະເທດວຽດນາມ.

ສະມາຄົມອາຊຽນ ສ້າງຕັ້ງຂຶ້ນ ໃນປີ 1967, ອັນປະກອບດ້ວຍ ປະເທດ ບຣູນາຍ, ກັມພູຊາ, ອິນໂດເນເຊັຽ, ສປປລາວ, ມາເລເຊັຽ, ພະມ້າ, ຟິລີປີນສ໌, ສິງກະໂປ, ໄທ ແລະ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.